ບົດທີ 42
ຄຳພີໄບເບິນບອກຫຍັງເລື່ອງການເປັນໂສດແລະການແຕ່ງດອງ?
ບາງຄົນບອກວ່າຖ້າບໍ່ແຕ່ງດອງກໍຈະບໍ່ມີຄວາມສຸກ. ແຕ່ທີ່ຈິງ ບໍ່ແມ່ນທຸກຄົນທີ່ແຕ່ງດອງແລ້ວຈະມີຄວາມສຸກແລະຫຼາຍຄົນທີ່ເປັນໂສດກໍມີຄວາມສຸກໄດ້. ຄຳພີໄບເບິນບອກວ່າທັງການເປັນໂສດແລະການແຕ່ງດອງເປັນຂອງຂວັນທີ່ມາຈາກພະເຈົ້າ.
1. ການເປັນໂສດມີຂໍ້ດີຫຍັງແດ່?
ຄຳພີໄບເບິນບອກວ່າ: “ຄົນທີ່ແຕ່ງດອງກໍເຮັດດີຄືກັນ ແຕ່ຄົນທີ່ຢູ່ເປັນໂສດກໍເຮັດດີກວ່າ.” (ອ່ານ 1 ໂກຣິນໂທ 7:32, 33, 38) ຄົນໂສດເຮັດດີກວ່າແນວໃດ? ຄລິດສະຕຽນທີ່ເປັນໂສດບໍ່ມີຄູ່ທີ່ຕ້ອງເບິ່ງແຍງ. ແລະເຂົາເຈົ້າມີອິດສະຫຼະທີ່ຈະເຮັດຫຍັງໄດ້ຫຼາຍໆຢ່າງຫຼາຍກວ່າຄົນທີ່ແຕ່ງດອງແລ້ວ. ເຊັ່ນ ເຂົາເຈົ້າສາມາດຮັບໃຊ້ພະເຈົ້າໄດ້ຫຼາຍຂຶ້ນ ໂດຍຍ້າຍໄປຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ນອກຈາກນັ້ນ ເຂົາເຈົ້າຍັງມີເວລາຫຼາຍກວ່າຄົນທີ່ແຕ່ງດອງແລ້ວແລະໃຊ້ເວລານັ້ນເພື່ອຈະສະໜິດກັບພະເຢໂຫວາໄດ້.
2. ການແຕ່ງດອງຢ່າງຖືກຕ້ອງຕາມກົດໝາຍມີຂໍ້ດີຫຍັງແດ່?
ການເປັນໂສດມີຂໍ້ດີຫຼາຍຢ່າງ ແຕ່ການແຕ່ງດອງກໍມີຂໍ້ດີຫຼາຍຢ່າງຄືກັນ. ຄຳພີໄບເບິນບອກວ່າ “ສອງຄົນກໍດີກວ່າຄົນດຽວ.” (ຜູ້ເທສະໜາປ່າວປະກາດ 4:9, ລ.ມ.) ຂໍ້ຄຳພີນີ້ເກີດຂຶ້ນແທ້ກັບຄົນທີ່ເຮັດຕາມຄຳແນະນຳໃນຄຳພີໄບເບິນເລື່ອງຊີວິດຄູ່. ຄົນທີ່ແຕ່ງດອງກັນຢ່າງຖືກຕ້ອງຕາມກົດໝາຍໂດຍຈົດທະບຽນແຕ່ງດອງກໍຄືກັບເຂົາເຈົ້າສັນຍາວ່າຈະຮັກ ນັບຖື ແລະຫ່ວງໃຍຄູ່ຂອງເຂົາເຈົ້າສະເໝີ. ການເຮັດແບບນີ້ຈະເຮັດໃຫ້ເຂົາເຈົ້າຮູ້ສຶກໝັ້ນຄົງຫຼາຍກວ່າຄູ່ທີ່ຢູ່ນຳກັນໂດຍບໍ່ໄດ້ຈົດທະບຽນແຕ່ງດອງ. ແລະລູກຂອງເຂົາເຈົ້າກໍຈະຮູ້ສຶກໝັ້ນຄົງແລະປອດໄພນຳ.
