ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 26

ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ຊົ່ວ​ແລະ​ຄວາມທຸກ?

ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ຊົ່ວ​ແລະ​ຄວາມທຸກ?

ຕອນ​ທີ່​ມີ​ເລື່ອງ​ຮ້າຍໆ​ເກີດຂຶ້ນ ຫຼາຍ​ຄົນ​ກໍ​ມັກ​ຈະ​ສົງໄສ​ວ່າ “ເປັນ​ຫຍັງ​ເລື່ອງ​ແບບ​ນີ້​ຈຶ່ງ​ເກີດຂຶ້ນ?” ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ!

1. ໂລກ​ນີ້​ເລີ່ມ​ມີ​ຄວາມ​ຊົ່ວ​ຍ້ອນ​ຊາຕານ​ເຮັດ​ຫຍັງ?

ຊາຕານ​ກະບົດ​ຕໍ່​ພະເຈົ້າ. ມັນ​ຢາກ​ມີ​ອຳ​ນາດ​ເໜືອ​ເພິ່ນ ມັນ​ເລີຍ​ລໍ້​ລວງ​ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳ​ອິດ​ໃຫ້​ບໍ່​ເຊື່ອ​ຟັງ​ພະເຈົ້າ​ນຳ. ມັນ​ເຮັດ​ແບບ​ນັ້ນ​ໂດຍ​ການ​ເວົ້າ​ຕົວະ​ເອວາ. (ຕົ້ນເດີມ 3:1-5) ຊາຕານ​ເຮັດ​ໃຫ້​ເອວາ​ເຂົ້າ​ໃຈ​ຜິດ​ວ່າ​ພະເຈົ້າ​ບໍ່​ຢາກ​ໃຫ້​ລາວ​ໄດ້​ຮັບ​ສິ່ງ​ທີ່​ດີ. ແລະ​ມັນ​ຢາກ​ໃຫ້​ລາວ​ຄິດ​ວ່າ ຖ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ລາວ​ກໍ​ຈະ​ມີ​ຄວາມສຸກ​ຫຼາຍ​ກວ່າ. ຊາຕານ​ເວົ້າ​ຕົວະ​ເທື່ອ​ທຳ​ອິດ​ໂດຍ​ບອກ​ເອວາ​ວ່າ​ລາວ​ຈະ​ບໍ່​ຕາຍ. ຄຳ​ພີ​ໄບເບິນ​ກໍ​ເລີຍ​ບອກ​ວ່າ​ຊາຕານ “ເປັນ​ຈອມ​ຂີ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.”ໂຢຮັນ 8:44

2. ອາດາມ​ກັບ​ເອວາ​ຕັດສິນ​ໃຈ​ເຮັດ​ຫຍັງ?

ພະ​ເຢໂຫວາ​ໃຈ​ດີ​ກັບ​ອາດາມ​ແລະ​ເອວາ​ຫຼາຍ. ເພິ່ນ​ບອກ​ວ່າ​ເຂົາເຈົ້າ​ຈະ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໃດ​ກໍ​ໄດ້​ໃນ​ສວນ​ເອເດນ​ຍົກ​ເວັ້ນ​ແຕ່​ຕົ້ນ​ດຽວ. (ຕົ້ນເດີມ 2:15-17) ແຕ່​ເຂົາເຈົ້າ​ຕັດສິນ​ໃຈ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ພະເຈົ້າ​ຫ້າມ​ກິນ. ເອວາ ‘ເກັບ​ໝາກ​ໄມ້​ນັ້ນ​ມາ​ກິນ.’ ແລ້ວ​ຕໍ່ມາ ອາດາມ “ກໍ​ກິນ” ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ​ນຳ. (ຕົ້ນເດີມ 3:6, ລ.ມ.) ເຂົາເຈົ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ. ຍ້ອນ​ອາດາມ​ກັບ​ເອວາ​ເປັນ​ມະນຸດ​ສົມບູນ​ແບບ ການ​ເຊື່ອ​ຟັງ​ພະເຈົ້າ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ຍາກ​ເລີຍ. ແຕ່​ເຂົາເຈົ້າ​ພັດ​ຕັ້ງ​ໃຈ​ບໍ່​ເຊື່ອ​ຟັງ​ເພິ່ນ ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ເປັນ​ການ​ເຮັດ​ບາບ​ຕໍ່​ພະ​ເຢໂຫວາ ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ອຳ​ນາດ​ຂອງ​ເພິ່ນ. ການ​ຕັດສິນ​ໃຈ​ໃນ​ເທື່ອ​ນັ້ນ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຜົນ​ເສຍຫາຍ​ທີ່​ຮ້າຍແຮງ​ຫຼາຍ.—ຕົ້ນເດີມ 3:16-19

