ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 5

ການ​ຮູ້ຈັກ​ກັບ​ພະເຈົ້າ

ການ​ຮູ້ຈັກ​ກັບ​ພະເຈົ້າ

ເມື່ອ​ເຮົາ​ຢາກ​ໄດ້​ຄຳ​ແນະນຳ ເຮົາ​ຍ່ອມ​ໄປ​ຫາ​ບຸກຄົນ​ໃດ​ບຸກຄົນ​ໜຶ່ງ​ເຊິ່ງ​ເຊື່ອ​ໃຈ​ໄດ້​ແມ່ນ​ບໍ? ຖ້າ​ຫາກ​ຄຳ​ແນະນຳ​ນັ້ນ​ມາ​ຈາກ​ແຫຼ່ງ​ທີ່​ເຊື່ອ​ຖື​ໄດ້ ບໍ່​ວ່າ​ເຮົາ​ຈະ​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ນັ້ນ​ທັນທີ​ຫຼື​ບໍ່​ກໍ​ຕາມ ເຮົາ​ຄົງ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ຖ້າ​ເຮົາ​ຢາກ​ຮັບ​ປະໂຫຍດ​ແທ້ໆຈາກ​ຄຳ​ແນະນຳ​ທີ່​ໃຊ້​ການ​ໄດ້​ເຊິ່ງ​ພົບ​ໃນ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ຮູ້​ຈັກ​ຄຸ້ນ​ເຄີຍ​ກັບ​ຜູ້​ປະພັນ​ຄຳພີ​ໄບເບິນ. ເຮົາ​ອາດ​ຈະ​ກາຍ​ເປັນ “ມິດ​ສະຫາຍ” ຂອງ​ພະອົງ​ນຳ​ອີກ!—ເອຊາອີ 41:8.

ນາມ​ຊື່​ຂອງ​ພະເຈົ້າ​ໃນ​ພາສາ​ເຫບເລີ​ທີ່​ປາກົດ​ໂຕ​ໃນ​ພະທຳ​ເອຊາອີ

2 ຖ້າ​ເຮົາ​ຢາກ​ເປັນ​ມິດ​ກັບ​ບຸກຄົນ​ໃດ​ບຸກຄົນ​ໜຶ່ງ ແນ່ນອນ​ເຮົາ​ຕ້ອງ​ຢາກ​ຮູ້​ຊື່​ຂອງ​ຄົນ​ນັ້ນ. ພະເຈົ້າ​ທີ່​ຄຳພີ​ໄບເບິນ​ກ່າວ​ເຖິງ​ມີ​ນາມ​ຊື່​ບໍ? ພະອົງ​ປະກາດ​ວ່າ “ເຮົາ​ແມ່ນ​ພະ​ເຢໂຫວາ​ອັນ​ນີ້​ແມ່ນ​ນາມ​ຊື່​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ຍົກ​ລັດສະໝີ​ຂອງ​ເຮົາ​ໃຫ້​ຜູ້​ອື່ນ ແລະ​ຄວາມ​ສັນລະເສີນ​ຂອງ​ເຮົາ ເຮົາ​ຈະ​ບໍ່​ໃຫ້​ແກ່​ຮູບ​ຄວັດ​ທັງ​ຫຼາຍ.” (ເອຊາອີ 42:8) “ເຢໂຫວາ” ໃນ​ພາສາ​ເຫບເລີ​ຂຽນ​ແບບ​ນີ້ יהוה (ອ່ານ​ຈາກ​ຂວາ​ໄປ​ຫາ​ຊ້າຍ) ແມ່ນ​ນາມ​ຊື່​ຂອງ​ພະອົງ. ນາມ​ຊື່​ນີ້​ປາກົດ​ເກືອບ 7.000 ເທື່ອ​ໃນ​ຄຳພີ​ໄບເບິນ​ພາກ​ພາສາ​ເຫບເລີ. ມີ​ການ​ເຂົ້າ​ໃຈ​ວ່າ ນາມ​ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ “ພະອົງ​ຜູ້​ບັນດານ​ໃຫ້​ເປັນ” ເຊິ່ງ​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ສາມາດ​ປັບ​ປ່ຽນ​ຕົນ​ເອງ ກາຍ​ເປັນ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ​ຈະ​ເປັນ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຕ່າງໆ​ຂອງ​ພະອົງ​ສຳເລັດ​ຫລື​ໃຊ້​ສິ່ງ​ທີ່​ພະອົງ​ສ້າງ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ທຸກ​ຢ່າງ​ຂອງ​ພະອົງ​ເປັນ​ຈິງ​ໄດ້. ໃນ​ພາສາ​ເຫບເລີ​ນາມ​ຊື່​ຂອງ​ພະອົງ​ຢູ່​ໃນ​ຮູບ​ຕາມ​ຫຼັກ​ໄວຍະກອນ​ທີ່​ສະແດງ​ເຖິງ​ການ​ກະທຳ​ໃນ​ຂັ້ນ​ຕອນ​ເຊິ່ງ​ພວມ​ບັນລຸ​ຄວາມ​ສຳເລັດ. ນັ້ນ​ໝາຍ​ເຖິງ​ຫຍັງ? ນັ້ນ​ບອກ​ເຮົາ​ວ່າ​ພະ​ເຢໂຫວາ​ເຄີຍ​ເຮັດ​ແລະ​ຍັງ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ​ຢູ່​ໃນ​ຕອນ​ນີ້. ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ຊີວິດ ບໍ່​ແມ່ນ​ພະລັງ​ເຊິ່ງ​ບໍ່​ມີ​ຕົນ​ບໍ່​ມີ​ໂຕ.

