ຍົກໂທດ
ພະເຢໂຫວາພ້ອມທີ່ຈະຍົກໂທດແທ້ໆບໍ?
ເບິ່ງ 2ປຕ 3:9 ນຳ
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ພສ 78:40, 41; 106:36-46—ເຖິງແມ່ນວ່າຄົນອິດສະຣາເອນໄດ້ເຮັດໃຫ້ພະເຢໂຫວາເຈັບປວດໃຈເລື້ອຍໆແຕ່ເພິ່ນກໍຍົກໂທດໃຫ້ເຂົາເຈົ້າເທື່ອແລ້ວເທື່ອອີກ
-
ລກ 15:11-32—ພະເຢຊູສະແດງໃຫ້ເຫັນເຖິງການຍົກໂທດຂອງພະເຢໂຫວາໂດຍການເວົ້າເຖິງພໍ່ທີ່ມີຄວາມເມດຕາແລະວິທີທີ່ລາວຍົກໂທດໃຫ້ລູກຊາຍທີ່ເຮັດຜິດແຕ່ໄດ້ກັບໃຈໃນພາຍຫຼັງ
-
ພະເຢໂຫວາໄດ້ເຮັດຫຍັງເພື່ອເຮົາຈະໄດ້ຮັບການຍົກໂທດບາບ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ຮຣ 9:22-28—ໂປໂລອະທິບາຍວ່າພະເຢໂຫວາສາມາດຍົກໂທດຄວາມຜິດຂອງເຮົາໄດ້ເພາະພະເຢຊູເສຍສະລະຊີວິດເພື່ອເຮົາ
-
ພນມ 7:9, 10, 14, 15—ໂຢຮັນຂຽນວ່າພະເຈົ້າຍົກໂທດບາບຂອງ “ຄົນກຸ່ມໃຫຍ່” ເພາະວ່າເຂົາເຈົ້າມີຄວາມເຊື່ອໃນການເສຍສະລະຂອງພະເຢຊູ
-
ຖ້າເຮົາຢາກໃຫ້ພະເຢໂຫວາຍົກໂທດໃຫ້ເຮົາ ເຮົາຕ້ອງເຮັດແນວໃດເມື່ອຄົນອື່ນເຮັດຜິດຕໍ່ເຮົາ?
ມທ 6:14, 15; ມຣກ 11:25; ລກ 17:3, 4; ຢກບ 2:13
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ໂຢບ 42:7-10—ກ່ອນທີ່ພະເຢໂຫວາຈະຮັກສາປິ່ນປົວໂຢບແລະອວຍພອນໃຫ້ລາວ ພະເຢໂຫວາຂໍໃຫ້ລາວອະທິດຖານເພື່ອຊາຍ 3 ຄົນທີ່ເວົ້າໃຫ້ລາວ
-
ມທ 18:21-35—ພະເຢຊູເລົ່າເລື່ອງໜຶ່ງທີ່ສະແດງໃຫ້ເຫັນວ່າເຮົາຕ້ອງຍົກໂທດໃຫ້ຄົນອື່ນຖ້າເຮົາຢາກໃຫ້ພະເຢໂຫວາຍົກໂທດໃຫ້ເຮົາ
-
ການສາລະພາບບາບຂອງເຮົາແລະກັບໃຈມີຄວາມສຳຄັນແນວໃດ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ພສ 32:1-5; 51:1, 2, 16, 17—ຍ້ອນກະສັດດາວິດເຮັດບາບຮ້າຍແຮງ ລາວຈຶ່ງຮູ້ສຶກເຈັບປວດໃຈແລະເສຍໃຈ ແລະລາວຈຶ່ງກັບໃຈແທ້ໆ
-
ຢກບ 5:14-16—ຢາໂກໂບອະທິບາຍວ່າຖ້າເຮົາເຮັດບາບຮ້າຍແຮງ ເຮົາຄວນໄປຫາພວກຜູ້ເບິ່ງແຍງ
-
ເຮົາຕ້ອງປ່ຽນແປງຫຍັງແດ່ຖ້າຢາກໃຫ້ພະເຢໂຫວາຍົກໂທດໃຫ້ເຮົາ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
1ກສ 21:27-29; 2ຂຄ 18:18-22, 33, 34; 19:1, 2—ກະສັດອາຮາບເສຍໃຈເມື່ອໄດ້ຍິນວ່າພະເຢໂຫວາຈະລົງໂທດລາວ ແຕ່ລາວພັດບໍ່ໄດ້ສຳນຶກຜິດແທ້ໆໃນສິ່ງທີ່ລາວໄດ້ເຮັດລົງໄປ ດັ່ງນັ້ນພະເຢໂຫວາຈຶ່ງບໍ່ຍົກໂທດໃຫ້ລາວແລະໃຫ້ປະຫານຊີວິດລາວ
-
2ຂຄ 33:1-16—ກະສັດມານາເຊໄດ້ເຮັດສິ່ງທີ່ຊົ່ວແທ້ຊົ່ວວ່າ ແຕ່ພະເຢໂຫວາຍົກໂທດໃຫ້ລາວຍ້ອນລາວສຳນຶກຜິດແທ້ໆ. ຫຼັງຈາກນັ້ນ ມານາເຊພະຍາຍາມຫ້າມພວກອິດສະຣາເອນບໍ່ໃຫ້ນະມັດສະການຮູບບູຊາແລະຊ່ວຍເຂົາເຈົ້າໃຫ້ນະມັດສະການພະເຢໂຫວາ
-
ພະເຢໂຫວາເຕັມໃຈທີ່ຈະຍົກໂທດຫຼາຍສ່ຳໃດຖ້າເຮົາກັບໃຈແທ້ໆ?
