ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 38

ເຫັນ​ຄຸນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

ເຫັນ​ຄຸນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

ເຮົາ​ມີ​ຊີວິດ​ຢູ່ ເຮົາ​ກໍ​ເລີຍ​ສາມາດ​ເຮັດ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ​ໄດ້. ແມ່ນ​ແຕ່​ຕອນ​ທີ່​ເຮົາ​ຕ້ອງ​ເຈິ​ກັບ​ບັນຫາ ກໍ​ຍັງ​ມີ​ບາງ​ຢ່າງ​ໃນ​ຊີວິດ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຊີວິດ? ແລະ​ອັນ​ໃດ​ເປັນ​ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ?

1. ເປັນ​ຫຍັງ​ເຮົາ​ຄວນ​ເຫັນ​ຄ່າ​ຊີວິດ?

ເຮົາ​ຄວນ​ເຫັນ​ຄ່າ​ຊີວິດ​ເພາະ​ຊີວິດ​ເປັນ​ຂອງຂວັນ​ທີ່​ພະເຢໂຫວາ​ໃຫ້​ເຮົາ​ທຸກ​ຄົນ. ພະເຢໂຫວາ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ທຸກ​ຢ່າງ ຄຳພີໄບເບິນ​ເລີຍ​ບອກ​ວ່າ “ພະອົງ​ເປັນ​ບໍ່​ເກີດ​ຂອງ​ຊີວິດ.” (ຄຳເພງ 36:9, ລ.ມ.) “ພະອົງ​ເປັນ​ຜູ້​ທີ່​ໃຫ້​ຊີວິດ ລົມ​ຫາຍ​ໃຈ ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ແກ່​ມະນຸດ​ທຸກ​ຄົນ.” (ກິດຈະການ 17:25, 28) ພະເຢໂຫວາ​ໃຫ້​ເຮົາ​ມີ​ທຸກ​ຢ່າງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ມີ​ຊີວິດ​ຢູ່ໄດ້. ບໍ່​ແມ່ນ​ແຕ່​ເທົ່າ​ນັ້ນ ເພິ່ນ​ຍັງ​ໃຫ້​ອີກ​ຫຼາຍ​ຢ່າງ​ເພື່ອ​ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ນຳ.—ອ່ານ​ກິດຈະການ 14:17

2. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພະເຢໂຫວາ​ເຫັນ​ວ່າ​ເຮົາ​ເຫັນ​ຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ເພິ່ນ?

ພະເຢໂຫວາ​ສົນ​ໃຈ​ເຈົ້າ​ຕັ້ງ​ແຕ່​ຕອນ​ທີ່​ເຈົ້າ​ຍັງ​ຢູ່ໃນ​ທ້ອງ​ແມ່. ດາວິດ​ທີ່​ເປັນ​ຜູ້​ນະມັດສະການ​ພະເຢໂຫວາ​ອະທິດຖານ​ເຖິງ​ເພິ່ນ​ວ່າ: “ພະອົງ​ເຫັນ​ຂ້ອຍ​ຕອນ​ທີ່​ຍັງ​ເປັນ​ໂຕ​ອ່ອນ.” (ຄຳເພງ 139:16, ລ.ມ.) ພະເຢໂຫວາ​ເບິ່ງ​ວ່າ​ຊີວິດ​ຂອງ​ເຈົ້າ​ມີ​ຄ່າ​ຫຼາຍ​ແທ້ໆ. (ອ່ານ​ມັດທາຍ 10:29-31) ພະເຢໂຫວາ​ຈະ​ເສຍໃຈ​ຫຼາຍ​ຖ້າ​ມີ​ໃຜ​ເຮັດ​ໃຫ້​ຄົນ​ອື່ນ​ເສຍ​ຊີວິດ ຫຼື​ຈົບ​ຊີວິດ​ໂຕເອງ. a (ອົບພະຍົບ 20:13) ແລະ​ເພິ່ນ​ກໍ​ເສຍໃຈ​ຄື​ກັນ​ຖ້າ​ເຮົາ​ເຮັດ​ໃຫ້​ຊີວິດ​ຂອງ​ໂຕເອງ​ຫຼື​ຊີວິດ​ຂອງ​ຄົນ​ອື່ນ​ຕົກ​ຢູ່ໃນ​ອັນຕະລາຍ​ຍ້ອນ​ເຮົາ​ບໍ່​ລະວັງ. ສະນັ້ນ ຖ້າ​ເຮົາ​ໃຊ້​ຊີວິດ​ຢ່າງ​ລະ​ມັດ​ລະວັງ​ແລະ​ຄິດເຖິງ​ຄວາມ​ປອດໄພ​ຂອງ​ຄົນ​ອື່ນ ກໍ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ.

