ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 1

ຄຳ​ນຳ​ທີ່​ມີ​ປະສິດທິພາບ

ຄຳ​ນຳ​ທີ່​ມີ​ປະສິດທິພາບ

ກິດຈະການ 17:22

ຈຸດ​ສຳຄັນ: ຄຳ​ນຳ​ຂອງ​ເຈົ້າ​ຄວນ​ກະຕຸ້ນ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ ບອກ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ໜ້າ​ສົນ​ໃຈ.

ສິ່ງ​ທີ່​ຄວນ​ເຮັດ:

  • ກະຕຸ້ນ​ຄວາມ​ສົນ​ໃຈ. ເລືອກ​ຄຳຖາມ ຄຳເວົ້າ ປະສົບການ ຫຼື​ຂ່າວ​ທີ່​ຜູ້​ຟັງ​ສົນ​ໃຈ.

  • ບອກ​ຜູ້​ຟັງ​ໃຫ້​ຮູ້​ວ່າ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ. ຄຳ​ນຳ​ຂອງ​ເຈົ້າ​ຄວນ​ຈະ​ບອກ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ​ແລະ​ຈຸດ​ປະສົງ​ຂອງ​ເຈົ້າ​ແມ່ນ​ຫຍັງ.

  • ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ເລື່ອງ​ທີ່​ເວົ້າ​ຈຶ່ງ​ສຳຄັນ. ຄຳ​ນຳ​ຂອງ​ເຈົ້າ​ຕ້ອງ​ກົງ​ກັບ​ຄວາມ​ຈຳເປັນ​ຂອງ​ຜູ້​ຟັງ. ຜູ້​ຟັງ​ຄວນ​ເຂົ້າ​ໃຈ​ແຈ້ງ​ວ່າ​ເລື່ອງ​ນັ້ນ​ເປັນ​ປະໂຫຍດ​ກັບ​ເຂົາ​ເຈົ້າ​ແນວ​ໃດ.