ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 9

ເພີດເພີນ​ກັບ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ—ໃນ​ເວລາ​ນີ້​ແລະ​ຕະຫຼອດ​ໄປ!

ເພີດເພີນ​ກັບ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ—ໃນ​ເວລາ​ນີ້​ແລະ​ຕະຫຼອດ​ໄປ!

ເຮົາ​ສາມາດ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ຫລາຍ​ກວ່າ​ຊີວິດ​ຂອງ​ທ່ານ​ອັບລາຫາມ​ໄດ້​ບໍ?

ອັບລາຫາມ ຜູ້​ທີ່​ມີ​ຄວາມ​ເຊື່ອ​ອັນ​ເດັ່ນ​ໃນ​ປະຫວັດສາດ​ທີ່​ຄຳພີ​ໄບເບິນ​ກ່າວ​ເຖິງ ໄດ້​ປະ​ຖິ້ມ​ຊີວິດ​ອັນ​ສະດວກ​ສະບາຍ​ໃນ​ເມືອງ​ອູຣ​ທີ່​ຈະເລີນ​ຮຸ່ງເຮືອງ. ຫຼັງ​ຈາກ​ອາໄສ​ຢູ່​ໃນ​ເມືອງ​ຄາຣານ​ໄດ້​ໄລຍະ​ໜຶ່ງ ລາວ​ໃຊ້​ຊີວິດ​ສ່ວນ​ທີ່​ເຫຼືອ​ຄື​ຄົນ​ພະເນຈອນ ໂດຍ​ອາໄສ​ຢູ່​ໃນ​ກະໂຈມ ບໍ່​ມີ​ບ່ອນ​ຢູ່​ອາໄສ​ເປັນ​ຫຼັກ​ແຫຼ່ງ. (ຕົ້ນເດິມ 12:1-3; ກິດຈະການ 7:2-7; ເຫບເລິ 11:8-10) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ມີ​ບັນທຶກ​ໄວ້​ວ່າ “ອັບລາຫາມ​ໄດ້​ສິ້ນ​ອາຍຸ​ແລະ​ຕາຍ​ໃນ​ໄວ​ເຖົ້າ​ຫຼາຍ​ແລະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ.” (ຕົ້ນເດິມ 25:8, ລ.ມ.) ສິ່ງ​ໃດ​ທີ່​ເຮັດ​ໃຫ້​ຊີວິດ​ອີ່ມ​ໃຈ​ພໍ​ໃຈ​ແບບ​ນີ້? ລາວ​ບໍ່​ພຽງ​ແຕ່​ເປັນ​ຊາຍ​ເຖົ້າ​ແກ່​ທີ່​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ຕອນ​ຈະ​ຕາຍ​ເນື່ອງ​ຈາກ​ຄວາມ​ສຳເລັດ​ຕະຫຼອດ​ໄລຍະ​ຊີວິດ​ຂອງ​ລາວ​ເອງ. ຕໍ່​ມາ​ອັບລາຫາມ​ໄດ້​ຖືກ​ເອີ້ນ​ວ່າ “ມິດ​ສະຫາຍ​ຂອງ​ພະ​ເຢໂຫວາ” ເນື່ອງ​ຈາກ​ລາວ​ມີ​ຄວາມ​ເຊື່ອ​ທີ່​ເດັ່ນ​ຕໍ່​ພະເຈົ້າ. (ຍາໂກໂບ 2:23, ລ.ມ.; ເອຊາອີ 41:8) ສຳພັນທະພາບ​ອັນ​ມີ​ຄວາມ​ໝາຍ​ທີ່​ອັບລາຫາມ​ໄດ້​ພັດທະນາ​ຂຶ້ນ​ກັບ​ພະ​ຜູ້​ສ້າງ​ເຮັດ​ໃຫ້​ຊີວິດ​ຂອງ​ລາວ​ອີ່ມ​ໃຈ​ພໍ​ໃຈ.

