ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 18

ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ຜູ້​ຟັງ

ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ຜູ້​ຟັງ

1 ໂກລິນໂທ 9:19-23

ຈຸດ​ສຳຄັນ: ກະຕຸ້ນ​ຄວາມ​ຄິດ​ຜູ້​ຟັງ ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ວ່າ​ໄດ້​ຮຽນ​ຮູ້​ສິ່ງ​ທີ່​ມີ​ຄ່າ.

ສິ່ງ​ທີ່​ຄວນ​ເຮັດ:

  • ໃຫ້​ຄິດ​ກ່ອນ​ວ່າ​ຜູ້​ຟັງ​ຮູ້​ຫຍັງ​ຢູ່​ແລ້ວ. ແທນ​ທີ່​ຈະ​ເວົ້າ​ສິ່ງ​ທີ່​ຜູ້​ຟັງ​ຮູ້​ແລ້ວ ຄວນ​ຊ່ວຍ​ຜູ້​ຟັງ​ໃຫ້​ເຫັນ​ແງ່​ມຸມ​ໃໝ່ໆຈາກ​ເລື່ອງ​ນັ້ນ.

  • ຄົ້ນ​ຄວ້າ​ແລະ​ຄິດ​ໃຄ່​ຄວນ. ຖ້າ​ເປັນ​ໄປ​ໄດ້ ໃຫ້​ເວົ້າ​ຂໍ້​ມູນ​ທີ່​ຜູ້​ຟັງ​ຍັງ​ບໍ່​ຄຸ້ນ​ເຄີຍ​ຫຼື​ເວົ້າ​ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ໃໝ່ໆເພື່ອ​ອະທິບາຍ​ຈຸດ​ສຳຄັນ. ຄິດ​ໃຄ່​ຄວນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ທີ່​ເຈົ້າ​ຈະ​ເວົ້າ​ແລະ​ເຊື່ອມ​ໂຍງ​ໃຫ້​ເຂົ້າ​ກັບ​ຂໍ້​ມູນ​ທີ່​ເຈົ້າ​ໃຊ້​ເພື່ອ​ອ້າງອີງ.

  • ເຮັດ​ໃຫ້​ເຫັນ​ວ່າ​ເລື່ອງ​ທີ່​ເຈົ້າ​ເວົ້າ​ມີ​ປະໂຫຍດ. ອະທິບາຍ​ໃຫ້​ຜູ້​ຟັງ​ເຫັນ​ວ່າ​ຈຸດ​ຕ່າງໆໃນ​ຂໍ້​ພະ​ຄຳພີ​ມີ​ປະໂຫຍດ​ໃນ​ຊີວິດ​ປະຈຳ​ວັນ​ແນວ​ໃດ. ເວົ້າ​ເຖິງ​ສະພາບການ ຄວາມ​ຄິດ ແລະ​ການ​ກະທຳ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ຟັງ​ຢ່າງ​ເຈາະ​ຈົງ.