ພສ 103:10-14; ອຊຢ 1:18; 38:17; ຢຣມ 31:34; ມກ 7:19
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
2ຊມ 12:13; 24:1; 1ກສ 9:4, 5—ດາວິດໄດ້ເຮັດຜິດຫຼາຍ ແຕ່ພະເຢໂຫວາຍົກໂທດໃຫ້ລາວຍ້ອນລາວສຳນຶກຜິດ ແລະຕໍ່ມາພະເຢໂຫວາບອກວ່າດາວິດເປັນຄົນສັດຊື່
-
ພະເຢຊູຮຽນແບບວິທີທີ່ພະເຢໂຫວາພ້ອມທີ່ຈະຍົກໂທດໃຫ້ຄົນອື່ນແນວໃດ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ມທ 26:36, 40, 41—ລູກສິດທີ່ໃກ້ຊິດທີ່ສຸດຂອງພະເຢຊູເຜີຫຼັບໄປເມື່ອເພິ່ນຕ້ອງການຄວາມຊ່ວຍເຫຼືອຈາກເຂົາເຈົ້າຫຼາຍທີ່ສຸດ ແຕ່ພະເຢຊູເຂົ້າໃຈວ່າເຖິງແມ່ນເຂົາເຈົ້າຕ້ອງການຊ່ວຍເຫຼືອເພິ່ນ ແຕ່ເຂົາເຈົ້າກໍເມື່ອຍຫຼາຍ
-
ມທ 26:69-75; ລກ 24:33, 34; ກຈກ 2:37-41—ເປໂຕປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກພະເຢຊູ ແຕ່ລາວກັບໃຈແລະພະເຢຊູໄດ້ຍົກໂທດໃຫ້ລາວ. ຫຼັງຈາກພະເຢຊູຖືກປຸກໃຫ້ຟື້ນຄືນມາຈາກຕາຍແລ້ວເພິ່ນໄດ້ໄປຢາມເປໂຕແລະຕໍ່ມາໄດ້ໃຊ້ລາວໃນວິທີທີ່ສຳຄັນເພື່ອຊ່ວຍເຫຼືອປະຊາຄົມຕ່າງໆ
-
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຈະບໍ່ຍົກໂທດໃຫ້ທຸກຄົນ?
ມທ 12:31; ຮຣ 10:26, 27; 1ຢຮ 5:16, 17
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ມທ 23:29-33—ພະເຢຊູເຕືອນພວກຄູສອນສາສະໜາແລະພວກຟາຣີຊາຍວ່າເຂົາເຈົ້າຈະຕ້ອງໄດ້ຮັບໂທດໃນເກເຮັນນາ ຫຼືຄວາມພິນາດຢ່າງຖາວອນ
-
ຢຮ 17:12; ມຣກ 14:21—ພະເຢຊູເອີ້ນຢູດາອິສະກາຣີອົດວ່າເປັນ “ຄົນທີ່ຈະຕ້ອງຖືກທຳລາຍ” ແລະບອກວ່າຄືຊິດີກວ່ານີ້ຖ້າຄົນທໍລະຍົດຄົນນີ້ບໍ່ໄດ້ເກີດມາ
-
ອັນໃດຈະຊ່ວຍໃຫ້ເຮົາຍົກໂທດໃຫ້ຄົນອື່ນ?