ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 14

ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ

ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ

ເຫບເລີ 8:1

ຈຸດ​ສຳຄັນ: ຊ່ວຍ​ຜູ້​ຟັງ​ໃຫ້​ຕິດ​ຕາມ​ຄຳ​ບັນລະຍາຍ​ຂອງ​ເຈົ້າ ແລະ​ເນັ້ນ​ໃຫ້​ເຫັນ​ວ່າ​ຈຸດ​ສຳຄັນ​ແຕ່​ລະ​ຈຸດ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ເປົ້າ​ໝາຍ​ແລະ​ຫົວ​ເລື່ອງ​ຂອງ​ຄຳ​ບັນລະຍາຍ.

ສິ່ງ​ທີ່​ຄວນ​ເຮັດ:

  • ຕັ້ງ​ເປົ້າ​ໝາຍ. ຄິດ​ໃຫ້​ອອກ​ວ່າ​ເປົ້າ​ໝາຍ​ຂອງ​ຄຳ​ບັນລະຍາຍ​ເຈົ້າ​ແມ່ນ​ຫຍັງ ເປັນ​ການ​ໃຫ້​ຂໍ້​ມູນ​ເພື່ອ​ໂນ້ມນ້າວ​ໃຈ​ໃຫ້​ເກີດ​ຄວາມ​ເຊື່ອ ຫຼື​ເພື່ອ​ກະຕຸ້ນ​ຜູ້​ຟັງ ແລ້ວ​ໃຫ້​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ. ເຮັດ​ໃຫ້​ຈຸດ​ສຳຄັນ​ທຸກ​ຈຸດ​ບັນລຸ​ເປົ້າ​ໝາຍ.

  • ເນັ້ນ​ຫົວ​ເລື່ອງ​ຂອງ​ຄຳ​ບັນລະຍາຍ. ຕະຫຼອດ​ຄຳ​ບັນລະຍາຍ​ໃຫ້​ພະຍາຍາມ​ເນັ້ນ​ຫົວ​ເລື່ອງ​ຫຼື​ເນັ້ນ​ຄຳ​ທີ່​ສຳຄັນ​ຢູ່​ໃນ​ຫົວ​ເລື່ອງ​ຫຼື​ຄຳ​ທີ່​ມີ​ຄວາມ​ໝາຍ​ໃກ້​ຄຽງ.

  • ເຮັດ​ໃຫ້​ຈຸດ​ສຳຄັນ​ຊັດເຈນ​ແລະ​ເຂົ້າ​ໃຈ​ງ່າຍ. ເລືອກ​ສະເພາະ​ຈຸດ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວ​ເລື່ອງ​ແລະ​ຈຸດ​ທີ່​ເຈົ້າ​ຈະ​ສອນ​ໄດ້​ຢ່າງ​ເກີດ​ຜົນ​ໃນ​ເວລາ​ທີ່​ກຳໜົດ​ໄວ້. ຢ່າ​ໃຫ້​ມີ​ຈຸດ​ສຳຄັນ​ຫຼາຍ​ເກີນ​ໄປ ບອກ​ແຕ່​ລະ​ຈຸດ​ໃຫ້​ຈະ​ແຈ້ງ ຢຸດ​ກ່ອນ​ຈະ​ເວົ້າ​ຈຸດ​ຕໍ່​ໄປ ແລະ​ພະຍາຍາມ​ເຊື່ອມ​ຕໍ່​ແຕ່​ລະ​ຈຸດ​ໃຫ້​ລ່ຽນ​ໄຫຼ.