ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 2

ຄຳ​ແນະນຳ​ສຳລັບ​ການ​ດຳເນີນ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ

ຄຳ​ແນະນຳ​ສຳລັບ​ການ​ດຳເນີນ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ

ເມື່ອ​ພົບ​ບັນຫາ ເຮົາ​ສະແຫວງ​ຫາ​ຄຳ​ແນະນຳ​ຈາກ​ບ່ອນ​ໃດ? ເຮົາ​ອາດ​ຫັນ​ໜ້າ​ເຂົ້າ​ຫາ​ເພື່ອນ​ເຊິ່ງ​ໄວ້​ໃຈ​ໄດ້ ຫຼື​ຜູ້​ໃຫ້​ຄຳ​ປຶກສາ​ທີ່​ມີ​ຄວາມ​ຊຳນານ. ການ​ກວດ​ສອບ​ແຫຼ່ງ​ຂໍ້​ມູນ​ຕ່າງໆ​ເຊັ່ນ​ຢູ່​ຫ້ອງ​ສະຫມຸດ​ອາດ​ຊ່ວຍ​ໄດ້. ບໍ່​ແນວ​ນັ້ນ ກໍ​ອາດ​ເພິ່ງ “ສະຕິ​ປັນຍາ​ຂອງ​ຄົນ​ທີ່​ອາບ​ນໍ້າ​ຮ້ອນ​ມາ​ກ່ອນ” ຄື​ຊາວ​ຕາເວັນ​ອອກ​ບາງ​ຄົນ​ເວົ້າ ເພື່ອ​ຮຽນ​ຮູ້​ຈາກ​ປະສົບການ​ທີ່​ມີ​ມາ​ຫຼາຍ​ປີ. ແນວ​ທາງ​ໃດ​ກໍ​ຕາມ​ເຊິ່ງ​ເຮົາ​ພໍ​ໃຈ ຖື​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ພິຈາລະນາ​ຖ້ອຍ​ຄຳ​ອັນ​ກະທັດຮັດ​ແລະ​ປະກອບ​ດ້ວຍ​ສະຕິ​ປັນຍາ​ເຊິ່ງ​ໃຫ້​ຄຳ​ແນະນຳ​ອັນ​ດີ​ເລີດ​ໃນ​ການ​ແກ້ໄຂ​ບັນຫາ. ຕໍ່​ໄປ​ນີ້​ເປັນ​ຄຳ​ແນະນຳ​ທີ່​ດີ​ເຊິ່ງ​ເຮົາ​ຈະ​ພົບ​ວ່າ​ເປັນ​ປະໂຫຍດ.

“ຈົ່ງ​ຝຶກ​ຫັດ​ເດັກ​ນ້ອຍ​ຕາມ​ລະບຽບ​ຮີດຄອງ​ແຫ່ງ​ຕົນ”

