ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 20

ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ

ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ

ຜູ້​ເທສະໜາ​ປ່າວ​ປະກາດ 12:13, 14

ຈຸດ​ສຳຄັນ: ໃນ​ຄຳ​ລົງ​ທ້າຍ​ເຮັດ​ໃຫ້​ຜູ້​ຟັງ​ຍອມ​ຮັບ​ແລະ​ນຳ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້.

ສິ່ງ​ທີ່​ຄວນ​ເຮັດ:

  • ເຊື່ອມ​ໂຍງ​ຄຳ​ລົງ​ທ້າຍ​ກັບ​ຈຸດ​ສຳຄັນ​ຂອງ​ເລື່ອງ. ເວົ້າ​ຈຸດ​ສຳຄັນ ແລະ​ຫົວ​ເລື່ອງ​ອີກ​ຄັ້ງ.

  • ກະຕຸ້ນ​ໃຈ​ຜູ້​ຟັງ. ໃຫ້​ຜູ້​ຟັງ​ຮູ້​ວ່າ​ຄວນ​ເຮັດ​ຫຍັງ ໃຫ້​ເຫດຜົນ​ທີ່​ດີ​ວ່າ​ເປັນ​ຫຍັງ​ຈຶ່ງ​ຄວນ​ເຮັດ​ສິ່ງ​ນັ້ນ ເວົ້າ​ແບບ​ທີ່​ສະແດງ​ວ່າ​ເຈົ້າ​ເຊື່ອ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ ແລະ​ເຫັນ​ວ່າ​ເລື່ອງ​ນັ້ນ​ສຳຄັນ.

  • ເວົ້າ​ໃຫ້​ສັ້ນ​ແລະ​ງ່າຍໆ. ບໍ່​ຕ້ອງ​ເວົ້າ​ຈຸດ​ສຳຄັນ​ໃໝ່​ອີກ. ແຕ່​ໃຫ້​ເວົ້າ​ໜ້ອຍ​ທີ່​ສຸດ ແລະ​ເວົ້າ​ແບບ​ຂໍຮ້ອງ​ໃຫ້​ຜູ້​ຟັງ​ນຳ​ເລື່ອງ​ທີ່​ຮຽນ​ໄປ​ໃຊ້.