ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ອະທິບາຍ​ເພີ່ມ​ເຕີມ

ຄຳ​ອະທິບາຍ​ເພີ່ມ​ເຕີມ
  1.  ບາບີໂລນ​ໃຫຍ່​ແມ່ນ​ຫຍັງ?

  2.  ເມຊີອາ​ຈະ​ມາ​ຕອນ​ໃດ?

  3.  ວິທີ​ທາງ​ການ​ແພດ​ທີ່​ກ່ຽວຂ້ອງ​ກັບ​ເລືອດ

  4.  ການ​ແຍກ​ກັນ​ຢູ່

  5.  ມື້​ພັກ​ແລະ​ເທດສະການ​ຕ່າງໆ

  6.  ພະຍາດ​ຕິດ​ຕໍ່

  7.  ການ​ຈັດການ​ກັບ​ບັນຫາ​ທາງ​ທຸລະກິດ​ແລະ​ກົດໝາຍ

 1. ບາບີໂລນ​ໃຫຍ່​ແມ່ນ​ຫຍັງ?

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ “ບາບີໂລນ​ໃຫຍ່” ໝາຍ​ເຖິງ​ທຸກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ? (ພະນິມິດ 17:5) ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ນຳ​ກັນ:

  • ບາບີໂລນ​ໃຫຍ່​ມີ​ຢູ່​ທົ່ວ​ໂລກ. ຄຳ​ພີ​ໄບເບິນ​ບອກ​ວ່າ​ບາບີໂລນ​ໃຫຍ່​ນັ່ງ​ຢູ່​ເທິງ ‘ປະຊາຊົນ​ແລະ​ປະເທດ​ຕ່າງໆ’ ແລະ “ມີ​ອຳ​ນາດ​ປົກຄອງ​ພວກ​ກະສັດ​ຂອງ​ໂລກ.”—ພະນິມິດ 17:15, 18

  • ບາບີໂລນ​ໃຫຍ່​ບໍ່​ແມ່ນ​ລະບົບ​ທາງການເມືອງ​ຫຼື​ລະບົບ​ການຄ້າ. ເພາະ​ຕອນ​ທີ່​ບາບີໂລນ​ໃຫຍ່​ຖູກ​ທຳລາຍ “ກະສັດ​ຂອງ​ໂລກ” ແລະ “ພວກ​ພໍ່​ຄ້າ” ກໍ​ບໍ່​ໄດ້​ຖືກ​ທຳລາຍ.—ພະນິມິດ 18:9, 15

  • ບາບີໂລນ​ໃຫຍ່​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ. ບາບີໂລນ​ໃຫຍ່​ຖືກ​ເອີ້ນ​ວ່າ​ໂສເພນີ​ເພາະ​ລາວ​ຮ່ວມ​ມື​ກັບ​ລັດຖະບານ​ຕ່າງໆ​ເພື່ອ​ຈະ​ກອບ​ໂກຍ​ຜົນ​ປະໂຫຍດ​ແລະ​ຊັບ​ສິນ​ເງິນ​ຄຳ. (ພະນິມິດ 17:1, 2) ລາວ​ຫຼອກ​ລວງ​ຜູ້​ຄົນ​ຈາກ​ປະເທດ​ຕ່າງໆ. ແລະ​ລາວ​ເຮັດ​ໃຫ້​ຄົນ​ຈຳນວນ​ຫຼາຍ​ຕ້ອງ​ຕາຍ.—ພະນິມິດ 18:23, 24

ກັບ​ໄປ​ທີ່​ບົດ​ທີ 13 ຂໍ້ 6

 2. ເມຊີອາ​ຈະ​ມາ​ຕອນ​ໃດ?

