ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 07

ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ?

ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ?

ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ? ເພິ່ນ​ສູງສົ່ງ​ຈົນ​ເຮົາ​ບໍ່​ມີ​ທາງ​ຈະ​ສະໜິດ​ກັບ​ເພິ່ນ​ໄດ້​ບໍ? ຫຼື​ເຈົ້າ​ຄິດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ພະລັງ​ແຕ່​ບໍ່​ມີ​ຄວາມ​ຮູ້ສຶກ? ພະ​ເຢໂຫວາ​ເປັນ​ແບບ​ໃດ​ແທ້ໆ? ພະ​ເຢໂຫວາ​ບອກ​ໂດຍ​ທາງ​ຄຳ​ພີ​ໄບເບິນ​ວ່າ​ເພິ່ນ​ມີ​ຄຸນ​ລັກສະນະ​ແບບ​ໃດ​ແດ່ ແລະ​ຍັງ​ບອກ​ໃຫ້​ຮູ້​ອີກ​ວ່າ​ເພິ່ນ​ເປັນ​ຫ່ວງ​ເຮົາ.

1. ເປັນ​ຫຍັງ​ເຮົາ​ເບິ່ງ​ບໍ່​ເຫັນ​ພະເຈົ້າ?

“ພະເຈົ້າ​ເປັນ​ຜູ້​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ.” (ໂຢຮັນ 4:24) ພະ​ເຢໂຫວາ​ບໍ່​ໄດ້​ມີ​ຮ່າງກາຍ​ແບບ​ດຽວ​ກັບ​ມະນຸດ. ເພິ່ນ​ມີ​ຮ່າງກາຍ​ສຳລັບ​ສະຫວັນ ເຮົາ​ກໍ​ເລີຍ​ເບິ່ງ​ບໍ່​ເຫັນ​ເພິ່ນ.

2. ພະ​ເຢໂຫວາ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່?

ເຖິງ​ວ່າ​ເຮົາ​ຈະ​ເບິ່ງ​ບໍ່​ເຫັນ​ພະ​ເຢໂຫວາ ແຕ່​ຖ້າ​ເຮົາ​ຮູ້ຈັກ​ເພິ່ນ​ເຮົາ​ກໍ​ຈະ​ຮັກ​ເພິ່ນ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ ແລະ​ເພິ່ນ​ຈະ​ບໍ່​ປະ​ຖິ້ມ​ຄົນ​ທີ່​ພັກດີ​ຕໍ່​ເພິ່ນ.” (ຄຳເພງ 37:28, ລ.ມ.) ເພິ່ນ​ຍັງ “ເມດຕາ​ແລະ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆ” ໂດຍ​ສະເພາະ​ຕໍ່​ຄົນ​ທີ່​ເຈິ​ກັບ​ຄວາມ​ທຸກ. (ຢາໂກໂບ 5:11) “ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະ​ຫຼາຍ ເພິ່ນ​ຄອຍ​ຊ່ວຍ​ຄົນ​ທີ່​ທໍ້​ໃຈ.” (ຄຳເພງ 34:18, ລ.ມ., ໄຂ​ເງື່ອນ) ແລະ​ເຈົ້າ​ຮູ້​ບໍ​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ສົ່ງ​ຜົນ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ນຳ? ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ພະ​ເຢໂຫວາ​ກໍ​ຈະ​ຮູ້ສຶກ​ຜິດ​ຫວັງ​ແລະ​ເສຍໃຈ. (ຄຳເພງ 78:40, 41) ແຕ່​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ດີ​ເພິ່ນ​ກໍ​ຈະ​ດີ​ໃຈ.—ອ່ານ​ສຸພາສິດ 27:11

3. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຮັກ​ເຮົາ?

