ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 44

ພະເຈົ້າ​ພໍ​ໃຈ​ການ​ສະຫຼອງ​ທຸກ​ຢ່າງ​ບໍ?

ພະເຈົ້າ​ພໍ​ໃຈ​ການ​ສະຫຼອງ​ທຸກ​ຢ່າງ​ບໍ?

ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ​ແລະ​ກໍ​ຢາກ​ໃຫ້​ເຮົາ​ລ້ຽງ​ສະຫຼອງ​ກັນ​ເປັນ​ບາງ​ເທື່ອ. ແຕ່​ເພິ່ນ​ພໍ​ໃຈ​ການ​ສະຫຼອງ​ທຸກ​ຢ່າງ​ບໍ? ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ເພິ່ນ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ກ່ຽວກັບ​ການ​ສະຫຼອງ​ຕ່າງໆ?

1. ເປັນຫຍັງ​ຈຶ່ງ​ມີການ​ສະຫຼອງ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ບໍ່​ພໍ​ໃຈ?

ເຈົ້າ​ອາດຈະ​ແປກ​ໃຈ​ກໍ​ໄດ້​ຖ້າ​ຮູ້​ວ່າ​ການ​ສະຫຼອງ​ຫຼາຍ​ຢ່າງ​ມາ​ຈາກ​ຄຳ​ສອນ​ທີ່​ຂັດ​ແຍ່ງ​ກັບ​ຄຳພີໄບເບິນ ແລະ​ມາ​ຈາກ​ສາສະໜາ​ທີ່​ສອນ​ຜິດໆ. ການ​ສະຫຼອງ​ເຫຼົ່າ​ນັ້ນ​ອາດ​ກ່ຽວຂ້ອງ​ກັບ​ເລື່ອງ​ໄສຍະສາດ​ຫຼື​ເລື່ອງ​ວິນຍານ​ຄົນ​ຕາຍ. ແລະ​ທີ່​ມາ​ຂອງ​ການ​ສະຫຼອງ​ບາງ​ຢ່າງ​ກໍ​ກ່ຽວຂ້ອງ​ກັບ​ຄວາມ​ເຊື່ອ​ເລື່ອງ​ໂຊກ​ລາບ. (ເອຊາອີ 65:11) ພະເຢໂຫວາ​ເຕືອນ​ຄົນ​ທີ່​ນະມັດສະການ​ເພິ່ນ​ໃຫ້ ‘ແຍກ​ຢູ່​ຕ່າງ​ຫາກ ແລະ​ເຊົາ​ແຕະ​ຕ້ອງ​ສິ່ງ​ທີ່​ບໍ່​ສະອາດ.’2 ໂກຣິນໂທ 6:17 a

2. ພະເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ການ​ສະຫຼອງ​ທີ່​ຍົກຍ້ອງ​ມະນຸດ?

ພະເຢໂຫວາ​ເຕືອນ​ເຮົາ​ບໍ່​ໃຫ້ “ໄວ້ໃຈ​ມະນຸດ.” (ອ່ານ​ເຢເຣມີ 17:5, ລ.ມ.) ການ​ສະຫຼອງ​ບາງ​ຢ່າງ​ກ່ຽວຂ້ອງ​ກັບ​ການ​ຍົກຍ້ອງ​ຜູ້​ນຳ ບຸກຄົນ​ສຳຄັນ ສັນຍະລັກ​ຂອງ​ຊາດ ຫຼື​ສະຫຼອງ​ມື້​ທີ່​ໄດ້​ຮັບ​ເອກະລາດ. (1 ໂຢຮັນ 5:21) ສ່ວນ​ການ​ສະຫຼອງ​ບາງ​ຢ່າງ​ກໍ​ກ່ຽວຂ້ອງ​ກັບ​ເຫດການ​ສຳຄັນ​ທາງ​ການເມືອງ​ຫຼື​ທາງ​ສັງຄົມ. ລອງ​ຄິດ​ເບິ່ງ​ວ່າ​ພະເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ຍົກຍ້ອງ​ບຸກຄົນ​ຫຼື​ອົງກອນ​ຕ່າງໆ​ຫຼາຍ​ເກີນ​ໄປ ໂດຍ​ສະເພາະ​ຖ້າ​ເຂົາເຈົ້າ​ສົ່ງເສີມ​ໃຫ້​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ບໍ່​ມັກ.