3. ການ​ຕັດສິນ​ໃຈ​ຂອງ​ອາດາມ​ກັບ​ເອວາ​ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ?

ຕອນ​ທີ່​ອາດາມ​ກັບ​ເອວາ​ເຮັດ​ບາບ ເຂົາເຈົ້າ​ກໍ​ກາຍ​ເປັນ​ຄົນ​ບໍ່​ສົມບູນ​ແບບ ນີ້​ເລີຍ​ເຮັດ​ໃຫ້​ລູກ​ຫຼານ​ທີ່​ເກີດ​ມາ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ຄື​ກັບ​ເຂົາເຈົ້າ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພາະ​ຄົນ​ຜູ້​ດຽວ ແລະ​ຄວາມ​ຕາຍ​ກໍ​ເກີດຂຶ້ນ​ຍ້ອນ​ບາບ​ນັ້ນ ແລ້ວ​ຄວາມ​ຕາຍ​ຈຶ່ງ​ລາມ​ໄປ​ເຖິງ​ທຸກ​ຄົນ.”ໂຣມ 5:12

ເປັນ​ຫຍັງ​ທຸກ​ມື້​ນີ້​ຈຶ່ງ​ມີ​ຄວາມທຸກ? ມີ​ຫຼາຍ​ສາເຫດ ເຊັ່ນ ບາງເທື່ອ​ເຮົາ​ອາດຈະ​ຕ້ອງ​ເຈິ​ກັບ​ບັນຫາ​ຍ້ອນ​ການ​ຕັດສິນ​ໃຈ​ທີ່​ຜິດ​ພາດ​ຂອງ​ໂຕ​ເຮົາ​ເອງ​ຫຼື​ຂອງ​ຄົນ​ອື່ນ. ຫຼື​ບາງເທື່ອ​ເຮົາ​ອາດຈະ​ໄປ​ຢູ່​ຜິດ​ບ່ອນ​ຜິດ​ເວລາ.—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 9:11

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ບໍ່​ແມ່ນ​ຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ​ແລະ​ຄວາມທຸກ​ທີ່​ມີ​ຢູ່​ໃນ​ທຸກ​ມື້​ນີ້ ແລະ​ເພິ່ນ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຮົາ​ຕ້ອງ​ເຈິ​ກັບ​ຄວາມທຸກ.

4. ໃຜ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມທຸກ

ຫຼາຍ​ຄົນ​ບອກ​ວ່າ​ພະເຈົ້າ​ຄວບຄຸມ​ທຸກ​ສິ່ງ​ໃນ​ໂລກ. ແຕ່​ເປັນ​ແບບ​ນັ້ນ​ແທ້ໆ​ບໍ? ເປີດ​ວິດີໂອ.

ອ່ານ​ຢາໂກໂບ 1:13 ແລະ 1 ໂຢຮັນ 5:19 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະເຈົ້າ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ​ແລະ​ຄວາມທຸກ​ບໍ?