3 ພະ​ເຢໂຫວາ​ກາຍ​ເປັນ​ພະ​ຜູ້​ສ້າງ. (ຕົ້ນເດິມ 1:1) ພະອົງ​ເປັນ “ພະເຈົ້າ​ອົງ​ເປັນ​ຊີວິດ​ຢູ່ ທີ່​ໄດ້​ສ້າງ​ຟ້າ​ອາກາດ ແລະ​ແຜ່ນດິນ​ໂລກ ແລະ​ນໍ້າ​ທະເລ ແລະ​ສັບພະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ທີ່​ນັ້ນ.” (ກິດຈະການ 14:15) ພະ​ເຢໂຫວາ​ໄດ້​ສ້າງ​ສັບພະ​ທຸກ​ສິ່ງ ລວມ​ທັງ​ມະນຸດ​ຄູ່​ທຳອິດ ອາດາມ​ແລະ​ເອວາ. ດ້ວຍ​ເຫດ​ນີ້​ພະເຈົ້າ​ແມ່ນ “ບໍ່​ເກີດ​ແຫ່ງ​ຊີວິດ.” (ຄຳເພງ 36:9 ລ.ມ.) ພະອົງ​ຍັງ​ກາຍ​ເປັນ​ຜູ້​ຄໍ້າ​ຈູນ​ຊີວິດ​ອີກ​ດ້ວຍ. ດັ່ງ​ນັ້ນ “ພະອົງ​ບໍ່​ໄດ້​ປະ​ພະອົງ​ເອງ​ໃຫ້​ປາສະຈາກ​ພິຍານ ເພາະ​ພະອົງ​ໄດ້​ກະທຳ​ການ​ດີ ແລະ​ໄດ້​ໂຜດ​ປະທານ​ຍັງ​ຫ່າ​ຝົນ ມາ​ແຕ່​ຊັ້ນ​ຟ້າ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ ກັບ​ທັງ​ລະດູ​ອັນ​ເກີດ​ໝາກ​ບໍລິບູນ ແລະ​ໄດ້​ກະທຳ​ໃຫ້​ໃຈ​ທ່ານ​ທັງ​ຫຼາຍ​ເຕັມ​ໄປ​ດ້ວຍ​ອາຫານ ແລະ​ດ້ວຍ​ຄວາມ​ຍິນດີ.” (ກິດຈະການ 14:17) ໃນ​ອາຝຼິກກາ​ແລະ​ອາຊີ ມີ​ຫຼາຍ​ຄົນ​ບູຊາ​ບັນພະບຸລຸດ​ຂອງ​ຕົນ​ເນື່ອງ​ຈາກ​ເຂົາ​ເຈົ້າ​ໄດ້​ຮັບ​ຊີວິດ​ຈາກ​ບັນພະບຸລຸດ. ຍິ່ງ​ກວ່າ​ນັ້ນ ເຂົາ​ເຈົ້າ​ຈະ​ບໍ່​ຮູ້ສຶກ​ເປັນ​ໜີ້​ບຸນ​ຄຸນ​ພະ​ຜູ້​ສ້າງ, ຜູ້​ຄໍ້າຈູນ​ຊີວິດ, ຜູ້​ທີ່​ໄດ້​ສ້າງ​ມະນຸດ​ຄູ່​ທຳອິດ​ແລະ​ປະທານ​ຄວາມ​ສາມາດ​ໃນ​ການ​ສືບພັນ​ໃຫ້​ແກ່​ເຂົາ​ຫຼາຍ​ກວ່າ​ນັ້ນ​ບໍ? ການ​ຄຶດ​ຕຶກຕອງ​ຄວາມ​ເປັນ​ຈິງ​ນີ້​ອາດ​ກະຕຸ້ນ​ເຈົ້າ​ໃຫ້​ເຫັນ​ດີ​ກັບ​ຖ້ອຍ​ຄຳ​ທີ່​ວ່າ “ພະອົງ​ເຈົ້າ ແລະ​ພະເຈົ້າ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ ພະອົງ​ເປັນ​ຜູ້​ສົມຄວນ​ຈະ​ຮັບ​ລັດສະໝີ ແລະ​ຍົດ​ສັກ​ແລະ​ລິດເດດ ເພາະ​ວ່າ​ພະອົງ​ເປັນ​ຜູ້​ທີ່​ໄດ້​ນິລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່ ແລະ​ຕ້ອງ​ນິລະມິດ​ສ້າງ​ແລ້ວ​ດ້ວຍ​ນໍ້າໃຈ​ຂອງ​ພະອົງ.”—ຄຳປາກົດ 4:11.