3. ເບິ່ງ​ແຍງ​ສຸຂະພາບ​ຂອງ​ເຈົ້າ

ຄລິດສະຕຽນ​ທີ່​ອຸທິດ​ຕົວ​ແລ້ວ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ພະເຢໂຫວາ​ຢາກ​ໃຫ້​ເຮັດ​ແລະ​ໃຊ້​ທັງ​ຊີວິດ​ເພື່ອ​ຮັບ​ໃຊ້​ເພິ່ນ. ຄື​ກັບ​ວ່າ​ເຂົາ​ເຈົ້າ​ຖວາຍ​ຮ່າງກາຍ​ເປັນ​ເຄື່ອງ​ບູຊາ​ໃຫ້​ກັບ​ເພິ່ນ. ອ່ານ​ໂຣມ 12:1, 2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ອັນ​ໃດ​ເປັນ​ເຫດຜົນ​ທີ່​ເຈົ້າ​ຄວນ​ເບິ່ງ​ແຍງ​ສຸຂະພາບ​ໂຕເອງ?

  • ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ເບິ່ງ​ແຍງ​ສຸຂະພາບ​ຂອງ​ໂຕເອງ?

4. ຄິດເຖິງ​ຄວາມ​ປອດໄພ​ຂອງ​ເຈົ້າ​ເອງ​ແລະ​ຂອງ​ຄົນ​ອື່ນ

ຄຳພີໄບເບິນ​ບອກ​ເຮົາ​ໃຫ້​ລະວັງ​ທີ່​ຈະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ຫຼື​ໂຕ​ເຮົາ​ເອງ​ໄດ້​ຮັບ​ບາດເຈັບ​ຫຼື​ເສຍ​ຊີວິດ. ເປີດ​ວິດີໂອ​ເພື່ອ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ສິ່ງ​ຕ່າງໆ​ຢ່າງ​ປອດໄພ​ໄດ້​ແນວ​ໃດ.

ອ່ານ​ສຸພາສິດ 22:3 ແລ້ວ​ລົມ​ກັນ​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໂຕ​ເຈົ້າ​ເອງ​ແລະ​ຄົນ​ອື່ນ​ຈະ​ປອດໄພ . . .

  • ເມື່ອ​ຢູ່ເຮືອນ.

  • ເມື່ອ​ຢູ່​ບ່ອນ​ເຮັດ​ວຽກ.

  • ເມື່ອ​ຫຼິ້ນ​ກິລາ.

  • ເມື່ອ​ເດີນ​ທາງ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຄົນ​ຂັບ​ຫຼື​ບໍ່​ກໍ​ຕາມ.

5. ເບິ່ງ​ວ່າ​ຊີວິດ​ຂອງ​ເດັກ​ນ້ອຍ​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ​ມີ​ຄ່າ

ດາວິດ​ບອກ​ວ່າ​ພະເຢໂຫວາ​ສົນ​ໃຈ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເດັກ​ນ້ອຍ​ທີ່​ຍັງ​ຢູ່​ໃນ​ທ້ອງ​ຂອງ​ແມ່. ອ່ານ​ຄຳເພງ 139:13-17 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະເຢໂຫວາ​ຖື​ວ່າ​ຊີວິດ​ຄົນ​ເຮົາ​ເລີ່ມ​ຕົ້ນ​ຕອນ​ໃດ ຕັ້ງ​ແຕ່​ຕອນ​ທີ່​ເຮົາ​ຍັງ​ຢູ່ໃນ​ທ້ອງ​ຫຼື​ຕອນ​ທີ່​ເຮົາ​ເກີດ?