ຄຳ​ພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ເມຊີອາ​ຈະ​ມາ​ຕອນ​ທີ່​ໄລຍະ​ເວລາ 69 ອາທິດ​ສິ້ນ​ສຸດ​ລົງ.—ອ່ານ​ດານຽນ 9:25

  • ໄລຍະ​ເວລາ 69 ອາທິດ​ເລີ່ມ​ຕົ້ນ​ຕອນ​ໃດ? ໄລຍະ​ເວລາ​ນີ້​ເລີ່ມ​ໃນ​ປີ 455 ກ່ອນ ຄ.ສ. ຕອນ​ນັ້ນ ເນເຫມີ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ເພື່ອ “ຟື້ນຟູ​ແລະ​ສ້າງ” ເມືອງ​ນີ້​ຂຶ້ນ​ໃໝ່.—ດານຽນ 9:25; ເນເຫມີ 2:1, 5-8

  • ໄລຍະ​ເວລາ 69 ອາທິດ​ດົນ​ສ່ຳ​ໃດ? ຄຳ​ພະຍາກອນ​ບາງ​ເລື່ອງ​ໃນ​ຄຳ​ພີ​ໄບເບິນ​ເຮັດ​ໃຫ້​ຮູ້​ວ່າ 1 ມື້​ອາດ​ໝາຍ​ເຖິງ 1 ປີ. (ຈົດເຊັນບັນຊີ 14:34; ເອເຊກຽນ 4:6) ໜຶ່ງ​ອາທິດ​ຫຼື 7 ມື້​ໝາຍ​ເຖິງ 7 ປີ. ດັ່ງນັ້ນ 69 ອາທິດ​ໃນ​ຄຳ​ພະຍາກອນ​ນີ້​ກໍ​ເລີຍ​ເທົ່າ​ກັບ 483 ປີ (69 ຄູນ 7).

  • ໄລຍະ​ເວລາ 69 ອາທິດ​ຈົບ​ລົງ​ຕອນ​ໃດ? ຖ້າ​ເລີ່ມ​ນັບ​ຈາກ​ປີ 455 ກ່ອນ ຄ.ສ ໄປ​ອີ​ກ 483 ປີ ເຮົາ​ກໍ​ຈະ​ຮູ້​ວ່າ​ໄລຍະ​ເວລາ​ນີ້​ຈົບ​ລົງ​ໃນ​ປີ ຄ.ສ 29. a ເຊິ່ງ​ປີນັ້ນ​ເປັນ​ປີທີ່​ພະ​ເຢຊູ​ຮັບ​ບັບເຕມາ​ແລະ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ເປັນ​ເມຊີອາ!—ລູກາ 3:1, 2, 21, 22

ກັບ​ໄປ​ທີ່​ບົດ​ທີ 15 ຂໍ້ 5

 3. ວິທີ​ທາງ​ການ​ແພດ​ທີ່​ກ່ຽວຂ້ອງ​ກັບ​ເລືອດ

ມີ​ວິທີ​ທາງ​ການ​ແພດ​ບາງ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ການໃຊ້​ເລືອດ​ຂອງ​ຄົນ​ປ່ວຍ​ເອງ. ເຊັ່ນ ໃຫ້​ຜູ້​ປ່ວຍ​ບໍລິຈາກ​ເລືອດ​ຂອງ​ລາວ​ໄວ້​ລ່ວງ​ໜ້າ​ຫຼາຍ​ອາທິດ​ກ່ອນ​ການ​ຜ່າ​ຕັດ​ເພື່ອ​ຈະ​ເອົາ​ມາ​ໃຊ້​ກັບ​ໂຕ​ລາວ​ເອງ ວິທີ​ນີ້​ຄລິດສະຕຽນ​ບໍ່​ສາມາດ​ຮັບ​ໄດ້.—ພະບັນຍັດ 15:23

