ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 49

ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 1

ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 1

ມື້​ແຕ່ງດອງ​ເປັນ​ມື້​ທີ່​ເຈົ້າ​ບ່າວ​ເຈົ້າ​ສາວ​ມີ​ຄວາມສຸກ​ຫຼາຍ ເຂົາເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຢູ່​ນຳ​ກັນ​ຢ່າງ​ມີ​ຄວາມສຸກ​ແບບ​ນີ້​ໄປ​ຕະຫຼອດ​ຊີວິດ. ຄລິດສະຕຽນ​ທີ່​ແຕ່ງດອງ​ກັນ​ມາ​ດົນ​ຫຼາຍ​ປີ​ຮູ້​ວ່າ​ເລື່ອງ​ນີ້​ເປັນ​ໄປ​ໄດ້. ເຂົາເຈົ້າ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີໄບເບິນ ຊີວິດ​ຄູ່​ຂອງ​ເຂົາເຈົ້າ​ຈຶ່ງ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ.

1. ຄຳພີໄບເບິນ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ຜົວ?

ພະເຢໂຫວາ​ໃຫ້​ຜົວ​ເປັນ​ຜູ້​ນຳ​ຄອບຄົວ. (ອ່ານ​ເອເຟໂຊ 5:23) ພະເຢໂຫວາ​ຢາກ​ໃຫ້​ຜົວ​ເປັນ​ຄົນ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ​ແຕ່​ລາວ​ກໍ​ຕ້ອງ​ຄິດເຖິງ​ປະໂຫຍດ​ຂອງ​ຄອບຄົວ​ນຳ. ຄຳພີໄບເບິນ​ບອກ​ຜົວ​ວ່າ: “ໃຫ້​ຮັກ​ເມຍ​ສະເໝີ.” (ເອເຟໂຊ 5:25) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຜົວ​ທີ່​ຮັກ​ເມຍ​ຈະ​ເຮັດ​ດີ​ກັບ​ເມຍ​ທັງ​ຕອນ​ທີ່​ຢູ່​ຕໍ່​ໜ້າ​ຄົນ​ອື່ນ​ແລະ​ຕອນ​ຢູ່​ເຮືອນ. ລາວ​ຈະ​ປົກ​ປ້ອງ​ເມຍ​ສະເໝີ​ແລະ​ເບິ່ງ​ແຍງ​ເມຍ​ຢ່າງ​ດີ​ທັງ​ດ້ານ​ຮ່າງກາຍ​ແລະ​ດ້ານ​ອາລົມ​ຄວາມ​ຮູ້ສຶກ. (1 ຕີໂມທຽວ 5:8) ແຕ່​ທີ່​ສຳຄັນ​ທີ່ສຸດ ລາວ​ຕ້ອງ​ຊ່ວຍ​ເມຍ​ໃຫ້​ສະໜິດ​ກັບ​ພະເຢໂຫວາ. (ມັດທາຍ 4:4) ຕົວຢ່າງ​ເຊັ່ນ ລາວ​ອາດ​ອະທິດຖານ​ແລະ​ອ່ານ​ຄຳພີໄບເບິນ​ກັບ​ເມຍ​ເປັນ​ປະຈຳ. ຖ້າ​ຜົວ​ຮັກ​ແລະ​ເບິ່ງ​ແຍງ​ເມຍ​ຢ່າງ​ດີ ລາວ​ເອງ​ກໍ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ນຳ.—ອ່ານ 1 ເປໂຕ 3:7

2. ຄຳພີໄບເບິນ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ເມຍ?

ຄຳພີໄບເບິນ​ບອກ​ເມຍ​ວ່າ​ລາວ “ຄວນ​ນັບ​ຖື​ຜົວ​ຈາກ​ໃຈ.” (ເອເຟໂຊ 5:33) ລາວ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວ​ໃດ? ເມຍ​ຈະ​ເຮັດ​ແບບນັ້ນ​ໄດ້​ໂດຍ​ພະຍາຍາມ​ຄິດເຖິງ​ຂໍ້​ດີ​ຂອງ​ຜົວ​ແລະ​ຄິດເຖິງ​ສິ່ງ​ທີ່​ຜົວ​ເຮັດ​ເພື່ອ​ເບິ່ງ​ແຍງ​ລາວ​ກັບ​ລູກ. ລາວ​ຈະ​ນັບ​ຖື​ຜົວ​ໂດຍ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ຜົວ ນອກ​ຈາກ​ນັ້ນ ລາວ​ຄວນ​ເວົ້າ​ດີ​ໆ​ກັບ​ຜົວ​ແລະ​ເວົ້າ​ເຖິງ​ຜົວ​ໃນ​ແງ່​ດີ​ສະເໝີ​ເຖິງ​ວ່າ​ຜົວ​ຈະ​ບໍ່​ໄດ້​ນັບ​ຖື​ພະເຢໂຫວາ.

3. ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຊີວິດ​ຄູ່​ຈະ​ໝັ້ນຄົງ?

ຄຳພີໄບເບິນ​ເວົ້າ​ເຖິງ​ຄົນ​ທີ່​ແຕ່ງດອງ​ແລ້ວ​ວ່າ: “ທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ​ກັນ.” (ມັດທາຍ 19:5) ດັ່ງນັ້ນ ເຂົາເຈົ້າ​ຕ້ອງ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ບໍ່​ໃຫ້​ຄວາມ​ຮັກ​ຈືດ​ຈາງ​ລົງ. ເຂົາເຈົ້າ​ຈະ​ເຮັດ​ແບບນັ້ນ​ໂດຍ​ໃຊ້​ເວລາ​ນຳ​ກັນ​ສະເໝີ​ແລະ​ບອກ​ໃຫ້​ອີກ​ຝ່າຍ​ໜຶ່ງ​ຮູ້​ວ່າ​ລາວ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ແທ້ໆ. ນອກ​ຈາກ​ພະເຢໂຫວາ​ແລ້ວ​ເຂົາເຈົ້າ​ຈະ​ບໍ່​ຍອມ​ໃຫ້​ໃຜ​ຫຼື​ສິ່ງ​ໃດ​ມາ​ສຳຄັນ​ກວ່າ​ຄູ່​ຂອງ​ເຂົາເຈົ້າ. ແລະ​ເຂົາເຈົ້າ​ຈະ​ລະວັງ​ເປັນ​ພິເສດ​ທີ່​ຈະ​ບໍ່​ສະໜິດ​ສະໜົມ​ຫຼາຍ​ເກີນ​ໄປ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄູ່​ຂອງ​ໂຕເອງ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ມີ​ຫຼັກການ​ຫຍັງ​ແດ່​ໃນ​ຄຳພີໄບເບິນ​ທີ່​ຈະ​ຊ່ວຍ​ໃຫ້​ຊີວິດ​ຄູ່​ຂອງ​ເຈົ້າ​ໝັ້ນຄົງ.

4. ຜົວ​ຄວນ​ຮັກ​ແລະ​ເບິ່ງ​ແຍງ​ເມຍ​ຂອງ​ໂຕເອງ​ຢ່າງ​ດີ

ຄຳພີໄບເບິນ​ບອກ​ວ່າ “ຜົວ . . . ຄວນ​ຮັກ​ເມຍ​ຄື​ກັບ​ຮັກ​ຮ່າງກາຍ​ຂອງ​ຕົວເອງ.” (ເອເຟໂຊ 5:28, 29) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຜົວ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຮັກ​ແລະ​ສົນ​ໃຈ​ເມຍ?

ອ່ານ​ໂກໂລຊາຍ 3:12 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຜົວ​ຈະ​ເອົາ​ຄຳ​ແນະນຳ​ນີ້​ໄປ​ໃຊ້​ແທ້​ໄດ້​ແນວ​ໃດ​ໃນ​ຊີວິດ​ຄູ່?

