ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 17

ການ​ເວົ້າ​ເພື່ອ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ງ່າຍ

ການ​ເວົ້າ​ເພື່ອ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ງ່າຍ

1 ໂກລິນໂທ 14:9

ຈຸດ​ສຳຄັນ: ຊ່ວຍ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ເລື່ອງ​ທີ່​ເຈົ້າ​ເວົ້າ.

ສິ່ງ​ທີ່​ຄວນ​ເຮັດ:

  • ສຶກສາ​ໃຫ້​ລະອຽດ. ເຈົ້າ​ຕ້ອງ​ເຂົ້າ​ໃຈ​ເລື່ອງ​ທີ່​ເວົ້າ​ເປັນ​ຢ່າງ​ດີ​ເພື່ອ​ຈະ​ສາມາດ​ອະທິບາຍ​ເລື່ອງ​ນັ້ນ​ໃນ​ວິທີ​ທີ່​ງ່າຍ​ແລະ​ເປັນ​ຄຳ​ເວົ້າ​ຂອງ​ຕົວ​ເອງ.

  • ໃຊ້​ປະໂຫຍກ​ສັ້ນໆແລະ​ຄຳ​ເວົ້າ​ງ່າຍໆ. ເຖິງ​ວ່າ​ເຮົາ​ອາດ​ຕ້ອງ​ເວົ້າ​ປະໂຫຍກ​ທີ່​ຍາວ ແຕ່​ເມື່ອ​ຖ່າຍ​ທອດ​ຈຸດ​ສຳຄັນ​ກໍ​ຄວນ​ໃຊ້​ຄຳ​ເວົ້າ​ຫຼື​ປະໂຫຍກ​ສັ້ນໆທີ່​ເຂົ້າ​ໃຈ​ງ່າຍ.

  • ອະທິບາຍ​ຄຳ​ທີ່​ບໍ່​ຄຸ້ນ​ເຄີຍ. ຖ້າ​ເປັນ​ໄປ​ໄດ້​ບໍ່​ຄວນ​ໃຊ້​ຄຳ​ທີ່​ຜູ້​ຟັງ​ບໍ່​ຄຸ້ນ​ເຄີຍ ແຕ່​ຖ້າ​ຈຳເປັນ​ຕ້ອງ​ເວົ້າ​ຄຳ​ທີ່​ບໍ່​ຄຸ້ນ​ເຄີຍ ຊື່​ຈາກ​ຄຳພີ​ໄບເບິນ ໜ່ວຍ​ວັດ​ແທກ​ບູຮານ ຫຼື​ຄຳ​ທີ່​ກ່ຽວ​ກັບ​ປະເພນີ​ບູຮານ ກໍ​ຄວນ​ອະທິບາຍ​ຕື່ມ​ເພື່ອ​ໃຫ້​ຜູ້​ຟັງ​ເຂົ້າໃຈ.