3. ພະເຈົ້າ​ບໍ່​ຍອມ​ຮັບ​ການ​ສະຫຼອງ​ທີ່​ມີການ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຍັງ​ແດ່?

ຄຳພີໄບເບິນ​ບອກ​ວ່າ​ຜິດ​ທີ່​ຈະ “ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ ກິນ​ລ້ຽງ​ເຮຮາ​ຈົນ​ສຸດ​ຂີດ [ແລະ] ແຂ່ງ​ຂັນ​ກັນ​ດື່ມ​ເຫຼົ້າ.” (1 ເປໂຕ 4:3) ໃນ​ການ​ສະຫຼອງ​ບາງ​ຢ່າງ​ຜູ້ຄົນ​ບໍ່​ຄວບຄຸມ​ໂຕເອງ​ແລະ​ເຮັດ​ຜິດສິນລະທຳ. ຖ້າ​ເຮົາ​ຢາກ​ເປັນ​ໝູ່​ກັບ​ພະເຢໂຫວາ ເຮົາ​ຕ້ອງ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກັບ​ການ​ກະທຳ​ທີ່​ບໍ່​ສະອາດ​ທາງ​ດ້ານ​ສິນລະທຳ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ຖ້າ​ເຈົ້າ​ຕ້ອງ​ຕັດສິນ​ໃຈ​ກ່ຽວກັບ​ເທດສະການ​ແລະ​ການ​ສະຫຼອງ​ຕ່າງໆ ເຈົ້າ​ຈະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ພະເຢໂຫວາ​ພໍ​ໃຈ​ໄດ້​ແນວ​ໃດ.

4. ບໍ່​ເຂົ້າຮ່ວມ​ການ​ສະຫຼອງ​ທີ່​ພະເຢໂຫວາ​ບໍ່​ພໍ​ໃຈ

ອ່ານ​ເອເຟໂຊ 5:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ເຮົາ​ກຳລັງ​ຕັດສິນ​ໃຈ​ວ່າ​ຈະ​ເຂົ້າຮ່ວມ​ການ​ສະຫຼອງ​ບາງ​ຢ່າງ​ຫຼື​ບໍ່ ເຮົາ​ຕ້ອງ​ແນ່​ໃຈ​ເລື່ອງ​ຫຍັງ?

  • ໃນ​ປະເທດ​ທີ່​ເຮົາ​ຢູ່​ມີ​ເທດສະການ​ແລະ​ການ​ສະຫຼອງ​ຫຍັງ​ແດ່?

  • ເຈົ້າ​ຄິດ​ວ່າ​ພະເຢໂຫວາ​ພໍ​ໃຈ​ເທດສະການ​ແລະ​ການ​ສະຫຼອງ​ເຫຼົ່າ​ນັ້ນ​ບໍ?

ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ພະເຢໂຫວາ​ຄິດ​ແນວ​ໃດ​ກັບ​ການ​ສະຫຼອງ​ວັນ​ເກີດ. ໃນ​ຄຳພີໄບເບິນ​ບໍ່​ໄດ້​ບອກ​ເລີຍ​ວ່າ​ຄົນ​ທີ່​ນະມັດສະການ​ພະເຢໂຫວາ​ຈັດ​ງານ​ວັນ​ເກີດ ແຕ່​ເວົ້າ​ເຖິງ​ງານ​ວັນ​ເກີດ​ຂອງ 2 ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ເພິ່ນ. ອ່ານ​ປະຖົມມະການ 40:20-22 ແລະ​ມັດທາຍ 14:6-10. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ມີ​ເລື່ອງ​ບໍ່​ດີ​ຫຍັງ​ທີ່​ເກີດ​ຂຶ້ນ​ໃນ​ງານ​ວັນ​ເກີດ​ທັງ 2 ງານ?

