ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ

ພະ​ເຢໂຫວາ

ຊື່​ຂອງ​ເພິ່ນ

ເປັນ​ທີ່​ເຂົ້າໃຈ​ກັນ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ໝາຍ​ວ່າ “ເພິ່ນ​ເຮັດ​ໃຫ້​ເປັນ”

ພະ​ເຢໂຫວາ​ກາຍ​ເປັນ​ຫຍັງ ຫຼື​ເຮັດ​ຫຍັງ ເພື່ອ​ຈະ​ເບິ່ງແຍງ​ຜູ້​ຮັບໃຊ້​ຂອງ​ເພິ່ນ?

ເປັນ​ຫຍັງ​ທຸກ​ຄົນ​ຕ້ອງ​ຮູ້​ວ່າ​ພະ​ເຢໂຫວາ​ບໍລິສຸດ​ແລະ​ເພິ່ນ​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ?

ເປັນ​ຫຍັງ​ທຸກ​ຄົນ​ຄວນ​ເຊື່ອຟັງ​ພະ​ເຢໂຫວາ?

ບາງ​ຕຳແໜ່ງ​ຂອງ​ພະ​ເຢໂຫວາ

ກະສັດ​ຕະຫຼອດ​ໄປ—1ຕມ 1:17; ພນມ 15:3

ຄູ​ຜູ້​ຍິ່ງໃຫຍ່—ອຊຢ 30:20

ຜູ້​ມີ​ລິດເດດ​ສູງ​ສຸດ—ປຖກ 17:1; ພນມ 19:6

ພະເຈົ້າ​ສູງ​ສຸດ—ປຖກ 14:18-22; ພສ 7:17

ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ—ອຊຢ 25:8; ອມ 3:7

ພະເຈົ້າ​ອົງ​ຍິ່ງໃຫຍ່—ຮຣ 1:3; 8:1

ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ—1ຊມ 1:11

ພໍ່—ມທ 6:9; ຢຮ 5:21

ຫີນ​ຜາ—ພບຍ 32:4; ອຊຢ 26:4

ຄຸນລັກສະນະ​ທີ່​ໂດດ​ເດັ່ນ​ບາງ​ຢ່າງ​ຂອງ​ພະ​ເຢໂຫວາ

ພະ​ເຢໂຫວາ​ຊີ້​ໃຫ້​ເຫັນ​ຢ່າງ​ຊັດເຈນ​ແນວ​ໃດ​ວ່າ​ເພິ່ນ​ບໍລິສຸດ​ແລະ​ການ​ຮູ້​ເລື່ອງ​ນັ້ນ​ຄວນ​ເຮັດ​ໃຫ້​ເຮົາ​ຢາກ​ເຮັດ​ຫຍັງ?

ອພຍ 28:36; ລລວ 19:2; 2ກຣ 7:1; 1ປຕ 1:13-16

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຊຢ 6:1-8—ເມື່ອ​ຜູ້​ພະຍາກອນ​ເອຊາຢາ​ເຫັນ​ນິມິດ​ຂອງ​ພະ​ເຢໂຫວາ ລາວ​ຮູ້ສຶກ​ວ່າ​ບໍ່​ຄູ່​ຄວນ​ຍ້ອນ​ລາວ​ຮູ້​ວ່າ​ລາວ​ເປັນ​ຄົນ​ບາບ ແຕ່​ທູດສະຫວັນ​ອົງ​ໜຶ່ງ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ເປັນ​ໄປ​ໄດ້​ທີ່​ມະນຸດ​ບໍ່​ສົມບູນແບບ​ຈະ​ສະອາດ​ຕໍ່​ພະ​ເຢໂຫວາ

    • ຣມ 6:12-23; 12:1, 2—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ເຮົາ​ສາມາດ​ຕໍ່ສູ້​ກັບ​ແນວ​ໂນ້ມ​ທີ່​ຜິດ​ບາບ​ຂອງ​ເຮົາ​ແລະ​ໃຊ້​ຊີວິດ​ຕາມ “ທາງ​ບໍລິສຸດ” ໄດ້​ແນວ​ໃດ

ພະ​ເຢໂຫວາ​ມີ​ອຳນາດ​ຫຼາຍ​ສ່ຳ​ໃດ ແລະ​ເພິ່ນ​ໃຊ້​ອຳນາດ​ນັ້ນ​ແນວ​ໃດ​ແດ່?

