ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 8

ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ

ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ

(ຄຳເພງ 91)

  1. 1. ເຢໂຫວາ​ເປັນ​ບ່ອນ​ລີ້​ໄພ ພວກ​ເຮົາ​ໄວ້​ໃຈ​ພະອົງ

    ກ້ອງ​ຮົ່ມ​ເງົາ​ເປັນ​ບ່ອນ​ຫຼົບ​ໄພ ເຮົາ​ຕ້ອງ​ເຂົ້າ​ໄປ​ໃນ​ນັ້ນ

    ພະອົງ​ປົກ​ປ້ອງ​ຄົນ​ທີ່​ສັດ​ຊື່ ເຮົາ​ເຊື່ອ​ໝັ້ນ​ໃນ​ພະອົງ​ແນ່ນອນ

    ເຢໂຫວາ​ເປັນ​ດັ່ງ​ປ້ອມ​ໃຫຍ່ ຜູ້​ສັດ​ຊື່​ພັກດີ​ຍຸຕິທຳ

  2. 2. ຄົນ​ເປັນ​ພັນ​ທີ່​ຕ້ອງ​ລົ້ມ​ຕາຍ ຢູ່​ໃກ້​ຂ້າງ​ເຮົາ​ກໍ​ມີ

    ແຕ່​ຄົນ​ຖ່ອມ​ຄົນ​ທີ່​ພັກດີ ພະອົງ​ຈະ​ບໍ່​ຖິ້ມ​ເຂົາ

    ດັ່ງ​ນັ້ນ​ໃຈ​ເຮົາ​ຈຶ່ງ​ບໍ່​ຫວັ່ນ​ກົວ ບໍ່​ວ່າ​ເລື່ອງ​ໃດ​ທີ່​ມາ​ໃກ້​ເຮົາ

    ຈະ​ປົກ​ປ້ອງ​ຈາກ​ອັນຕະລາຍ ເຮົາ​ຈະ​ຢູ່​ກ້ອງ​ປີກ​ຂອງ​ພະອົງ

  3. 3. ທາງ​ທີ່​ເຕັມ​ໄປ​ດ້ວຍ​ກັບດັກ ພະອົງ​ຈະ​ປົກ​ປ້ອງ​ເຮົາ

    ຕອນ​ກາງເວັນ​ມີ​ລູກທະນູ ກາງຄືນ​ກໍ​ອັນຕະລາຍ

    ເຫດ​ນັ້ນ​ເຮົາ​ຈຶ່ງ​ບໍ່​ຢ້ານ​ສິ່ງ​ໃດ ບໍ່​ວ່າ​ບ່ອນ​ໃດ​ທີ່​ເຮົາ​ກ້າວ​ເດີນ

    ເຢໂຫວາ​ຜູ້​ເປັນ​ທີ່​ເພິ່ງ ຜູ້​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ຕະຫຼອດ

(ເບິ່ງ​ຕື່ມ ເພງ. 97:10; 121:3, 5; ເອຊາ. 52:12)