ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 2

ການ​ເວົ້າ​ທີ່​ເປັນ​ທຳມະຊາດ

ການ​ເວົ້າ​ທີ່​ເປັນ​ທຳມະຊາດ

2 ໂກລິນໂທ 2:17

ຈຸດ​ສຳຄັນ: ເວົ້າ​ໃຫ້​ເປັນ​ທຳມະຊາດ ຈິງ​ໃຈ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເວົ້າ​ແລະ​ຕໍ່​ຜູ້​ຟັງ.

ສິ່ງ​ທີ່​ຄວນ​ເຮັດ:

  • ອະທິດຖານ​ແລະ​ກຽມ​ຕົວຢ່າງ​ດີ. ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ເຖິງ​ເລື່ອງ​ທີ່​ຈະ​ເວົ້າ ບໍ່​ແມ່ນ​ຄິດ​ເຖິງ​ຕົວ​ເອງ. ຄວນ​ຈື່​ຈຸດ​ສຳຄັນ​ທີ່​ເຈົ້າ​ຕ້ອງການ​ນຳ​ສະເໜີ. ໃຫ້​ເວົ້າ​ເປັນ​ຄຳ​ເວົ້າ​ຂອງ​ຕົວ​ເອງ ບໍ່​ແມ່ນ​ອ່ານ​ແຕ່​ໃນ​ເຈ້ຍ​ເທົ່າ​ນັ້ນ.

  • ເວົ້າ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ໃຈ. ໃຫ້​ສົນ​ໃຈ​ທີ່​ຜູ້​ຟັງ. ຄິດ​ວ່າ​ເປັນ​ຫຍັງ​ຜູ້​ຟັງ​ຈຶ່ງ​ຈຳເປັນ​ຕ້ອງ​ຮູ້​ເລື່ອງ​ທີ່​ເຈົ້າ​ເວົ້າ. ເມື່ອ​ເຮັດ​ແບບ​ນັ້ນ​ທ່າ​ທາງ​ແລະ​ສີ​ໜ້າ​ຂອງ​ເຈົ້າ​ກໍ​ຈະ​ສະແດງ​ອອກ​ເຖິງ​ຄວາມ​ຮູ້ສຶກ​ອົບອຸ່ນ ຈິງ​ໃຈ ແລະ​ເປັນ​ມິດ.

  • ເບິ່ງ​ຜູ້​ຟັງ. ໃຫ້​ສົບ​ຕາ​ກັບ​ຜູ້​ຟັງ​ຖ້າ​ການ​ເຮັດ​ແບບ​ນັ້ນ​ບໍ່​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ອຶດ​ອັດ. ເມື່ອ​ບັນລະຍາຍ​ໃຫ້​ເບິ່ງ​ຜູ້​ຟັງ​ເທື່ອ​ລະ​ຄົນ​ແທນ​ທີ່​ຈະ​ກວາດ​ສາຍ​ຕາ ຫຼື​ເບິ່ງ​ຜ່ານໆ.