ເຮົາ​ສາມາດ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ຫຼາຍ​ກວ່າ​ຊີວິດ​ຂອງ​ທ່ານ​ອັບລາຫາມ​ໄດ້​ບໍ?

2 ເຊັ່ນ​ດຽວ​ກັນ​ກັບ​ອັບລາຫາມ​ໄດ້​ເຮັດ​ປະມານ 4.000 ປີ​ມາ​ແລ້ວ ໃນ​ປັດຈຸບັນ ເຮົາ​ສາມາດ​ດຳເນີນ​ຊີວິດ​ອັນ​ມີ​ຄວາມ​ໝາຍ​ແລະ​ອີ່ມ​ໃຈ​ພໍ​ໃຈ​ໄດ້ ໃນ​ເມື່ອ​ເຮົາ​ພັດທະນາ​ມິດຕະພາບ​ກັບ​ພະເຈົ້າ. ເຮົາ​ອາດ​ງຶດງໍ້​ກັບ​ຄວາມ​ຄຶດ​ເລື່ອງ​ການ​ເປັນ​ມິດ​ຂອງ​ພະ​ຜູ້​ສ້າງ​ເອກະພົບ ແຕ່​ນີ້​ເປັນ​ເລື່ອງ​ທີ່​ເປັນ​ໄປ​ໄດ້. ໂດຍ​ວິທີ​ໃດ? ເຮົາ​ຕ້ອງ​ຮູ້​ຈັກ​ພະອົງ​ແລະ​ຮັກ​ພະອົງ. (1 ໂກລິນໂທ 8:3; ຄາລາຊີ 4:9) ການ​ມີ​ສຳພັນທະພາບ​ແບບ​ນີ້​ກັບ​ພະ​ຜູ້​ສ້າງ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ມີ​ຄວາມ​ໝາຍ​ແລະ​ອີ່ມ​ໃຈ​ພໍ​ໃຈ.

3 ສຳລັບ​ບຸກຄົນ​ທີ່​ເຕັມ​ໃຈ​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ຄລິດ ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ແນວ​ທາງ​ສຳລັບ​ການ​ດຳເນີນ​ຊີວິດ​ອັນ​ມີ​ຄວາມ​ສຸກ​ໄວ້​ໃຫ້. (ເອຊາອີ 48:17) ຈື່​ໄວ້​ວ່າ​ອາດາມ​ໄດ້​ກະບົດ​ຕໍ່​ພະເຈົ້າ​ໂດຍ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ວ່າ​ສິ່ງ​ໃດ​ດີ​ແລະ​ສິ່ງ​ໃດ​ບໍ່​ດີ. ພະ​ເຢໂຫວາ​ໄດ້​ຊື້​ຄອບຄົວ​ມະນຸດ​ດ້ວຍ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ບຸດ​ພະອົງ ເຊິ່ງ​ເປີດ​ທາງ​ເພື່ອ​ປົດ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ. ເຖິງ​ແນວ​ນັ້ນ​ກໍ​ຕາມ ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຍອມ​ຮັບ​ເອົາ​ຄ່າໄຖ່​ນັ້ນ​ແລະ​ຍຸດຕິ​ຈາກ​ການ​ຕັ້ງ​ມາດຕະຖານ​ດ້ວຍ​ຕົນ​ເອງ​ໃນ​ເລື່ອງ​ຄວາມ​ດີ​ແລະ​ຄວາມ​ຊົ່ວ. ເຮົາ​ຕ້ອງ​ຍອມ​ຢູ່​ໃຕ້​ກົດໝາຍ​ແລະ​ຫຼັກ​ການ​ທີ່​ພະເຈົ້າ​ຈັດ​ຕຽມ​ໄວ້​ສຳລັບ​ບຸກຄົນ​ເຫຼົ່າ​ນັ້ນ​ທີ່​ຍອມ​ຮັບ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ເຍຊູ.