ອພຍ 15:3-6; 2ຂຄ 16:9; ອຊຢ 40:22, 25, 26, 28-31

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 8:12-18—ໂມເຊ​ບອກ​ຄົນ​ອິດສະຣາເອນ​ວ່າ​ເຂົາເຈົ້າ​ມີ​ສິ່ງ​ດີ​ໆ​ຫຼາຍ​ຢ່າງ​ເພາະ​ພະ​ເຢໂຫວາ​ໃຊ້​ອຳນາດ​ຂອງ​ເພິ່ນ​ອວຍພອນ​ເຂົາເຈົ້າ

    • 1ກສ 19:9-14—ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຜູ້​ພະຍາກອນ​ເອລີຢາ​ໂດຍ​ການ​ສະແດງ​ໃຫ້​ລາວ​ເຫັນ​ລິດ​ອຳນາດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ

ເປັນ​ຫຍັງ​ເຮົາ​ຈຶ່ງ​ໄວ້​ໃຈ​ໄດ້​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຕັດສິນ​ຢ່າງ​ຍຸຕິທຳ?

ພບຍ 32:4; ໂຢບ 34:10; 37:23; ພສ 37:28; ອຊຢ 33:22

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 24:16-22—ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ກັບ​ໂມເຊ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຍຸຕິທຳ ຮັກ ແລະ​ເມດຕາ​ສະເໝີ

    • 2ຂຄ 19:4-7—ກະສັດ​ເຢໂຮຊາຟັດ​ບອກ​ພວກ​ຜູ້​ຕັດສິນ​ວ່າ​ເຂົາເຈົ້າ​ຄວນ​ຕັດສິນ​ຄະດີ​ໂດຍ​ພິຈາລະນາ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຖືກຕ້ອງ ບໍ່​ແມ່ນ​ຈາກ​ສິ່ງ​ທີ່​ມະນຸດ​ເວົ້າ

ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ສະຫຼາດ​ທີ່​ສຸດ?

ພສ 104:24; ສພສ 2:1-8; ຢຣມ 10:12; ຣມ 11:33; 16:27

ເບິ່ງ ພສ 139:14; ຢຣມ 17:10 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 4:29-34—ພະ​ເຢໂຫວາ​ໃຫ້​ກະສັດ​ໂຊໂລໂມນ​ສະຫຼາດ​ກວ່າ​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ

    • ລກ 11:31; ຢຮ 7:14-18—ພະ​ເຢຊູ​ສະຫຼາດ​ກວ່າ​ໂຊໂລໂມນ​ຫຼາຍ ແຕ່​ເພິ່ນ​ຮູ້​ວ່າ​ສະຕິ​ປັນຍາ​ຂອງ​ເພິ່ນ​ມາ​ຈາກ​ພະ​ເຢໂຫວາ

ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ?

ຢຮ 3:16; ຣມ 8:32; 1ຢຮ 4:8-10, 19

ເບິ່ງ ຊຟຢ 3:17; ຢຮ 3:35 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 10:29-31—ພະ​ເຢຊູ​ໃຊ້​ນົກ​ກະຈອກ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເຫັນ​ຄຸນຄ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ເປັນ​ມະນຸດ​ແຕ່​ລະ​ຄົນ​ຫຼາຍ​ປານ​ໃດ

    • ມຣກ 1:9-11—ພະ​ເຢໂຫວາ​ບອກ​ພະ​ເຢຊູ​ວ່າ​ເພິ່ນ​ຮັກ​ພະ​ເຢຊູ​ແລະ​ເພິ່ນ​ພູມໃຈ​ທີ່​ໄດ້​ເປັນ​ພໍ່​ຂອງ​ພະ​ເຢຊູ. ນີ້​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ພໍ່​ແມ່​ເພາະ​ລູກ​ທຸກ​ຄົນ​ຕ້ອງ​ໄດ້​ຍິນ​ສິ່ງ​ເຫຼົ່າ​ນີ້​ຈາກ​ພໍ່​ແມ່

ມີ​ເຫດຜົນ​ຫຍັງ​ອີກ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ? ຄຳພີ​ໄບເບິນ​ເວົ້າ​ເຖິງ​ສິ່ງ​ທີ່​ດີ​ໆ​ຫຼາຍ​ຢ່າງ​ກ່ຽວກັບ​ພະ​ເຢໂຫວາ. ບາງ​ສ່ວນ​ຂອງ​ສິ່ງ​ທີ່​ດີ​ໆ​ເຫຼົ່າ​ນັ້ນ​ມີ​ດັ່ງ​ຕໍ່​ໄປ​ນີ້:

ເພິ່ນ​ໃຈ​ກວ້າງ—ພສ 104:13-15; 145:16

ເພິ່ນ​ຍຸຕິທຳ—ພສ 7:9

ເພິ່ນ​ຍິ່ງໃຫຍ່—ພນມ 4:1-6

ເພິ່ນ​ຍິ່ງໃຫຍ່​ທີ່​ສຸດ—ພສ 8:1; 148:13

ເພິ່ນ​ຖ່ອມ—ພສ 18:35

ເພິ່ນ​ເປັນ​ພະເຈົ້າ​ຕະຫຼອດ​ມາ​ແລະ​ຕະຫຼອດ​ໄປ ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ​ຫຼື​ສິ້ນ​ສຸດ—ພສ 90:2; 93:2