ກົດ​ໝາຍ​ທີ່​ພະເຢໂຫວາ​ໃຫ້​ກັບ​ຄົນ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ​ຊ່ວຍ​ປົກ​ປ້ອງ​ຜູ້​ຍິງ​ທີ່​ກຳລັງ​ຖື​ພາ​ແລະ​ລູກ​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ. ອ່ານ​ອົບພະຍົບ 21:22, 23 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຖ້າ​ມີ​ຄົນ​ເຮັດ​ໃຫ້​ເດັກ​ນ້ອຍ​ທີ່​ຢູ່ໃນ​ທ້ອງ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ພະເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ?

  • ແລ້ວ​ເຈົ້າ​ຄິດ​ວ່າ​ພະເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ມີ​ຄົນ​ຕັ້ງ​ໃຈ​ເຮັດ​ໃຫ້​ເດັກ​ນ້ອຍ​ທີ່​ຢູ່ໃນ​ທ້ອງ​ຕ້ອງ​ຕາຍ? b

  • ຫຼັງ​ຈາກ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມຄິດ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຊີວິດ​ແລ້ວ ເຈົ້າ​ຮູ້ສຶກ​ແນວ​ໃດ?

ເປີດ​ວິດີໂອ.

ເຖິງ​ວ່າ​ຜູ້​ຍິງ​ຄົນ​ໜຶ່ງ​ເບິ່ງ​ວ່າ​ຊີວິດ​ມີ​ຄ່າ ແຕ່​ກໍ​ອາດ​ມີ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ບໍ່​ມີ​ທາງ​ເລືອກ​ອື່ນ​ນອກ​ຈາກ​ເອົາ​ລູກ​ອອກ. ອ່ານ​ເອຊາອີ 41:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຖ້າ​ຜູ້​ຍິງ​ຄົນ​ໜຶ່ງ​ຖືກ​ກົດ​ດັນ​ໃຫ້​ເອົາ​ລູກ​ອອກ ລາວ​ໜ້າ​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ໃຜ? ຍ້ອນ​ຫຍັງ?

ບາງຄົນ​ເວົ້າ​ວ່າ: “ບາງ​ຄັ້ງ​ກໍ​ມີ​ເຫດຜົນ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຜູ້​ຍິງ​ຕ້ອງ​ເອົາ​ລູກ​ອອກ.”

  • ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ພະເຢໂຫວາ​ເບິ່ງ​ວ່າ​ຊີວິດ​ຂອງ​ທັງ​ແມ່​ແລະ​ລູກ​ທີ່​ຢູ່ໃນ​ທ້ອງ​ມີ​ຄ່າ?

ສະຫຼຸບ

ຊີວິດ​ຂອງ​ເຮົາ​ແລະ​ຊີວິດ​ຂອງ​ຄົນ​ອື່ນ​ເປັນ​ສິ່ງ​ທີ່​ມີ​ຄ່າ. ຄຳພີໄບເບິນ​ບອກ​ໃຫ້​ເຮົາ​ຮັກ ເຫັນ​ຄ່າ ແລະ​ເບິ່ງ​ແຍງ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຢໂຫວາ.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ພະເຢໂຫວາ​ຖື​ວ່າ​ຊີວິດ​ຂອງ​ມະນຸດ​ມີ​ຄ່າ​ຫຼາຍ?

  • ພະເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ມີ​ໃຜ​ຕັ້ງ​ໃຈ​ເຮັດ​ໃຫ້​ຄົນ​ອື່ນ​ເສຍ​ຊີວິດ?