“ຂໍ​ເຊີນ​ພະອົງ​ໂຜດ​ສຳແດງ​ທາງ​ຂອງ​ພະອົງ​ໃຫ້​ຂ້າ​ນ້ອຍ​ເຫັນ”

4 ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ຕໍ່ໆໄປ​ແລະ​ເອົາ​ຫຼັກ​ການ​ທີ່​ມີ​ໃນ​ຄຳພີ​ໄບເບິນ​ມາ​ໃຊ້ ໂດຍ​ບໍ່​ມີ​ຂໍ້​ສົງໄສ ເຮົາ​ຈະ​ຮູ້​ຄຸນຄ່າ​ມາດຕະຖານ​ໃນ​ເລື່ອງ​ຄວາມ​ດີ​ແລະ​ຄວາມ​ຊົ່ວ​ຂອງ​ພະເຈົ້າ. (ຄຳເພງ 19:7-9) ເຮົາ​ຈະ​ຖືກ​ກະຕຸ້ນ​ໃຫ້​ເວົ້າ​ກັບ​ພະເຈົ້າ​ແບບ​ດຽວ​ກັນ​ກັບ​ທີ່​ທ່ານ​ໂມເຊ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ໄດ້​ເວົ້າ​ວ່າ “ດຽວ​ນີ້​ຖ້າ​ຂ້າ​ນ້ອຍ​ໄດ້​ພົບ​ພະ​ຄຸນ​ຕໍ່​ຕາ​ພະອົງ​ແລ້ວ ຂໍ​ເຊີນ​ພະອົງ​ໂຜດ​ສຳແດງ​ທາງ​ຂອງ​ພະອົງ​ໃຫ້​ຂ້າ​ນ້ອຍ​ເຫັນ.” (ອຸປະຍົກໜີ 33:13; ຄຳເພງ 25:4) ຄຳພີ​ໄບເບິນ​ຈັດ​ຕຽມ​ຫຼັກ​ການ​ຕ່າງໆເພື່ອ​ຊີ້​ນຳ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆໃນ​ສະໄໝ​ປັດຈຸບັນ​ເຊິ່ງ​ເປັນ “ເວລາ​ໜ້າ​ກົວ​ໜ້າ​ຢ້ານ.” (2 ຕີໂມເຕ 3:1) ການ​ຮູ້​ຄຸນຄ່າ​ຂອງ​ເຮົາ​ຈະ​ເພີ່ມ​ຂຶ້ນ ເຊິ່ງ​ຈະ​ຊີ້​ນຳ​ເຮົາ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ແໜ້ນແຟ້ນ​ຂຶ້ນ.

5 ອັບລາຫາມ​ຕາຍ​ເມື່ອ “ເຖົ້າ​ຫຼາຍ​ແລະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ” ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່​ຄົນ​ເຮົາ​ຍັງ​ຕ້ອງ​ຕາຍ ຊີວິດ​ກໍ​ຍັງ​ສັ້ນ​ເກີນ​ໄປ​ແນ່ນອນ. ເຖິງ​ແມ່ນ​ວ່າ​ເຮົາ​ອາຍຸ​ຫຼາຍ​ເທົ່າ​ໃດ​ກໍ​ຕາມ ຄວາມ​ປາຖະໜາ​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ​ແມ່ນ​ມີ​ຢູ່​ໃນ​ຕົວ​ມະນຸດ​ໝົດ​ທຸກ​ຄົນ. ນີ້​ຍ້ອນ​ວ່າ “[ພະເຈົ້າ] ໄດ້​ໃສ່​ນິລັນດອນ​ການ​ໃນ​ຫົວໃຈ​ມະນຸດ; ເຖິງ​ຢ່າງ​ນັ້ນ​ກໍ​ດີ ມະນຸດ​ບໍ່​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພະເຈົ້າ​ໄດ້​ເຮັດ​ຕັ້ງ​ແຕ່​ຕົ້ນ​ເດີມ​ຈົນ​ເຖິງ​ທີ່​ສຸດ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:11, ນິວ ອິນເຕີເນຊັນແນວ ເວີຊັນ [ພາສາ​ອັງກິດ]) ເຖິງ​ແມ່ນ​ຈະ​ມີ​ຊີວິດ​ນິລັນດອນ ເຮົາ​ຈະ​ບໍ່​ສາມາດ​ເຂົ້າ​ໃຈ​ໃນ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ສິ່ງ​ທີ່​ເຮົາ​ອາດ​ສັງເກດ​ເຫັນ, ຮຽນ​ແລະ​ເພີດເພີນ​ກ່ຽວ​ກັບ​ຜົນ​ງານ​ອັນ​ດີ​ເລີດ​ຂອງ​ພະ​ເຢໂຫວາ​ນັ້ນ ແມ່ນ​ຈະ​ບໍ່​ມີ​ວັນ​ສິ້ນ​ສຸດ​ເລີຍ!—ຄຳເພງ 19:1-4; 104:24; 139:14.