2 ຊີວິດ​ຄອບຄົວ: ພໍ່​ແມ່​ຫຼາຍ​ຄົນ​ກັງວົນ​ກ່ຽວ​ກັບ​ການ​ລ້ຽງ​ລູກ​ຂອງ​ເຂົາ​ເຈົ້າ​ໃນ​ໂລກ​ເຊິ່ງ​ເຕັມ​ໄປ​ດ້ວຍ​ອິດທິພົນ​ຂອງ​ສິ່ງ​ບໍ່​ດີ. ການ​ພິຈາລະນາ​ຄຳ​ແນະນຳ​ຕໍ່​ໄປ​ນີ້​ສາມາດ​ຊ່ວຍ​ໄດ້: “ຈົ່ງ​ຝຶກ​ຫັດ​ເດັກ​ນ້ອຍ​ຕາມ​ລະບຽບ​ຮີດຄອງ​ແຫ່ງ​ຕົນ ແລະ​ເມື່ອ​ເຖິງ​ເຖົ້າ​ແລ້ວ​ເພິ່ນ​ຈະ​ບໍ່​ເວັ້ນ​ໜີ​ຈາກ​ຮີດຄອງ​ນັ້ນ.” 1 ເມື່ອ​ເດັກ​ນ້ອຍ​ພວມ​ເຕີບ​ໃຫຍ່ ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ລະບຽບ “ຮີດຄອງ​ນັ້ນ” ຄື​ມາດຕະຖານ​ຊຸດ​ໜຶ່ງ​ທີ່​ຕ້ອງ​ໄດ້​ປະຕິບັດ​ຕາມ. ຈຳນວນ​ຜູ້​ຊ່ຽວຊານ​ທີ່​ຄຳນຶງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຈັດ​ຕຽມ​ຫຼັກ​ການ​ເຊິ່ງ​ເປັນ​ປະໂຫຍດ​ສຳລັບ​ເດັກ​ນ້ອຍ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ. ມາດຕະຖານ​ທີ່​ພໍ່​ແມ່​ວາງ​ໄວ້​ຢ່າງ​ສຸຂຸມ​ເຮັດ​ໃຫ້​ເດັກ​ນ້ອຍ​ຮູ້ສຶກ​ປອດໄພ. ນອກ​ຈາກ​ນັ້ນ “ໄມ້​ແສ້​ກັບ​ຄວາມ​ຕິຕຽນ​ໃຫ້​ມີ​ຄວາມ​ປັນຍາ ແຕ່​ວ່າ​ຊາຍ​ຫນຸ່ມ​ທີ່​ເຂົາ​ບໍ່​ແອບ​ກໍ​ໃຫ້​ແມ່​ຖືກ​ລັກອາຍ.” 2 “ໄມ້​ແສ້” ໝາຍ​ເຖິງ​ອຳນາດ​ຂອງ​ພໍ່​ແມ່​ເຊິ່ງ​ຕ້ອງ​ໃຊ້​ດ້ວຍ​ຄວາມ​ຮັກ​ເພື່ອ​ປົກ​ປ້ອງ​ລູກ​ບໍ່​ໃຫ້​ຫຼົງ​ໄປ​ໃນ​ທາງ​ຜິດ. ການ​ໃຊ້​ອຳນາດ​ເຊັ່ນ​ນັ້ນ​ບໍ່​ໄດ້​ໝາຍ​ເຖິງ​ການ​ກ່າວ​ຮ້າຍ​ເດັກ​ບໍ່​ວ່າ​ໃນ​ທາງ​ໃດ. ຄຳ​ແນະນຳ​ສຳລັບ​ພໍ່​ແມ່​ແມ່ນ: “ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ພໍ່​ຢ່າ​ກະທຳ​ລູກ​ທັງ​ຫຼາຍ​ແຫ່ງ​ຕົນ​ໃຫ້​ເຄືອງ​ໃຈ ຢ້ານ​ວ່າ​ເຂົາ​ຈະ​ເສຍໃຈ.” 3

“ຜົວ​ທັງ​ມວນ​ຕ້ອງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ກາຍ​ຂອງ​ຕົນ​ເອງ”

3 ຄວາມ​ສຳພັນ​ທີ່​ດີ​ລະຫວ່າງ​ຜົວ​ເມຍ​ແມ່ນ​ພື້ນ​ຖານ​ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ. ແມ່ນ​ຫຍັງ​ຄື​ສິ່ງ​ຈຳເປັນ​ສຳລັບ​ຄວາມ​ສຳພັນ​ເຊັ່ນ​ນັ້ນ? “ຜົວ​ທັງ​ມວນ​ຕ້ອງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ກາຍ​ຂອງ​ຕົນ​ເອງ; ແລະ​ຝ່າຍ​ເມຍ​ນັ້ນ​ຈົ່ງ​ຢ້ານ​ຢຳ​ຜົວ​ແຫ່ງ​ຕົນ.” 4 ຄວາມ​ຮັກ​ແລະ​ຄວາມ​ນັບຖື ປຽບ​ດັ່ງ​ນໍ້າມັນ​ລໍ່​ລ້ຽງ​ໃນ​ວົງ​ຄອບຄົວ. ເພື່ອ​ຈະ​ໃຫ້​ຄຳ​ແນະນຳ​ນີ້​ເກີດ​ຜົນ ການ​ສື່​ຄວາມ​ແມ່ນ​ສຳຄັນ​ເພາະ​ວ່າ “ຖ້າ​ບໍ່​ມີ​ຄວາມ​ປຶກສາ​ກັນ​ຄວາມ​ໝາຍ​ໃຈ​ກໍ​ບໍ່​ຊະນະ.” 5 ເພື່ອ​ເສີມ​ສ້າງ​ການ​ສື່​ຄວາມ​ແບບ​ເປີດ​ໃຈ ເຮົາ​ຄວນ​ພະຍາຍາມ​ເອົາໃຈໃສ່​ຕໍ່​ຄວາມ​ຮູ້ສຶກ​ຂອງ​ຄູ່​ຊີວິດ​ເຮົາ ໃຫ້​ເຂົາ​ເວົ້າ​ອອກ​ມາ​ວ່າ​ເຂົາ​ຮູ້ສຶກ​ແນວ​ໃດ​ແທ້ໆ. ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ຈື່​ໄວ້​ວ່າ “ຈິດໃຈ [ຄົນ​ເຮົາ] ອາດ​ເລິກ​ຄື​ນໍ້າ​ສ້າງ ແຕ່​ວ່າ​ຊາຍ [ຫຼື​ຍິງ] ທີ່​ສະຫຼາດ​ຈະ​ດຶງ​ມັນ​ອອກ​ມາ.” 6