  • ຈາກ 2 ເລື່ອງ​ທີ່​ຄຳພີໄບເບິນ​ບອກ ເຈົ້າ​ຄິດ​ວ່າ​ພະເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ການ​ສະຫຼອງ​ວັນ​ເກີດ?

ເຈົ້າ​ອາດຈະ​ຍັງ​ສົງໄສ​ວ່າ ‘ພະເຢໂຫວາ​ຈະ​ສົນ​ໃຈ​ແທ້ໆ​ບໍ​ວ່າ​ຂ້ອຍ​ຈະ​ເຂົ້າຮ່ວມ​ຫຼື​ບໍ່​ເຂົ້າຮ່ວມ​ງານ​ສະຫຼອງ​ວັນ​ເກີດ ຫຼື​ງານ​ສະຫຼອງ​ຕ່າງໆ​ທີ່​ຂັດ​ກັບ​ສິ່ງ​ທີ່​ຄຳພີໄບເບິນ​ບອກ?’ ອ່ານ​ອົບພະຍົບ 32:1-8. ແລ້ວ ເປີດ​ວິດີໂອ​ແລະ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ພະເຢໂຫວາ​ພໍ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ ເຈົ້າ​ຄິດ​ວ່າ​ນີ້​ເປັນ​ເລື່ອງ​ສຳຄັນ​ບໍ? ຍ້ອນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

  • ແລ້ວ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວ​ໃດ?

ຄຳຖາມ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ການ​ສະຫຼອງ​ແບບ​ໃດ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ

  • ການ​ສະຫຼອງ​ນີ້​ກ່ຽວ​ຂ້ອງ​ກັບ​ຄວາມ​ເຊື່ອ​ທີ່​ຂັດ​ແຍ່ງ​ກັບ​ຄຳ​ສອນ​ໃນ​ຄຳພີໄບເບິນ​ບໍ? ເຮົາ​ຈະ​ຮູ້​ໄດ້ ຖ້າ​ເຮົາ​ເບິ່ງ​ວ່າ​ການ​ສະຫຼອງ​ນັ້ນ​ມີ​ທີ່​ມາ​ແນວ​ໃດ.

  • ເປັນ​ການ​ສະຫຼອງ​ທີ່​ຍົກຍ້ອງ​ບຸກຄົນ ອົງກອນ ຫຼື​ສັນຍະລັກ​ຂອງ​ຊາດ​ບໍ? ເຮົາ​ຍົກຍ້ອງ​ພະເຢໂຫວາ​ຜູ້​ດຽວ​ແລະ​ໄວ້ໃຈ​ວ່າ​ເພິ່ນ​ເທົ່າ​ນັ້ນ​ທີ່​ຈະ​ມາ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ຂອງ​ໂລກ​ໃຫ້​ໝົດ​ໄປ.

  • ການ​ສະຫຼອງ​ນີ້​ມີ​ທຳນຽມ​ແລະ​ການ​ກະທຳ​ທີ່​ຂັດ​ກັບ​ສິ່ງ​ທີ່​ຄຳພີໄບເບິນ​ສອນ​ບໍ? ເຮົາ​ຕ້ອງ​ສະອາດ​ທາງ​ດ້ານ​ສິນລະທຳ​ຢູ່​ສະເໝີ.

5. ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເຊື່ອ

ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ຖ້າ​ເຈົ້າ​ຖືກ​ກົດ​ດັນ​ໃຫ້​ເຂົ້າຮ່ວມ​ການ​ສະຫຼອງ​ທີ່​ພະເຢໂຫວາ​ບໍ່​ພໍ​ໃຈ. ແຕ່​ເຈົ້າ​ຈະ​ອະທິບາຍ​ໄດ້​ວ່າ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຂົ້າຮ່ວມ ໃຫ້​ຄິດ​ດີໆ​ວ່າ​ຈະ​ເວົ້າ​ຕອນ​ໃດ ຈະ​ເວົ້າ​ແນວ​ໃດ ແລະ​ໃຫ້​ຄ່ອຍໆ​ອະທິບາຍ. ແຕ່​ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວ​ໃດ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນຳ​ກັນ ເປີດ​ວິດີໂອ.