ແຕ່​ກໍ​ມີ​ວິທີ​ທາງ​ການ​ແພດ​ບາງ​ຢ່າງ​ທີ່​ຄລິດສະຕຽນ​ອາດ​ຮັບ​ໄດ້. ເຊັ່ນ ການ​ກວດ​ເລືອດ (blood tests) ການ​ຟອກ​ເລືອດ​ດ້ວຍ​ເຄື່ອງ​ໝາກ​ໄຂ່​ຫຼັງ​ທຽມ (hemodialysis) ການ​ຫຼຸດ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ເລືອດ (hemodilution) ການໃຊ້​ເຄື່ອງ​ເກັບ​ລວບລວມ​ເລືອດ​ລະຫວ່າງ​ຜ່າ​ຕັດ​ເພື່ອ​ເຮັດ​ຄວາມ​ສະອາດ​ແລະ​ເອົາ​ກັບ​ເຂົ້າ​ສູ່​ຮ່າງກາຍ (cell-salvage) ການໃຊ້​ເຄື່ອງ​ຫົວໃຈ​ແລະ​ປອດ​ທຽມ (heart-lung bypass machine). ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ໃຫ້​ເຮັດ​ແນວ​ໃດ​ກັບ​ເລືອດ​ຂອງ​ລາວ​ໃນ​ຂັ້ນ​ຕອນ​ການ​ປິ່ນປົວ ການ​ກວດ​ທາງ​ການ​ແພດ ຫຼື​ການ​ບຳບັດ​ປິ່ນປົວ​ທີ່​ໄດ້​ຮັບ​ຢູ່. ແພດ​ແຕ່​ລະ​ຄົນ​ອາດ​ໃຊ້​ວິທີ​ການ​ປິ່ນປົວ​ເຫຼົ່ານີ້​ຕ່າງ​ກັນ​ໜ້ອຍ​ໜຶ່ງ. ດັ່ງນັ້ນ ກ່ອນ​ຈະ​ຍອມ​ຮັບ​ວິທີ​ຜ່າ​ຕັດ ການ​ກວດ​ທາງ​ການ​ແພດ ຫຼື​ການ​ປິ່ນປົວ​ແບບ​ໃດ​ແບບ​ໜຶ່ງ ຄລິດສະຕຽນ​ຕ້ອງ​ກວດ​ສອບ​ໃຫ້​ດີ​ວ່າ​ຈະ​ມີ​ການ​ໃຊ້​ເລືອດ​ຂອງ​ໂຕເອງ​ແນວ​ໃດ. ໂດຍ​ຖາມ​ໂຕເອງ​ດ້ວຍ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ເລືອດ​ບາງ​ສ່ວນ​ຂອງ​ຂ້ອຍ​ໄຫຼ​ອອກ​ຈາກ​ຮ່າງກາຍ​ຊົ່ວຄາວ​ເພື່ອ​ເຂົ້າ​ໄປ​ສູ່​ອຸປະກອນ​ບາງ​ຢ່າງ ໂດຍ​ຂັ້ນ​ຕອນ​ເຫຼົ່ານີ້​ອາດ​ມີ​ການ​ຢຸດ​ເປັນ​ບາງ​ໄລຍະ ຈາກ​ນັ້ນ​ເລືອດ​ກໍ​ຈະ​ໄຫຼ​ກັບ​ເຂົ້າ​ຮ່າງກາຍ​ຂອງ​ຂ້ອຍ​ອີກ​ເທື່ອ​ໜຶ່ງ. ຄັນຊັ້ນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຂ້ອຍ​ຈະ​ຖື​ວ່າ​ເລືອດ​ນັ້ນ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຕ​ຂ້ອຍ​ບໍ ຫຼື​ຂ້ອຍ​ຖື​ວ່າ​ຕ້ອງ “ເທ​ເລືອດ​ໃຫ້​ໄຫຼ​ລົງ​ດິນ”?—ພະບັນຍັດ 12:23, 24, ລ.ມ.

  • ຖ້າ​ມີ​ການ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ຂ້ອຍ​ອອກ​ຈາກ​ຮ່າງກາຍ​ໄປ​ດັດ​ແປງ​ໂດຍ​ຜ່ານ​ຂັ້ນ​ຕອນ​ບາງ​ຢ່າງ​ແລ້ວ​ເອົາ​ກັບ​ເຂົ້າ​ສູ່​ຮ່າງກາຍ​ອີກ​ເທື່ອ​ໜຶ່ງ​ເດ? ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຂ້ອຍ​ທີ່​ເປັນ​ໄປ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ​ຈະ​ຍອມ​ຮັບ​ໄດ້​ບໍ?

