ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 11

ຄວາມ​ກະຕືລືລົ້ນ

ຄວາມ​ກະຕືລືລົ້ນ

ໂລມ 12:11

ຈຸດ​ສຳຄັນ: ເວົ້າ​ດ້ວຍ​ຄວາມ​ກະຕືລືລົ້ນ​ເພື່ອ​ກະຕຸ້ນ​ຜູ້​ຟັງ.

ສິ່ງ​ທີ່​ຄວນ​ເຮັດ:

  • ເຮັດ​ໃຫ້​ເລື່ອງ​ທີ່​ຈະ​ເວົ້າ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຈົ້າ​ກ່ອນ. ເມື່ອ​ກຽມ​ຕົວ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ​ວ່າ​ເລື່ອງ​ທີ່​ເຈົ້າ​ຈະ​ເວົ້າ​ສຳຄັນ​ແນວ​ໃດ. ການ​ຮູ້ຈັກ​ເລື່ອງ​ນັ້ນ​ເປັນ​ຢ່າງ​ດີ​ຈະ​ເຮັດ​ໃຫ້​ເຈົ້າ​ເວົ້າ​ອອກ​ມາ​ຈາກ​ຫົວໃຈ.

  • ຄິດ​ເຖິງ​ຜູ້​ຟັງ. ໃຫ້​ຄິດ​ວ່າ​ເລື່ອງ​ທີ່​ຈະ​ອ່ານ​ຫຼື​ສອນ​ນັ້ນ​ເປັນ​ປະໂຫຍດ​ກັບ​ຜູ້​ຟັງ​ແນວ​ໃດ. ຊອກ​ຫາ​ວິທີ​ນຳ​ສະເໜີ​ເລື່ອງ​ໃນ​ແບບ​ທີ່​ຜູ້​ຟັງ​ຈະ​ໄດ້​ຮັບ​ການ​ກະຕຸ້ນ.

  • ເວົ້າ​ແບບ​ມີ​ຊີວິດ​ຊີວາ. ເວົ້າ​ດ້ວຍ​ຄວາມ​ກະຕືລືລົ້ນ. ອອກ​ທ່າ​ທາງ​ທີ່​ເປັນ​ທຳມະຊາດ​ແລະ​ສະແດງ​ຄວາມ​ຮູ້ສຶກ​ທີ່​ຈິງ​ໃຈ​ອອກ​ມາ​ທາງ​ສີ​ໜ້າ.