ອະທິດຖານ
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຟັງແລະຕອບຄຳອະທິດຖານ?
ເບິ່ງ ພສ 66:19; ກຈກ 10:31; ຮຣ 5:7 ນຳ
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
1ກສ 18:36-38—ພະເຢໂຫວາຕອບຄຳອະທິດຖານຂອງຜູ້ພະຍາກອນເອລີຢາຢູ່ເທິງພູເຂົາກາເມນຢ່າງວ່ອງໄວໃນລະຫວ່າງທີ່ລາວປະເຊີນໜ້າກັບຜູ້ພະຍາກອນຂອງພະບາອານ
-
ມທ 7:7-11—ພະເຢຊູສະໜັບສະໜູນເຮົາໃຫ້ອະທິດຖານຕໍ່ໆໄປແລະຮັບຮອງວ່າພະເຢໂຫວາພໍ່ທີ່ປ່ຽມດ້ວຍຄວາມຮັກຟັງເຮົາ
-
ໃຜແມ່ນຜູ້ດຽວທີ່ຄລິດສະຕຽນຄວນອະທິດຖານເຖິງ?
ເຮົາອະທິດຖານໃນນາມຂອງໃຜ?
ພະເຢໂຫວາຟັງຄຳອະທິດຖານຂອງໃຜ?
ພະເຢໂຫວາບໍ່ຟັງຄຳອະທິດຖານຂອງໃຜ?
ສພສ 15:29; 28:9; ອຊຢ 1:15; ມກ 3:4; ຢກບ 4:3; 1ປຕ 3:7
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ຢຊ 24:9, 10—ພະເຢໂຫວາບໍ່ຍອມຟັງບາລາອາມເພາະຄຳຂໍຂອງລາວຂັດກັບຄວາມຕ້ອງການຂອງເພິ່ນ
-
ອຊຢ 1:15-17—ຍ້ອນປະຊາຊົນຂອງເພິ່ນກາຍເປັນຄົນໜ້າຊື່ໃຈຄົດແລະມີຄວາມຜິດຮ້າຍແຮງ ພະເຢໂຫວາຈຶ່ງບໍ່ຟັງຄຳອະທິດຖານຂອງເຂົາເຈົ້າ
-
ປົກກະຕິແລ້ວເຮົາມັກຈະເວົ້າຫຍັງໃນຕອນທ້າຍຂອງຄຳອະທິດຖານຂອງເຮົາ ແລະຍ້ອນຫຍັງ?
ຄຳພີໄບເບິນກຳນົດໃຫ້ເຮົາຕັ້ງທ່າສະເພາະເມື່ອອະທິດຖານບໍ?
ຜູ້ຮັບໃຊ້ຂອງພະເຢໂຫວາສາມາດອະທິດຖານຂໍອັນໃດໄດ້ແດ່ເມື່ອເຂົາເຈົ້າປະຊຸມກັນເພື່ອນະມັດສະການ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
1ຂຄ 29:10-19—ກະສັດດາວິດໄດ້ອະທິດຖານຕໍ່ໜ້າປະຊາຊົນອິດສະຣາເອນເມື່ອເຂົາເຈົ້າບໍລິຈາກສິ່ງຂອງເພື່ອສ້າງວິຫານ
-
ກຈກ 1:12-14—ພວກອັກຄະສາວົກ ພວກນ້ອງຊາຍຂອງພະເຢຊູ ມາຣິອາແມ່ຂອງພະເຢຊູ ແລະພວກຜູ້ຍິງທີ່ສັດຊື່ບາງຄົນມາເຈິກັນຢູ່ໃນຫ້ອງຊັ້ນເທິງໃນເມືອງເຢຣູຊາເລັມແລະອະທິດຖານນຳກັນ
-
ຕອນທີ່ອະທິດຖານ ເປັນຫຍັງເຮົາຈຶ່ງບໍ່ຄວນໂອ້ອວດຫຼືພະຍາຍາມເຮັດໃຫ້ຜູ້ອື່ນປະທັບໃຈ?
