ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອຸທິດ​ໂຕ

ອຸທິດ​ໂຕ

ອັນ​ໃດ​ເປັນ​ແຮງ​ຈູງ​ໃຈ​ທີ່​ເໝາະ​ສົມ​ສຳລັບ​ການ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ພະເຈົ້າ?

ຖ້າ​ເຮົາ​ຕ້ອງການ​ຮັບໃຊ້​ພະເຈົ້າ ເຮົາ​ຄວນ​ເບິ່ງ​ຄຳພີ​ໄບເບິນ​ແນວ​ໃດ?

ເຮົາ​ຕ້ອງ​ຮູ້​ຫຍັງ​ແດ່​ກ່ຽວກັບ​ວິທີ​ທີ່​ພະເຈົ້າ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະນະ​ບາບ?

ການ​ກັບໃຈ​ຈາກ​ຄວາມ​ຜິດ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ໄດ້​ເຮັດ​ໄປ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຫຍັງ?

ກຈກ 3:19; 26:20

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 19:1-10—ຊັກ​ຂ່າຍ ຫົວໜ້າ​ຄົນ​ເກັບ​ພາສີ ກັບໃຈ​ຈາກ​ການ​ເປັນ​ຄົນ​ບໍ່​ສັດຊື່ ແລະ​ລາວ​ໄດ້​ສົ່ງ​ເງິນ​ຄືນ​ຜູ້​ທີ່​ລາວ​ໄດ້​ຂູດຮີດ

    • 1ຕມ 1:12-16—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ລາວ​ປະຖິ້ມ​ຊີວິດ​ທີ່​ຜິດ​ບາບ​ໄວ້​ເບື້ອງ​ຫຼັງ​ໄດ້​ແນວ​ໃດ​ແລະ​ໄດ້​ຮັບ​ການ​ໃຫ້​ອະໄພ​ຍ້ອນ​ຄວາມ​ເມດຕາ​ຂອງ​ພະເຈົ້າ​ແລະ​ພະຄລິດ

ນອກ​ຈາກ​ການ​ເຊົາ​ເຮັດ​ຜິດ​ແລ້ວ ເຮົາ​ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ?

ເຮົາ​ຕ້ອງ​ເຊື່ອຟັງ​ມາດຕະຖານ​ອັນ​ໃດ​ເພື່ອ​ພະເຈົ້າ​ຈະ​ຍອມຮັບ​ວຽກ​ຮັບໃຊ້​ຂອງ​ເຮົາ?

1ກຣ 6:9-11; ກລຊ 3:5-9; 1ປຕ 1:14, 15; 4:3, 4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກຣ 5:1-13—ອັກຄະສາວົກ​ໂປໂລ​ຊີ້ນຳ​ປະຊາຄົມ​ໂກຣິນໂທ​ໃຫ້​ຕັດ​ສຳພັນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ

    • 2ຕມ 2:16-19—ອັກຄະສາວົກ​ໂປໂລ​ເຕືອນ​ຕີໂມທຽວ​ໃຫ້​ຫຼີກລ່ຽງ​ຄຳເວົ້າ​ຂອງ​ຄົນ​ທີ່​ອອກ​ໄປ​ຈາກ​ຄວາມ​ຈິງ ເຊິ່ງ​ແພ່ລາມ​ໄປ​ຄື​ກັບ​ບາດ​ທີ່​ເນົ່າ​ເປື່ອຍ

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ໂລກ​ນີ້?

ອຊຢ 2:3, 4; ຢຮ 15:19

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຮ 6:10-15—ຫຼັງ​ຈາກ​ທີ່​ພະ​ເຢຊູ​ລ້ຽງ​ປະຊາຊົນ​ຈຳນວນ​ຫຼາຍ​ແບບ​ໜ້າ​ອັດສະຈັນ ເຂົາເຈົ້າ​ພະຍາຍາມ​ຈະ​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ ແຕ່​ພະ​ເຢຊູ​ກໍ​ແຍກ​ໄປ​ຢູ່​ຄົນ​ດຽວ

    • ຢຮ 18:33-36—ພະ​ເຢຊູ​ອະທິບາຍ​ວ່າ​ການ​ປົກຄອງ​ຂອງ​ເພິ່ນ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປົກຄອງ​ຂອງ​ມະນຸດ

ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະເຈົ້າ​ແນວ​ໃດ?

ຢຮ 16:13; ຄລຕ 5:22, 23

ເບິ່ງ ກຈກ 20:28; ອຟຊ 5:18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 15:28, 29—ຄະນະ​ກຳມະການ​ປົກຄອງ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ໃຫ້​ເຮັດ​ການ​ຕັດສິນໃຈ​ທີ່​ສຳຄັນ​ກ່ຽວກັບ​ການ​ຮັບ​ສິນຕັດ

ເຮົາ​ຄວນ​ຮຽນ​ແບບ​ວິທີ​ທີ່​ພະ​ເຢຊູ​ຮັບໃຊ້​ພະເຈົ້າ​ແນວ​ໃດ?

ເປັນ​ຫຍັງ​ຄລິດສະຕຽນ​ທີ່​ອຸທິດ​ໂຕ​ຕ້ອງ​ຮັບ​ບັບເຕມາ?

ມທ 28:19, 20; ກຈກ 2:40, 41; 8:12; 1ປຕ 3:21

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 3:13-17—ພະ​ເຢຊູ​ມາ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພໍ່​ແລະ​ຮັບ​ບັບເຕມາ​ເພື່ອ​ເປັນ​ສັນຍະລັກ​ເຖິງ​ເລື່ອງ​ນີ້

    • ກຈກ 8:26-39—ຂ້າລາຊະການ​ຄົນ​ເອທິໂອເປຍ​ຄົນ​ໜຶ່ງ ເຊິ່ງ​ນະມັດສະການ​ພະ​ເຢໂຫວາ​ຢູ່​ແລ້ວ ຢາກ​ຮັບ​ບັບເຕມາ​ຫຼັງ​ຈາກ​ທີ່​ລາວ​ໄດ້​ຍິນ​ຂ່າວດີ​ເລື່ອງ​ພະ​ເຢຊູ