4 ໂດຍ​ທາງ​ຄຳພີ​ໄບເບິນ ເຮົາ​ສາມາດ​ຮູ້​ຈັກ​ພະ​ຜູ້​ສ້າງ​ຂອງ​ເຮົາ​ຄື​ພະ​ເຢໂຫວາ ແລະ​ຮຽນ​ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ. ຄຳພີ​ໄບເບິນ​ເປີດ​ເຜີຍ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຍຮັນ 4:16; ອຸປະຍົກໜີ 34:6, 7) ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ຈາກ​ພະທຳ​ຕົ້ນເດີມ​ເຖິງ​ພະທຳ​ຄຳປາກົດ​ເຮົາ​ຈະ​ພົບ​ວ່າ ມີ​ບັນທຶກ​ຈຳນວນ​ຫຼວງ​ຫຼາຍ​ທີ່​ສະແດງ​ວ່າ ພະອົງ​ເປັນ​ພະເຈົ້າ​ຜູ້​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຢ່າງ​ແທ້​ຈິງ. ເປັນ​ຫຍັງ​ບໍ່​ເຮັດ​ໃຫ້​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ນິດໄສ​ປະຈຳ​ວັນ ເພື່ອ​ຮູ້​ຈັກ​ກັບ​ພະ​ຜູ້​ສ້າງ​ຂອງ​ເຮົາ? ຈົ່ງ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ພ້ອມ​ທັງ​ຮັບ​ເອົາ​ຄວາມ​ຊ່ວຍເຫຼືອ​ຈາກ​ບຸກຄົນ​ທີ່​ມີ​ຄວາມ​ຄຸ້ນ​ເຄີຍ​ກັບ​ເນື້ອ​ໃນ​ຂອງ​ຄຳພີ​ໄບເບິນ. (ກິດຈະການ 8:26-35) ດ້ວຍ​ການ​ເຮັດ​ແນວ​ນີ້ ເຮົາ​ຈະ​ພົບ​ວ່າ​ພະອົງ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຍຸຕິທຳ ຜູ້​ເຊິ່ງ​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ມີ​ຢູ່​ຕະຫຼອດ​ໄປ. (ພະບັນຍັດຕິທີ2 32:4) ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳລັບ​ມະນຸດ​ທີ່​ຈະ​ຮັກສາ​ຄວາມ​ດຸນ​ດ່ຽງ​ລະຫວ່າງ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ ແຕ່​ດ້ວຍ​ສະຕິ​ປັນຍາ​ຂອງ​ພະອົງ​ພະ​ເຢໂຫວາ​ຮັກສາ​ຄວາມ​ດຸນ​ດ່ຽງ​ນີ້​ໄດ້​ຢ່າງ​ສົມບູນ. (ໂລມ 11:33; 16:27) ເນື່ອງ​ຈາກ​ເປັນ​ພະເຈົ້າ​ອົງ​ຍິ່ງ​ໃຫຍ່ ພະອົງ​ມີ​ອຳນາດ​ທີ່​ຈະ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ. (ຕົ້ນເດີມ 17:1) ຈົ່ງ​ພະຍາຍາມ​ປະຕິບັດ​ຕາມ​ຄຳ​ແນະນຳ​ອັນ​ສະຫຼາດ​ສຸຂຸມ​ເຊິ່ງ​ເຮົາ​ພົບ​ໃນ​ຄຳພີ​ໄບເບິນ ເພາະ​ໂດຍ​ການ​ເຮັດ​ແນວ​ນີ້​ເຮົາ​ຈະ​ຮູ້​ຄຸນຄ່າ​ພະ​ຜູ້​ສ້າງ​ຂອງ​ເຮົາ​ຫຼາຍ​ຂຶ້ນ​ເມື່ອ​ສັງເກດ​ວ່າ​ຄຳ​ແນະນຳ​ຂອງ​ພະອົງ​ກໍ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ສະເໝີ.

