ບົດຮຽນທີ 3
ການໃຊ້ຄຳຖາມ
ມັດທາຍ 16:13-16
ຈຸດສຳຄັນ: ໃຊ້ຄຳຖາມທີ່ເໝາະສົມເພື່ອກະຕຸ້ນຄວາມສົນໃຈຢ່າງຕໍ່ເນື່ອງ ເພື່ອຫາເຫດຜົນກັບຜູ້ຟັງ ແລະເພື່ອເນັ້ນຈຸດສຳຄັນ.
ສິ່ງທີ່ຄວນເຮັດ:
-
ກະຕຸ້ນຄວາມສົນໃຈຢ່າງຕໍ່ເນື່ອງ. ໃຊ້ຄຳຖາມທີ່ກະຕຸ້ນໃຫ້ຜູ້ຟັງຄິດຫຼືສົນໃຈຢາກຮູ້ຄຳຕອບ.
-
ຖາມເພື່ອຫາເຫດຜົນ. ໃຊ້ຄຳຖາມຕໍ່ເນື່ອງເປັນຈຸດໆ ເພື່ອຊ່ວຍຜູ້ຟັງໃຫ້ຄິດຫາເຫດຜົນ ແລະໄດ້ຂໍ້ສະຫຼຸບທີ່ສົມເຫດສົມຜົນ.
-
ຖາມເພື່ອເນັ້ນຈຸດສຳຄັນ. ໃຊ້ຄຳຖາມເພື່ອກະຕຸ້ນຄວາມສົນໃຈກ່ອນຈະເວົ້າເຖິງຈຸດສຳຄັນ ເພື່ອທົບທວນຫຼັງຈາກເວົ້າຈຸດສຳຄັນ ແລະເພື່ອສະຫຼຸບຄຳບັນລະຍາຍ.