ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຈ​ຮູ້​ຜິດ​ຮູ້​ຖືກ

ໃຈ​ຮູ້​ຜິດ​ຮູ້​ຖືກ

ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເອົາ​ໃຈ​ຮູ້​ຜິດ​ຮູ້​ຖືກ​ໃຫ້​ມະນຸດ​ທຸກ​ຄົນ?

ຣມ 2:14, 15

ເບິ່ງ 2ກຣ 4:2 ນຳ

ຈະ​ເກີດ​ຫຍັງ​ຂຶ້ນ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ​ເມື່ອ​ຄົນ​ໆ​ໜຶ່ງ​ຍັງ​ສືບ​ຕໍ່​ເຮັດ​ໃນ​ສິ່ງ​ທີ່​ບໍ່​ຖືກຕ້ອງ?

1ຕມ 4:2; ຕຕ 1:15

ເບິ່ງ ຮຣ 10:22 ນຳ

ພຽງ​ແຕ່​ເຊື່ອ​ວ່າ​ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນັ້ນ​ຖືກຕ້ອງ​ມັນ​ພຽງ​ພໍ​ແລ້ວ​ບໍ?

ຢຮ 16:2, 3; ຣມ 10:2, 3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 18:1-3; 19:1, 2—ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ກະສັດ​ເຢໂຮຊາຟັດ​ທີ່​ລາວ​ຊ່ວຍ​ກະສັດ​ອາຮາບ​ທີ່​ບໍ່​ດີ

    • ກຈກ 22:19, 20; 26:9-11—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ລາວ​ເຄີຍ​ຄິດ​ວ່າ​ເປັນ​ເລື່ອງ​ຖືກຕ້ອງ​ທີ່​ຈະ​ຂົ່ມເຫງ​ແລະ​ຂ້າ​ລູກສິດ​ຂອງ​ພະຄລິດ

ຈະ​ຝຶກ​ຝົນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຢ່າງ​ເໝາະ​ສົມ​ໄດ້​ແນວ​ໃດ?

2ຕມ 3:16, 17; ຮຣ 5:14

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 24:2-7—ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ກະສັດ​ດາວິດ​ກະຕຸ້ນ​ໃຫ້​ລາວ​ປະຕິບັດ​ຕໍ່​ກະສັດ​ຊາອູນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ດ້ວຍ​ຄວາມ​ເຄົາລົບ​ນັບຖື

ມະນຸດ​ທີ່​ມີ​ບາບ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ຢູ່​ຕໍ່​ໜ້າ​ພະເຈົ້າ​ໄດ້​ແນວ​ໃດ?

ອຟຊ 1:7; ຮຣ 9:14; 1ປຕ 3:21; 1ຢຮ 1:7, 9; 2:1, 2

ເບິ່ງ ພນມ 1:5 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຊຢ 6:1-8—ພະ​ເຢໂຫວາ​ຮັບຮອງ​ກັບ​ຜູ້​ພະຍາກອນ​ເອຊາຢາ​ວ່າ​ບາບ​ຂອງ​ລາວ​ສາມາດ​ໄດ້​ຮັບ​ການ​ໃຫ້​ອະໄພ

    • ພນມ 7:9-14—ຄົນ​ກຸ່ມ​ໃຫຍ່​ເຫຼົ່າ​ນັ້ນ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຍ້ອນ​ການ​ເສຍ​ສະລະ​ຂອງ​ພະຄລິດ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເຮັດ​ຕາມ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ?

ກຈກ 24:15, 16; 1ຕມ 1:5, 6, 19; 1ປຕ 3:16

ເບິ່ງ ຣມ 13:5 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 2:25; 3:6-13—ອາດາມ​ແລະ​ເອວາ​ບໍ່​ສົນໃຈ​ຕໍ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຂົາເຈົ້າ​ແລະ​ຕໍ່​ມາ​ຮູ້ສຶກ​ລະອາຍໃຈ​ທີ່​ບໍ່​ເຊື່ອຟັງ​ພະເຈົ້າ

    • ນຮຢ 5:1-13—ເຈົ້າແຂວງ​ເນເຮມີຢາ​ພະຍາຍາມ​ກະຕຸ້ນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ໝູ່​ເພື່ອນ​ຄົນ​ຢິວ ທີ່​ບໍ່​ສົນໃຈ​ຕໍ່​ກົດໝາຍ​ຂອງ​ພະເຈົ້າ​ແລະ​ເອົາ​ດອກ​ເບ້ຍ​ສູງ

ເປັນ​ຫຍັງ​ເຮົາ​ຄວນ​ລະວັງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ພີ່ນ້ອງ?

ເຮົາ​ຄວນ​ມີ​ເປົ້າໝາຍ​ອັນ​ໃດ​ກ່ຽວກັບ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ?