ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 1

ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ—ເປັນ​ພຽງ​ຄວາມ​ຝັນ​ບໍ?

ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ—ເປັນ​ພຽງ​ຄວາມ​ຝັນ​ບໍ?

ໃນ​ປະເທດ​ທີ່​ພັດທະນາ​ແລ້ວ ເຮືອນ​ທີ່​ພຽບ​ພ້ອມ​ໄປ​ດ້ວຍ​ສິ່ງ​ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ໃຫ້​ກັບ​ຊີວິດ​ອາດ​ເບິ່ງ​ຄື​ວ່າ​ມີ​ຄວາມ​ສຸກ​ສະບາຍ​ແລະ​ໝັ້ນຄົງ. ແຕ່​ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ ເຮົາ​ອາດ​ພົບ​ເຫັນ​ຫຍັງ? ບັນຍາກາດ​ທີ່​ບໍ່​ມີ​ຄວາມ​ສຸກ​ແລະ​ເປັນ​ຕາ​ອຶດ​ອັດ​ໃຈ. ລູກ​ໄວ​ຫນຸ່ມ​ເວົ້າ​ກັບ​ພໍ່​ແມ່​ຂອງ​ຕົນ​ດ້ວຍ​ສີ​ໜ້າ​ເຄັ່ງ​ຕຶງ​ພຽງ​ແຕ່​ສອງ​ສາມ​ຄວາມ​ວ່າ “ແມ່ນ” ຫຼື “ບໍ່​ແມ່ນ.” ເມຍ​ຢາກ​ໄດ້​ຮັບ​ການ​ເອົາໃຈໃສ່​ຈາກ​ຜົວ​ຂອງ​ຕົນ. ສ່ວນ​ຜົວ​ບໍ່​ຕ້ອງການ​ໃຫ້​ໃຜ​ລົບ​ກວນ. ພໍ່​ແມ່​ທີ່​ສູງ​ອາຍຸ​ຂອງ​ຜົວ​ເມຍ​ຄູ່​ນີ້​ເຊິ່ງ​ຢູ່​ຕ່າງ​ຫາກ ປາຖະໜາ​ຢາກ​ເຫັນ​ລູກ​ຫຼານ​ທີ່​ຕົນ​ບໍ່​ໄດ້​ພົບ​ເປັນ​ເວລາ​ຫຼາຍ​ເດືອນ​ແລ້ວ. ນອກ​ຈາກ​ຄອບຄົວ​ນີ້ ຍັງ​ມີ​ອີກ​ຫຼາຍ​ຄອບຄົວ​ເຊິ່ງ​ປະເຊີນ​ຄວາມ​ເຄັ່ງ​ຕຶງ​ຄ້າຍໆກັນ​ແຕ່​ວ່າ​ສາມາດ​ແກ້ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ​ໄດ້​ແລະ​ມີ​ຄວາມ​ສຸກ​ອັນ​ແທ້​ຈິງ. ເຈົ້າ​ສົງໄສ​ກ່ຽວ​ກັບ​ເລື່ອງ​ນັ້ນ​ບໍ?

2 ຂໍ​ໃຫ້​ພິຈາລະນາ​ຄອບຄົວ​ໜຶ່ງ​ໃນ​ປະເທດ​ເຊິ່ງ​ພວມ​ພັດທະນາ ບາງ​ເທື່ອ​ອາດ​ຢູ່​ອີກ​ມຸມ​ໜຶ່ງ​ຂອງ​ໂລກ. ສະມາຊິກ​ທັງ​ເຈັດ​ຄົນ​ໃນ​ຄອບຄົວ​ອາໄສ​ຢູ່​ໃນ​ກະຕູບ​ເຊິ່ງ​ໃກ້​ຈະ​ພັງ​ແລ້ວ. ເຂົາ​ເຈົ້າ​ບໍ່​ໝັ້ນ​ໃຈ​ວ່າ​ຈະ​ສາມາດ​ຫາ​ອາຫານ​ສຳລັບ​ຄາບ​ຕໍ່​ໄປ​ໄດ້​ຫຼື​ບໍ່ ເລື່ອງ​ເສົ້າ​ແບບ​ນີ້​ເຕືອນ​ໃຈ​ວ່າ ມະນຸດ​ບໍ່​ສາມາດ​ກຳຈັດ​ຄວາມ​ອຶດຢາກ​ແລະ​ຄວາມ​ທຸກ​ຍາກ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້​ໄດ້. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຍັງ​ມີ​ອີກ​ຫຼາຍ​ຄອບຄົວ​ໃນ​ໂລກ​ນີ້​ເຊິ່ງ​ປະເຊີນ​ໜ້າ​ກັບ​ຄວາມ​ທຸກ​ຍາກ​ແຕ່​ກໍ​ມີ​ຄວາມ​ສຸກ​ທາງ​ໃຈ. ຍ້ອນ​ເຫດ​ໃດ?