6 ເຮົາ​ອາດ​ຈະ​ບໍ່​ຖືກ​ດຶງ​ດູດ​ໃຈ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ ໃນ​ເມື່ອ​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ບັນຫາ​ຕ່າງໆດັ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້. ເຖິງ​ແນວ​ໃດ​ກໍ​ຕາມ ເລື່ອງ​ນັ້ນ​ບໍ່​ຄວນ​ເປັນ​ສາເຫດ​ພາ​ໃຫ້​ກັງວົນ. ຄຳພີ​ໄບເບິນ​ສັນຍາ​ວ່າ “ຕາມ​ຄຳ​ປະຕິຍານ​ຂອງ​ພະອົງ ເຮົາ​ທັງ​ຫຼາຍ​ຄອຍ​ຖ້າ​ຟ້າ​ອາກາດ​ໃໝ່ ແລະ​ແຜ່ນດິນ​ໂລກ​ໃໝ່ ຢູ່​ທີ່​ນັ້ນ​ຄວາມ​ຊອບທຳ​ຕັ້ງ​ຢູ່.” (2 ເປໂຕ 3:13) ຄຳ​ວ່າ “ຟ້າ​ອາກາດ​ໃໝ່” ໝາຍ​ເຖິງ​ລັດຖະບານ​ໃໝ່​ທາງ​ພາກ​ສະຫວັນ ຄື​ລາຊະອານາຈັກ​ຂອງ​ພະເຈົ້າ ເຊິ່ງ​ຈະ​ປົກຄອງ​ເໜືອ​ແຜ່ນດິນ​ໂລກ​ທັງ​ໝົດ. “ແຜ່ນດິນ​ໂລກ​ໃໝ່” ແມ່ນ​ສັງຄົມ​ມະນຸດ​ໃໝ່​ເຊິ່ງ​ປະກອບ​ດ້ວຍ​ມະນຸດ​ທີ່​ເຊື່ອ​ຟັງ​ການ​ປົກຄອງ​ຂອງ​ລາຊະອານາຈັກ​ນັ້ນ. ເພື່ອ​ເຮັດ​ໃຫ້​ສິ່ງ​ນີ້​ເປັນ​ຄວາມ​ຈິງ ພະ​ເຢໂຫວາ​ຈະ​ກຳຈັດ​ບຸກຄົນ​ເຊິ່ງ “ທຳລາຍ​ແຜ່ນດິນ​ໂລກ.”—ຄຳປາກົດ 11:18, ລ.ມ.; 2 ເປໂຕ 3:10.