ກັບ​ໄປ​ທີ່​ບົດ​ທີ 39 ຂໍ້ 3

 4. ການ​ແຍກ​ກັນ​ຢູ່

ຄຳພີໄບເບິນ​ບອກ​ວ່າ​ຜົວ​ເມຍ​ບໍ່​ຄວນ​ແຍກ​ກັນ​ຢູ່​ແລະ​ບອກ​ຢ່າງ​ຈະແຈ້ງ​ວ່າ​ການ​ແຍກ​ກັນ​ຢູ່​ບໍ່​ໄດ້​ເຮັດ​ໃຫ້​ແຕ່​ລະ​ຝ່າຍ​ມີ​ສິດ​ທີ່​ຈະ​ແຕ່ງດອງ​ໃໝ່. (1 ໂກຣິນໂທ 7:10, 11) ອາດ​ມີ​ບາງ​ສະຖານະການ​ທີ່​ຄລິດສະຕຽນ​ບາງຄົນ​ຕັດສິນ​ໃຈ​ແຍກ​ກັນ​ຢູ່​ກັບ​ຄູ່​ຂອງ​ລາວ.

  • ຕັ້ງໃຈ​ບໍ່​ເບິ່ງ​ແຍງ​ຄອບຄົວ: ຜົວ​ບໍ່​ຍອມ​ຫາ​ລ້ຽງ​ຄອບຄົວ ຈົນ​ເຖິງຂັ້ນ​ທີ່​ຄົນ​ໃນ​ຄອບຄົວ​ບໍ່​ມີ​ຫຍັງ​ຈະ​ກິນ.—1 ຕີໂມທຽວ 5:8

  • ທຳ​ຮ້າຍ​ຮ່າງກາຍ​ຫຼາຍ​ເທື່ອ: ມີ​ການ​ທຳ​ຮ້າຍ​ຮ່າງກາຍ​ອີກ​ຝ່າຍ​ໜຶ່ງ​ຈົນ​ບາດເຈັບ​ຫຼື​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ແລະ​ຊີວິດ.—ຄາລາເຕຍ 5:19-21

  • ຂັດ​ຂວາງ​ບໍ່​ຍອມ​ໃຫ້​ອີກ​ຝ່າຍ​ໜຶ່ງ​ຮັບ​ໃຊ້​ພະເຢໂຫວາ​ຢ່າງ​ເດັດຂາດ: ຜົວ​ຫຼື​ເມຍ​ຂັດ​ຂວາງ​ຈົນ​ເຮັດ​ໃຫ້​ອີກ​ຝ່າຍ​ໜຶ່ງ​ບໍ່​ສາມາດ​ນະມັດສະການ​ພະເຢໂຫວາ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ເພິ່ນ​ໄດ້.—ກິດຈະການ 5:29

ກັບ​ໄປ​ທີ່​ບົດ​ທີ 42 ຂໍ້ 3

 5. ມື້​ພັກ​ແລະ​ເທດສະການ​ຕ່າງໆ

ຄລິດສະຕຽນ​ບໍ່​ເຂົ້າຮ່ວມ​ເທດສະການ​ຫຼື​ການ​ສະຫຼອງ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ. ແຕ່​ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ​ໂດຍ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ກົງ​ກັບ​ຫຼັກການ​ໃນ​ຄຳພີໄບເບິນ​ວ່າ​ຈະ​ເຮັດ​ແນວ​ໃດ​ໃນ​ສະຖານະການ​ຕ່າງໆ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນຳ​ກັນ.