3 ແມ່ນ​ກະທັ່ງ​ໃນ​ຫຼາຍ​ປະເທດ​ເຊິ່ງ​ມັ່ງຄັ່ງ​ສົມບູນ ບັນຫາ​ທາງ​ດ້ານ​ການ​ເງິນ​ສາມາດ​ເກີດ​ຂຶ້ນ​ໄດ້. ຄອບຄົວ​ໜຶ່ງ​ໃນ​ປະເທດ​ຍີ່ປຸ່ນ​ໄດ້​ຊື້​ເຮືອນ​ໃນ​ເວລາ​ທີ່​ສະພາບ​ເສດຖະກິດ “ຮຸ່ງເຮືອງ.” ໂດຍ​ໝັ້ນ​ໃຈ​ວ່າ​ຈະ​ໄດ້​ເງິນ​ເດືອນ​ຫຼາຍ​ຂຶ້ນ​ໃນ​ອະນາຄົດ ເຂົາ​ຕັດສິນ​ໃຈ​ຈ່າຍ​ເງິນ​ກູ້​ຢືມ​ຄືນ​ເປັນ​ງວດໆລະ​ຈຳນວນ​ຫຼາຍ. ຢ່າງ​ໃດ​ກໍ​ຕາມ ເມື່ອ “ຄວາມ​ຮຸ່ງເຮືອງ” ລົ້ມ​ລະ​ລາຍ ເຂົາ​ເຈົ້າ​ບໍ່​ສາມາດ​ຈ່າຍ​ຄ່າ​ຕ່າງໆນັ້ນ​ອີກ​ຕໍ່​ໄປ ແລະ​ຕ້ອງ​ຂາຍ​ເຮືອນ​ໃນ​ລາຄາ​ຕໍ່າ​ກວ່າ​ທີ່​ໄດ້​ຈ່າຍ​ໄປ​ຫຼາຍ. ເຖິງ​ແມ່ນ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ເຮືອນ​ຫຼັງ​ນັ້ນ​ອີກ​ຕໍ່​ໄປ ຄອບຄົວ​ນີ້​ຍັງ​ຕ້ອງ​ຊຳລະ​ໜີ້​ສິນ​ສຳລັບ​ເຮືອນ​ຫຼັງ​ນັ້ນ​ຢູ່. ພາລະ​ຍັງ​ມີ​ຕື່ມ​ອີກ ເຂົາ​ເຈົ້າ​ພວມ​ພະຍາຍາມ​ຈ່າຍ​ຄ່າ​ໃບ​ເກັບ​ເງິນ​ຕ່າງໆເຊິ່ງ​ເປັນ​ຜົນ​ມາ​ຈາກ​ຄວາມ​ບໍ່​ສຸຂຸມ​ໃນ​ການ​ໃຊ້​ບັດ​ສິນ​ເຊື່ອ. ຊໍ້າ​ບໍ່​ຫນຳ ຜູ້​ເປັນ​ພໍ່​ຫຼິ້ນ​ການ​ພະນັນ​ແຂ່ງ​ມ້າ ແລະ​ຄອບຄົວ​ກໍ​ເປັນ​ໜີ້​ຫຼາຍ​ຂຶ້ນ​ອີກ. ເຖິງ​ແນວ​ໃດ​ກໍ​ຕາມ ຫຼາຍ​ຄອບຄົວ​ໄດ້​ເຮັດ​ການ​ປ່ຽນ​ແປງ​ເຊິ່ງ​ເປັນ​ຜົນ​ໃຫ້​ເກີດ​ຄວາມ​ສຸກ. ເຈົ້າ​ຢາກ​ຮູ້​ບໍ ເຂົາ​ເຈົ້າ​ເຮັດ​ແນວ​ໃດ?

