ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 9

ການ​ໃຊ້​ອຸປະກອນ​ຊ່ວຍ​ສອນ​ຢ່າງ​ເໝາະ​ສົມ

ການ​ໃຊ້​ອຸປະກອນ​ຊ່ວຍ​ສອນ​ຢ່າງ​ເໝາະ​ສົມ

ຕົ້ນເດີມ 15:5

ຈຸດ​ສຳຄັນ: ໃຊ້​ອຸປະກອນ​ຊ່ວຍ​ສອນ​ເພື່ອ​ເຮັດ​ໃຫ້​ເຂົ້າ​ໃຈ​ຈຸດ​ສຳຄັນ​ແຈ້ງ​ຂຶ້ນ​ແລະ​ຈື່​ງ່າຍ.

ສິ່ງ​ທີ່​ຄວນ​ເຮັດ:

  • ເລືອກ​ໃຊ້​ອຸປະກອນ​ຊ່ວຍ​ສອນ​ເພື່ອ​ເຮັດ​ໃຫ້​ການ​ສອນ​ມີ​ພະລັງ. ໃຊ້​ຮູບ​ພາບ ແຜນຜັງ ແຜນທີ່ ເສັ້ນ​ສະແດງ​ເວລາ ຫຼື​ເຄື່ອງ​ມື​ອື່ນໆເພື່ອ​ຊ່ວຍ​ເນັ້ນ​ຈຸດ​ສຳຄັນ​ບໍ່​ແມ່ນ​ຈຸດ​ນ້ອຍໆ. ຊ່ວຍ​ໃຫ້​ຜູ້​ຟັງ​ຈື່​ສິ່ງ​ທີ່​ເຈົ້າ​ສອນ ບໍ່​ແມ່ນ​ຈື່​ອຸປະກອນ​ທີ່​ເຈົ້າ​ໃຊ້​ເທົ່າ​ນັ້ນ.

  • ເຮັດ​ໃຫ້​ແນ່​ໃຈ​ວ່າ​ຜູ້​ຟັງ​ທຸກ​ຄົນ​ເຫັນ​ອຸປະກອນ​ຊ່ວຍ​ສອນ.