ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 79

ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

(ມັດທາຍ 28:19, 20)

  1. 1. ມີ​ຄວາມ​ສຸກ ໄດ້​ສອນ​ແກະ​ຂອງ​ພະເຈົ້າ

    ແລະ​ໄດ້​ເຫັນ ພວກ​ເຂົາ​ກ້າວ​ໜ້າ

    ເຮົາ​ໄດ້​ເຫັນ ພະ​ເຢໂຫວາ​ຊີ້​ນຳ

    ຈົນ​ຄວາມ​ຈິງ ເປັນ​ຂອງ​ເຂົາ​ເອງ

    (ທ່ອນ​ຊ້ຳ)

    ໂອ້​ເຢໂຫວາ ຂໍ​ຟັງ​ພວກ​ເຮົາ

    ຂໍ​ໃຫ້​ດູ​ແລ ຮັກສາ​ພວກ​ເຂົາ

    ໃນ​ນາມ​ພະ​ຄລິດ ໃຫ້​ເຂົາ​ກ້າວ​ໄປ ຂໍ​ພະອົງ​ຊ່ວຍ

    ໃຫ້​ທຸກ​ຄົນ​ຕັ້ງ​ຢືນຢັດ ໝັ້ນ​ຄົງ

  2. 2. ແຕ່​ລະ​ວັນ ເຮົາ​ອະທິດຖານ​ເພື່ອ​ເຂົາ

    ເພາະ​ຄວາມ​ເຊື່ອ ເຂົາ​ຖືກ​ທົດ​ສອບ

    ເຮົາ​ຊ່ວຍ​ກັນ ເບິ່ງ​ແຍງ​ແລະ​ສອນ​ພວກ​ເຂົາ

    ໃຫ້​ເຂັ້ມແຂງ ເພື່ອ​ຈະ​ໄດ້​ພອນ

    (ທ່ອນ​ຊ້ຳ)

    ໂອ້​ເຢໂຫວາ ຂໍ​ຟັງ​ພວກ​ເຮົາ

    ຂໍ​ໃຫ້​ດູ​ແລ ຮັກສາ​ພວກ​ເຂົາ

    ໃນ​ນາມ​ພະ​ຄລິດ ໃຫ້​ເຂົາ​ກ້າວ​ໄປ ຂໍ​ພະອົງ​ຊ່ວຍ

    ໃຫ້​ທຸກ​ຄົນ​ຕັ້ງ​ຢືນຢັດ ໝັ້ນ​ຄົງ

  3. 3. ໃຫ້​ທຸກ​ຄົນ ວາງໃຈ​ແລະ​ຕັ້ງ​ໝັ້ນ​ຄົງ

    ໃນ​ພະເຈົ້າ ພ້ອມ​ທັງ​ລູກ​ຊາຍ

    ໃຫ້​ອົດ​ທົນ ເຊື່ອ​ຟັງ​ດ້ວຍ​ຄວາມ​ເຕັມ​ໃຈ

    ສູ່​ເສັ້ນ​ໄຊ ໄດ້​ຮັບ​ຊີວິດ

    (ທ່ອນ​ຊ້ຳ)

    ໂອ້​ເຢໂຫວາ ຂໍ​ຟັງ​ພວກ​ເຮົາ

    ຂໍ​ໃຫ້​ດູ​ແລ ຮັກສາ​ພວກ​ເຂົາ

    ໃນ​ນາມ​ພະ​ຄລິດ ໃຫ້​ເຂົາ​ກ້າວ​ໄປ ຂໍ​ພະອົງ​ຊ່ວຍ

    ໃຫ້​ທຸກ​ຄົນ​ຕັ້ງ​ຢືນຢັດ ໝັ້ນ​ຄົງ

(ເບິ່ງ​ຕື່ມ ລືກາ 6:48; ກິດ. 5:42; ຟີລິບ 4:1)