ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 13

ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ

ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ

ເຈົ້າ​ອາດຈະ​ສົງໄສ​ວ່າ ຖ້າ​ພະເຈົ້າ​ສອນ​ໃຫ້​ຄົນ​ເຮົາ​ຮັກ​ກັນ ແລ້ວ​ເປັນ​ຫຍັງ​ສາສະໜາ​ຕ່າງໆ​ທີ່​ບອກ​ວ່າ​ເຊື່ອ​ພະເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ຊົ່ວ​ຮ້າຍ​ຫຼາຍ​ຢ່າງ? ກໍ​ຍ້ອນ​ວ່າ​ສາສະໜາ​ເຫຼົ່າ​ນັ້ນ​ກຳລັງ​ພາ​ຄົນ​ໄປ​ຜິດ​ທາງ​ແລະ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ສອນ​ແທ້ໆ ເຂົາເຈົ້າ​ກຳລັງ​ເຮັດ​ໃຫ້​ເພິ່ນ​ເສື່ອມ​ເສຍ. ສາສະໜາ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ​ແນວ​ໃດ​ແດ່? ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ສາສະໜາ​ເຫຼົ່າ​ນັ້ນ? ແລະ​ເພິ່ນ​ຈະ​ຈັດການ​ກັບ​ເລື່ອງ​ນີ້​ແນວ​ໃດ?

1. ຄຳ​ສອນ​ຂອງ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ​ແນວ​ໃດ?

ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ “ເອົາ​ຄວາມ​ຈິງ​ຂອງ​ພະເຈົ້າ​ໄປ​ແລກ​ກັບ​ຄວາມ​ຕົວະ.” (ໂຣມ 1:25) ສາສະໜາ​ສ່ວນ​ຫຼາຍ​ບໍ່​ໄດ້​ສອນ​ຜູ້​ຄົນ​ເລື່ອງ​ຊື່​ຂອງ​ພະເຈົ້າ. ແຕ່​ຄຳ​ພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ເອີ້ນ​ພະເຈົ້າ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ. (ໂຣມ 10:13, 14) ຖ້າ​ມີ​ເລື່ອງ​ຊົ່ວ​ຮ້າຍ​ເກີດຂຶ້ນ ຜູ້​ສອນ​ສາສະໜາ​ບາງ​ຄົນ​ບອກ​ວ່າ​ນັ້ນ​ເປັນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ. ແຕ່​ນີ້​ບໍ່​ແມ່ນ​ຄວາມ​ຈິງ. ພະເຈົ້າ​ບໍ່​ເຮັດ​ເລື່ອງ​ຊົ່ວ​ຮ້າຍ​ແນ່ນອນ. (ອ່ານ​ຢາໂກໂບ 1:13) ຄຳ​ສອນ​ຜິດໆ​ຂອງ​ສາສະໜາ​ເຫຼົ່າ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ບໍ່​ຢາກ​ນັບຖື​ພະເຈົ້າ.

2. ການ​ກະທຳ​ຂອງ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ​ແນວ​ໃດ?

ຜູ້​ຄົນ​ໃນ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ບໍ່​ໄດ້​ຮຽນ​ແບບ​ພະເຈົ້າ. ຄຳ​ພີ​ໄບເບິນ​ບອກ​ວ່າ “ບາບ​ຂອງ [ເຂົາເຈົ້າ] ກອງ​ສູງ​ຂຶ້ນ​ໄປ​ຮອດ​ສະຫວັນ​ແລ້ວ.” (ພະນິມິດ 18:5) ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມາ ສາສະໜາ​ມັກ​ຈະ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ ສະໜັບສະໜູນ​ສົງຄາມ ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ໃຫ້​ຄົນ​ຈຳນວນ​ນັບ​ບໍ່​ຖ້ວນ​ຕ້ອງ​ຕາຍ. ສ່ວນ​ຜູ້​ສອນ​ສາສະໜາ​ບາງ​ຄົນ​ກໍ​ຢາກ​ລ້ຳ​ລວຍ​ແລະ​ມີ​ຊີວິດ​ທີ່​ຫຼູຫຼາ​ສະດວກ​ສະບາຍ ເຂົາເຈົ້າ​ກໍ​ເລີຍ​ຂໍ​ເງິນ​ບໍລິຈາກ​ກັບ​ສະມາຊິກ​ຂອງ​ເຂົາເຈົ້າ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ບໍ່​ຮູ້ຈັກ​ພະເຈົ້າ​ເລີຍ ແລະ​ເພິ່ນ​ກໍ​ບໍ່​ຍອມ​ຮັບ​ເຂົາເຈົ້າ.​—ອ່ານ 1 ໂຢຮັນ 4:8

3. ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

ຖ້າ​ເຈົ້າ​ເອງ​ຍັງ​ຮູ້ສຶກ​ບໍ່​ມັກ​ສິ່ງ​ທີ່​ພວກ​ຜູ້​ສອນ​ສາສະໜາ​ເຮັດ ແລ້ວ​ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ? ພະ​ເຢໂຫວາ​ຮັກ​ຜູ້​ຄົນ​ຫຼາຍ ເພິ່ນ​ເລີຍ​ບໍ່​ພໍ​ໃຈ​ທີ່​ພວກ​ຜູ້​ສອນ​ສາສະໜາ​ສອນ​ຜິດໆ​ກ່ຽວ​ກັບ​ເພິ່ນ​ແລະ​ເຮັດ​ບໍ່​ດີ​ກັບ​ສະມາຊິກ​ຂອງ​ໂຕ​ເອງ. ເພິ່ນ​ສັນຍາ​ວ່າ​ສາສະໜາ​ແບບ​ນີ້​ຈະ​ຖືກ​ທຳລາຍ​ແລະ ‘ຈະ​ບໍ່​ມີ​ໃຜ​ໄດ້​ເຫັນ​ອີກ​ເລີຍ.’ (ພະນິມິດ 18:21) ອີກ​ບໍ່​ດົນ ພະເຈົ້າ​ຈະ​ທຳລາຍ​ທຸກ​ສາສະໜາ​ທີ່​ພາ​ຜູ້​ຄົນ​ໄປ​ຜິດ​ທາງ.​—ພະນິມິດ 18:8

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ ສາສະໜາ​ເຫຼົ່າ​ນັ້ນ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ເຊົາ​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ.

4. ພະເຈົ້າ​ບໍ່​ໄດ້​ຍອມ​ຮັບ​ທຸກ​ສາສະໜາ

ຫຼາຍ​ຄົນ​ເຊື່ອ​ວ່າ​ສາສະໜາ​ກໍ​ເປັນ​ຄື​ກັບ​ຫົນ​ທາງ​ຫຼາຍ​ເສັ້ນ​ທີ່​ພາ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ດຽວ​ກັນ ເຂົາເຈົ້າ​ຄິດ​ວ່າ​ທຸກ​ສາສະໜາ​ກໍ​ສອນ​ໃຫ້​ຄົນ​ເປັນ​ຄົນ​ດີ ແລະ​ພະເຈົ້າ​ກໍ​ໜ້າ​ຈະ​ຍອມ​ຮັບ​ທຸກ​ສາສະໜາ. ແຕ່​ນັ້ນ​ເປັນ​ເລື່ອງ​ຈິງ​ບໍ? ອ່ານ​ມັດທາຍ 7:13, 14 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳ​ພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ?

ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳ​ພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ຍອມ​ຮັບ​ທຸກ​ສາສະໜາ​ບໍ?

5. ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ບໍ່​ໄດ້​ຮຽນ​ແບບ​ພະເຈົ້າ​ໃນ​ການ​ສະແດງ​ຄວາມ​ຮັກ

ຫຼາຍ​ສາສະໜາ​ເຮັດ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ພະເຈົ້າ​ຜິດ. ເລື່ອງ​ໜຶ່ງ​ທີ່​ຮ້າຍແຮງ​ກໍ​ຄື​ການ​ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ. ມາ​ເບິ່ງ​ຕົວຢ່າງ​ໃນ​ເລື່ອງ​ນີ້​ນຳ​ກັນ ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄລິດ​ຕະ​ຈັກ​ເຮັດ​ຫຍັງ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ?

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ?

ອ່ານ​ໂຢຮັນ 13:34, 35 ແລະ 17:16. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ທີ່​ເຫັນ​ວ່າ​ສາສະໜາ​ຕ່າງໆ​ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ?

  • ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ. ເຈົ້າ​ເຫັນ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ສາສະໜາ​ຕ່າງໆ​ບໍ່​ໄດ້​ຮຽນ​ແບບ​ພະເຈົ້າ​ໃນ​ການ​ສະແດງ​ຄວາມ​ຮັກ?

ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ບໍ່​ໄດ້​ຮຽນ​ແບບ​ພະເຈົ້າ​ໃນ​ການ​ສະແດງ​ຄວາມ​ຮັກ

6. ພະເຈົ້າ​ຢາກ​ຊ່ວຍ​ຜູ້​ຄົນ​ໃຫ້​ອອກ​ມາ​ຈາກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ

ອ່ານ​ພະນິມິດ 18:4 a ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະເຈົ້າ​ຢາກ​ຊ່ວຍ​ທຸກ​ຄົນ​ໃຫ້​ອອກ​ມາ​ຈາກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

7. ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ​ທ່ຽງ​ແທ້​ຕໍ່ໆ​ໄປ

ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ເຈົ້າ​ບໍ່​ຢາກ​ຮູ້ຈັກ​ພະເຈົ້າ​ບໍ? ລອງ​ຄິດ​ເຖິງ​ລູກ​ຄົນ​ໜຶ່ງ​ທີ່​ບໍ່​ເຊື່ອ​ຟັງ​ພໍ່. ລາວ​ຍ້າຍ​ອອກ​ຈາກ​ເຮືອນ​ໄປ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ. ທັງໆ​ທີ່​ພໍ່​ຫ້າມ​ລາວ​ແລ້ວ​ແຕ່​ລາວ​ກໍ​ບໍ່​ຟັງ. ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ຄວນ​ໂທດ​ພໍ່​ທີ່​ລູກ​ເຮັດ​ແບບ​ນັ້ນ?