ເພິ່ນ​ພັກດີ—ພນມ 15:4

ເພິ່ນ​ມີ​ຄວາມ​ສຸກ—1ຕມ 1:11

ເພິ່ນ​ມີ​ຄວາມ​ເມດຕາ—ອພຍ 34:6

ເພິ່ນ​ມີ​ສັນຕິສຸກ—ຟລປ 4:9

ເພິ່ນ​ເຫັນ​ທຸກ​ຢ່າງ—2ຂຄ 16:9; ສພສ 15:3

ເພິ່ນ​ອີ່ຕົນ​ເຮົາ—ອຊຢ 49:15; 63:9; ຊຄຢ 2:8

ເພິ່ນ​ອົດທົນ—ອຊຢ 30:18; 2ປຕ 3:9

ເພິ່ນ​ເຮັດ​ດີ​ກັບ​ທຸກ​ຄົນ—ລກ 6:35; ຣມ 2:4

ເຮົາ​ສາມາດ​ໄວ້​ວາງໃຈ​ເພິ່ນ​ໄດ້ ເພິ່ນ​ບໍ່​ປ່ຽນ—ມລກ 3:6; ຢກບ 1:17

ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ກັບ​ພະ​ເຢໂຫວາ​ເມື່ອ​ເຮົາ​ຮູ້​ຈັກ​ເພິ່ນ?

ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ

ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຂໍ​ໃຫ້​ເຮົາ​ເຮັດ​ຫຼາຍ​ເກີນ​ກວ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້?

ພບຍ 10:12; ມກ 6:8; 1ຢຮ 5:3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 30:11-14—ກົດໝາຍ​ທີ່​ໃຫ້​ຜ່ານ​ຜູ້​ພະຍາກອນ​ໂມເຊ​ນັ້ນ​ບໍ່​ຍາກ​ເກີນ​ໄປ​ທີ່​ຄົນ​ອິດສະຣາເອນ​ຈະ​ເຮັດ​ຕາມ​ໄດ້

    • ມທ 11:28-30—ພະ​ເຢຊູ​ບອກ​ລູກສິດ​ວ່າ​ເພິ່ນ​ເປັນ​ນາຍ​ທີ່​ອ່ອນໂຍນ ແລະ​ພະ​ເຢຊູ​ກໍ​ຄື​ກັບ​ພະ​ເຢໂຫວາ​ແທ້​ໆ​

ເປັນ​ຫຍັງ​ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ເຮົາ?

ພສ 105:1, 2; ອຊຢ 43:10-12, 21

ເບິ່ງ ຢຣມ 20:9; ລກ 6:45; ກຈກ 4:19, 20 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 104:1, 2, 10-20, 33, 34—ຜູ້​ຂຽນ​ຄຳພີ​ໄບເບິນ​ສັນລະເສີນ​ພະ​ເຢໂຫວາ​ສຳລັບ​ສິ່ງ​ຕ່າງ​ໆ​ທີ່​ເພິ່ນ​ສ້າງ

    • ພສ 148:1-14—ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ສ້າງ ລວມ​ທັງ​ທູດສະຫວັນ ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ກຽດ​ແລະ​ຄຳ​ສັນລະເສີນ ແລະ​ເຮົາ​ກໍ​ຄວນ​ສັນລະເສີນ​ເພິ່ນ​ຄື​ກັນ

ການ​ປະພຶດ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຍ້ອງຍໍ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

ເຮົາ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ?

ເປັນ​ຫຍັງ​ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດຕຶກຕອງ​ຖ້າ​ເຮົາ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ?

ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ?

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ພະຍາຍາມ​ປິດ​ບັງ​ອັນ​ໃດ​ກໍ​ຕາມ​ໄວ້​ບໍ່​ໃຫ້​ພະ​ເຢໂຫວາ​ຮູ້?

ໂຢບ 34:22; ສພສ 28:13; ຢຣມ 23:24; 1ຕມ 5:24, 25

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 5:20-27—ເກຮາຊີ​ພະຍາຍາມ​ປົກ​ປິດ​ບາບ​ຂອງ​ລາວ ແຕ່​ພະ​ເຢໂຫວາ​ໄດ້​ເປີດເຜີຍ​ໃຫ້​ຜູ້​ພະຍາກອນ​ເອລີຊາ​ຮູ້​ສິ່ງ​ທີ່​ເກຮາຊີ​ໄດ້​ເຮັດ

    • ກຈກ 5:1-11—ອານາເນຍ​ແລະ​ຊະຟີຣາ​ພະຍາຍາມ​ປົກ​ປິດ​ບາບ​ຂອງ​ເຂົາເຈົ້າ​ແຕ່​ພະ​ເຢໂຫວາ​ເປີດເຜີຍ​ແລະ​ລົງໂທດ​ເຂົາເຈົ້າ​ເພາະ​ເຂົາເຈົ້າ​ຕົວະ​ພະລັງ​ບໍລິສຸດ