7 ພະອົງ​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເມື່ອ​ໃດ? ພະ​ເຍຊູ​ຄລິດ​ໄດ້​ລວມ​ເອົາ​ສົງຄາມ​ເຊິ່ງ​ພົວ​ພັນ​ກັບ​ຊາດ​ຕ່າງໆເຂົ້າ​ກັບ “ຄວາມ​ອຶດຢາກ . . . ແລະ​ແຜ່ນດິນ​ຫວັ່ນ​ໄຫວ​ຢູ່​ບ່ອນ​ຕ່າງໆ,” “ໂລກ​ລະ​ບາດ,” ແລະ “ການ​ຊົ່ວ​ຮ້າຍ​ຈະ​ມາກ​ຂຶ້ນ​ຫຼາຍ” ໃຫ້​ເປັນ ‘ສຳຄັນ​ຂອງ​ທີ່​ສຸດ​ແຫ່ງ​ໂລກ​ນີ້.’ (ມັດທາຽ 24:3-13; ລຶກາ 21:10, 11, ລ.ມ.; 2 ຕີໂມເຕ 3:1-5) ຈາກ​ນັ້ນ​ພະອົງ​ໄດ້​ພະຍາກອນ​ວ່າ “ເມື່ອ​ທ່ານ​ທັງ​ຫຼາຍ​ຈະ​ເຫັນ​ສິ່ງ​ທັງ​ຫຼາຍ​ນັ້ນ​ພວມ​ບັງເກີດ​ມາ ຈົ່ງ​ຮູ້​ຈັກ​ວ່າ​ແຜ່ນດິນ​ຂອງ​ພະເຈົ້າ​ມາ​ໃກ້​ແລ້ວ.” (ລຶກາ 21:31) ໝາຍ​ຄວາມ​ວ່າ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ຊົ່ວ​ນັ້ນ​ພວມ​ໃກ້​ເຂົ້າ​ມາ​ໄວໆ. *

8 ຫຼັງ​ຈາກ​ພະ​ເຢໂຫວາ​ກວາດ​ລ້າງ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ໂລກ​ໃນ “ວັນ​ອັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ” ໂລກ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃຫ້​ເປັນ​ອຸທິຍານ. (ຄຳປາກົດ 16:14, 16; ເອຊາອີ 51:3) ຈາກ​ນັ້ນ “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້ ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.” (ຄຳເພງ 37:29) ສ່ວນ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ເປັນ​ແນວ​ໃດ? ພະ​ເຍຊູ​ກ່າວ​ວ່າ “ຢ່າ​ປະຫຼາດ​ໃຈ​ດ້ວຍ​ສິ່ງ​ນັ້ນ ເພາະ​ວ່າ​ຄາວ​ມາ​ໃກ້​ແລ້ວ ເວລາ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ​ກໍ​ຈະ​ຍິນ​ສຽງ​ປາກ​ຂອງ​ພະ​ບຸດ. ແລະ​ເຂົາ​ຈະ​ອອກ​ມາ​ທັງ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ກະທຳ​ການ​ດີ​ຈະ​ຄືນ​ມາ​ສຳລັບ​ຊີວິດ ທັງ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ກະທຳ​ການ​ຊົ່ວ​ຈະ​ຄືນ​ມາ​ສຳລັບ​ຕັດສິນ.” (ໂຍຮັນ 5:28, 29) ພະ​ເຢໂຫວາ​ສົນ​ໃຈ​ຕໍ່​ມະນຸດ​ເປັນ​ສ່ວນ​ບຸກຄົນ ປາຖະໜາ​ຈະ​ເຮັດ​ໃຫ້​ບຸກຄົນ​ທີ່​ພວມ​ນອນ​ຫຼັບ​ຢູ່​ໃນ​ຄວາມ​ຕາຍ​ນັ້ນ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ. ນັກ​ວິທະຍາສາດ​ຫຼາຍ​ຄົນ​ອາດ​ພະຍາຍາມ​ສ້າງ​ຄົນ​ໃໝ່​ໂດຍ​ການ​ລອກ​ແບບ​ທາງ​ພັນທຸກຳ ແຕ່​ພະ​ຜູ້​ສ້າງ​ບໍ່​ອາໄສ​ວິທີ​ການ​ສ້າງ​ມະນຸດ​ຄືນ​ໃໝ່​ແບບ​ນັ້ນ. ມະນຸດ​ແຕ່​ລະ​ຄົນ​ທີ່​ສາມາດ​ໄຖ່​ຄືນ​ໄດ້ ພະອົງ​ສາມາດ​ຈະ​ຈື່​ຈຳ​ລາຍ​ລະອຽດ​ທຸກ​ຢ່າງ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ. ແນ່ນອນ ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ພົບ​ກັບ​ບຸກຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ!