  • ຖ້າ​ມີ​ຄົນ​ທັກທາຍ​ເຈົ້າ​ດ້ວຍ​ຄຳເວົ້າ​ທີ່​ນິຍົມ​ເວົ້າ​ໃນ​ຊ່ວງ​ເທດສະການ. ເຈົ້າ​ອາດ​ມີ​ແຕ່​ຕອບ​ໄປ​ວ່າ “ຂອບໃຈ.” ແລະ​ຖ້າ​ລາວ​ຢາກ​ຮູ້​ວ່າ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ສະຫຼອງ​ເທດສະການ​ນັ້ນ ເຈົ້າ​ກໍ​ອະທິບາຍ​ໃຫ້​ລາວ​ຟັງ.

  • ຖ້າ​ຄູ່​ຂອງ​ເຈົ້າ​ບໍ່​ແມ່ນ​ພະຍານ​ພະເຢໂຫວາ ແລະ​ລາວ​ຊວນ​ເຈົ້າ​ໄປ​ກິນ​ເຂົ້າ​ກັບ​ຍາດ​ພີ່ນ້ອງ​ໃນ​ຊ່ວງ​ມື້​ພັກ​ເທດສະການ. ຖ້າ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ​ຍອມ​ໃຫ້​ໄປ ເຈົ້າ​ອາດ​ບອກ​ກັບ​ຄູ່​ຂອງ​ເຈົ້າ​ລ່ວງ​ໜ້າ​ວ່າ​ຖ້າ​ໃນ​ງານ​ນັ້ນ​ມີ​ການ​ເຮັດ​ບາງ​ຢ່າງ​ທີ່​ພະເຢໂຫວາ​ບໍ່​ພໍ​ໃຈ ເຈົ້າ​ກໍ​ຈະ​ບໍ່​ມີ​ສ່ວນ​ຮ່ວມ​ເຮັດ​ສິ່ງ​ນັ້ນ​ນຳ.

  • ຖ້າ​ຫົວ​ໜ້າ​ຢາກ​ໃຫ້​ໂບ​ນັດ​ເຈົ້າ​ໃນ​ຊ່ວງ​ເທດສະການ. ເຈົ້າ​ຄວນ​ເຮັດ​ແນວ​ໃດ? ເຈົ້າ​ຈະ​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ຫຼື​ບໍ່​ຮັບ ອາດ​ຂຶ້ນ​ຢູ່​ກັບ​ວ່າ​ຫົວ​ໜ້າ​ໃຫ້​ໂບ​ນັດ​ຍ້ອນຫຍັງ. ຫົວ​ໜ້າ​ຖື​ວ່າ​ໂບ​ນັດ​ນັ້ນ​ເປັນ​ຂອງຂວັນ​ສຳລັບ​ເທດສະການ​ນັ້ນ​ບໍ ຫຼື​ລາວ​ຢາກ​ຈະ​ໃຫ້​ໂບ​ນັດ​ຍ້ອນ​ເຈົ້າ​ເຮັດ​ວຽກ​ໄດ້​ດີ?

  • ຖ້າ​ມີ​ຄົນ​ໃຫ້​ຂອງຂວັນ​ເຈົ້າ​ໃນ​ຊ່ວງ​ເທດສະການ. ລາວ​ອາດ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ເຈົ້າ​ບໍ່​ສະຫຼອງ​ເທດສະການ ແຕ່​ຂ້ອຍ​ກໍ​ຢາກ​ໃຫ້​ຂອງຂວັນ​ນີ້​ກັບ​ເຈົ້າ​ເດີ.” ອາດ​ເປັນ​ໄປ​ໄດ້​ວ່າ​ຄົນ​ທີ່​ໃຫ້​ຂອງຂວັນ​ຢາກ​ສະແດງ​ນ້ຳໃຈ​ກັບ​ເຈົ້າ. ແຕ່​ເຈົ້າ​ຕ້ອງ​ຄິດ​ໃຫ້​ດີ​ວ່າ​ແທ້ໆ​ແລ້ວ ລາວ​ຢາກ​ທົດສອບ​ຄວາມ​ເຊື່ອ​ຂອງ​ເຈົ້າ​ບໍ? ລາວ​ກຳລັງ​ພະຍາຍາມ​ຊັກຊວນ​ໃຫ້​ເຈົ້າ​ຮ່ວມ​ສະຫຼອງ​ເທດສະການ​ບໍ? ເມື່ອ​ຄິດ​ຢ່າງ​ຮອບຄອບ​ແລ້ວ ເຈົ້າ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ​ວ່າ​ຈະ​ຮັບ​ຂອງຂວັນ​ນັ້ນ​ຫຼື​ບໍ່. ເຮົາ​ບໍ່​ຢາກ​ໃຫ້​ການ​ຕັດສິນ​ໃຈ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ແລະ​ເຮົາ​ຢາກ​ສັດຊື່​ຕໍ່​ພະເຢໂຫວາ.—ກິດຈະການ 23:1