  • ເມື່ອ​ເຫັນ​ຫຼາຍ​ສາສະໜາ​ເຮັດ​ເລື່ອງ​ທີ່​ບໍ່​ດີ ເຈົ້າ​ຄິດ​ວ່າ​ຖືກ​ບໍ​ທີ່​ຈະ​ໂທດ​ພະ​ເຢໂຫວາ​ແລະ​ເຊົາ​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ?

ບາງ​ຄົນ​ເວົ້າ​ວ່າ: “ສາສະໜາ​ໃດ​ກໍ​ຄື​ກັນ​ຫັ້ນ​ແຫຼະ ທຸກ​ສາສະໜາ​ກໍ​ສອນ​ໃຫ້​ຄົນ​ເປັນ​ຄົນ​ດີ.”

  • ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ນຳ​ບໍ?

  • ເຖິງ​ວ່າ​ຫຼາຍ​ສາສະໜາ​ຈະ​ບອກ​ວ່າ​ສອນ​ສິ່ງ​ດີໆ ແຕ່​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ສາສະໜາ​ເຫຼົ່າ​ນັ້ນ?

ສະຫຼຸບ

ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ​ໂດຍ​ຄຳ​ສອນ​ຜິດໆ​ແລະ​ການ​ກະທຳ​ທີ່​ບໍ່​ດີ​ຫຼາຍ​ຢ່າງ. ພະເຈົ້າ​ຈະ​ທຳລາຍ​ສາສະໜາ​ເຫຼົ່າ​ນັ້ນ.

ຄຳຖາມ​ທົບ​ທວນ

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ສອນ​ຄຳ​ສອນ​ຜິດໆ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ?

  • ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

  • ພະເຈົ້າ​ຈະ​ເຮັດ​ຫຍັງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ເບິ່ງ​ເຫດຜົນ 2 ຢ່າງ​ທີ່​ເຮັດ​ໃຫ້​ພະເຈົ້າ​ບໍ່​ຍອມ​ຮັບ​ສາສະໜາ​ສ່ວນ​ຫຼາຍ.

“ທຸກ​ສາສະໜາ​ກໍ​ຄື​ກັນ ແທ້​ບໍ? ພະເຈົ້າ​ຍອມ​ຮັບ​ທຸກ​ສາສະໜາ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ນະມັດສະການ​ເພິ່ນ​ຮ່ວມ​ກັບ​ຄົນ​ອື່ນໆ?

“ຈຳເປັນ​ບໍ​ທີ່​ຕ້ອງ​ເປັນ​ສະມາຊິກ​ຂອງ​ສາສະໜາ?” (ບົດ​ຄວາມ​ໃນ​ເວັບໄຊ)

ບາດ​ຫຼວງ​ຄົນ​ໜຶ່ງ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ກັບ​ສາສະໜາ​ທີ່​ລາວ​ເຄີຍ​ນັບຖື. ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ເລື່ອງ​ນີ້​ມາ​ເຮັດ​ໃຫ້​ລາວ​ບໍ່​ຢາກ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ.

“ອັນ​ໃດ​ເຮັດ​ໃຫ້​ບາດ​ຫຼວງ​ລາ​ອອກ​ຈາກ​ໂບດ?” (ຕື່ນ​ເຖີດ! ກຸມພາ 2015)

ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ມາ​ແລ້ວ ທີ່​ສາສະໜາ​ສອນ​ຜິດໆ​ກ່ຽວ​ກັບ​ພະເຈົ້າ​ເຊິ່ງ​ເຮັດ​ໃຫ້​ຜູ້​ຄົນ​ເຊື່ອ​ວ່າ​ເພິ່ນ​ບໍ່​ສົນ​ໃຈ​ເຮົາ​ແລະ​ເພິ່ນ​ເປັນ​ພະເຈົ້າ​ທີ່​ໂຫດ​ຮ້າຍ. ມາ​ເບິ່ງ​ຕົວຢ່າງ​ຂອງ​ຄຳ​ສອນ​ຜິດໆ 3 ຢ່າງ.

“ຄຳ​ຕົວະ​ທີ່​ເຮັດ​ໃຫ້​ມະນຸດ​ບໍ່​ຢາກ​ຮັກ​ພະເຈົ້າ” (ຫໍສັງເກດການ 1 ພະຈິກ 2​013)

a ເພື່ອ​ເບິ່ງ​ວ່າ​ເປັນ​ຫຍັງ​ປຶ້ມ​ພະນິມິດ​ຈຶ່ງ​ເວົ້າ​ເຖິງ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ວ່າ​ເປັນ​ຄື​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ບາບີໂລນ​ໃຫຍ່ ຂໍ​ໃຫ້​ເບິ່ງ ຄຳ​ອະທິບາຍ​ເພີ່ມ​ເຕີມ 1.