ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 47

ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ບໍ?

ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ບໍ?

ເມື່ອ​ເຈົ້າ​ຮຽນ​ຄຳພີໄບເບິນ​ມາ​ຈົນ​ຮອດ​ຕອນນີ້ ເຈົ້າ​ຄື​ຊິ​ໄດ້​ຮູ້​ຫຼາຍ​ຢ່າງ​ກ່ຽວກັບ​ພະເຢໂຫວາ. ໄດ້​ຮູ້​ວ່າ​ເພິ່ນ​ມັກ​ຫຍັງ​ບໍ່​ມັກ​ຫຍັງ​ແລະ​ເຈົ້າ​ກໍ​ພະຍາຍາມ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ. ແຕ່​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ແລະ​ຮັບ​ບັບເຕມາ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ມີ​ບັນຫາ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ແລະ​ເຮົາ​ຈະ​ໄດ້​ເບິ່ງ​ນຳ​ວ່າ​ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ.

1. ເຈົ້າ​ຕ້ອງ​ມີ​ຄວາມ​ຮູ້​ຫຼາຍ​ສ່ຳ​ໃດ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້?

ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້​ເຈົ້າ​ຕ້ອງ​ມີ “ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.” (1 ຕີໂມທຽວ 2:4) ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ຮູ້​ທຸກ​ເລື່ອງ​ທີ່​ຢູ່​ໃນ​ຄຳພີໄບເບິນ​ກ່ອນ​ເຈົ້າ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້. ເພາະ​ແມ່ນ​ແຕ່​ຄົນ​ທີ່​ຮັບ​ບັບເຕມາ​ມາ​ຫຼາຍ​ປີ​ແລ້ວ​ກໍ​ຍັງ​ຕ້ອງ​ຮຽນ​ຫຼາຍ​ຂຶ້ນ​ເລື້ອຍໆ. (ໂກໂລຊາຍ 1:9, 10) ແຕ່​ສິ່ງ​ທີ່​ເຈົ້າ​ຕ້ອງ​ຮູ້​ກໍ​ຄື​ຄຳ​ສອນ​ພື້ນຖານ​ຂອງ​ຄຳພີໄບເບິນ. ແລະ​ຖ້າ​ເຈົ້າ​ຢາກ​ຮູ້​ວ່າ​ເຈົ້າ​ມີ​ຄວາມ​ຮູ້​ພຽງ​ພໍ​ແລ້ວ​ບໍ ຜູ້​ດູແລ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເຈົ້າ​ໄດ້.

2. ມີ​ຫຍັງ​ອີກ​ທີ່​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

ກ່ອນ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ “ກັບ​ໃຈ​ແລະ​ປ່ຽນແປງ​ຊີວິດ​ໃໝ່.” (ອ່ານ​ກິດຈະການ 3:19) ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຮູ້ສຶກ​ເສຍໃຈ​ແທ້ໆ​ກັບ​ຄວາມ​ຜິດ​ທຸກ​ຢ່າງ​ທີ່​ເຄີຍ​ເຮັດ​ໄປ​ແລະ​ອະທິດຖານ​ຂໍ​ພະເຢໂຫວາ​ໃຫ້​ອະໄພ​ເຈົ້າ. ແລ້ວ​ເຈົ້າ​ກໍ​ຕ້ອງ​ເຊົາ​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ບອກ​ວ່າ​ຜິດ​ແລະ​ຕັ້ງໃຈ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເພິ່ນ​ພໍ​ໃຈ​ນຳ. ນອກ​ຈາກ​ນັ້ນ ເຈົ້າ​ຄວນ​ໄປ​ປະກາດ​ແລະ​ໄປ​ປະຊຸມ​ກັບ​ປະຊາຄົມ​ເປັນ​ປະຈຳ.

3. ເປັນຫຍັງ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຮັບ​ບັບເຕມາ?