4 ບໍ່​ສຳຄັນ​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ ຄວາມ​ສຳພັນ​ລະຫວ່າງ​ມະນຸດ​ສາມາດ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ກັງວົນ​ໃຈ​ຕະຫຼອດ​ເຊິ່ງ​ເຮັດ​ໃຫ້​ຊີວິດ​ບໍ່​ເປັນ​ຕາ​ພໍ​ໃຈ. ຢູ່​ບ່ອນ​ເຮັດ​ວຽກ ເຮົາ​ອາດ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ການ​ເວົ້າ​ຂວັນ. ຄວາມ​ສຳເລັດ​ໃນ​ຫຼາຍໆດ້ານ​ອາດ​ສົ່ງເສີມ​ຄົນ​ອື່ນ​ໃຫ້​ອິດສາ​ແລະ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ວິພາກ​ວິຈານ​ຢ່າງ​ບໍ່​ຍຸ​ຕິ​ທຳ. ບຸກຄົນ​ເຊິ່ງ​ເຮົາ​ພົວ​ພັນ​ນຳ​ທຸກ​ມື້​ອາດ​ມີ​ນິດໄສ​ໃຈ​ຄໍ​ທີ່​ສ້າງ​ຄວາມ​ລຳບາກ​ໃຈ​ໃຫ້​ເຮົາ. ຢູ່​ໂຮງ​ຮຽນ​ລູກ​ຂອງ​ເຮົາ​ອາດ​ຖືກ​ຂົ່ມ​ເຫງ ຖືກ​ລົບກວນ​ໃຈ​ຫຼື​ອາດ​ຖືກ​ປະ​ລະ. ຖ້າ​ເຮົາ​ເປັນ​ພໍ່​ຫຼື​ແມ່​ເຊິ່ງ​ບໍ່​ມີ​ຄູ່ ເມື່ອ​ເວົ້າ​ເຖິງ​ຄວາມ​ສຳພັນ​ກັບ​ຄົນ​ອື່ນ ເຮົາ​ຮູ້​ດີ​ວ່າ​ສິ່ງ​ດັ່ງ​ກ່າວ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ເຮົາ​ດີ​ຂຶ້ນ​ຈັກ​ໜ້ອຍ. ບັນຫາ​ທັງ​ໝົດ​ນີ້​ໄດ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຕໍ່​ຊີວິດ​ຂອງ​ຊາຍ​ຍິງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້.

5 ຜົນ​ກະທົບ​ຈາກ​ຄວາມ​ເຄັ່ງ​ຕຶງ​ອາດ​ສະສົມ​ໄວ້​ແບບ​ມິດໆເປັນ​ເວລາ​ດົນ​ຈົນ​ກະທັ່ງ​ເຖິງ​ຈຸດ​ລະເບີດ​ໂດຍ​ບໍ່​ມີ​ການ​ເຕືອນ​ລ່ວງ​ໜ້າ. ດ້ວຍ​ເຫດ​ນີ້ ຄວາມ​ເຄັ່ງ​ຕຶງ​ໄດ້​ຖືກ​ເອີ້ນ​ວ່າ ເພັດຊະຄາດ​ໄຮ້​ສຽງ ແລະ​ຄວາມ​ເຄັ່ງ​ຕຶງ​ຊຳເຮື້ອ​ຖືກ​ເອີ້ນ​ວ່າ ເປັນ​ຢາ​ພິດ​ທີ່​ອອກ​ລິດ​ຊ້າໆ. ສາດສະດາຈານ​ໂຣເບີດ ແອລ. ເວນນິງກາ ປະຈຳ​ມະຫາ​ວິທະຍາໄລ​ຂອງ​ລັດ​ມິນິໂຊຕາ​ກ່າວ​ວ່າ “ປັດຈຸບັນ​ນີ້​ຄວາມ​ເຄັ່ງ​ຕຶງ​ແລະ​ຜົນ​ຂອງ​ຄວາມ​ປ່ວຍ​ນັ້ນ​ກະທົບ​ໃສ່​ຄົນ​ເຮັດ​ວຽກ​ເກືອບ​ທຸກ​ບ່ອນ​ຂອງ​ໂລກ” ມີ​ການ​ເວົ້າ​ກັນ​ວ່າ​ພະຍາດ​ຕ່າງໆເຊິ່ງ​ກ່ຽວ​ພັນ​ກັບ​ຄວາມ​ເຄັ່ງ​ຕຶງ​ເຮັດ​ໃຫ້​ເສດຖະກິດ​ຂອງ​ສະຫະລັດ​ອາເມຣິກາ​ຕ້ອງ​ຈ່າຍ​ເງິນ 200 ຕື້​ໂດລາ​ຕໍ່​ປີ. ຄວາມ​ເຄັ່ງ​ຕຶງ​ຍັງ​ຖືກ​ເອີ້ນ​ວ່າ​ເປັນ​ສິນ​ຄ້າ​ຂາ​ອອກ​ໃໝ່​ສຸດ​ຂອງ​ປະເທດ​ອາເມຣິກາ ແລະ​ເມື່ອ​ເວົ້າ​ເຖິງ​ຄຳ​ວ່າ “ຄວາມ​ເຄັ່ງ​ຕຶງ” ເຮົາ​ຍັງ​ສາມາດ​ໄດ້​ຍິນ​ໄດ້​ຟັງ​ໃນ​ພາສາ​ຫຼັກ​ຂອງ​ຫຼາຍ​ປະເທດ​ໃນ​ໂລກ​ທຸກ​ມື້​ນີ້. ເມື່ອ​ເຮົາ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ບໍ່​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ໄດ້​ກຳນົດ​ໄວ້ ເຮົາ​ອາດ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ການ​ຄົ້ນ​ຄວ້າ​ໃນ​ມໍ່ໆ​ນີ້​ລາຍງານ​ວ່າ ບຸກຄົນ​ທົ່ວ​ໄປ​ໃຊ້​ເວລາ​ຢູ່​ກັບ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ມື້​ລະ​ສອງ​ຊົ່ວ​ໂມງ. ເຖິງ​ແນວ​ນັ້ນ​ກໍ​ຕາມ ບາງ​ຄົນ​ສາມາດ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ເຈົ້າ​ປະສົບ​ຜົນ​ສຳເລັດ​ໄດ້.