ອ່ານ​ມັດທາຍ 7:12 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ທີ່​ອ່ານ​ໄປ ຖ້າ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ບໍ່​ໄດ້​ນະມັດສະການ​ພະເຢໂຫວາ ເຈົ້າ​ຄວນ​ຫ້າມ​ບໍ່​ໃຫ້​ເຂົາເຈົ້າ​ສະຫຼອງ​ເທດສະການ​ຕ່າງໆ​ບໍ?

  • ເຖິງ​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າຮ່ວມ​ການ​ສະຫຼອງ​ບາງ​ຢ່າງ​ກັບ​ຄົນ​ໃນ​ຄອບຄົວ ແຕ່​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ວ່າ​ເຈົ້າ​ຍັງ​ຮັກ​ແລະ​ຫ່ວງໃຍ​ເຂົາເຈົ້າ?

6. ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ

ພະເຢໂຫວາ​ຢາກ​ໃຫ້​ເຮົາ​ໃຊ້​ເວລາ​ກັບ​ຄອບຄົວ​ແລະ​ໝູ່​ຄູ່ ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ​ກັບ​ເຂົາເຈົ້າ. ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 8:15 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ນີ້ ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ?

ຕອນ​ທີ່​ຄົນ​ຂອງ​ພະເຢໂຫວາ​ຢູ່​ນຳ​ກັນ ເພິ່ນ​ກໍ​ຢາກ​ໃຫ້​ເຂົາເຈົ້າ​ມີ​ຄວາມສຸກ. ເປີດ​ວິດີໂອ​ເພື່ອ​ເບິ່ງ​ວ່າ​ເລື່ອງ​ນີ້​ເປັນ​ຈິງ​ແນວ​ໃດ​ໃນ​ການ​ປະຊຸມ​ນານາ​ຊາດ​ຂອງ​ພະຍານ​ພະເຢໂຫວາ.

ອ່ານ​ຄາລາເຕຍ 6:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ເຮົາ​ບໍ່​ໄປ​ເຂົ້າຮ່ວມ​ສະຫຼອງ​ເທດສະການ​ກັບ​ຄົນ​ອື່ນ ສະແດງ​ວ່າ​ເຮົາ​ບໍ່​ໄດ້ “ເຮັດ​ດີ” ກັບ​ເຂົາເຈົ້າ​ບໍ?

  • ລະຫວ່າງ​ການ​ໃຫ້​ຂອງຂວັນ​ໃນ​ຊ່ວງ​ເທດສະການ​ເທົ່າ​ນັ້ນ​ກັບ​ການ​ໃຫ້​ຂອງຂວັນ​ຕອນ​ໃດ​ກໍ​ໄດ້​ທີ່​ເຮົາ​ຢາກ​ໃຫ້ ແບບ​ໃດ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ຫຼາຍ​ກວ່າ?

  • ບາງ​ເທື່ອ​ພະຍານ​ພະເຢໂຫວາ​ກໍ​ເຮັດ​ບາງ​ຢ່າງ​ທີ່​ພິເສດ​ໃຫ້​ລູກ​ແລະ​ໃຫ້​ຂອງຂວັນ​ລູກ. ຖ້າ​ເຈົ້າ​ມີ​ລູກ ເຈົ້າ​ຈະ​ເຮັດ​ຫຍັງ​ທີ່​ພິເສດ​ໃຫ້​ເຂົາເຈົ້າ​ໄດ້​ແດ່?

