ບົດຮຽນທີ 7
ຖືກຕ້ອງແລະໜ້າເຊື່ອຖື
ລືກາ 1:3
ຈຸດສຳຄັນ: ໃຊ້ແຫຼ່ງຂໍ້ມູນທີ່ໜ້າເຊື່ອຖືເພື່ອຊ່ວຍໃຫ້ຜູ້ຟັງໄດ້ຂໍ້ສະຫຼຸບທີ່ຖືກຕ້ອງ.
ສິ່ງທີ່ຄວນເຮັດ:
-
ໃຊ້ຂໍ້ມູນຈາກແຫຼ່ງທີ່ໜ້າເຊື່ອຖື. ເຈົ້າຕ້ອງໃຊ້ຄຳພີໄບເບິນເປັນແຫຼ່ງຂໍ້ມູນຫຼັກຂອງເຈົ້າ ຖ້າເປັນໄປໄດ້ໃຫ້ອ່ານຈາກຄຳພີໄບເບິນໂດຍກົງ. ຖ້າເຈົ້າອ້າງອີງຂໍ້ມູນທາງວິທະຍາສາດ ຂ່າວ ປະສົບການ ຫຼືຈາກແຫຼ່ງຂໍ້ມູນອື່ນໆ ໃຫ້ກວດເບິ່ງກ່ອນວ່າແຫຼ່ງຂໍ້ມູນນັ້ນເຊື່ອຖືໄດ້ແລະເປັນຂໍ້ມູນທີ່ໃໝ່ຫຼ້າສຸດ.
-
ໃຊ້ແຫຼ່ງຂໍ້ມູນຢ່າງຖືກຕ້ອງ. ອະທິບາຍຂໍ້ຄຳພີນັ້ນໃຫ້ສອດຄ່ອງກັບສ່ວນອື່ນຂອງຄຳພີໄບເບິນ ຫົວເລື່ອງຫຼັກຂອງຄຳພີໄບເບິນ ແລະປຶ້ມອື່ນໆທີ່ມາຈາກ “ທາດທີ່ຊື່ສັດແລະສຸຂຸມ” (ມັດ. 24:45, ລ.ມ.) ເມື່ອໃຊ້ແຫຼ່ງຂໍ້ມູນອື່ນທີ່ບໍ່ແມ່ນຄຳພີໄບເບິນໃຫ້ໃຊ້ຢ່າງຖືກຕ້ອງ ຫຼືບໍ່ເວົ້າບິດເບືອນຈຸດປະສົງຂອງຜູ້ຂຽນ.
-
ຫາເຫດຜົນກັບຜູ້ຟັງ. ຫຼັງຈາກອ່ານຂໍ້ຄຳພີຫຼືຍົກຂໍ້ມູນຈາກແຫຼ່ງອື່ນ ໃຫ້ໃຊ້ຄຳຖາມຫຼືຕົວຢ່າງປຽບທຽບເພື່ອຊ່ວຍໃຫ້ຜູ້ຟັງໄດ້ຂໍ້ສະຫຼຸບດ້ວຍຕົວເອງ.