ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນິດໄສ​ບໍ່​ດີ

ນິດໄສ​ບໍ່​ດີ

ຄລິດສະຕຽນ​ຄວນ​ຫຼີກລ່ຽງ​ນິດໄສ​ບໍ່​ດີ​ອັນ​ໃດ​ແດ່?

ການ​ຂາດ​ຄວາມ​ສຳນຶກ

ມຣກ 7:21-23; ອຟຊ 5:17

ເບິ່ງ 1ປຕ 2:15 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 8:10-20—ຄົນ​ອິດສະຣາເອນ​ບໍ່​ຟັງ​ຜູ້​ພະຍາກອນ​ຊາມູເອນ​ເມື່ອ​ລາວ​ເວົ້າ​ກັບ​ເຂົາເຈົ້າ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ສະຫຼາດ​ທີ່​ຈະ​ມີ​ກະສັດ​ທີ່​ເປັນ​ມະນຸດ

    • 1ຊມ 25:2-13, 34—ນາບານ​ເກືອບ​ເຮັດ​ໃຫ້​ຜູ້​ຊາຍ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ​ຖືກ​ຂ້າ​ຕາຍ​ຍ້ອນ​ລາວ​ບໍ່​ຍອມ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ດາວິດ

ການ​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ

ປຍຈ 7:16; ມທ 7:1-5; ຣມ 14:4, 10-13

ເບິ່ງ ອຊຢ 65:5; ລກ 6:37 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 12:1-7—ພະ​ເຢຊູ​ເປີດເຜີຍ​ນິດໄສ​ທີ່​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ​ຂອງ​ພວກ​ຟາຣີຊາຍ

    • ລກ 18:9-14—ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ບໍ່​ເຫັນດີ​ກັບ​ຜູ້​ຄົນ​ທີ່​ພະຍາຍາມ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ດີ​ກວ່າ​ຄົນ​ອື່ນ

ການ​ບໍ່​ເຊື່ອຟັງ

ການ​ເປັນ​ຄົນ​ຫົວ​ແຂງ

ຢຣມ 13:10

ເບິ່ງ ຢຣມ 7:23-27; ຊຄຢ 7:11, 12 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 36:11-17—ເຊເດກີຢາ​ພິສູດ​ແລ້ວ​ວ່າ​ເປັນ​ກະສັດ​ທີ່​ຊົ່ວ​ຮ້າຍ​ແລະ​ຫົວ​ແຂງ ພະເຈົ້າ​ຈຶ່ງ​ລົງໂທດ​ຊົນຊາດ​ຂອງ​ລາວ

    • ກຈກ 19:8, 9—ໂປໂລ​ຢຸດ​ປະກາດ​ກັບ​ຄົນ​ທີ່​ຫົວ​ແຂງ​ບໍ່​ຍອມ​ເຊື່ອ​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ

ການ​ຜິດ​ຖຽງ​ກັນ

ສພສ 26:20; 1ຕມ 3:2, 3; ຕຕ 3:2

ເບິ່ງ ສພສ 15:18; 17:14; 27:15; ຢກບ 3:17, 18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 13:5-9—ມີ​ການ​ຜິດ​ຖຽງ​ກັນ​ລະຫວ່າງ​ຄົນ​ລ້ຽງ​ສັດ​ຂອງ​ອັບຣາຮາມ​ກັບ​ຄົນ​ລ້ຽງ​ສັດ​ຂອງ​ໂລດ ແຕ່​ອັບຣາຮາມ​ກໍ​ເຮັດ​ໃຫ້​ມີ​ສັນຕິສຸກ

    • ຜຕສ 8:1-3—ພວກ​ຜູ້​ຊາຍ​ໃນ​ຕະກູນ​ເອຟຣາຢິມ​ໃຈ​ຮ້າຍ​ໃຫ້​ຜູ້​ຕັດສິນ​ກີເດໂອນ​ແຮງ ແຕ່​ຄວາມ​ອ່ອນນ້ອມ​ຖ່ອມ​ຕົນ​ຂອງ​ລາວ​ເຮັດ​ໃຫ້​ເຂົາເຈົ້າ​ໃຈ​ເຢັນ​ລົງ