ຄຸນ​ລັກສະນະ​ເດັ່ນ​ທີ່​ສຸດ​ຂອງ​ພະ​ເຢໂຫວາ​ແມ່ນ​ຄວາມ​ຮັກ. ທີ່​ຈິງ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຍ້ອນ​ເພິ່ນ​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ ແລະ​ຖ້າ​ເຮົາ​ເບິ່ງ​ສິ່ງ​ຕ່າງໆ​ໃນ​ທຳມະຊາດ​ທີ່​ເພິ່ນ​ສ້າງ​ໄວ້​ເຮົາ​ກໍ​ຈະ​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ແທ້ໆ. (ອ່ານ​ກິດຈະການ 14:17) ລອງ​ຄິດ​ເບິ່ງ​ວ່າ​ໂຕ​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່. ເພິ່ນ​ສ້າງ​ເຮົາ​ໃຫ້​ແນມ​ເຫັນ​ສີ​ສັນ​ທີ່​ສົດ​ໃສ ໄດ້​ຍິນ​ສຽງ​ເພງ​ມ່ວນໆ ແລະ​ໄດ້​ຮູ້​ລົດ​ຊາດ​ອາຫານ​ທີ່​ແຊບໆ. ເພິ່ນ​ຢາກ​ໃຫ້​ເຮົາ​ມີຊີ​ວິດ​ທີ່​ມີ​ຄວາມ​ສຸກ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ພະ​ເຢໂຫວາ​ເຮັດ​ສິ່ງ​ຕ່າງໆ​ທີ່​ເປັນ​ຕາ​ງຶດ​ໄດ້​ແນວ​ໃດ. ແລ້ວ​ເພິ່ນ​ເຮັດ​ໃຫ້​ເຮົາ​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ເພິ່ນ​ໂດຍ​ວິທີ​ໃດ.

4. ພະລັງ​ບໍລິສຸດ​ແມ່ນ​ພະລັງ​ທີ່​ພະເຈົ້າ​ໃຊ້​ເຮັດ​ສິ່ງ​ຕ່າງໆ

ປົກກະຕິ​ແລ້ວ​ມະນຸດ​ຈະ​ໃຊ້​ມື​ເຮັດ​ວຽກ ແຕ່​ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ. ບາງ​ຄົນ​ຄິດ​ວ່າ ພະລັງ​ບໍລິສຸດ​ເປັນ​ບຸກຄົນ ແຕ່​ຄຳ​ພີ​ໄບເບິນ​ບອກ​ວ່າ​ພະລັງ​ບໍລິສຸດ​ແມ່ນ​ພະລັງ​ທີ່​ພະ​ເຢໂຫວາ​ໃຊ້​ເຮັດ​ສິ່ງ​ຕ່າງໆ. ອ່ານ​ລູກາ 11:13 ແລະ​ກິດຈະການ 2:17 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະເຈົ້າ​ຈະ “ໃຫ້” ພະລັງ​ບໍລິສຸດ​ຂອງ​ເພິ່ນ​ກັບ​ຄົນ​ທີ່​ຂໍ. ຄັນ​ຊັ້ນ​ເຈົ້າ​ຄິດ​ວ່າ​ພະລັງ​ບໍລິສຸດ​ເປັນ​ບຸກຄົນ ຫຼື​ເປັນ​ພະລັງ​ຂອງ​ພະເຈົ້າ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແນວ​ນັ້ນ?

ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ເຮັດ​ຫຼາຍ​ສິ່ງ​ທີ່​ເປັນ​ຕາ​ງຶດ. ອ່ານ​ຄຳເພງ 33:6 ແລະ 2 ເປໂຕ 1:20, 21 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເຮັດ​ຫຍັງ​ແດ່?

5. ພະ​ເຢໂຫວາ​ມີ​ຄຸນ​ລັກສະນະ​ທີ່​ໜ້າ​ປະທັບ​ໃຈ

ເຖິງ​ວ່າ​ໂມເຊ​ຈະ​ນັບຖື​ພະເຈົ້າ​ມາ​ດົນ​ຫຼາຍ​ປີ​ແລ້ວ ແຕ່​ລາວ​ກໍ​ຍັງ​ຢາກ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ. ລາວ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ “ຂໍ​ໃຫ້​ຂ້ອຍ​ຮູ້ຈັກ​ແນວ​ທາງ​ຂອງ​ພະອົງ ຂ້ອຍ​ຈະ​ໄດ້​ຮູ້ຈັກ​ພະອົງ.” (ອົບພະຍົບ 33:13, ລ.ມ.) ພະ​ເຢໂຫວາ​ຈຶ່ງ​ບອກ​ໂມເຊ​ໃຫ້​ຮູ້​ວ່າ​ເພິ່ນ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່. ອ່ານ​ອົບພະຍົບ 34:4-6 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ບອກ​ໂມເຊ​ວ່າ​ເພິ່ນ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່?

