ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 19

ເຂົ້າ​ເຖິງ​ຫົວໃຈ

ເຂົ້າ​ເຖິງ​ຫົວໃຈ

ສຸພາສິດ 3:1

ຈຸດ​ສຳຄັນ: ຊ່ວຍ​ຜູ້​ຟັງ​ໃຫ້​ເຫັນ​ຄຸນຄ່າ​ແລະ​ນຳ​ເອົາ​ເລື່ອງ​ທີ່​ໄດ້​ຮຽນ​ໄປ​ໃຊ້.

ສິ່ງ​ທີ່​ຄວນ​ເຮັດ:

  • ຊ່ວຍ​ຜູ້​ຟັງ​ໃຫ້​ກວດ​ສອບ​ຕົວ​ເອງ. ໃຊ້​ຄຳຖາມ​ເພື່ອ​ກະຕຸ້ນ​ຜູ້​ຟັງ​ໃຫ້​ກວດ​ສອບ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ.

  • ເຮັດ​ໃຫ້​ເກີດ​ແຮງ​ກະຕຸ້ນ​ທີ່​ດີ. ເຮັດ​ໃຫ້​ຜູ້​ຟັງ​ກວດ​ສອບ​ເບິ່ງ​ຕົວ​ເອງ​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ດີ. ຊ່ວຍ​ຜູ້​ຟັງ​ໃຫ້​ມີ​ແຮງ​ກະຕຸ້ນ​ທີ່​ດີ​ທີ່​ສຸດ​ເຊິ່ງ​ກໍ​ຄື ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ ຕໍ່​ເພື່ອນ​ມະນຸດ ແລະ​ຕໍ່​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ໃຫ້​ຫາ​ເຫດຜົນ​ກັບ​ຜູ້​ຟັງ​ແທນ​ທີ່​ຈະ​ບອກ​ຜູ້​ຟັງ​ໃຫ້​ຮູ້​ໄປ​ເລີຍ. ຢ່າ​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ອາຍ​ຫຼື​ຮູ້ສຶກ​ຜິດ ເມື່ອ​ບັນລະຍາຍ​ຈົບ​ຜູ້​ຟັງ​ຄວນ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຢາກ​ເຮັດ​ດີ​ທີ່​ສຸດ.

  • ກະຕຸ້ນ​ໃຫ້​ຜູ້​ຟັງ​ສົນ​ໃຈ​ທີ່​ພະ​ເຢໂຫວາ. ເນັ້ນ​ວ່າ​ຄຳ​ສອນ ຫຼັກ​ການ ແລະ​ຄຳ​ສັ່ງ​ໃນ​ຄຳພີ​ໄບເບິນ​ສະທ້ອນ​ເຖິງ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ ແລະ​ຄວາມ​ຮັກ​ທີ່​ພະອົງ​ມີ​ຕໍ່​ເຮົາ. ຊ່ວຍ​ຜູ້​ຟັງ​ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຢາກ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ພໍ​ໃຈ.