ການ​ຢ້ານ​ມະນຸດ

ພສ 118:6; ສພສ 29:25; ມທ 10:28

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຈຊບ 13:25-33—ພວກ​ຄົນ​ສອດແນມ​ອິດສະຣາເອນ 10 ຄົນ​ຢ້ານ​ສັດຕູ​ຂອງ​ເຂົາເຈົ້າ​ແລະ​ຍ້ອນ​ເຂົາເຈົ້າ​ເວົ້າ​ແນວ​ບໍ່​ດີ​ກ່ຽວກັບ​ແຜ່ນດິນ​ທີ່​ເຂົາເຈົ້າ​ໄປ​ສອດແນມ ຜູ້​ຄົນ​ທີ່​ເຫຼືອ​ກໍ​ຢ້ານ​ຄື​ກັນ

    • ມທ 26:69-75—ຍ້ອນ​ວ່າ​ອັກຄະສາວົກ​ເປໂຕ​ຢ້ານ​ວ່າ​ມະນຸດ​ຈະ​ເຮັດ​ແນວ​ບໍ່​ດີ​ກັບ​ລາວ ລາວ​ຈຶ່ງ​ໄດ້​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ

ການ​ເຮັດ​ເກີນ​ສິດ

ຄວາມ​ກຽດຊັງ

ຄວາມ​ຂີ້​ຄ້ານ

ຄວາມ​ຂີ້​ຢ້ານ

ຄວາມ​ຄຽດແຄ້ນ

1ຊມ 30:6; ອຟຊ 4:31; ກລຊ 3:19

ເບິ່ງ ຢກບ 3:14 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອບດ 10-14—ຄົນ​ເອໂດມ​ໄດ້​ຖືກ​ພະເຈົ້າ​ລົງໂທດ​ຍ້ອນ​ສະແດງ​ຄວາມ​ຄຽດແຄ້ນ​ຕໍ່​ພີ່ນ້ອງ​ຂອງ​ເຂົາເຈົ້າ​ເຊິ່ງ​ກໍ​ຄື​ຄົນ​ອິດສະຣາເອນ

ຄວາມ​ໃຈ​ຮ້າຍ

ພສ 37:8, 9; ສພສ 29:22; ກລຊ 3:8

ເບິ່ງ ສພສ 14:17; 15:18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 37:18, 19, 23, 24, 31-35—ອ້າຍ​ຂອງ​ໂຢເຊັບ​ທຳຮ້າຍ​ລາວ ຂາຍ​ລາວ​ເປັນ​ທາດ ແລະ​ຫຼອກລວງ​ຢາໂຄບ​ໃຫ້​ຄິດ​ວ່າ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ລາວ​ຕາຍ​ແລ້ວ

    • ປຖກ 49:5-7—ຊີເມໂອນ​ກັບ​ເລວີ​ຖືກ​ສາບແຊ່ງ​ເພາະ​ເມື່ອ​ເຂົາເຈົ້າ​ໃຈ​ຮ້າຍ​ເຂົາເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ໂຫດຫ້ຽມ​ຫຼາຍ

    • 1ຊມ 20:30-34—ດ້ວຍ​ຄວາມ​ໃຈ​ຮ້າຍ ກະສັດ​ຊາອູນ​ໄດ້​ດ່າ​ໂຢນາທານ​ລູກ​ຊາຍ​ຂອງ​ໂຕເອງ​ແລະ​ພະຍາຍາມ​ຈະ​ຂ້າ​ລາວ

    • 1ຊມ 25:14-17—ນາບານ​ໄດ້​ດ່າ​ຄົນ​ຂອງ​ດາວິດ ເຊິ່ງ​ເກືອບ​ເຮັດ​ໃຫ້​ຜູ້​ຊາຍ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ​ຖືກ​ຂ້າ​ຕາຍ​ໝົດ

ຄວາມ​ສົງໄສ​ແລະ​ການ​ກ່າວຫາ​ທີ່​ຊົ່ວ​ຮ້າຍ

ໂຢບ 1:9-11; 1ຕມ 6:4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 18:6-9; 20:30-34—ຊາອູນ​ຄິດ​ວ່າ​ດາວິດ​ຈະ​ມາ​ຍາດ​ເອົາ​ຕຳແໜ່ງ​ຂອງ​ລາວ​ຈຶ່ງ​ພະຍາຍາມ​ໃຫ້​ໂຢນາທານ​ຕໍ່ຕ້ານ​ດາວິດ

