ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

“ທ່ານ​ທັງ​ຫຼາຍ​ຕ້ອງ​ເປັນ​ຄູ​ສອນ” (ເຫບ. 5:12) ຂໍ​ໃຫ້​ຄິດ​ເບິ່ງ! ວ່າ​ພະ​ເຢໂຫວາ​ຄູ​ທີ່​ດີ​ທີ່​ສຸດ​ໃນ​ເອກະພົບ​ເຊີນ​ເຮົາ​ໃຫ້​ສອນ​ຄົນ​ກ່ຽວ​ກັບ​ເລື່ອງ​ພະອົງ! ວຽກ​ມອບ​ໝາຍ​ທີ່​ຈະ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ໃຫ້​ກັບ​ຄົນ​ໃນ​ຄອບຄົວ ໃນ​ປະຊາຄົມ ຫຼື​ໃນ​ເຂດ​ປະກາດ ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ແລະ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ຫຼາຍ. ເຮົາ​ຈະ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ​ໄດ້​ແນວ​ໃດ?

ເຮົາ​ພົບ​ຄຳຕອບ​ໄດ້​ຈາກ​ຖ້ອຍຄຳ​ຂອງ​ອັກຄະສາວົກ​ໂປໂລ​ທີ່​ຂຽນ​ເຖິງ​ຕີໂມເຕ​ທີ່​ວ່າ: “ຈົ່ງ​ຕັ້ງ​ໃຈ​ໃສ່​ໃນ​ການ​ອ່ານ​ໜັງສື ໃນ​ການ​ເຕືອນ​ສະຕິ ແລະ​ໃນ​ການ​ສັ່ງ​ສອນ . . . ເຫດ​ວ່າ​ເມື່ອ​ກະທຳ​ຢ່າງ​ນັ້ນ​ທ່ານ​ຈະ​ຊ່ອຍ​ຕົວ​ເອງ​ໃຫ້​ພົ້ນ​ແລະ​ຄົນ​ທັງ​ຫຼາຍ​ທີ່​ຟັງ​ທ່ານ​ດ້ວຍ.” (1 ຕີໂມ. 4:13, 16) ເຈົ້າ​ມີ​ຂ່າວ​ສານ​ທີ່​ຊ່ວຍ​ຊີວິດ​ທີ່​ຈະ​ແບ່ງ​ປັນ​ໃຫ້​ກັບ​ຄົນ​ອື່ນ. ດັ່ງ​ນັ້ນ ຈຶ່ງ​ຈຳເປັນ​ທີ່​ຈະ​ຕ້ອງ​ພັດທະນາ​ການ​ອ່ານ​ແລະ​ການ​ສອນ​ຂອງ​ເຈົ້າ. ຈຸນລະສານ​ນີ້​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ເຈົ້າ. ຂໍ​ໃຫ້​ເຮົາ​ເບິ່ງ​ສັນຍະລັກ​ຂອງ​ປຶ້ມ​ຫົວ​ນີ້:

ຂໍ້​ພະ​ຄຳພີ​ທີ່​ຍົກ​ມາ​ໃນ​ແຕ່​ລະ​ໜ້າ​ເປັນ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ບົດຮຽນ ຫຼື​ເປັນ​ຕົວຢ່າງ​ຂອງ​ວິທີ​ທີ່​ຈະ​ນຳ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້.

ພະ​ເຢໂຫວາ​ເປັນ “ຄູ​ອົງ​ຍິ່ງໃຫຍ່.” (ເອຊາ. 30:20, ລ.ມ.) ຈຸນລະສານ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ປັບ​ປຸງ​ຄວາມ​ສາມາດ​ເພື່ອ​ຈະ​ເປັນ​ຜູ້​ອ່ານ​ແລະ​ຜູ້​ສອນ​ທີ່​ດີ ແຕ່​ຢ່າ​ລືມ​ວ່າ​ຂ່າວ​ສານ​ຂອງ​ເຮົາ​ມາ​ຈາກ​ພະ​ເຢໂຫວາ​ແລະ​ພະອົງ​ເປັນ​ຜູ້​ທີ່​ຊັກ​ນຳ​ຜູ້​ຄົນ​ເຂົ້າ​ມາ (ໂຢ. 6:44) ດັ່ງ​ນັ້ນ ຂໍ​ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຢູ່​ເລື້ອຍໆ. ໃຊ້​ຄຳພີ​ໄບເບິນ​ສະເໝີ. ດຶງ​ຄວາມ​ສົນ​ໃຈ​ມາ​ທີ່ພະ​ເຢໂຫວາ​ບໍ່​ແມ່ນ​ຕົວ​ເອງ. ຈົ່ງ​ພະຍາຍາມ​ຊ່ວຍ​ຜູ້​ທີ່​ເຈົ້າ​ສອນ​ໃຫ້​ຮັກ​ພະ​ເຢໂຫວາ​ຈາກ​ຫົວໃຈ​ຂອງ​ເຂົາ​ແທ້ໆ.

ເຈົ້າ​ໄດ້​ຮັບ​ເຊີນ​ໃຫ້​ສອນ​ຂ່າວ​ສານ​ທີ່​ສຳຄັນ​ທີ່​ສຸດ​ທີ່​ມະນຸດ​ເຄີຍ​ໄດ້​ຮັບ. ເຮົາ​ໝັ້ນ​ໃຈ​ວ່າ​ຖ້າ​ເຈົ້າ “ໝາຍ​ເພິ່ງ​ກຳລັງ​ທີ່​ມາ​ຈາກ​ພະເຈົ້າ” ເຈົ້າ​ຈະ​ເຮັດ​ວຽກ​ນີ້​ໄດ້​ສຳເລັດ​ຢ່າງ​ແນ່ນອນ.—1 ເປ. 4:11, ລ.ມ.

ເພື່ອນ​ຮ່ວມ​ວຽກ​ໃນ​ການ​ສອນ​ຂອງ​ເຈົ້າ

ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