ມີ​ທັດສະນະ​ໃນ​ທາງ​ບວດ​ແລະ​ເປັນ​ຝ່າຍ​ພະຍາຍາມ​ເລີ່ມ​ກໍ່​ຄວາມ​ສຳພັນ​ອັນ​ອົບອຸ່ນ

4 ຄົນ​ສູງ​ອາຍຸ​ຫຼາຍ​ຄົນ​ຮູ້ສຶກ​ເປົ່າ​ປ່ຽວ​ຫຼາຍ​ໃນ​ບັ້ນ​ປາຍ​ຂອງ​ຊີວິດ​ເມື່ອ​ລູກ​ຫຼານ​ປ່ອຍ​ໃຫ້​ຢູ່​ໂດດ​ດ່ຽວ​ແມ່ນ​ແຕ່​ໃນ​ປະເທດ​ເຫຼົ່າ​ນັ້ນ​ເຊິ່ງ​ຄວາມ​ນັບຖື​ຕໍ່​ຜູ້​ເຖົ້າ​ເຄີຍ​ເປັນ​ທຳນຽມ. ເຖິງ​ຢ່າງ​ນັ້ນ​ກໍ​ດີ ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຄວນ​ພິຈາລະນາ​ຄຳ​ກ່າວ​ອັນ​ສະຫຼາດ​ສຸຂຸມ​ເຫຼົ່າ​ນີ້: “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ.” 7 “ຢ່າ​ປະໝາດ​ແມ່​ຂອງ​ເຈົ້າ​ເມື່ອ​ເພິ່ນ​ເຖົ້າ​ແລ້ວ.” 8 “ຜູ້​ທີ່​ໃຫ້​ຊັບ​ຂອງ​ພໍ່​ຈິບຫາຍ​ໄປ​ແລະ​ທີ່​ຂັບ​ໄລ່​ແມ່ ກໍ​ເປັນ​ລູກ​ທີ່​ໃຫ້​ຖືກ​ລັກອາຍ​ກັບ​ການ​ປະຈານ​ຂາຍ​ໜ້າ.” 9 ອີກ​ດ້ານ​ໜຶ່ງ ພໍ່​ແມ່​ທີ່​ສູງ​ອາຍຸ​ກໍ​ຕ້ອງ​ມີ​ທັດສະນະ​ໃນ​ທາງ​ບວກ​ແລະ​ເປັນ​ຝ່າຍ​ພະຍາຍາມ​ເລີ່ມ​ກໍ່​ຄວາມ​ສຳພັນ​ອັນ​ອົບອຸ່ນ. “ຜູ້​ທີ່​ຢູ່​ຕ່າງ​ຫາກ​ກໍ​ຊອກ​ຫາ​ການ​ຊອບ​ໃຈ​ຕົວ​ເອງ ຜູ້​ນັ້ນ​ຖຽງ​ຕໍ່​ສູ້​ຄວາມ​ປັນຍາ​ທຸກ​ຢ່າງ.” 10