ກັບ​ໄປ​ທີ່​ບົດ​ທີ 44 ຂໍ້ 1

 6. ພະຍາດ​ຕິດ​ຕໍ່

ຖ້າ​ເຮົາ​ຮູ້​ໂຕ​ວ່າ​ເຮົາ​ເປັນ​ພະຍາດ​ຕິດ​ຕໍ່​ຫຼື​ພຽງ​ແຕ່​ສົງໄສ​ວ່າ​ເຮົາ​ອາດຈະ​ເປັນ ເຮົາ​ຕ້ອງ​ລະວັງ​ເປັນ​ພິເສດ ເຮົາ​ຮັກ​ຄົນອື່ນ​ເຮົາ​ເລີຍ​ບໍ່​ຢາກ​ໃຫ້​ຄົນອື່ນ​ຕິດ​ພະຍາດ​ຈາກ​ເຮົາ. ເຮົາ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ຄຳພີໄບເບິນ​ບອກ​ວ່າ: “ໃຫ້​ຮັກ​ຄົນອື່ນ​ຄື​ກັບ​ຮັກ​ຕົວເອງ.”—ໂຣມ 13:8-10

ຄົນ​ທີ່​ເປັນ​ພະຍາດ​ຕິດ​ຕໍ່​ຈະ​ເຮັດ​ຕາມ​ຂໍ້​ຄຳພີ​ນີ້​ໄດ້​ແນວໃດ? ລາວ​ຄວນ​ຫຼີກ​ລ່ຽງ​ການ​ສຳຜັດ​ຜູ້​ອື່ນ​ໂດຍ​ການ​ຈັບ​ມື ກອດ ຫຼື​ຈູບ. ລາວ​ບໍ່​ຄວນ​ຮູ້ສຶກ​ບໍ່​ດີ​ຖ້າ​ບາງຄົນ​ບໍ່​ຊວນ​ລາວ​ໄປ​ເຮືອນ​ຍ້ອນ​ຢາກ​ປ້ອງກັນ​ບໍ່​ໃຫ້​ຄົນ​ໃນ​ເຮືອນ​ຕິດ​ເຊື້ອ. ແລະ​ຖ້າ​ຄົນ​ທີ່​ເປັນ​ພະຍາດ​ຕິດ​ຕໍ່​ຢາກ​ຈະ​ຮັບ​ບັບເຕມາ ລາວ​ຄວນ​ບອກ​ກັບ​ຜູ້​ປະສານງານ​ຄະນະ​ຜູ້​ດູແລ​ລ່ວງ​ໜ້າ​ວ່າ​ລາວ​ເປັນ​ພະຍາດ​ຕິດ​ຕໍ່ ເພື່ອ​ຈະ​ຫາ​ວິທີ​ປ້ອງກັນ​ບໍ່​ໃຫ້​ຜູ້​ຮັບ​ບັບເຕມາ​ຄົນອື່ນ​ຕິດ​ພະຍາດ​ຈາກ​ລາວ. ນອກຈາກນັ້ນ ກ່ອນ​ທີ່​ຈະ​ເລີ່ມ​ຄົບຫາ​ເປັນ​ແຟນ​ກັບ​ໃຜ​ຄົນ​ໜຶ່ງ ຄົນ​ທີ່​ຄິດ​ວ່າ​ໂຕເອງ​ອາດ​ເປັນ​ພະຍາດ​ຕິດ​ຕໍ່​ຄວນ​ເຕັມໃຈ​ໄປ​ກວດ​ເລືອດ. ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ລາວ​ຫ່ວງໃຍ​ຄົນອື່ນ ແລະ​ເຮັດ​ຕາມ​ຄຳແນະນຳ​ທີ່​ບອກ​ວ່າ “ຢ່າ​ເຫັນ​ແກ່​ຜົນ​ປະໂຫຍດ​ສ່ວນ​ຕົວ​ເທົ່າ​ນັ້ນ ໃຫ້​ເຫັນ​ແກ່​ຜົນ​ປະໂຫຍດ​ຂອງ​ຄົນອື່ນ​ນຳ.”—ຟີລິບປອຍ 2:4