  • ເຈົ້າ​ເຫັນ​ຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ​ບໍ? ຍ້ອນ​ຫຍັງ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ພະເຢໂຫວາ​ໃຫ້​ຊີວິດ​ທີ່​ເປັນ​ຂອງຂວັນ​ກັບ​ເຮົາ ເຮົາ​ຈະ​ຂອບໃຈ​ເພິ່ນ​ໄດ້​ແນວ​ໃດ?

ເພງ 141—ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ (2:41)

ພະເຈົ້າ​ຈະ​ໃຫ້​ອະໄພ​ຜູ້​ຍິງ​ທີ່​ເຄີຍ​ເອົາ​ລູກ​ອອກ​ບໍ?

“ຄຳພີໄບເບິນ​ບອກ​ແນວ​ໃດ​ກ່ຽວກັບ​ການ​ເອົາ​ລູກ​ອອກ?” (ບົດ​ຄວາມ​ໃນ​ເວັບໄຊ)

ຄວາມຄິດ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຊີວິດ​ຄວນ​ມີ​ຜົນ​ຕໍ່​ເຮົາ​ໃນ​ການ​ເລືອກ​ຫຼິ້ນ​ກິລາ​ບາງ​ຢ່າງ.

“‘ກິລາ​ທີ່​ສ່ຽງ​ຊີວິດ’ ເຈົ້າ​ຄວນ​ສ່ຽງ​ບໍ?” (ຕື່ນ​ເຖີດ! 8 ຕຸລາ 2000)

a ບາງຄົນ​ຮູ້ສຶກ​ໂສກເສົ້າ​ເສຍໃຈ​ຈົນ​ຄື​ກັບ​ຫົວໃຈ​ແຕກ​ສະ​ຫຼາຍ ພະເຢໂຫວາ​ເປັນ​ຫ່ວງ​ເຂົາ​ເຈົ້າ​ຫຼາຍ. (ຄຳເພງ 34:18) ເພິ່ນ​ເຂົ້າໃຈ​ວ່າ​ຄວາມ​ຮູ້ສຶກ​ເຈັບ​ປວດ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ບາງຄົນ​ຢາກ​ຕາຍ ແຕ່​ເພິ່ນ​ເປັນ​ຫ່ວງ​ແລະ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ແທ້ໆ. ເພື່ອ​ເບິ່ງ​ວ່າ​ພະເຢໂຫວາ​ຊ່ວຍ​ບາງຄົນ​ແນວ​ໃດ ຂໍ​ໃຫ້​ອ່ານ​ບົດ​ຄວາມ “ຂ້ອຍ​ຢາກ​ຕາຍ—ຄຳພີໄບເບິນ​ຊ່ວຍ​ໃຫ້​ເຊົາ​ຄິດ​ຢາກ​ຂ້າໂຕຕາຍ​ໄດ້​ບໍ?” ທີ່​ຢູ່ໃນ​ສ່ວນ​ເບິ່ງ​ເພີ່ມເຕີມ​ຂອງ​ບົດ​ນີ້.

b ຄົນ​ທີ່​ເຄີຍ​ເອົາ​ລູກ​ອອກ​ບໍ່​ຕ້ອງ​ຮູ້ສຶກ​ຜິດ​ຢູ່ຕະຫຼອດ ເພາະ​ພະເຢໂຫວາ​ໃຫ້​ອະໄພ​ເຂົາ​ເຈົ້າ​ໄດ້. ເບິ່ງ​ບົດ​ຄວາມ “ຄຳພີໄບເບິນ​ບອກ​ແນວ​ໃດ​ກ່ຽວກັບ​ການ​ເອົາ​ລູກ​ອອກ?” ທີ່​ຢູ່ໃນ​ສ່ວນ​ເບິ່ງ​ເພີ່ມເຕີມ​ຂອງ​ບົດ​ນີ້.