ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 16

ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ

ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ

ໂຢບ 16:5

ຈຸດ​ສຳຄັນ: ເນັ້ນ​ການ​ແກ້ໄຂ​ບັນຫາ​ບໍ່​ແມ່ນ​ເນັ້ນ​ທີ່​ບັນຫາ ແລະ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຜູ້​ຟັງ.

ສິ່ງ​ທີ່​ຄວນ​ເຮັດ:

  • ຝຶກ​ເບິ່ງ​ຜູ້​ຟັງ​ໃນ​ແງ່​ບວກ. ເຊື່ອ​ໝັ້ນ​ວ່າ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຖິງ​ວ່າ​ເຈົ້າ​ອາດ​ຕ້ອງ​ໃຫ້​ຄຳ​ແນະນຳ ແຕ່​ຖ້າ​ເປັນ​ໄປ​ໄດ້​ຄວນ​ຊົມ​ເຊີຍ​ດ້ວຍ​ຄວາມ​ຈິງ​ໃຈ​ກ່ອນ.

  • ບໍ່​ເວົ້າ​ໃນ​ແງ່​ລົບ​ຫຼາຍ​ເກີນ​ໄປ. ໃຊ້​ຂໍ້​ມູນ​ໃນ​ແງ່​ລົບ​ເທົ່າ​ທີ່​ຈຳເປັນ​ເທົ່າ​ນັ້ນ ແຕ່​ໂດຍ​ລວມ​ແລ້ວ​ເລື່ອງ​ທີ່​ເວົ້າ​ຄວນ​ເປັນ​ໄປ​ໃນ​ແງ່​ບວກ.

  • ໃຊ້​ຄຳພີ​ໄບເບິນ​ໃຫ້​ເປັນ​ປະໂຫຍດ. ເຮັດ​ໃຫ້​ຜູ້​ຟັງ​ສົນ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ໄປ​ແລ້ວ ສິ່ງ​ທີ່​ພະອົງ​ກຳລັງ​ເຮັດ​ຢູ່ ແລະ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ເພື່ອ​ມະນຸດ​ໃນ​ອະນາຄົດ. ຊ່ວຍ​ໃຫ້​ຜູ້​ຟັງ​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.