5. ເມຍ​ຄວນ​ຮັກ​ແລະ​ນັບ​ຖື​ຜົວ​ຂອງ​ລາວ

ຄຳພີໄບເບິນ​ບອກ​ວ່າ​ເມຍ​ຄວນ​ນັບ​ຖື​ຜົວ​ບໍ່​ວ່າ​ຜົວ​ຈະ​ນະມັດສະການ​ພະເຢໂຫວາ​ຫຼື​ບໍ່. ອ່ານ 1 ເປໂຕ 3:1, 2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ຜົວ​ຂອງ​ເຈົ້າ​ບໍ່​ນັບ​ຖື​ພະເຢໂຫວາ ແນ່ນອນ​ວ່າ​ເຈົ້າ​ຢາກ​ໃຫ້​ລາວ​ມາ​ນະມັດສະການ​ເພິ່ນ. ແຕ່​ເຈົ້າ​ຄິດ​ວ່າ​ວິທີ​ໃດ​ຈະ​ໄດ້​ຜົນ​ຫຼາຍ​ກວ່າ​ກັນ ລະຫວ່າງ​ການ​ເວົ້າ​ເລື່ອງ​ຄຳພີໄບເບິນ​ໃຫ້​ລາວ​ຟັງ​ທຸກ​ມື້​ຫຼື​ການ​ທີ່​ເຈົ້າ​ສະແດງ​ຄວາມ​ນັບ​ຖື​ແລະ​ເຮັດ​ດີ​ຕໍ່​ລາວ? ເປັນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

ຄື​ຊິ​ດີ​ຖ້າ​ຜົວ​ແລະ​ເມຍ​ມີ​ຄວາມຄິດ​ເຫັນ​ທີ່​ກົງ​ກັນ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ໃນ​ບາງ​ເລື່ອງ. ແຕ່​ກໍ​ອາດ​ມີ​ບາງ​ຄັ້ງ​ທີ່​ເມຍ​ບໍ່​ເຫັນດີ​ກັບ​ຜົວ. ຖ້າ​ເປັນ​ແບບນັ້ນ​ລາວ​ກໍ​ຄວນ​ໃຈ​ເຢັນໆ​ແລະ​ບອກ​ຜົວ​ດ້ວຍ​ຄວາມ​ນັບ​ຖື​ວ່າ​ລາວ​ຄິດ​ແນວ​ໃດ ລາວ​ຕ້ອງ​ບໍ່​ລືມ​ວ່າ​ພະເຢໂຫວາ​ໃຫ້​ຜົວ​ເຮັດ​ໜ້າ​ທີ່​ຕັດສິນ​ໃຈ​ເລື່ອງ​ຕ່າງໆ​ໃນ​ຄອບຄົວ. ລາວ​ຈະ​ພະຍາຍາມ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ຜົວ. ຖ້າ​ລາວ​ເຮັດ​ແບບນັ້ນ ທັງ​ຄອບຄົວ​ກໍ​ຈະ​ມີ​ຄວາມສຸກ. ອ່ານ 1 ເປໂຕ 3:3-5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ພະເຢໂຫວາ​ຮູ້ສຶກ​ແນວ​ໃດ​ຖ້າ​ເມຍ​ນັບ​ຖື​ຜົວ?

6. ເຈົ້າ​ກໍ​ເອົາ​ຊະນະ​ບັນຫາ​ໃນ​ຊີວິດ​ຄູ່​ໄດ້

ບໍ່​ມີ​ຜົວ​ເມຍ​ຄູ່​ໃດ​ທີ່​ບໍ່​ເຄີຍ​ເຈິ​ບັນຫາ. ແຕ່​ເມື່ອ​ເຈິ​ບັນຫາ ເຂົາເຈົ້າ​ກໍ​ຕ້ອງ​ຮ່ວມ​ມື​ກັນ​ເພື່ອ​ຈະ​ເອົາ​ຊະນະ​ບັນຫາ​ນັ້ນ​ໃຫ້​ໄດ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ວິດີໂອ ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ຜົວ​ເມຍ​ຄູ່​ນີ້​ບໍ່​ໄດ້​ສະໜິດ​ກັນ​ຄື​ແຕ່​ກ່ອນ?

  • ເຂົາເຈົ້າ​ເຮັດ​ຫຍັງ​ແດ່​ເພື່ອ​ເຮັດ​ໃຫ້​ຊີວິດ​ຄູ່​ໝັ້ນຄົງ​ຫຼາຍ​ຂຶ້ນ?

ອ່ານ 1 ໂກຣິນໂທ 10:24 ແລະ​ໂກໂລຊາຍ 3:13. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳຖາມ​ທີ່​ຢູ່​ທາງ​ລຸ່ມ​ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

  • ຖ້າ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ຊີວິດ​ຄູ່​ຈະ​ໝັ້ນຄົງ​ຫຼາຍ​ຂຶ້ນ​ບໍ? ຍ້ອນຫຍັງ?

