ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 4

ກະຕຸ້ນ​ຄວາມ​ສົນ​ໃຈ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ

ກະຕຸ້ນ​ຄວາມ​ສົນ​ໃຈ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ

ມັດທາຍ 22:41-45

ຈຸດ​ສຳຄັນ: ຊ່ວຍ​ຜູ້​ຟັງ​ໃຫ້​ກຽມ​ຄວາມ​ຄິດ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ.

ສິ່ງ​ທີ່​ຄວນ​ເຮັດ:

  • ໃຫ້​ຄິດ​ວ່າ​ເປັນ​ຫຍັງ​ເຈົ້າ​ຕ້ອງ​ອ່ານ​ຂໍ້​ຄຳພີ​ນັ້ນ. ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ​ໃຫ້​ຊ່ວຍ​ຜູ້​ຟັງ​ສັງເກດ​ຈຸດ​ທີ່​ເຈົ້າ​ຕ້ອງການ​ເນັ້ນ

  • ໃຫ້​ຄຳພີ​ໄບເບິນ​ເປັນ​ແຫຼ່ງ​ອ້າງອີງ​ທີ່​ໜ້າ​ເຊື່ອ​ຖື. ເມື່ອ​ເຈົ້າ​ເວົ້າ​ກັບ​ຄົນ​ທີ່​ເຊື່ອ​ເລື່ອງ​ພະເຈົ້າ ໃຫ້​ບອກ​ວ່າ​ຄຳພີ​ໄບເບິນ​ເປັນ “ພະ​ຄຳ​ຂອງ​ພະເຈົ້າ” ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ເຫັນ​ວ່າ​ຄຳພີ​ໄບເບິນ​ເປັນ​ແຫຼ່ງ​ຂອງ​ສະຕິ​ປັນຍາ​ທີ່​ດີ​ທີ່​ສຸດ.

  • ກະຕຸ້ນ​ໃຫ້​ຜູ້​ຟັງ​ສົນ​ໃຈ​ຂໍ້​ຄຳພີ​ທີ່​ຈະ​ອ່ານ. ຕັ້ງ​ຄຳຖາມ​ທີ່​ຄຳພີ​ໄບເບິນ​ຈະ​ຕອບ ເວົ້າ​ເຖິງ​ບັນຫາ​ທີ່​ຄຳພີ​ໄບເບິນ​ຊ່ວຍ​ແກ້ ຫຼື​ເວົ້າ​ເຖິງ​ຫຼັກ​ການ​ທີ່​ຢູ່​ໃນ​ສ່ວນ​ນັ້ນ​ຂອງ​ຂໍ້​ຄຳພີ​ນັ້ນ.