ກັບ​ໄປ​ທີ່​ບົດ​ທີ 56 ຂໍ້ 2

 7. ການ​ຈັດການ​ກັບ​ບັນຫາ​ທາງ​ທຸລະກິດ​ແລະ​ກົດໝາຍ

ເຮົາ​ຈະ​ປ້ອງກັນ​ບໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ໃນ​ເລື່ອງ​ທຸລະກິດ​ແລະ​ເລື່ອງ​ເງິນ​ໄດ້​ໂດຍ​ການ​ເຮັດ​ສັນຍາ​ທຸກ​ຢ່າງ​ເປັນ​ລາຍລັກ​ອັກສອນ ເຮົາ​ຄວນ​ເຮັດ​ແບບ​ນີ້​ສະເໝີ​ເຖິງ​ວ່າ​ຈະ​ເປັນ​ພີ່ນ້ອງ​ຄລິດສະຕຽນ​ນຳ​ກັນ​ກໍ​ຕາມ. (ເຢເຣມີ 32:9-12) ບາງ​ຄັ້ງ​ຄລິດສະຕຽນ​ອາດ​ມີ​ບັນຫາ​ກັນ​ແດ່​ໃນ​ເລື່ອງ​ເງິນ​ຫຼື​ເລື່ອງ​ອື່ນໆ. ແຕ່​ເຂົາເຈົ້າ​ຄວນ​ຈະ​ຈັດການ​ກັບ​ບັນຫາ​ນັ້ນ​ໃຫ້​ໄວ​ທີ່ສຸດ​ໂດຍ​ລົມ​ກັນ​ເປັນ​ສ່ວນ​ໂຕ ແລະ​ແກ້​ບັນຫາ​ຢ່າງ​ສັນຕິ.

ແຕ່​ຈະ​ເຮັດ​ແນວໃດ​ຖ້າ​ເກີດ​ບັນຫາ​ຮ້າຍແຮງ ເຊັ່ນ ການ​ສໍ້​ໂກງ​ຫຼື​ການ​ໃສ່​ຮ້າຍ​ໃຫ້​ເສື່ອມ​ເສຍ​ຊື່ສຽງ? (ອ່ານ​ມັດທາຍ 18:15-17) ພະເຢຊູ​ບອກ 3 ຂັ້ນ​ຕອນ​ທີ່​ເຮົາ​ຕ້ອງ​ເຮັດ:

  1. ພະຍາຍາມ​ໄປ​ລົມ​ກັບ​ລາວ​ເປັນ​ສ່ວນ​ໂຕ​ກ່ອນ.—ເບິ່ງ​ຂໍ້ 15.