6 ເຮົາ​ຈະ​ຮັບ​ມື​ກັບ​ບັນຫາ​ປະຈຳ​ວັນ​ເຫຼົ່າ​ນີ້​ແລະ​ດຳເນີນ​ຊີວິດ​ແບບ​ອີ່ມ​ໃຈ​ພໍ​ໃຈ​ໄດ້​ແນວ​ໃດ? ບາງ​ຄົນ​ຄົ້ນ​ຄວ້າ​ຕຳລາ​ຕ່າງໆເຊິ່ງ​ແນະນຳ​ວິທີ​ຊ່ວຍ​ຕົນ​ເອງ​ແລະ​ຄູ່​ມື​ຕ່າງໆເຊິ່ງ​ຂຽນ​ໂດຍ​ຜູ້​ຊ່ຽວຊານ. ໜັງສື​ເຫຼົ່າ​ນັ້ນ​ວາງໃຈ​ໄດ້​ບໍ? ດຣ. ເບັນຈາມິນ ສະປັອກ ເຊິ່ງ​ປຶ້ມ​ທີ່​ລາວ​ຂຽນ​ກ່ຽວ​ກັບ​ການ​ລ້ຽງ​ລູກ​ຖືກ​ແປ​ອອກ​ເປັນ 42 ພາສາ​ແລະ​ມີ​ຍອດ​ຈຳໜ່າຍ​ເກືອບ 50 ລ້ານ​ເຫຼັ້ມ ຄັ້ງ​ໜຶ່ງ​ເຄີຍ​ກ່າວ​ໄວ້​ວ່າ “ການ​ບໍ່​ສາມາດ​ເປັນ​ຄົນ​ໜັກ​ແໜ້ນ​ໄດ້​ແມ່ນ . . . ບັນຫາ​ທີ່​ພົບ​ເຫັນ​ຫຼາຍ​ກວ່າ​ຫມູ່​ຂອງ​ພໍ່​ແມ່​ໃນ​ປະເທດ​ອາເມຣິກາ​ທຸກ​ມື້​ນີ້.” ລາວ​ເວົ້າ​ຕໍ່​ໄປ​ອີກ​ວ່າ ບັນດາ​ຜູ້​ຊ່ຽວຊານ​ເຊິ່ງ​ລວມ​ທັງ​ໂຕ​ລາວ​ເອງ​ຕ້ອງ​ຮັບ​ຜິດ​ຊອບ​ຫຼາຍ. ລາວ​ຍອມ​ຮັບ​ວ່າ “ພວກ​ເຮົາ​ໄດ້​ສຳນຶກ​ຊ້າ​ເກີນ​ໄປ​ວ່າ ທັດສະນະ​ຄະຕິ​ແບບ​ຮູ້​ທຸກ​ຢ່າງ​ຂອງ​ເຮົາ​ພວມ​ທຳລາຍ​ຄວາມ​ໝັ້ນ​ໃຈ​ໃນ​ໂຕ​ເອງ​ຂອງ​ພໍ່​ແມ່​ທັງ​ຫຼາຍ.” ເມື່ອ​ເປັນ​ເຊັ່ນ​ນັ້ນ ເຮົາ​ອາດ​ຖາມ​ວ່າ ‘ເຮົາ​ສາມາດ​ປະຕິບັດ​ຕາມ​ຄຳ​ແນະນຳ​ຂອງ​ໃຜ​ໄດ້​ຢ່າງ​ປອດໄພ ເພື່ອ​ຈະ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ໃນ​ປັດຈຸບັນ​ແລະ​ໃນ​ອະນາຄົດ?’