5 ການ​ດື່ມ​ເຫຼົ້າ: ເປັນ​ຄວາມ​ຈິງ​ທີ່​ວ່າ “ນໍ້າ​ອະງຸ່ນ​ໃຫ້​ຊີວິດ​ມ່ວນ​ຊື່ນ” 11 ແລະ​ການ​ດື່ມ​ເຫຼົ້າ​ອາດ​ຊ່ວຍ​ໃຫ້ “ບໍ່​ຈື່​ຄວາມ​ລຳບາກ​ແຫ່ງ​ຕົນ​ອີກ​ຈັກ​ເທື່ອ.” 12 ແຕ່​ຈື່​ໄວ້​ວ່າ “ນໍ້າ​ອະງຸ່ນ​ເປັນ​ຂອງ​ຫົວຂວັນ​ແລະ​ເຫຼົ້າ​ກໍ່​ໃຫ້​ເກີດ​ສຽງ​ອຶກກະທຶກ ແລະ​ບຸກຄະລະ​ຜູ້​ໃດ​ຫຼົງ​ກຳນົດ​ໃນ​ສິ່ງ​ນັ້ນ​ກໍ​ບໍ່​ມີ​ປັນຍາ.” 13 ຈົ່ງ​ຄິດ​ເຖິງ​ຜົນ​ກະທົບ​ຂອງ​ການ​ດື່ມ​ຫຼາຍ​ໂພດ “ອັນ​ທີ່​ສຸດ​ມັນ​ຂົບ​ຄື​ງູ​ແລະ​ມັນ​ຕອດ​ຄື​ງູ​ຮ້າຍ. ຕາ​ເຈົ້າ​ຈະ​ແຍງ​ເບິ່ງ​ຜູ້​ຍິງ​ແຂກ​ທັງ​ຫຼາຍ​ແລະ​ໃຈ​ເຈົ້າ​ຈະ​ກ່າວ​ຄຳ​ຊົ່ວ. . . . ‘ຂ້ອຍ​ຈະ​ຕື່ນ​ເວລາ​ໃດ ຂ້ອຍ​ຍັງ​ຈະ​ໄປ​ຫາ​ກິນ​ອີກ.’” 14 ການ​ດື່ມ​ເຫຼົ້າ​ພໍ​ປະມານ​ອາດ​ເປັນ​ປະໂຫຍດ ແຕ່​ຕ້ອງ​ຫຼີກ​ເວັ້ນ​ການ​ໃຊ້​ໃນ​ທາງ​ຜິດໆ.

