ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ນຳ

ຄຳ​ນຳ

ຂໍໃຫ້​ພິຈາລະນາ​ຂໍ້​ຂັດ​ແຍ່ງ​ນີ້: ໃນ​ປະເທດ​ທີ່​ຈະເລີນ​ປະເທດ​ໜຶ່ງ ປະຊາຊົນ​ຫຼາຍ​ກວ່າ 90 ສ່ວນ​ຮ້ອຍ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ຫຼື​ຂ້ອນ​ຂ້າງ​ມີ​ຄວາມ​ສຸກ. ແຕ່ 3 ໃນ 10 ຂອງ​ຢາ​ທີ່​ນິຍົມ​ໃຊ້​ຢ່າງ​ກວ້າງ​ຂວາງ​ໃນ​ປະເທດ​ນັ້ນ​ແມ່ນ​ໃບ​ສັ່ງ​ຢາ​ສຳລັບ​ໂລກ​ຊຶມເສົ້າ. ໃນ​ປະເທດ​ດຽວ​ກັນ ປະຊາຊົນ 91 ສ່ວນ​ຮ້ອຍ​ຮູ້ສຶກ​ວ່າ​ຊີວິດ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ເປັນ​ຕາ​ພໍ​ໃຈ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ການ​ສົມລົດ​ເກືອບ​ເຄິ່ງ​ໜຶ່ງ​ແມ່ນ​ຈົບ​ລົງ​ດ້ວຍ​ການ​ຢ່າ​ຮ້າງ!

ໃນ​ຄວາມ​ຈິງ ການ​ສຳຫຼວດ​ກັບ​ປະຊາຊົນ​ໃນ 18 ປະເທດ​ເຊິ່ງ​ເທົ່າ​ກັບ​ຈຳນວນ​ປະຊາກອນ​ປະມານ​ເຄິ່ງ​ໜຶ່ງ​ຂອງ​ໂລກ​ໃຫ້​ຄວາມ​ເຫັນ​ວ່າ “ການ​ເບິ່ງ​ໂລກ​ໃນ​ແງ່​ຮ້າຍ​ຄ້າຍ​ຄື​ວ່າ​ປົກ​ຄຸມ​ໂລກ​ສ່ວນ​ໃຫຍ່.” ດັ່ງ​ນັ້ນ ຈຶ່ງ​ເຫັນ​ແຈ້ງ​ວ່າ​ຫຼາຍ​ຄົນ​ບໍ່​ໄດ້​ດຳເນີນ​ຊີວິດ​ແບບ​ເປັນ​ຕາ​ພໍ​ໃຈ. ສຳລັບ​ເຈົ້າ​ເດ? ຈຸນລະສານ​ເຫຼັ້ມ​ນີ້​ແມ່ນ​ກຽມ​ໄວ້​ເພື່ອ​ຊ່ວຍ​ເຈົ້າ​ເຮັດ​ໃຫ້​ຊີວິດ​ເປັນ​ເລື່ອງ​ອີ່ມ​ໃຈ​ພໍ​ໃຈ​ຢ່າງ​ແທ້​ຈິງ.