ຄຳພີໄບເບິນ​ບອກ​ວ່າ​ເຮົາ​ຄວນ​ໃຫ້​ກຽດ​ກັນ. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຽດ​ຄົນ​ອື່ນ​ໄດ້​ຄື​ເຮົາ​ສະແດງ​ຄວາມ​ນັບ​ຖື​ແລະ​ຄິດເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ອ່ານ​ໂຣມ 12:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຜົວ​ຫຼື​ເມຍ​ຄວນ​ຈະ​ຖ້າ​ໃຫ້​ອີກ​ຝ່າຍ​ໜຶ່ງ​ໃຫ້​ກຽດ​ລາວ​ກ່ອນ​ບໍ? ຍ້ອນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

ບາງຄົນ​ເວົ້າ​ວ່າ: “ເຮົາ​ແຕ່ງດອງ​ກັນ​ມາ​ດົນ​ແລ້ວ​ເລີຍ​ບໍ່​ຄ່ອຍ​ສົນ​ໃຈ​ກັນ​ຄື​ແຕ່​ກ່ອນ.”

  • ຖ້າ​ມີ​ຄົນ​ເວົ້າ​ແບບ​ນີ້​ເຈົ້າ​ຈະ​ລົມ​ກັບ​ລາວ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ລາວ​ເຫັນ​ວ່າ​ຄຳພີໄບເບິນ​ຊ່ວຍ​ໄດ້?

ສະຫຼຸບ

ຖ້າ​ຜົວ​ເມຍ​ຮັກ​ກັນ ນັບ​ຖື​ກັນ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີໄບເບິນ​ເຂົາເຈົ້າ​ກໍ​ຈະ​ມີ​ຄວາມສຸກ.

ຄຳຖາມ​ທົບ​ທວນ

  • ຜົວ​ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ເມຍ​ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ຖ້າ​ເຈົ້າ​ແຕ່ງດອງ​ແລ້ວ ເຈົ້າ​ຄິດ​ວ່າ​ຄຳ​ແນະນຳ​ໃດ​ໃນ​ຄຳພີໄບເບິນ​ຈະ​ຊ່ວຍ​ໃຫ້​ຊີວິດ​ຄູ່​ຂອງ​ເຈົ້າ​ໝັ້ນຄົງ​ຫຼາຍ​ຂຶ້ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມີ​ຄຳ​ແນະນຳ​ຫຍັງ​ແດ່​ທີ່​ເປັນ​ປະໂຫຍດ​ທີ່​ຈະ​ຊ່ວຍ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ.

ຄອບຄົວ​ຂອງ​ທ່ານ​ຈະ​ມີ​ຄວາມສຸກ​ໄດ້​ແນວ​ໃດ? (ຈຸນລະສານ)

ເບິ່ງ​ມິວສິກ​ວິດີໂອ​ທີ່​ເນັ້ນ​ເຖິງ​ສິ່ງ​ດີ​ໆ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ເມື່ອ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ພະເຈົ້າ​ກ່ຽວກັບ​ຊີວິດ​ຄູ່.

ຮັກ​ເຈົ້າ​ທຸກ​ວັນ (4:26)

ການ​ສະແດງ​ຄວາມ​ນັບ​ຖື​ຕໍ່​ຜົວ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ໝາຍ​ເຖິງ​ຫຍັງ.

“ຜູ້​ຍິງ​ທັງ​ຫຼາຍ ເປັນຫຍັງ​ເຈົ້າ​ຄວນ​ອ່ອນ​ນ້ອມ​ຕໍ່​ຕຳແໜ່ງ​ປະມຸກ?” (ຫໍສັງເກດການ 15 ພຶດສະພາ 2010)

ຜົວ​ເມຍ​ຄູ່​ໜຶ່ງ​ເຮັດ​ແນວ​ໃດ​ເພື່ອ​ເອົາ​ຊະນະ​ບັນຫາ​ຮ້າຍ​ແຮງ​ລວມ​ທັງ​ການ​ຢ່າຮ້າງ?

ຄຳສອນ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມ​ສຸກ​ອີກ​ຄັ້ງ (5:14)