ນະມັດສະການ
ໃຜແມ່ນຜູ້ດຽວທີ່ເຮົາຄວນນະມັດສະການ?
ອພຍ 34:14; ພບຍ 5:8-10; ອຊຢ 42:8
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ມທ 4:8-10—ຊາຕານສະເໜີທຸກປະເທດໃນໂລກໃຫ້ພະເຢຊູ ຖ້າຫາກວ່າພະເຢຊູນະມັດສະການມັນ ແຕ່ພະເຢຊູປະຕິເສດຂໍ້ສະເໜີນີ້ ໂດຍຕັ້ງໃຈຈະນະມັດສະການພະເຢໂຫວາຜູ້ດຽວເທົ່ານັ້ນ
-
ພນມ 19:9, 10—ທູດສະຫວັນຜູ້ຍິ່ງໃຫຍ່ປະຕິເສດການນະມັດສະການຈາກອັກຄະສາວົກໂຢຮັນ
-
ພະເຢໂຫວາຕ້ອງການໃຫ້ເຮົານະມັດສະການເພິ່ນແນວໃດ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ອຊຢ 1:10-17—ພະເຢໂຫວາບໍ່ຍອມຮັບການນະມັດສະການທີ່ບໍ່ຈິງໃຈຂອງຄົນທີ່ເລືອກທີ່ຈະບໍ່ເຊື່ອຟັງເພິ່ນ
-
ມທ 15:1-11—ຄຳເວົ້າຂອງພະເຢຊູສະແດງໃຫ້ເຫັນວ່າພະເຢໂຫວາບໍ່ຢາກໃຫ້ການນະມັດສະການຂອງເຮົາອາໄສຮີດຄອງປະເພນີຂອງມະນຸດແຕ່ອາໄສກົດໝາຍຂອງພະເຈົ້າ
-
ເມື່ອເປັນໄປໄດ້ ເຮົາຄວນນະມັດສະການພະເຢໂຫວາກັບໃຜ?
ເບິ່ງ ພສ 133:1-3 ນຳ
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ກຈກ 2:40-42—ຄລິດສະຕຽນໃນສະໄໝທຳອິດອະທິດຖານນຳກັນ ໃຊ້ເວລານຳກັນແລະສຶກສາຄຳສອນທີ່ໄດ້ຮັບການດົນໃຈຈາກພະລັງບໍລິສຸດ
-
1ກຣ 14:26-40—ອັກຄະສາວົກໂປໂລຊີ້ນຳໃຫ້ປະຊາຄົມມີກຳລັງໃຈແລະມີລະບຽບຮຽບຮ້ອຍເພື່ອໃຫ້ທຸກຄົນສາມາດຮຽນຮູ້ແລະເຂົ້າໃຈສິ່ງທີ່ກຳລັງສອນ
-
ເຮົາຄວນຈະເຮັດແນວໃດເພື່ອໃຫ້ແນ່ໃຈວ່າພະເຢໂຫວາຍອມຮັບການນະມັດສະການຂອງເຮົາ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ຮຣ 11:6—ອັກຄະສາວົກໂປໂລອະທິບາຍວ່າເຮົາຈຳເປັນຕ້ອງມີຄວາມເຊື່ອຖ້າເຮົາຢາກໃຫ້ພະເຢໂຫວາພໍໃຈການນະມັດສະການຂອງເຮົາ
-
ຢກບ 2:14-17, 24-26—ຢາໂກໂບ ນ້ອງຊາຍຕ່າງພໍ່ຂອງພະເຢຊູ ອະທິບາຍວ່າເຮົາຕ້ອງເຮັດຕາມທີ່ເຮົາເຊື່ອ ຄວາມເຊື່ອຂອງເຮົາກະຕຸ້ນໃຫ້ເຮົາເຮັດຕາມ
-