ເປັນຫຍັງເຮົາຕ້ອງອະທິດຖານກ່ອນກິນເຂົ້າ?
ເປັນຫຍັງເຮົາຕ້ອງອະທິດຖານເຖິງພະເຢໂຫວາເລື້ອຍໆ?
ຣມ 12:12; ອຟຊ 6:18; 1ທຊ 5:17; 1ປຕ 4:7
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ດນອ 6:6-10—ດານີເອນອະທິດຖານເຖິງພະເຢໂຫວາຕໍ່ໄປຢູ່ໃນບ່ອນທີ່ຄົນອື່ນສາມາດເຫັນລາວ ເຖິງວ່າລາວອາດຖືກຂ້າຍ້ອນເຮັດແບບນັ້ນ
-
ລກ 18:1-8—ພະເຢຊູຍົກຕົວຢ່າງປຽບທຽບເລື່ອງໜຶ່ງຂອງຜູ້ພິພາກສາຄົນໜຶ່ງທີ່ບໍ່ນັບຖືພະເຈົ້າເຊິ່ງໃນທີ່ສຸດກໍຊ່ວຍແມ່ໝ້າຍຄົນໜຶ່ງທີ່ມາຂໍຄວາມຍຸຕິທຳຈາກລາວເລື້ອຍໆເພື່ອສະແດງໃຫ້ເຫັນວ່າພະເຢໂຫວາຈະຟັງເມື່ອເຮົາອະທິດຖານຂໍຄວາມຊ່ວຍເຫຼືອເລື້ອຍໆ
-
ເຮົາຄວນເຮັດແນວໃດຖ້າຢາກໃຫ້ພະເຈົ້າຟັງຄຳອະທິດຖານຂໍການໃຫ້ອະໄພຂອງເຮົາ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
2ກສ 22:11-13, 18-20—ພະເຢໂຫວາເມດຕາແລະມີຄວາມກະລຸນາຕໍ່ກະສັດໂຢຊີຢາຍ້ອນລາວຖ່ອມໃຈແລະພະຍາຍາມເຮັດໃຫ້ພະເຢໂຫວາພໍໃຈ
-
2ຂຄ 33:10-13—ກະສັດມານາເຊຖ່ອມໂຕແລະອ້ອນວອນຂໍພະເຢໂຫວາຍົກໂທດໃຫ້ລາວ. ພະເຢໂຫວາຍົກໂທດໃຫ້ມານາເຊແລະໃຫ້ລາວກັບມາເປັນກະສັດຄືເກົ່າ
-
ເຮົາຕ້ອງເຮັດຫຍັງ ຖ້າເຮົາຢາກໃຫ້ພະເຢໂຫວາຍົກໂທດໃຫ້ເຮົາ?
ເປັນຫຍັງຈຶ່ງດີທີ່ຈະບອກພະເຢໂຫວາວ່າເຮົາຢາກໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ?
ເປັນຫຍັງຄຳອະທິດຖານຂອງເຮົາຄວນສະແດງຄວາມເຊື່ອໃຈໃນພໍ່ເທິງສະຫວັນຂອງເຮົາ?
ເຮົາສາມາດອະທິດຖານກ່ຽວກັບຫຍັງໄດ້ແດ່?
ຂໍໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ
ຂໍໃຫ້ພະເຢໂຫວາເລີ່ມປົກຄອງພວກເຮົາ
ຂໍໃຫ້ທຸກຢ່າງເປັນໄປຕາມທີ່ພະເຢໂຫວາຕ້ອງການໃຫ້ເປັນ
ຂໍໃຫ້ພະເຢໂຫວາໃຫ້ສິ່ງທີ່ເຮົາຈຳເປັນຕ້ອງມີ
ຂໍໃຫ້ພະເຢໂຫວາຍົກໂທດໃຫ້ພວກເຮົາ
ຂໍໃຫ້ພະເຢໂຫວາຊ່ວຍພວກເຮົາບໍ່ໃຫ້ຍອມແພ້ຕໍ່ການລໍ້ໃຈ
ຂອບໃຈພະເຢໂຫວາ
ຂໍໃຫ້ຮູ້ຄວາມຕ້ອງການຂອງພະເຈົ້າ ຂໍໃຫ້ມີຄວາມເຂົ້າໃຈແລະສະຕິປັນຍາ
ເບິ່ງ ພສ 119:34 ນຳ
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
1ກສ 3:11, 12—ກະສັດໂຊໂລໂມນໄດ້ຂໍໃຫ້ມີສະຕິປັນຍາ ແລະພະເຢໂຫວາໄດ້ໃຫ້ລາວມີສະຕິປັນຍາຫຼາຍຈົນບໍ່ມີໃຜຈະທຽບລາວໄດ້
-
ເຮົາສາມາດຂໍພະລັງບໍລິສຸດ
ເຮົາສາມາດອະທິດຖານເພື່ອຜູ້ອື່ນ ລວມທັງຜູ້ທີ່ຖືກຂົ່ມເຫງ
ຍົກຍ້ອງສັນລະເສີນພະເຢໂຫວາ
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
ລກ 10:21—ພະເຢຊູສັນລະເສີນພະເຢໂຫວາຕໍ່ໜ້າທຸກຄົນ ທີ່ເພິ່ນເປີດເຜີຍໃຫ້ຄົນຖ່ອມໄດ້ຮູ້ຄວາມຈິງ
-
ພນມ 4:9-11—ທູດສະຫວັນໃຫ້ກຽດແລະສະຫງ່າລາສີແກ່ພະເຢໂຫວາຕາມທີ່ເພິ່ນສົມຄວນໄດ້ຮັບ
-
ອະທິດຖານເພື່ອຄົນທີ່ມີອຳນາດເພື່ອໃຫ້ເຮົາໄດ້ນະມັດສະການພະເຢໂຫວາຢ່າງສະຫງົບສຸກແລະປະກາດກັບຜູ້ຄົນ
ເບິ່ງ ຢຣມ 29:7 ນຳ
ເໝາະສົມບໍທີ່ຈະອະທິດຖານໃນຕອນທີ່ເຮົາຮັບບັບເຕມາ?
ເໝາະສົມບໍທີ່ຈະອະທິດຖານເພື່ອຜູ້ທີ່ບໍ່ສະບາຍທາງຄວາມເຊື່ອ?
ເປັນຫຍັງຜູ້ຊາຍບໍ່ປົກຫົວຕອນອະທິດຖານ ແລະເປັນຫຍັງບາງຄັ້ງຜູ້ຍິງຈຶ່ງປົກຫົວຕອນອະທິດຖານ?
ມີອັນໃດສຳຄັນກວ່າການອະທິດຖານທີ່ຍາວໆຫຼືການອະທິດຖານທີ່ເຕັມໄປດ້ວຍຄວາມຮູ້ສຶກ?
-
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
-
1ກສ 18:25-29, 36-39—ເມື່ອຜູ້ພະຍາກອນເອລີຢາທ້າທາຍຜູ້ພະຍາກອນຂອງພະບາອານ ເຂົາເຈົ້າໄດ້ອະທິດຖານເຖິງພະຂອງເຂົາເຈົ້າເທື່ອແລ້ວເທື່ອອີກ ແຕ່ພະບາອານກໍບໍ່ຕອບ
-
ກຈກ 19:32-41—ພວກຜູ້ນະມັດສະການຮູບບູຊາໃນເມືອງເອເຟໂຊພາກັນຮ້ອງສຽງດັງເຖິງເທບທິດາອາເຕມິດຈົນສັບສົນວຸ່ນວາຍເປັນເວລາ 2 ຊົ່ວໂມງໂດຍບໍ່ມີຫຍັງເກີດຂຶ້ນ ແຕ່ມີພຽງສິ່ງດຽວທີ່ເກີດຂຶ້ນຄືເຈົ້າເມືອງບອກໃຫ້ເຂົາເຈົ້າຢຸດກໍ່ຄວາມວຸ່ນວາຍ
-