3. ພະເຢໂຫວາຄິດແນວໃດເລື່ອງການແຕ່ງດອງ?
ຕອນທີ່ພະເຢໂຫວາໃຫ້ມີການແຕ່ງດອງເທື່ອທຳອິດ ເພິ່ນບອກວ່າ: “ຜູ້ຊາຍຈະຈາກພໍ່ແມ່ໄປຢູ່ກັບເມຍ.” (ປະຖົມມະການ 2:24, ລ.ມ.) ພະເຢໂຫວາຢາກໃຫ້ຜົວແລະເມຍຮັກກັນແລະຢູ່ນຳກັນໄປຕະຫຼອດຊີວິດ. ມີເລື່ອງດຽວເທົ່ານັ້ນທີ່ພະເຢໂຫວາຍອມໃຫ້ຢ່າຮ້າງໄດ້ນັ້ນຄືເມື່ອອີກຝ່າຍໜຶ່ງນອກໃຈໄປມີຊູ້. ຖ້າເປັນແບບນັ້ນ ຝ່າຍທີ່ບໍ່ໄດ້ເຮັດຜິດກໍມີສິດເລືອກວ່າຈະຢ່າຮ້າງຫຼືຈະຢູ່ນຳກັນຕໍ່ໄປ. a (ມັດທາຍ 19:9) ພະເຢໂຫວາບໍ່ອະນຸຍາດໃຫ້ຄລິດສະຕຽນມີຜົວຫຼືເມຍຫຼາຍຄົນ.—1 ຕີໂມທຽວ 3:2
ຮຽນຮູ້ຫຼາຍຂຶ້ນ
ເຮັດແນວໃດເຈົ້າຈຶ່ງຈະມີຄວາມສຸກແລະເຮັດໃຫ້ພະເຢໂຫວາມີຄວາມສຸກບໍ່ວ່າເຈົ້າເປັນຄົນໂສດຫຼືແຕ່ງດອງແລ້ວ.
4. ໃຊ້ການເປັນໂສດທີ່ເປັນຄືຂອງຂວັນໃຫ້ເປັນປະໂຫຍດ
ພະເຢຊູເບິ່ງວ່າການເປັນໂສດເປັນຄືຂອງຂວັນ. (ມັດທາຍ 19:11, 12) ອ່ານມັດທາຍ 4:23 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ພະເຢຊູໃຊ້ການເປັນໂສດທີ່ເປັນຄືຂອງຂວັນເພື່ອຮັບໃຊ້ພະເຢໂຫວາແລະຊ່ວຍເຫຼືອຄົນອື່ນໆແນວໃດ?
ຄລິດສະຕຽນທີ່ເປັນໂສດມີຄວາມສຸກໄດ້ໂດຍຮຽນແບບຕົວຢ່າງຂອງພະເຢຊູ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຄລິດສະຕຽນທີ່ເປັນໂສດຈະໃຊ້ຊີວິດຢ່າງມີຄວາມສຸກໂດຍເຮັດສິ່ງດີໆຫຍັງໄດ້ແດ່?
ເຈົ້າຮູ້ບໍ?