ບາງຄົນ​ບໍ່​ກ້າ​ຮັບ​ບັບເຕມາ​ເພາະ​ຢ້ານ​ວ່າ​ຈະ​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ພະເຢໂຫວາ​ບໍ່​ໄດ້. ກໍ​ແມ່ນ​ຢູ່ ບາງ​ຄັ້ງ​ຄົນ​ເຮົາ​ອາດຈະ​ເຮັດ​ຜິດ​ພາດ ຄຳພີໄບເບິນ​ກໍ​ບອກ​ວ່າ​ຄົນ​ຂອງ​ພະເຈົ້າ​ທີ່​ສັດຊື່​ໃນ​ສະໄໝ​ກ່ອນ​ກໍ​ເຮັດ​ຜິດ​ພາດ​ຄື​ກັນ. ແຕ່​ຂໍ​ຈື່​ໄວ້​ວ່າ​ພະເຢໂຫວາ​ບໍ່​ເຄີຍ​ຄາດ​ໝາຍ​ຫຍັງ​ທີ່​ເກີນ​ຄວາມ​ສາມາດ​ຂອງ​ເຮົາ. (ອ່ານ​ຄຳເພງ 103:13, 14) ຖ້າ​ເຈົ້າ​ພະຍາຍາມ​ເຮັດ​ດີ​ທີ່ສຸດ​ເທົ່າ​ທີ່​ເຈົ້າ​ເຮັດ​ໄດ້ ພະເຢໂຫວາ​ກໍ​ຈະ​ດີ​ໃຈ​ແລະ​ຈະ​ຊ່ວຍ​ເຈົ້າ. ເພິ່ນ​ຮັບຮອງ​ກັບ​ເຮົາ​ວ່າ ‘ຈະ​ບໍ່​ມີ​ຫຍັງ​ຂັດ​ຂວາງ​ຄວາມ​ຮັກ​ທີ່​ເພິ່ນ​ສະແດງ​ຕໍ່​ພວກ​ເຮົາ.’—ອ່ານ​ໂຣມ 8:38, 39

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ຖ້າ​ເຈົ້າ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ ເຈົ້າ​ກໍ​ຈະ​ເອົາ​ຊະນະ​ບັນຫາ​ຕ່າງໆ​ແລະ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ໄດ້.

4. ຮູ້ຈັກ​ພະເຢໂຫວາ​ຫຼາຍ​ຂຶ້ນ

ເຈົ້າ​ຕ້ອງ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ສ່ຳ​ໃດ? ກ່ອນ​ທີ່​ຈະ​ຮັບ​ບັບເຕມາ​ເຈົ້າ​ຕ້ອງ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ພໍ​ທີ່​ຈະ​ຮັກ​ເພິ່ນ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ເປີດ​ວິດີໂອເພື່ອ​ເບິ່ງ​ວ່າ​ອັນ​ໃດ​ຊ່ວຍ​ຫຼາຍ​ຄົນ​ທີ່​ຮຽນ​ຄຳພີໄບເບິນ​ໃຫ້​ເຮັດ​ແບບນັ້ນ​ໄດ້. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ວິດີໂອ ບາງຄົນ​ເຮັດ​ຫຍັງ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

ອ່ານ​ໂຣມ 12:2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ມີ​ບາງ​ຢ່າງ​ບໍ​ທີ່​ຄຳພີໄບເບິນ​ບອກ​ຫຼື​ທີ່​ພະຍານ​ພະເຢໂຫວາ​ສອນ​ທີ່​ເຈົ້າ​ຍັງ​ບໍ່​ແນ່​ໃຈ​ວ່າ​ເປັນ​ຄວາມ​ຈິງ?

  • ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຄິດ​ວ່າ​ເຈົ້າ​ຄວນ​ເຮັດ​ຫຍັງ?