6 ການ​ຄວບຄຸມ​ທາງ​ດ້ານ​ການ​ເງິນ: ໃນ​ບາງ​ກໍລະນີ ບັນຫາ​ດ້ານ​ການ​ເງິນ​ສາມາດ​ປ້ອງກັນ​ໄດ້​ໂດຍ​ການ​ຈັດການ​ເລື່ອງ​ການ​ເງິນ​ຢ່າງ​ຮອບຄອບ. ຂໍ​ໃຫ້​ຟັງ​ຄຳ​ແນະນຳ​ຕໍ່​ໄປ​ນີ້: “ຢ່າ​ເຂົ້າ​ສ່ວນ​ກັນ​ກັບ​ຄົນ​ທີ່​ມັກ​ກິນ​ນໍ້າ​ອະງຸ່ນ​ຫຼື​ກັບ​ຄົນ​ທີ່​ໂລບ​ກິນ​ຫຼາຍ​ໂພດ. ເຫດ​ວ່າ​ຄົນ​ຂີ້​ເຫຼົ້າ​ກັບ​ຄົນ​ກິນ​ຫຼາຍ​ໂພດ​ຄົງ​ຈະ​ເປັນ​ຄົນ​ຈົນ​ແລະ​ການ​ນອນ​ຫຼັບ​ກໍ​ພາ​ໃຫ້​ນຸ່ງ​ຫົ່ມ​ຜ້າ​ຂາດ.” 15 ໂດຍ​ການ​ຫຼີກ​ເວັ້ນ​ການ​ດື່ມ​ເຫຼົ້າ​ຫຼາຍ​ແລະ​ການ​ໃຊ້​ຢາເສບຕິດ​ລວມ​ທັງ​ການ​ຫຼິ້ນ​ການ​ພະນັນ ເຮົາ​ສາມາດ​ໃຊ້​ເງິນ​ຂອງ​ເຮົາ​ເພື່ອ​ລ້ຽງ​ຄອບຄົວ​ໃນ​ທາງ​ທີ່​ດີ. ຢ່າງ​ນັ້ນ​ກໍ​ຕາມ ຫຼາຍ​ຄົນ​ບໍ່​ໄດ້​ດຳເນີນ​ຊີວິດ​ໂດຍ​ຊັບ​ເຊິ່ງ​ຕົນ​ມີ​ຢູ່​ແລະ​ໃນ​ທີ່​ສຸດ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຈ່າຍ​ໜີ້​ສິນ. ບາງ​ຄົນ​ກູ້​ຢືມ​ເງິນ​ເພື່ອ​ຈ່າຍ​ຄ່າ​ດອກ​ເບ້ຍ​ຂອງ​ອີກ​ລາຍ​ໜຶ່ງ. ການ​ຈື່​ຈຳ​ຖ້ອຍ​ຄຳ​ອັນ​ສະຫຼາດ​ຕໍ່​ໄປ​ຈະ​ຊ່ວຍ​ໄດ້: “ຜູ້​ທີ່​ແລ່ນ​ໄປ​ນຳ​ພວກ​ຄົນ​ຂີ້​ຄ້ານ​ຈະ​ເປັນ​ຄົນ​ຈົນ​ເຕັມທີ.” 16 ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຈຳເປັນ​ຕ້ອງ​ມີ​ສິ່ງ​ທີ່​ຂ້ອຍ​ຢາກ​ຊື້​ແທ້ໆບໍ? ມີ​ເຄື່ອງ​ຈັກ​ແນວ​ທີ່​ປະ​ໄວ້​ລ້າໆຫຼັງ​ຈາກ​ໃຊ້​ແລ້ວ​ພຽງ​ສອງ​ສາມ​ເທື່ອ​ບໍ?’ ນັກ​ຂ່າວ​ຄົນ​ໜຶ່ງ​ຂຽນ​ວ່າ “ສິ່ງ​ຂອງ​ຈຳເປັນ​ສຳລັບ​ມະນຸດ​ມີ​ບໍ່​ຫຼາຍ​ຢ່າງ​ແຕ່​ຄວາມ​ຕ້ອງການ​ຂອງ​ເຂົາ​ມີ​ບໍ່​ສິ້ນ​ສຸດ.” ຈົ່ງ​ເອົາໃຈໃສ່​ຖ້ອຍ​ຄຳ​ອັນ​ສຸຂຸມ​ເຫຼົ່າ​ນີ້: “ເຮົາ​ທັງ​ຫຼາຍ​ບໍ່​ໄດ້​ເອົາ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຖື​ມາ​ໃນ​ໂລກ ແລະ​ເປັນ​ແທ້​ວ່າ​ເຮົາ​ທັງ​ຫຼາຍ​ຈະ​ເອົາ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຖື​ໄປ​ຈາກ​ໂລກ​ກໍ​ບໍ່​ໄດ້. ແຕ່​ວ່າ​ຖ້າ​ເຮົາ​ທັງ​ຫຼາຍ​ມີ​ອາຫານ​ລ້ຽງ​ຕົວ​ແລະ​ມີ​ທີ່​ອາໄສ ເຮົາ​ທັງ​ຫຼາຍ​ຈະ​ດີໃຈ​ດ້ວຍ​ສິ່ງ​ນັ້ນ. . . . ເຫດ​ວ່າ​ຄວາມ​ຮັກ​ເງິນ​ຄຳ​ນັ້ນ ກໍ​ເປັນ​ຮາກ​ແຫ່ງ​ສັບພະ​ທຸກ​ສິ່ງ​ທີ່​ເປັນ​ອັນ​ຊົ່ວ​ຮ້າຍ ແລະ​ຜູ້​ລາງ​ຄົນ​ທີ່​ໄດ້​ໂລບ​ເງິນ​ຄຳ​ນັ້ນ . . . ໄດ້​ແທງ​ຕົວ​ເອງ​ດ້ວຍ​ຄວາມ​ທຸກ​ໂສກ​ຫຼາຍ​ປະການ.” 17

