ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 13

ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້

ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້

ສຸພາສິດ 3:21

ຈຸດ​ສຳຄັນ: ຊ່ວຍ​ຜູ້​ຟັງ​ໃຫ້​ເຂົ້າ​ໃຈ​ວ່າ​ເລື່ອງ​ທີ່​ເຈົ້າ​ເວົ້າ​ມີ​ປະໂຫຍດ​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ ແລະ​ເຮັດ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ຈະ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ນຳ​ໃຊ້​ແນວ​ໃດ.

ສິ່ງ​ທີ່​ຄວນ​ເຮັດ:

  • ຄິດ​ເຖິງ​ຜູ້​ຟັງ. ໃຫ້​ຄິດ​ວ່າ​ເປັນ​ຫຍັງ​ຜູ້​ຟັງ​ຈຳເປັນ​ຕ້ອງ​ຮູ້​ເລື່ອງ​ທີ່​ເຈົ້າ​ເວົ້າ ແລະ​ມີ​ຈຸດ​ໃດ​ໂດຍ​ສະເພາະ​ທີ່​ເປັນ​ປະໂຫຍດ​ກັບ​ເຂົາ​ເຈົ້າ.

  • ເນັ້ນ​ກັບ​ຜູ້​ຟັງ​ເລື້ອຍໆວ່າ​ຈະ​ເອົາ​ໄປ​ໃຊ້​ແນວ​ໃດ. ຄວນ​ເຮັດ​ໃຫ້​ຜູ້​ຟັງ​ຮູ້​ຕັ້ງ​ແຕ່​ເລີ່ມ​ຕົ້ນ​ວ່າ: ເລື່ອງ​ນີ້​ມີ​ປະໂຫຍດ​ກັບ​ລາວ ແລະ​ເມື່ອ​ເຈົ້າ​ເວົ້າ​ເຖິງ​ຈຸດ​ສຳຄັນ​ແຕ່​ລະ​ຈຸດ ເຮັດ​ໃຫ້​ຜູ້​ຟັງ​ເຫັນ​ວິທີ​ທີ່​ຈະ​ເອົາ​ໄປ​ໃຊ້​ໄດ້​ແທ້ໆ ບໍ່​ແມ່ນ​ເວົ້າ​ແບບ​ຜ່ານໆ.