5. ເກີດ​ຫຍັງ​ຂຶ້ນ​ເມື່ອ​ຊາຕານ​ປົກຄອງ​ໂລກ

ອ່ານ​ຕົ້ນເດີມ 3:1-6 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຊາຕານ​ຕົວະ​ວ່າ​ແນວ​ໃດ?—ເບິ່ງ​ຂໍ້ 4 ແລະ 5

  • ຊາຕານ​ເວົ້າ​ຫຍັງ​ທີ່​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ​ວ່າ​ພະເຈົ້າ​ບໍ່​ຢາກ​ໃຫ້​ມະນຸດ​ໄດ້​ຮັບ​ສິ່ງ​ດີໆ?

  • ຈາກ​ທີ່​ຊາຕານ​ເວົ້າ ມັນ​ບອກ​ວ່າ​ມະນຸດ​ຕ້ອງ​ໃຫ້​ພະ​ເຢໂຫວາ​ປົກຄອງ​ບໍ​ຈຶ່ງ​ຈະ​ມີ​ຄວາມສຸກ​ໄດ້?

ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 8:9 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໂລກ​ນີ້​ເປັນ​ແນວ​ໃດ​ເມື່ອ​ພະ​ເຢໂຫວາ​ບໍ່​ໄດ້​ປົກຄອງ?

  1. ກ. ອາດາມ​ກັບ​ເອວາ​ເປັນ​ມະນຸດ​ສົມບູນ​ແບບ​ແລະ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ. ແຕ່​ເຂົາເຈົ້າ​ເຊື່ອ​ຟັງ​ຊາຕານ​ແລະ​ກະບົດ​ຕໍ່​ພະ​ເຢໂຫວາ

  2. ຂ. ຫຼັງ​ຈາກ​ການ​ກະບົດ ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ບາບ ຄວາມທຸກ ແລະ​ຄວາມ​ຕາຍ

  3. ຄ. ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ບາບ ຄວາມທຸກ ແລະ​ຄວາມ​ຕາຍ​ໝົດ​ໄປ. ມະນຸດ​ຈະ​ກັບ​ມາ​ສົມບູນແບບ​ແລະ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ອີກ​ເທື່ອ​ໜຶ່ງ

6. ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ຕອນ​ທີ່​ເຮົາ​ເຈິ​ກັບ​ຄວາມທຸກ

ພະເຈົ້າ​ສົນ​ໃຈ​ເຮົາ​ບໍ​ຕອນ​ທີ່​ເຮົາ​ເຈິ​ກັບ​ຄວາມທຸກ? ກະສັດ​ດາວິດ​ແລະ​ອັກຄະສາວົກ​ເປໂຕ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້. ອ່ານ​ຄຳເພງ 31:7 ແລະ 1 ເປໂຕ 5:7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ແລະ​ເຫັນ​ຕອນ​ທີ່​ເຮົາ​ເຈິ​ກັບ​ຄວາມທຸກ ແລະ​ເພິ່ນ​ກໍ​ເປັນ​ຫ່ວງ​ເຮົາ​ຫຼາຍ?

7. ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມທຸກ​ຂອງ​ຄົນ​ເຮົາ​ໝົດ​ໄປ

ອ່ານ​ເອຊາອີ 65:17 ແລະ​ພະນິມິດ 21:3, 4 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ບໍ​ທີ່​ຮູ້​ວ່າ ບໍ່​ວ່າ​ມະນຸດ​ຕ້ອງ​ເຈິ​ກັບ​ເລື່ອງ​ຊົ່ວ​ຮ້າຍ​ສ່ຳ​ໃດ ພະ​ເຢໂຫວາ​ກໍ​ຈະ​ແກ້ໄຂ​ທຸກ​ຢ່າງ​ໃຫ້​ກັບ​ມາ​ດີ​ຄື​ເກົ່າ? ຍ້ອນ​ຫຍັງ?

ເຈົ້າ​ຮູ້​ບໍ?