7 ຄວາມ​ດຸ​ໝັ່ນ​ເປັນ​ຫົນ​ທາງ​ໜຶ່ງ​ໃນ​ການ​ແກ້ໄຂ​ບັນຫາ​ທາງ​ດ້ານ​ການ​ເງິນ. “ຄົນ​ຂີ້​ຄ້ານ​ເອີຍ ຈົ່ງ​ໄປ​ເບິ່ງ​ຕົວ​ມົດ ຈົ່ງ​ຄອຍ​ເບິ່ງ​ທຳນຽມ​ທັງ​ຫຼາຍ​ຂອງ​ມົດ​ນັ້ນ​ແລະ​ຈົ່ງ​ເລີຍ​ເກີດ​ເປັນ​ຄົນ​ປັນຍາ​ເຖີ້ນ. . . . ຍັງ​ນອນ​ຫຼັບ​ອີກ​ສັກ​ນ້ອຍ​ຍັງ​ງ້ວງ​ເຫງົາ​ອີກ​ສັກ​ນ້ອຍ . . . . ແລະ​ຄວາມ​ຈົນ​ຈະ​ມາ​ຖືກ​ເຈົ້າ​ຄື​ຄົນ​ເດີນ​ທາງ.” 18 ການ​ວາງ​ແຜນ​ແບບ​ຮອບຄອບ​ແລະ​ການ​ຈັດ​ງົບ​ປະມານ​ຕາມ​ຄວາມ​ເປັນ​ຈິງ​ສາມາດ​ຊ່ວຍ​ໄດ້​ເຊັ່ນ​ກັນ “ໃນ​ພວກ​ທ່ານ ຖ້າ​ຜູ້​ໃດ​ຢາກ​ກໍ່​ສ້າງ​ປ້ອມ ຜູ້​ນັ້ນ​ຈະ​ບໍ່​ນັ່ງ​ລົງ​ກ່ອນ​ແລະ​ຄິດ​ລາຄາ​ແລະ​ນັບ​ເບິ່ງ​ວ່າ ຈະ​ມີ​ເຂົ້າ​ຂອງ​ພໍ​ໄດ້​ກະທຳ​ໃຫ້​ສຸດ​ແລ້ວ​ຫຼື.” 19

“ເຈົ້າ​ໄດ້​ເຫັນ​ຄົນ​ຜູ້​ໜຶ່ງ​ທີ່​ໝັ້ນ​ພຽນ [“ມີ​ສີ​ມື,” ລ.ມ.] ໃນ​ການ​ຂອງ​ຕົນ​ຫຼື”

8 ໃນ​ກໍລະນີ​ທີ່​ຄວາມ​ທຸກ​ຍາກ​ບໍ່​ໄດ້​ເກີດ​ຈາກ​ຄວາມ​ຜິດ​ຂອງ​ເຮົາ​ເອງ​ເດ? ຕົວຢ່າງ​ເຊັ່ນ ເນື່ອງ​ຈາກ​ສະພາບ​ເສດຖະກິດ​ທີ່​ຫຍຸ້ງຍາກ ເຮົາ​ອາດ​ວ່າງ​ງານ​ເຖິງ​ແມ່ນ​ວ່າ​ເຮົາ​ເຕັມ​ໃຈ​ຈະ​ເຮັດ​ວຽກ​ໜັກ, ຫຼື​ເຮົາ​ອາດ​ອາໄສ​ຢູ່​ໃນ​ປະເທດ​ເຊິ່ງ​ປະຊາຊົນ​ສ່ວນ​ຫຼາຍ​ດຳລົງ​ຊີວິດ​ດ້ວຍ​ລາຍ​ໄດ້​ທີ່​ຕໍ່າ​ກວ່າ​ເສັ້ນ​ຂອງ​ຄວາມ​ທຸກ​ຍາກ. ຖ້າ​ເປັນ​ແນວ​ນັ້ນ​ຈະ​ເຮັດ​ແນວ​ໃດ? “ເຫດ​ວ່າ​ເຂົາ​ຢູ່​ໃນ​ຄວາມ​ປົກ​ປ້ອງ​ແຫ່ງ​ຄວາມ​ປັນຍາ​ຄື​ຢູ່​ໃນ​ຄວາມ​ປົກ​ປ້ອງ​ເງິນ; ແຕ່​ວ່າ​ຄວາມ​ຮູ້​ໃຫ້​ມີ​ປະໂຫຍດ​ດັ່ງ​ນີ້​ວ່າ​ຄວາມ​ປັນຍາ​ລ້ຽງ​ຊີວິດ​ຂອງ​ຄົນ​ທີ່​ມີ​ປັນຍາ​ນັ້ນ​ໄວ້.” 20 ນອກ​ຈາກ​ນັ້ນ ຂໍ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ດັ່ງ​ກ່າວ​ນີ້: “ເຈົ້າ​ໄດ້​ເຫັນ​ຄົນ​ຜູ້​ໜຶ່ງ​ທີ່​ໝັ່ນ​ພຽນ [“ມີ​ສີ​ມື,” ລ.ມ.] ໃນ​ການ​ຂອງ​ຕົນ​ຫຼື ຜູ້​ນັ້ນ​ຈະ​ເຝົ້າ​ຢູ່​ຕໍ່​ໜ້າ​ກະສັດ​ທັງ​ຫຼາຍ.” 21 ເຮົາ​ຮຽນ​ວິຊາ​ຊີບ​ໄດ້​ບໍ ເພື່ອ​ຊ່ວຍ​ໃນ​ການ​ມີ​ວຽກ​ເຮັດ?