ເປັນ​ຫຍັງ​ບໍ່​ເຂົ້າ​ໃກ້​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ?

5 ຍັງ​ມີ​ອີກ​ວິທີ​ໜຶ່ງ​ເພື່ອ​ຈະ​ເຂົ້າ​ໃກ້​ພະເຈົ້າ​ໄດ້ ນັ້ນ​ຄື​ໂດຍ​ຜ່ານ​ທາງ​ການ​ອະທິດຖານ. ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄວາມ​ອ້ອນ​ວອນ.” (ຄຳເພງ 65:2) ພະອົງ​ສາມາດ “ກະທຳ​ໄດ້​ມາກ​ຫຼາຍ​ກວ່າ​ເຫຼືອ​ເກີນ​ສັບພະ​ທຸກ​ສິ່ງ​ທີ່​ເຮົາ​ທັງ​ຫຼາຍ​ຂໍ​ຫຼື​ຄຶດ.” (ເອເຟດ 3:20) ຢ່າງ​ໃດ​ກໍ​ຕາມ ເຮົາ​ຈະ​ຄຶດ​ແນວ​ໃດ​ກັບ “ມິດ​ສະຫາຍ” ຜູ້​ທີ່​ມາ​ຫາ​ເຮົາ​ເມື່ອ​ເຂົາ​ເຈົ້າ​ຕ້ອງການ​ໃຫ້​ເຮົາ​ຊ່ວຍ​ເທົ່າ​ນັ້ນ? ເຮົາ​ອາດ​ບໍ່​ມັກ​ເຂົາ​ເຈົ້າ​ຫຼາຍ​ປານ​ໃດ. ສະນັ້ນ ໂດຍ​ບໍ່​ຕ້ອງ​ສົງໄສ ເຮົາ​ຄົງ​ຈະ​ຢາກ​ໃຊ້​ສິດທິ​ພິເສດ​ຂອງ​ການ​ອະທິດຖານ​ບໍ່​ພຽງ​ເພື່ອ​ຂໍ​ພະເຈົ້າ​ສຳລັບ​ສິ່ງ​ທີ່​ເຮົາ​ຕ້ອງການ​ເທົ່າ​ນັ້ນ ແຕ່​ຫາກ​ເພື່ອ​ຂອບຄຸນ​ແລະ​ສັນລະເສີນ​ພະອົງ​ນຳ​ອີກ.—ຟີລິບ 4:6, 7; 1 ເທຊະໂລນີກ 5:17, 18.