ຄຳພີໄບເບິນບໍ່ໄດ້ກຳນົດວ່າຕ້ອງອາຍຸເທົ່າໃດຈຶ່ງຈະແຕ່ງດອງໄດ້. ແຕ່ແນະນຳໃຫ້ຖ້າຈົນ “ກາຍໄວໜຸ່ມສາວໄປແລ້ວ” ເພາະຊ່ວງໜຸ່ມສາວເປັນຊ່ວງເວລາທີ່ຄວາມຕ້ອງການທາງເພດສູງ ດັ່ງນັ້ນ ໜ້າຈະດີກວ່າທີ່ຈະແຕ່ງດອງຫຼັງຈາກຊ່ວງນັ້ນເພາະຄົນເຮົາຈະຄິດຮອບຄອບຫຼາຍຂຶ້ນ.—1 ໂກຣິນໂທ 7:36
5. ຄິດດີໆວ່າຈະແຕ່ງດອງກັບໃຜ
ການຕັດສິນໃຈວ່າຈະແຕ່ງດອງກັບໃຜເປັນເລື່ອງທີ່ສຳຄັນຫຼາຍ. ອ່ານມັດທາຍ 19:4-6, 9 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເປັນຫຍັງຄົນທີ່ເປັນຄລິດສະຕຽນບໍ່ຄວນຟ້າວແຕ່ງດອງ ແຕ່ຄວນຄິດດີໆກ່ອນ?
ຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ວ່າຄົນທີ່ເຮົາຈະແຕ່ງດອງນຳຄວນເປັນຄົນແບບໃດ. ສິ່ງສຳຄັນທີ່ສຸດກໍຄື ຄົນນັ້ນຕ້ອງຮັກພະເຢໂຫວາ. b ອ່ານ 1 ໂກຣິນໂທ 7:39 ແລະ 2 ໂກຣິນໂທ 6:14. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເປັນຫຍັງເຮົາຄວນແຕ່ງດອງກັບຄົນທີ່ເປັນຄລິດສະຕຽນເທົ່ານັ້ນ?
-
ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາແຕ່ງດອງກັບຄົນທີ່ບໍ່ໄດ້ຮັກເພິ່ນ?
6. ເບິ່ງການແຕ່ງດອງຄືທີ່ພະເຢໂຫວາເບິ່ງ
ໃນສະໄໝກ່ອນ ຜູ້ຊາຍຄົນອິດສະຣາເອນບາງຄົນຢ່າຮ້າງກັບເມຍດ້ວຍເຫດຜົນທີ່ເຫັນແກ່ໂຕ. ອ່ານມາລາກີ 2:13, 14, 16 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເມື່ອມີການຢ່າຮ້າງໂດຍທີ່ອີກຝ່າຍໜຶ່ງບໍ່ໄດ້ມີຊູ້ ພະເຢໂຫວາຮູ້ສຶກແນວໃດ?
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຖ້າຄູ່ຂອງເຈົ້າບໍ່ໄດ້ຮັກພະເຢໂຫວາ ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຊີວິດຄູ່ຂອງເຈົ້າຈະມີຄວາມສຸກ?
7. ເຮັດຕາມມາດຕະຖານຂອງພະເຢໂຫວາເລື່ອງການແຕ່ງດອງ
ການເຮັດຕາມມາດຕະຖານຂອງພະເຢໂຫວາເລື່ອງການແຕ່ງດອງອາດຈະບໍ່ແມ່ນເລື່ອງງ່າຍ. c ແຕ່ຖ້າເຮົາພະຍາຍາມເຮັດຕາມ ພະເຢໂຫວາກໍຈະຊ່ວຍໃຫ້ເຮົາມີຄວາມສຸກ. ເປີດວິດີໂອ.
ອ່ານເຮັບເຣີ 13:4 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເຈົ້າຄິດວ່າເຮົາສາມາດເຮັດຕາມມາດຕະຖານຂອງພະເຢໂຫວາເລື່ອງການແຕ່ງດອງໄດ້ບໍ? ຍ້ອນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ພະເຢໂຫວາຢາກໃຫ້ຄລິດສະຕຽນຈົດທະບຽນແຕ່ງດອງຫຼືຈົດທະບຽນຢ່າຮ້າງໃຫ້ຖືກຕ້ອງຕາມກົດໝາຍ. ອ່ານຕີໂຕ 3:1 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຖ້າເຈົ້າແຕ່ງດອງແລ້ວ ເຈົ້າຈົດທະບຽນແຕ່ງດອງໃຫ້ຖືກຕ້ອງຕາມກົດໝາຍແລ້ວບໍ?