ຕອນ​ທີ່​ຊາຕານ​ເວົ້າ​ຕົວະ​ເທື່ອ​ທຳ​ອິດ ມັນ​ໃສ່​ຮ້າຍ​ພະ​ເຢໂຫວາ​ໂດຍ​ເຮັດ​ໃຫ້​ເພິ່ນ​ເສຍ​ຊື່ສຽງ. ມັນ​ບອກ​ວ່າ​ເພິ່ນ​ບໍ່​ໄດ້​ປົກຄອງ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມຍຸຕິທຳ. ແຕ່​ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມທຸກ​ຂອງ​ຄົນ​ເຮົາ​ໝົດ​ໄປ ແລະ​ຕອນ​ນັ້ນ​ເພິ່ນ​ຈະ​ເຮັດ​ໃຫ້​ຊື່ສຽງ​ຂອງ​ເພິ່ນ​ຫຼຸດ​ພົ້ນ​ຈາກ​ຄຳ​ຕຳໜິ. ໂດຍ​ການ​ເຮັດ​ແບບ​ນັ້ນ ເພິ່ນ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ເພິ່ນ​ດີ​ທີ່​ສຸດ. ບໍ່​ມີ​ເລື່ອງ​ໃດ​ອີກ​ແລ້ວ​ທີ່​ສຳຄັນ​ໄປ​ກວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື.—ມັດທາຍ 6:9, 10

ບາງ​ຄົນ​ເວົ້າ​ວ່າ: “ພະເຈົ້າ​ກຳນົດ​ມາ​ໃຫ້​ເຮົາ​ຕ້ອງ​ເຈິ​ກັບ​ຄວາມທຸກ.”

  • ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ຊາຕານ​ກັບ​ມະນຸດ​ຄູ່​ທຳ​ອິດ​ເປັນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ມີ​ຄວາມ​ຊົ່ວ​ໃນ​ໂລກ​ນີ້. ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ຫຼາຍ​ຕອນ​ທີ່​ເຮົາ​ເຈິ​ກັບ​ຄວາມທຸກ ແລະ​ອີກ​ບໍ່​ດົນ​ເພິ່ນ​ຈະ​ເຮັດ​ໃຫ້​ຄວາມທຸກ​ໝົດ​ໄປ.

ຄຳຖາມ​ທົບ​ທວນ

  • ຊາຕານ​ຕົວະ​ເອວາ​ວ່າ​ແນວ​ໃດ?

  • ການ​ກະບົດ​ຂອງ​ອາດາມ​ກັບ​ເອວາ​ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ຕອນ​ທີ່​ເຮົາ​ເຈິ​ກັບ​ຄວາມທຸກ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ຄຳ​ພີ​ໄບເບິນ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ບາບ.

“ບາບ​ແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

ໃນ​ສວນ​ເອເດນ ຊາຕານ​ເຮັດ​ໃຫ້​ເກີດ​ຄຳຖາມ​ສຳຄັນ​ຫຍັງ​ທີ່​ຕ້ອງ​ໃຊ້​ເວລາ​ພິສູດ.

“ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມທຸກ?” (ຫໍສັງເກດການ 1 ມັງກອນ 2014)

ມີ​ຄຳຖາມ​ໜຶ່ງ​ທີ່​ຫຼາຍ​ຄົນ​ສົງໄສ ເຊີນ​ເບິ່ງ​ຄຳ​ຕອບ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ.

“ການ​ຂ້າ​ລ້າງ​ເຜົ່າ​ພັນ​ເກີດຂຶ້ນ​ໄດ້​ແນວ​ໃດ? ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ເກີດຂຶ້ນ?” (ບົດ​ຄວາມ​ໃນ​ເວັບໄຊ)

ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມທຸກ.

ຂ້ອຍ​ບໍ່​ຮູ້ສຶກ​ໂດດ​ດ່ຽວ​ອີ​ກ​ແລ້ວ (5:09)