ຄວາມ​ບໍ່​ຈິງໃຈ

ເບິ່ງ “ບໍ່​ຈິງໃຈ

ຄວາມ​ບໍ່​ນັບຖື

ເບິ່ງ “ບໍ່​ນັບຖື

ຄວາມ​ໂລບ

ເບິ່ງ “ໂລບ

ຄວາມ​ໂຫດ​ຮ້າຍ

ພບຍ 15:7, 8; ມທ 19:8; 1ຢຮ 3:17

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 42:21-24—ອ້າຍ​ຂອງ​ໂຢເຊັບ​ເວົ້າ​ວ່າ​ເຂົາເຈົ້າ​ຮູ້ສຶກ​ບໍ່​ດີ​ຫຼາຍ​ທີ່​ປະຕິບັດ​ຕໍ່​ໂຢເຊັບ​ຢ່າງ​ໂຫດ​ຮ້າຍ

    • ມຣກ 3:1-6—ພະ​ເຢຊູ​ເຈັບ​ປວດ​ຫຼາຍ​ຍ້ອນ​ນິດໄສ​ທີ່​ໂຫດ​ຮ້າຍ​ຂອງ​ພວກ​ຟາຣີຊາຍ

ຄວາມ​ອິດສາ

ເບິ່ງ “ອິດສາ

ຖື​ວ່າ​ໂຕເອງ​ສຳຄັນ​ກວ່າ​ຄົນ​ອື່ນ

ຄລຕ 5:26; ຟລປ 2:3

ເບິ່ງ ສພສ 3:7; 26:12; ຣມ 12:16 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຊມ 15:1-6—ອັບຊາໂລມ​ເປັນ​ຄົນ​ໂອ້​ອວດ​ແລະ​ເຮັດ​ສິ່ງ​ຕ່າງ​ໆ​ເພື່ອ​ເຮັດ​ໃຫ້​ຄົນ​ມັກ​ລາວ​ຫຼາຍ​ກວ່າ​ກະສັດ​ດາວິດ​ພໍ່​ຂອງ​ລາວ

    • ດນອ 4:29-32—ເນື່ອງ​ຈາກ​ກະສັດ​ເນບູກາດເນັດຊາ​ຍິ່ງ​ຈອງຫອງ​ຫຼາຍ ພະ​ເຢໂຫວາ​ຈຶ່ງ​ລົງໂທດ​ລາວ

ນ້ຳໃຈ​ຊີງ​ດີ​ຊີງ​ເດັ່ນ

ອິດສາ ໂລບ

ຣມ 13:9; 1ປຕ 2:1

ເບິ່ງ ຄລຕ 5:26; ຕຕ 3:3 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 26:12-15—ພະ​ເຢໂຫວາ​ອວຍພອນ​ອີຊາກ​ສຳລັບ​ການ​ເຮັດ​ວຽກ​ໜັກ​ຂອງ​ລາວ ແລະ​ພວກ​ຟີລິດສະຕີນ​ກໍ​ເລີ່ມ​ອິດສາ​ລາວ

    • 1ກສ 21:1-19—ກະສັດ​ອາຮາບ​ຜູ້​ຊົ່ວ​ຮ້າຍ​ຢາກ​ຍຶດ​ເອົາ​ສວນ​ໝາກ​ລະແຊັງ​ຂອງ​ນາໂບດ ແລະ​ຄວາມ​ໂລບ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ນາໂບດ​ຖືກ​ໃສ່​ຮ້າຍ​ແລະ​ຖືກ​ຂ້າ

ອວດ​ດີ ຄວາມ​ຍິ່ງ

ເບິ່ງ “ອວດ​ດີ

ຮັກ​ເງິນ ວັດຖຸ​ສິ່ງ​ຂອງ

ມທ 6:24; 1ຕມ 6:10; ຮຣ 13:5

ເບິ່ງ 1ຢຮ 2:15, 16 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 31:24-28—ເຖິງ​ວ່າ​ໂຢບ​ຈະ​ເປັນ​ຄົນ​ລວຍ ແຕ່​ລາວ​ຮັກ​ພະເຈົ້າ​ຫຼາຍ​ກວ່າ​ຊັບ​ສົມບັດ​ຂອງ​ລາວ

    • ມຣກ 10:17-27—ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຮັ່ງ​ຮັກ​ຊັບ​ສົມບັດ​ຂອງ​ລາວ​ຫຼາຍ​ເກີນ​ກວ່າ​ທີ່​ຈະ​ປະຖິ້ມ​ມັນ​ໄວ້​ເບື້ອງ​ຫຼັງ​ແລະ​ຕິດຕາມ​ພະ​ເຢຊູ​ໄປ