ບາງຄົນ​ເວົ້າ​ວ່າ: “ບໍ່​ຕ້ອງ​ໄປ​ສົນ​ໃຈ​ດອກ​ວ່າ​ທີ່​ໄປ​ທີ່​ມາ​ຂອງ​ເທດສະການ​ເປັນ​ແນວ​ໃດ. ໄດ້​ຢູ່​ກັບ​ຄອບຄົວ​ແລະ​ໝູ່​ຄູ່​ກໍ​ດີ​ແລ້ວ.”

  • ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະເຢໂຫວາ​ຢາກ​ໃຫ້​ເຮົາ​ໃຊ້​ເວລາ​ກັບ​ຄອບຄົວ​ແລະ​ໝູ່​ຄູ່ ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ​ກັບ​ເຂົາ​ເຈົ້າ. ແຕ່​ເພິ່ນ​ບໍ່​ຢາກ​ໃຫ້​ເຮົາ​ໄປ​ເຂົ້າຮ່ວມ​ການ​ສະຫຼອງ​ຕ່າງໆ​ທີ່​ເພິ່ນ​ບໍ່​ພໍ​ໃຈ.

ຄຳຖາມ​ທົບ​ທວນ

  • ມີ​ຄຳຖາມ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ການ​ສະຫຼອງ​ແບບ​ໃດ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ?

  • ເຈົ້າ​ຈະ​ຊ່ວຍ​ຄອບຄົວ​ແລະ​ໝູ່​ຄູ່​ໃຫ້​ເຂົ້າໃຈ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ​ກ່ຽວກັບ​ການ​ສະຫຼອງ​ຕ່າງໆ​ໄດ້​ແນວ​ໃດ?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ເບິ່ງ​ວ່າ​ເທດສະການ​ຫຼື​ການ​ສະຫຼອງ​ຫຍັງ​ແດ່​ທີ່​ຄລິດສະຕຽນ​ບໍ່​ເຂົ້າຮ່ວມ.

“ເປັນຫຍັງ​ພະຍານ​ພະເຢໂຫວາ​ບໍ່​ສະຫຼອງ​ເທດສະການ​ວັນ​ພັກ​ບາງ​ຢ່າງ?” (ບົດ​ຄວາມ​ໃນ​ເວັບໄຊ)

ເຫດຜົນ 4 ຢ່າງ​ທີ່​ເຮັດ​ໃຫ້​ເຂົ້າໃຈ​ວ່າ​ການ​ສະຫຼອງ​ວັນ​ເກີດ​ເປັນ​ການ​ສະຫຼອງ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ.

“ເປັນຫຍັງ​ພະຍານ​ພະເຢໂຫວາ​ບໍ່​ສະຫຼອງ​ວັນ​ເກີດ?” (ບົດ​ຄວາມ​ໃນ​ເວັບໄຊ)

ເດັກ​ນ້ອຍ​ທີ່​ຮັກ​ພະເຢໂຫວາ​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ​ໄດ້​ແນວໃດ​ໃນ​ຊ່ວງ​ທີ່​ມີ​ການ​ສະຫຼອງ​ເທດສະການ​ຕ່າງໆ

ເຈົ້າ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ພະເຢໂຫວາ (11:35)

ຄລິດສະຕຽນ​ຫຼາຍ​ລ້ານ​ຄົນ​ບໍ່​ສະຫຼອງ​ຄລິດສະມາດ. ເຂົາເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຕັດສິນ​ໃຈ​ແບບນັ້ນ?

“ເຂົາເຈົ້າ​ພົບ​ສິ່ງ​ທີ່​ດີ​ກວ່າ” (ຫໍສັງເກດການ 1 ທັນວາ 2012)

a ເບິ່ງຄຳ​ອະທິບາຍ​ເພີ່ມເຕີມ 5 ເພື່ອ​ເບິ່ງ​ວ່າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຮັບ​ມື​ກັບ​ສະຖານະການ​ທີ່​ເຮົາ​ອາດ​ເຈິ​ໃນ​ຍາມ​ສະຫຼອງ​ບຸນ​ຕ່າງໆ.