ບາງຄົນອາດຖາມວ່າ: “ຢູ່ນຳກັນຊື່ໆບໍ່ໄດ້ຫວາ? ເປັນຫຍັງຕ້ອງຈົດທະບຽນແຕ່ງດອງນຳ?”
-
ຖ້າມີຄົນຖາມແບບນີ້ ເຈົ້າຈະຕອບແນວໃດ?
ສະຫຼຸບ
ທັງການເປັນໂສດແລະການແຕ່ງດອງເປັນຂອງຂວັນທີ່ມາຈາກພະເຢໂຫວາ. ບໍ່ວ່າເຮົາຈະເປັນຄົນໂສດຫຼືແຕ່ງດອງແລ້ວເຮົາກໍມີຄວາມສຸກໄດ້ຖ້າເຮັດຕາມທີ່ພະເຢໂຫວາບອກ.
ຄຳຖາມທົບທວນ
-
ຄົນໂສດຈະເຮັດສິ່ງດີໆຫຍັງໄດ້ແດ່?
-
ເປັນຫຍັງຄຳພີໄບເບິນບອກໃຫ້ແຕ່ງດອງກັບຄົນທີ່ເປັນຄລິດສະຕຽນເທົ່ານັ້ນ?
-
ເຫດຜົນດຽວທີ່ຄຳພີໄບເບິນບອກວ່າຢ່າຮ້າງໄດ້ແມ່ນຫຍັງ?
ເບິ່ງເພີ່ມເຕີມ
ການແຕ່ງດອງກັບຄົນທີ່ “ເຊື່ອໃນຜູ້ເປັນນາຍ” ໝາຍຄວາມວ່າຫຍັງ?
ວິດີໂອ 2 ຕອນທີ່ຈະຊ່ວຍໃຫ້ເຈົ້າຕັດສິນໃຈໄດ້ດີເລື່ອງການມີແຟນແລະການແຕ່ງດອງ.
ພີ່ນ້ອງຊາຍຄົນໜຶ່ງຮູ້ສຶກວ່າສິ່ງທີ່ພະເຢໂຫວາໃຫ້ກັບລາວມີຄ່າຫຼາຍກວ່າສິ່ງທີ່ລາວຖິ້ມໄປ.
ກ່ອນທີ່ຈະຕັດສິນໃຈຢ່າຮ້າງຫຼືແຍກກັນຢູ່ຄວນຄິດເຖິງເລື່ອງຫຍັງແດ່?
“ໃຫ້ນັບຖືຊີວິດແຕ່ງດອງທີ່ພະເຈົ້າຈັດກຽມໄວ້” (ຫໍສັງເກດການ ທັນວາ 2018)
a ເບິ່ງຄຳອະທິບາຍເພີ່ມເຕີມ 4 ກ່ຽວກັບການແຍກກັນຢູ່ເມື່ອອີກຝ່າຍໜຶ່ງບໍ່ໄດ້ມີຊູ້.
b ໃນບາງວັດທະນະທຳ ພໍ່ແມ່ຈະເລືອກຄູ່ໃຫ້ລູກ. ຖ້າເປັນແບບນັ້ນ ພໍ່ແມ່ທີ່ຮັກລູກຈະຊອກຫາຄົນທີ່ຮັກພະເຢໂຫວາ ແລະຈະບໍ່ເບິ່ງທີ່ຄວາມຮັ່ງມີຫຼືຖານະທາງສັງຄົມ.
c ຖ້າເຈົ້າຢູ່ກິນກັບຄົນທີ່ເຈົ້າຍັງບໍ່ໄດ້ແຕ່ງດອງນຳ ເຈົ້າຕ້ອງຕັດສິນໃຈດ້ວຍໂຕເອງວ່າເຈົ້າຈະແຕ່ງດອງກັນຫຼືເຈົ້າຈະເຊົາຢູ່ນຳກັນ.