  • ຄຸນ​ລັກສະນະ​ຫຍັງ​ແດ່​ຂອງ​ພະ​ເຢໂຫວາ​ທີ່​ເຈົ້າ​ມັກ​ຫຼາຍ​ທີ່​ສຸດ?

6. ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ

ຄົນ​ເຮັບເຣີ​ເຊິ່ງ​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ເຄີຍ​ເປັນ​ທາດ​ໃນ​ເອຢິບ. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ເຂົາ​ເຈົ້າ​ເຈິ​ກັບ​ຄວາມ​ທຸກ? ເປີດ​ຟາຍ​ສຽງແລະ​ເບິ່ງ​ຄຳ​ພີ​ໄບເບິນ​ໄປ​ນຳ ຫຼື​ອ່ານ​ອົບພະຍົບ 3:1-10. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຫັນ​ມະນຸດ​ເຈິ​ກັບ​ຄວາມ​ທຸກ?—ເບິ່ງ​ຂໍ້ 7 ແລະ 8

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຢາກ​ຊ່ວຍ​ມະນຸດ​ແທ້ໆ​ບໍ​ແລະ​ເພິ່ນ​ຊ່ວຍ​ໄດ້​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

7. ເຮົາ​ເຫັນ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ຈາກ​ສິ່ງ​ຕ່າງໆ​ໃນ​ທຳມະຊາດ

ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ເຫັນ​ຄຸນ​ລັກສະນະ​ຕ່າງໆ​ຂອງ​ເພິ່ນ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ. ເປີດ​ວິດີໂອ. ແລ້ວ​ອ່ານ​ໂຣມ 1:20 ແລະ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ເຫັນ​ຄຸນ​ລັກສະນະ​ຫຍັງ​ແດ່​ຂອງ​ພະ​ເຢໂຫວາ​ໃນ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ?

ບາງ​ຄົນ​ເວົ້າ​ວ່າ: “ພະເຈົ້າ​ບໍ່​ມີ​ແທ້​ດອກ.”

  • ເຈົ້າ​ຄິດ​ແນວ​ໃດ?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ສະຫຼຸບ

ເຖິງ​ວ່າ​ເຮົາ​ຈະ​ເບິ່ງ​ບໍ່​ເຫັນ​ພະ​ເຢໂຫວາ ແຕ່​ເຮົາ​ຮູ້​ວ່າ​ເພິ່ນ​ມີ​ຄຸນ​ລັກສະນະ​ທີ່​ໜ້າ​ປະທັບ​ໃຈ​ຫຼາຍ​ຢ່າງ​ໂດຍ​ສະເພາະ​ຄວາມ​ຮັກ.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ເຮົາ​ເບິ່ງ​ພະ​ເຢໂຫວາ​ບໍ່​ເຫັນ?

  • ພະລັງ​ບໍລິສຸດ​ແມ່ນ​ຫຍັງ?

  • ພະ​ເຢໂຫວາ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ການຮຽນຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ເດັ່ນ 4 ຢ່າງ​ຂອງ​ເພິ່ນ.

“ພະເຈົ້າ​ເປັນ​ພະເຈົ້າ​ແບບ​ໃດ?” (ຫໍສັງເກດການ ສະບັບ​ທີ 1, 2019)

ມາ​ເບິ່ງ​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ທົ່ວ​ທຸກ​ບ່ອນ.

“ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ເປັນ​ຫຍັງ​ຄຳ​ພີ​ໄບເບິນ​ເວົ້າ​ເຖິງ​ພະລັງ​ບໍລິສຸດ​ວ່າ​ເປັນ​ຄື​ກັບ​ມື​ຂອງ​ພະເຈົ້າ.

“ພະລັງ​ບໍລິສຸດ​ແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

ຄົນ​ຕາ​ບອດ​ຄົນ​ໜຶ່ງ​ເຄີຍ​ເຊື່ອ​ວ່າ​ພະເຈົ້າ​ບໍ່​ສົນ​ໃຈ​ລາວ. ແຕ່​ອັນ​ໃດ​ເຮັດ​ໃຫ້​ລາວ​ປ່ຽນ​ຄວາມ​ຄິດ.

“ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້” (ຫໍສັງເກດການ 1 ຕຸລາ 2015)