ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສັນລະເສີນ​ພະ​ເຢໂຫວາ

ສັນລະເສີນ​ພະ​ເຢໂຫວາ

(ເພງ​ສັນລະເສີນ 96:8)

ດາວໂຫຼດ:

  1. 1. ໃຜ​ຈະ​ຄື​ພະອົງ ເຢໂຫວາ

    ຜູ້​ຢູ່​ບັນລັງ​ເທິງ​ສະຫວັນ

    ຂ້ອຍ​ຈະ​ຕອບ​ແທນ​ພະອົງ​ແນວ​ໃດ

    ສຳລັບ​ຄວາມ​ຮັກ​ພະອົງ​ໃຫ້​ນັ້ນ

    ຂ້ອຍ​ເຫັນ​ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່

    ເມື່ອ​ຂ້ອຍ​ແນມ​ຂຶ້ນ​ໄປ​ເທິງ​ຟ້າ

    ແລ້ວ​ຂ້ອຍ​ແມ່ນ​ໃຜ ພະ​ເຢໂຫວາ

    ທີ່​ພະອົງ​ຈະ​ມາ​ກະລຸນາ

    (ທ່ອນ​ຊ້ຳ)

    ພະ​ເຢໂຫວາ ຂໍ​ຟັງ​ເພງ​ທີ່​ຂ້ອຍ​ຮ້ອງ

    ເປັນ​ເພງ​ສັນລະເສີນ​ພະອົງ

    ພະເຈົ້າ​ຂອງ​ຂ້ອຍ​ແລະ​ກະສັດ​ນິລັນດອນ

    ຂ້ອຍ​ຈະ​ຮັກ​ພະອົງ​ໝັ້ນຄົງ

    ສັນລະເສີນ​ພະອົງ​ຜູ້​ດຽວ

  2. 2. ຊີວິດ​ຂ້ອຍ​ເປັນ​ຂອງ​ເຢໂຫວາ

    ຂ້ອຍ​ສັນລະເສີນ​ພຽງ​ພະອົງ

    ຂ້ອຍ​ຍິນດີ​ຈະ​ເວົ້າ​ເຖິງ​ຄວາມ​ດີ

    ແລະ​ເລົ່າ​ເຖິງ​ອຳນາດ​ຂອງ​ພະອົງ

    ຮັບໃຊ້​ພະເຈົ້າ ພະ​ເຢໂຫວາ

    ຮູ້ສຶກ​ເປັນ​ກຽດ​ແລະ​ພູມໃຈ

    ພະອົງ​ເປັນ​ຜູ້​ໃຫ້​ກຳລັງ​ຂ້ອຍ

    ຂໍ​ພະອົງ​ຊີ້ນຳ​ຕະຫຼອດ​ໄປ

    (ທ່ອນ​ຊ້ຳ)

    ພະ​ເຢໂຫວາ ຂໍ​ຟັງ​ເພງ​ທີ່​ຂ້ອຍ​ຮ້ອງ

    ເປັນ​ເພງ​ສັນລະເສີນ​ພະອົງ

    ພະເຈົ້າ​ຂອງ​ຂ້ອຍ​ແລະ​ກະສັດ​ນິລັນດອນ

    ຂ້ອຍ​ຈະ​ຮັກ​ພະອົງ​ໝັ້ນຄົງ

    ສັນລະເສີນ​ພະອົງ​ຜູ້​ດຽວ

  3. 3. ນ້ຳ​ແລະ​ແຜ່ນດິນ​ກວ້າງ​ໃຫຍ່​ໄພສານ

    ດວງ​ດາວ​ນັບ​ລ້ານ​ເປັ່ງ​ປະ​ກາຍ

    ເຮັດ​ໃຫ້​ຂ້ອຍ​ຍິນດີ​ແລະ​ເບີກບານ

    ແລະ​ເຫັນ​ວ່າ​ພະອົງ​ຮັກ​ຂ້ອຍ​ຫຼາຍ

    ຍິ່ງໃຫຍ່ ເລີດ​ລ້ຳ ແລະ​ສະຫງ່າ​ງາມ

    ນີ້​ຄື​ສິ່ງ​ທີ່​ຂ້ອຍ​ໄດ້​ເຫັນ

    ຈະ​ສັນລະເສີນ​ພະ​ເຢໂຫວາ

    ທີ່​ພະອົງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ມາ

    (ທ່ອນ​ຊ້ຳ)

    ພະ​ເຢໂຫວາ ຂໍ​ຟັງ​ເພງ​ທີ່​ຂ້ອຍ​ຮ້ອງ

    ເປັນ​ເພງ​ສັນລະເສີນ​ພະອົງ

    ພະເຈົ້າ​ຂອງ​ຂ້ອຍ​ແລະ​ກະສັດ​ນິລັນດອນ

    ຂ້ອຍ​ຈະ​ຮັກ​ພະອົງ​ໝັ້ນຄົງ

    ສັນລະເສີນ​ພະອົງ​ຜູ້​ດຽວ

(ເບິ່ງ ພສ. 96:1-10; 148:3, 7 ນຳ)