5. ເອົາ​ຊະນະ​ບັນຫາ​ທີ່​ເຮັດ​ໃຫ້​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ

ເມື່ອ​ເຮົາ​ຕັດສິນ​ໃຈ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ແລະ​ຮັບ​ບັບເຕມາ ບໍ່​ແປກ​ທີ່​ເຮົາ​ອາດ​ເຈິ​ບັນຫາ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ວິດີໂອ ເພື່ອ​ຈະ​ຮັບ​ໃຊ້​ພະເຢໂຫວາ​ໄດ້ ນາເຣັງເກີເຣີ​ຕ້ອງ​ເອົາ​ຊະນະ​ບັນຫາ​ຫຍັງ​ແດ່?

  • ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ພະເຢໂຫວາ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ບັນຫາ​ເຫຼົ່າ​ນັ້ນ​ໄດ້​ແນວ​ໃດ?

ອ່ານ​ສຸພາສິດ 29:25 ແລະ 2 ຕີໂມທຽວ 1:7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ທີ່​ຈະ​ເອົາ​ຊະນະ​ບັນຫາ​ໄດ້?

6. ໄວ້ໃຈ​ວ່າ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໄດ້

ພະເຢໂຫວາ​ພ້ອມ​ທີ່​ຈະ​ຊ່ວຍ​ເຈົ້າ​ສະເໝີ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ວິດີໂອ ເປັນຫຍັງ​ນັກ​ສຶກສາ​ຄົນ​ໜຶ່ງ​ບໍ່​ກ້າ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ແລະ​ຮັບ​ບັບເຕມາ?

  • ລາວ​ຮູ້​ຫຍັງ​ກ່ຽວກັບ​ພະເຢໂຫວາ​ທີ່​ຊ່ວຍ​ໃຫ້​ລາວ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ?

ອ່ານ​ເອຊາອີ 41:10, 13 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ໄດ້​ສັນຍາ​ກັບ​ພະເຢໂຫວາ​ຕອນ​ທີ່​ເຈົ້າ​ອຸທິດ​ຕົວ​ໃຫ້​ເພິ່ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ຈະ​ເຮັດ​ຕາມ​ສັນຍາ​ນັ້ນ​ໄດ້?

7. ເຫັນ​ຄ່າ​ຫຼາຍ​ຂຶ້ນ​ໃນ​ຄວາມ​ຮັກ​ທີ່​ພະເຢໂຫວາ​ມີ​ຕໍ່​ເຈົ້າ

ແຮ່ງ​ເຈົ້າ​ຄິດເຖິງ​ພະເຢໂຫວາ​ວ່າ​ເພິ່ນ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ໃດ ເຈົ້າ​ກໍ​ຈະ​ແຮ່ງ​ຮູ້ສຶກ​ຂອບໃຈ​ເພິ່ນ​ແລະ​ຖ້າ​ເຈົ້າ​ຮູ້ສຶກ​ຂອບໃຈ​ເພິ່ນ​ຫຼາຍ​ຂຶ້ນ​ເຈົ້າ​ກໍ​ຈະ​ຢາກ​ຮັບ​ໃຊ້​ເພິ່ນ​ຕະຫຼອດໄປ. ອ່ານ​ຄຳເພງ 40:5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ມີ​ສິ່ງ​ດີໆ​ຫຍັງ​ແດ່​ທີ່​ມາ​ຈາກ​ພະເຢໂຫວາ​ທີ່​ເຈົ້າ​ປະທັບ​ໃຈ​ເປັນ​ພິເສດ?