9 ຊີວິດ​ໃນ​ອຸທິຍານ​ຈະ​ເປັນ​ແບບ​ໃດ? ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຊາຍ​ຍິງ​ທີ່​ມີ​ຄວາມ​ສຸກ​ເຊິ່ງ​ມີ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ສັນລະເສີນ​ພະ​ຜູ້​ສ້າງ. “ຊາວ​ຊົນ​ຈະ​ບໍ່​ກ່າວ​ວ່າ ‘ຂ້ອຍ​ບໍ່​ສຳບາຍ.’” (ເອຊາອີ 33:24; 54:13) ຈະ​ບໍ່​ມີ​ໃຜ​ມີ​ຄວາມ​ເຄັ່ງ​ຕຶງ​ເຊິ່ງ​ເຮັດ​ໃຫ້​ເສຍ​ສຸຂະພາບ​ຫຼື​ເກີດ​ຄວາມ​ຜິດ​ປົກກະຕິ​ທາງ​ດ້ານ​ອາລົມ​ແລະ​ທາງ​ດ້ານ​ຈິດໃຈ. ທຸກ​ຄົນ​ຈະ​ມີ​ອາຫານ​ກິນ​ຢ່າງ​ອຸດົມ​ບໍລິບູນ​ແລະ​ຈະ​ປະສົບ​ຄວາມ​ຍິນດີ​ໃນ​ວຽກ​ງານ​ອັນ​ມີ​ຄວາມ​ໝາຍ​ເຊິ່ງ​ປະສານ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ. (ຄຳເພງ 72:16; ເອຊາອີ 65:23) ເຂົາ​ຈະ​ຢູ່​ຢ່າງ​ມີ​ສັນຕິສຸກ​ກັບ​ສັດ​ປະເພດ​ຕ່າງໆ, ມີ​ສັນຕິສຸກ​ກັບ​ເພື່ອນ​ມະນຸດ ແລະ​ສຳຄັນ​ທີ່​ສຸດ​ນັ້ນ​ຄື​ມີ “ສຸກ​ສຳລານ​ກັບ​ພະເຈົ້າ.”—ໂລມ 5:1; ຄຳເພງ 37:11; 72:7; ເອຊາອີ 11:6-9.

10 ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຢູ່​ໃນ​ອຸທິຍານ​ແລະ​ມີ​ຊີວິດ​ອັນ​ເພີດເພີນ​ແບບ​ອີ່ມ​ໃຈ​ພໍ​ໃຈ​ຢ່າງ​ບໍລິບູນ? ພະ​ເຍຊູ​ກ່າວ​ວ່າ “ອັນ​ນີ້​ເປັນ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ຄື​ວ່າ​ໃຫ້​ເຂົາ​ຮູ້​ຈັກ​ພະເຈົ້າ​ອົງ​ດຽວ​ທ່ຽງ​ແທ້​ແລະ​ພະ​ເຍຊູ​ຄລິດ​ທີ່​ພະເຈົ້າ​ໄດ້​ໃຊ້​ມາ.” (ໂຍຮັນ 17:3) ສະນັ້ນ ຈົ່ງ​ຮັບ​ເອົາ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຄລິດ​ຕໍ່ໆໄປ​ໂດຍ​ການ​ຮຽນ​ຮູ້​ວ່າ​ພະເຈົ້າ​ຮຽກ​ຮ້ອງ​ສິ່ງ​ໃດ​ຈາກ​ເຮົາ. ຈາກ​ນັ້ນ ເຮົາ​ຈະ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ພໍ​ໃຈ​ແລະ​ສິ່ງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ບຸກຄົນ​ໜຶ່ງ​ທີ່​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ.

^ ຂໍ້ 7 ທ່ານ​ສາມາດ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄຳ​ພະຍາກອນ​ໃນ​ບົດ 9 ຂອງ​ປຶ້ມຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ຈັດ​ພິມ​ໂດຍ​ພະຍານ​ພະເຢໂຫວາ.