ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 8

ການ​ໃຊ້​ຕົວຢ່າງ​ປຽບ​ທຽບ

ການ​ໃຊ້​ຕົວຢ່າງ​ປຽບ​ທຽບ

ມັດທາຍ 13:34, 35

ຈຸດ​ສຳຄັນ: ປັບ​ປຸງ​ການ​ສອນ​ຂອງ​ເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ງ່າຍໆທີ່​ໜ້າ​ສົນ​ໃຈ ແລະ​ໃຊ້​ເພື່ອ​ສອນ​ສະເພາະ​ຈຸດ​ທີ່​ສຳຄັນ.

ສິ່ງ​ທີ່​ຄວນ​ເຮັດ:

  • ໃຊ້​ຕົວຢ່າງ​ງ່າຍໆ. ຄື​ກັບ​ພະ​ເຍຊູ​ທີ່​ໃຊ້​ເລື່ອງ​ນ້ອຍໆອະທິບາຍ​ເລື່ອງ​ໃຫຍ່ໆ ແລະ​ໃຊ້​ເລື່ອງ​ງ່າຍໆອະທິບາຍ​ເລື່ອງ​ຍາກໆ. ຢ່າ​ເວົ້າ​ສິ່ງ​ທີ່​ບໍ່​ຈຳເປັນ​ເຊິ່ງ​ອາດ​ເຮັດ​ໃຫ້​ເຂົ້າ​ໃຈ​ຍາກ. ເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ຕົວຢ່າງ​ທີ່​ເຈົ້າ​ໃຊ້​ກົງ​ກັບ​ເລື່ອງ​ທີ່​ເຈົ້າ​ສອນ ເພື່ອ​ບໍ່​ໃຫ້​ຜູ້​ຟັງ​ສັບສົນ​ກັບ​ເລື່ອງ​ທີ່​ບໍ່​ກ່ຽວ​ຂ້ອງ.

  • ຄິດ​ເຖິງ​ຜູ້​ຟັງ. ເລືອກ​ຕົວຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຜູ້​ຟັງ​ເຮັດ ແລະ​ສົນ​ໃຈ. ແຕ່​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຊ້​ຕົວຢ່າງ​ທີ່​ຈະ​ເຮັດ​ໃຫ້​ຜູ້​ຟັງ​ອຶດ​ອັດ​ຫຼື​ບໍ່​ພໍ​ໃຈ.

  • ສອນ​ຈຸດ​ສຳຄັນ. ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ສອນ​ຈຸດ​ທີ່​ສຳຄັນ​ບໍ່​ແມ່ນ​ຈຸດ​ນ້ອຍໆ. ເຮັດ​ໃຫ້​ຜູ້​ຟັງ​ຈື່​ສິ່ງ​ທີ່​ໄດ້​ຮຽນ ບໍ່​ແມ່ນ​ຈື່​ໄດ້​ແຕ່​ຕົວຢ່າງ​ເທົ່າ​ນັ້ນ.