ຜູ້ພະຍາກອນ​ເຢເຣມີຢາ​ຮັກ​ພະເຢໂຫວາ​ແລະ​ຮັກ​ຄຳ​ສອນ​ຂອງ​ເພິ່ນ ແລະ​ລາວ​ຮູ້ສຶກ​ຂອບໃຈ​ທີ່​ໄດ້​ມີ​ສິດທິ​ພິເສດ​ຮັບ​ໃຊ້​ພະເຢໂຫວາ. ລາວ​ບອກ​ວ່າ: “ຄຳ​ຂອງ​ພະອົງ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມສຸກ​ໃນ​ຫົວໃຈ​ເພາະ​ຂ້ອຍ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ.” (ເຢເຣມີ 15:16, ລ.ມ.) ຂໍ​ໃຫ້​ເຈົ້າ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ການ​ເປັນ​ພະຍານ​ພະເຢໂຫວາ​ຈຶ່ງ​ເປັນ​ສິດທິ​ພິເສດ​ຫຼາຍ?

  • ເຈົ້າ​ຢາກ​ຮັບ​ບັບເຕມາ​ເປັນ​ພະຍານ​ພະເຢໂຫວາ​ບໍ?

  • ມີ​ຫຍັງ​ບໍ​ທີ່​ເຮັດ​ໃຫ້​ເຈົ້າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ?

  • ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

ບາງຄົນ​ເວົ້າ​ວ່າ: “ຂ້ອຍ​ບໍ່​ກ້າ​ຮັບ​ບັບເຕມາ​ເພາະ​ຢ້ານ​ວ່າ​ຈະ​ເຮັດ​ບໍ່​ໄດ້​ຕາມ​ທີ່​ສັນຍາ​ໄວ້​ກັບ​ພະເຢໂຫວາ.”

  • ເຈົ້າ​ຮູ້ສຶກ​ແບບນັ້ນ​ບໍ?

ສະຫຼຸບ

ຖ້າ​ເຈົ້າ​ໃຫ້​ພະເຢໂຫວາ​ຊ່ວຍ ເຈົ້າ​ກໍ​ຈະ​ເອົາ​ຊະນະ​ບັນຫາ​ທຸກ​ຢ່າງ​ແລະ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ.

ຄຳຖາມ​ທົບ​ທວນ

  • ເຈົ້າ​ຕ້ອງ​ມີ​ຄວາມ​ຮູ້​ໃນ​ຄຳພີໄບເບິນ​ຫຼາຍ​ສ່ຳ​ໃດ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້?

  • ມີ​ຫຍັງ​ທີ່​ເຈົ້າ​ຕ້ອງ​ປ່ຽນແປງ​ກ່ອນ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

  • ເປັນຫຍັງ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຮັບ​ບັບເຕມາ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ອັນ​ໃດ​ຄວນ​ເປັນ​ເຫດຜົນ​ທີ່​ເຈົ້າ​ຕັດສິນ​ໃຈ​ຮັບ​ບັບເຕມາ?

“ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?” (ຫໍສັງເກດການ ມີນາ 2020)

ເຈົ້າ​ຈະ​ເອົາ​ຊະນະ​ບັນຫາ​ທີ່​ເຮັດ​ໃຫ້​ບໍ່​ພ້ອມ​ຮັບ​ບັບເຕມາ​ໄດ້​ແນວ​ໃດ?

“ມີ​ສິ່ງ​ໃດ​ບໍ​ທີ່​ຂັດ​ຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບເຕມາ?” (ຫໍສັງເກດການ ມີນາ 2019)

ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ຜູ້​ຊາຍ​ຄົນ​ໜຶ່ງ​ເອົາ​ຊະນະ​ບັນຫາ​ຍາກໆ​ໄດ້​ແນວ​ໃດ?

‘ເປັນຫຍັງ​ເຈົ້າ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ?’ (1:10)

ຕອນ​ທຳອິດ​ອາ​ຕາ​ບໍ່​ຢາກ​ຮັບ​ບັບເຕມາ. ແຕ່​ອັນ​ໃດ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ລາວ​ຄວນ​ຮັບ​ບັບເຕມາ?

ຂ້ອຍ​ຄວນ​ໄດ້​ຮັບ​ສິ່ງ​ນີ້​ແທ້​ບໍ? (7:21)