ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 10

ປັບ​ລະດັບ​ສຽງ​ແລະ​ຈັງຫວະ​ການ​ເວົ້າ

ປັບ​ລະດັບ​ສຽງ​ແລະ​ຈັງຫວະ​ການ​ເວົ້າ

ສຸພາສິດ 8:4, 7

ຈຸດ​ສຳຄັນ: ຖ່າຍ​ທອດ​ຈຸດ​ສຳຄັນ​ໃຫ້​ຈະ​ແຈ້ງ​ຂຶ້ນ​ແລະ​ກະຕຸ້ນ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຟັງ​ໂດຍ​ການ​ເພີ່ມ​ຫຼື​ຫຼຸດ​ຄວາມ​ດັງ ປັບ​ລະດັບ​ສຽງ​ສູງ​ຕ່ຳ ແລະ​ປັບ​ຈັງຫວະ​ການ​ເວົ້າ.

ສິ່ງ​ທີ່​ຄວນ​ເຮັດ:

  • ເພີ່ມ​ຫຼື​ຫຼຸດ​ຄວາມ​ດັງ. ເວົ້າ​ດັງ​ຂຶ້ນ​ເພື່ອ​ເນັ້ນ​ຈຸດ​ທີ່​ສຳຄັນ​ແລະ​ເພື່ອ​ກະຕຸ້ນ​ຜູ້​ຟັງ ຫຼື​ເມື່ອ​ອ່ານ​ຄຳ​ພິພາກສາ​ໃນ​ຄຳພີ​ໄບເບິນ. ເວົ້າ​ຄ່ອຍໆເພື່ອ​ກະຕຸ້ນ​ຄວາມ​ສົນ​ໃຈ​ໃຫ້​ຢາກ​ຮູ້ ຫຼື​ເພື່ອ​ເວົ້າ​ເລື່ອງ​ທີ່​ເປັນ​ຕາ​ຢ້ານ ແລະ​ເລື່ອງ​ທີ່​ກັງວົນ.

  • ປັບ​ລະດັບ​ສຽງ​ສູງ​ຕ່ຳ. ຖ້າ​ຫາກ​ເປັນ​ເລື່ອງ​ທີ່​ເໝາະ​ສົມ​ໃນ​ພາສາ​ຂອງ​ເຈົ້າ ເຈົ້າ​ອາດ​ໃຊ້​ສຽງ​ສູງ​ເພື່ອ​ເຮັດ​ໃຫ້​ກະຕືລືລົ້ນ ເມື່ອ​ເນັ້ນ​ຂະໜາດ ຫຼື​ໄລຍະ​ທາງ. ໃຊ້​ສຽງ​ຕ່ຳ​ລົງ​ເພື່ອ​ຖ່າຍ​ທອດ​ຄວາມ​ໂສກ​ເສົ້າ​ຫຼື​ຄວາມ​ກັງວົນ.

  • ປັບ​ຈັງຫວະ​ການ​ເວົ້າ. ເວົ້າ​ໄວ​ຂຶ້ນ​ເພື່ອ​ຖ່າຍ​ທອດ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ ເວົ້າ​ຊ້າ​ລົງ​ເພື່ອ​ເນັ້ນ​ຈຸດ​ທີ່​ສຳຄັນ.