  2. ຖ້າ​ຍັງ​ແກ້​ບັນຫາ​ບໍ່​ໄດ້ ໃຫ້​ພາ​ອີກ​ໜຶ່ງ​ຫຼື​ສອງ​ຄົນ​ໄປ​ນຳ ຄົນ​ທີ່​ພາ​ໄປ​ຄວນ​ເປັນ​ພີ່ນ້ອງ​ຄລິດສະຕຽນ​ໃນ​ປະຊາຄົມ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່.—ເບິ່ງ​ຂໍ້ 16

  3. ຖ້າ​ບັນຫາ​ຍັງ​ບໍ່​ຈົບ ໃຫ້​ບອກ​ກັບ​ຜູ້​ດູແລ​ໃນ​ປະຊາຄົມ.—ເບິ່ງ​ຂໍ້ 17

ສ່ວນ​ໃຫຍ່​ແລ້ວ​ເຮົາ​ບໍ່​ຄວນ​ຟ້ອງ​ຮ້ອງ​ພີ່ນ້ອງ​ແລະ​ບໍ່​ຄວນ​ສູ້​ຄະດີ​ກັນ​ໃນ​ສານ ເພາະ​ການ​ເຮັດ​ແບບນັ້ນ​ອາດ​ເຮັດ​ໃຫ້​ພະເຢໂຫວາ​ແລະ​ປະຊາຄົມ​ເສຍ​ຊື່ສຽງ. (1 ໂກຣິນໂທ 6:1-8) ແຕ່​ກໍ​ອາດ​ມີ​ບາງ​ເລື່ອງ​ທີ່​ຈຳເປັນ​ຕ້ອງ​ໄດ້​ດຳເນີນ​ການ​ທາງ​ກົດໝາຍ ເຊັ່ນ ການ​ຢ່າ​ຮ້າງ ສິດ​ໃນ​ການ​ລ້ຽງ​ລູກ ການ​ຂໍ​ຮັບ​ຄ່າ​ລ້ຽງ​ດູ ການ​ຂໍ​ຮັບ​ເງິນ​ປະກັນ ການ​ຟ້ອງ​ລົ້ມ​ລະ​ລາຍ ຫຼື​ພິໄນກຳ. ແຕ່​ຄລິດສະຕຽນ​ກໍ​ຄວນ​ຈັດການ​ເລື່ອງ​ຕ່າງໆ​ຢ່າງ​ສັນຕິ​ແລະ​ບໍ່​ຂັດ​ແຍ່ງ​ກັບ​ຄຳແນະນຳ​ໃນ​ຄຳພີໄບເບິນ.

ແຕ່​ຖ້າ​ມີ​ອາດຊະຍາກຳ​ຮ້າຍແຮງ​ເກີດ​ຂຶ້ນ ເຊັ່ນ ການ​ຂົ່ມຂືນ ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ ການ​ທຳ​ຮ້າຍ​ຮ່າງກາຍ ການ​ລັກ​ຂະໂມຍ​ໃນ​ສະຖານ​ຮ້າຍແຮງ ຫຼື​ການ​ຄາຕະກຳ ຄລິດສະຕຽນ​ສາມາດ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າທີ່​ບ້ານ​ເມືອງ​ໄດ້ ການ​ແຈ້ງ​ຄວາມ​ໃນ​ກໍລະນີ​ແບບ​ນີ້​ບໍ່​ຂັດ​ແຍ່ງ​ກັບ​ຄຳແນະນຳ​ໃນ​ຄຳພີໄບເບິນ.

ກັບ​ໄປ​ທີ່​ບົດ​ທີ 56 ຂໍ້ 3

a ຕັ້ງ​ແຕ່​ປີ 455 ກ່ອນ ຄ.ສ ຮອດ​ປີ 1 ກ່ອນ ຄ.ສ ເປັນ​ເວລາ 454 ປີ. ຕັ້ງ​ແຕ່​ປີ 1 ກ່ອນ ຄ.ສ ຮອດ​ປີ ຄ.ສ 1 ເປັນ​ເວລາ 1 ປີ (ບໍ່​ມີ​ປີ ຄ.ສ 0). ແລະ​ຕັ້ງ​ແຕ່​ປີ ຄ.ສ 1 ຮອດ​ປີ ຄ.ສ 29 ເປັນ​ເວລາ 28 ປີ. ເມື່ອ​ເອົາ​ເວລາ​ທັງ​ໝົດ​ມາ​ລວມ​ກັນ​ຈະ​ເທົ່າ​ກັບ 483 ປີ.