“ຈົ່ງ​ປະທານ​ໃຫ້ ແລະ​ເຂົາ​ຈະ​ປະທານ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ”

9 ຄຳ​ແນະນຳ​ຕໍ່​ໄປ​ນີ້​ອາດ​ຟັງ​ຄື​ວ່າ​ຂັດ​ກັນ ແຕ່​ໄດ້​ຜົນ​ຢ່າງ​ແທ້​ຈິງ: “ຈົ່ງ​ປະທານ​ໃຫ້ ແລະ​ເຂົາ​ຈະ​ປະທານ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ . . . , ເຫດ​ວ່າ​ທ່ານ​ຈະ​ເອົາ​ຂອງ​ຜອງ​ຢ່າງ​ໃດ​ຈະ​ຜອງ​ໃຫ້​ເຂົາ ເຂົາ​ຈະ​ເອົາ​ຂອງ​ຜອງ​ຢ່າງ​ນັ້ນ​ຈະ​ຜອງ​ໃຫ້​ທ່ານ.” 22 ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ໃຫ້​ເພື່ອ​ຫວັງ​ສິ່ງ​ຕອບ​ແທນ ແຕ່​ຫາກ​ຄຳ​ເຫຼົ່າ​ນີ້​ແມ່ນ​ເພື່ອ​ປູກ​ຝັງ​ນໍ້າໃຈ​ເອື້ອ​ເຟື້ອ​ເຜື່ອ​ແຜ່: “ຈິດໃຈ​ທີ່​ອວຍ​ພອນ​ຈະ​ອີ່ມ​ບໍລິບູນ ແລະ​ຜູ້​ທີ່​ຮົດ​ນໍ້າ​ກໍ​ຈະ​ຮັບ​ຮົດ​ນໍ້າ​ແກ່​ຕົວ​ເອງ.” 23 ໂດຍ​ການ​ແບ່ງ​ປັນ​ສິ່ງ​ຕ່າງໆໃນ​ເວລາ​ຂັດ​ສົນ ເຮົາ​ກໍ​ສົ່ງ​ເສີມ​ນໍ້າໃຈ​ແຫ່ງ​ການ​ໃຫ້​ເຊິ່ງ​ໃນ​ທີ່​ສຸດ​ອາດ​ເປັນ​ປະໂຫຍດ​ແກ່​ເຮົາ.

10 ສາຍ​ສຳພັນ​ລະຫວ່າງ​ມະນຸດ: ກະສັດ​ອົງ​ໜຶ່ງ​ທີ່​ສະຫຼຽວ​ສະຫຼາດ​ໃຫ້​ຂໍ້​ສັງເກດ​ວ່າ “ຂ້ອຍ​ໄດ້​ເຫັນ​ຄວາມ​ຊຳນານ​ກັບ​ຄວາມ​ສະຫຼາດ​ທັງ​ສິ້ນ ໃນ​ການ​ງານ​ເປັນ​ແຕ່​ຄວາມ​ຫຶງສາ​ຕໍ່​ສູ້​ກັນ​ແລະ​ກັນ; ການ​ນີ້​ເປັນ​ຄວາມ​ເປົ່າ​ແລະ​ໄລ່​ຕິດ​ຕາມ​ລົມ​ດ້ວຍ.” 24 ການ​ຊິງ​ດີ​ຊິງ​ເດັ່ນ​ກັນ​ພາ​ໃຫ້​ຫຼາຍ​ຄົນ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສະຫຼາດ ຄົນ​ຜູ້​ໜຶ່ງ​ເຫັນ​ເພື່ອນ​ບ້ານ​ຂອງ​ຕົນ​ມີ​ໂທລະພາບ 32 ນິ້ວ ສະນັ້ນ ລາວ​ໄປ​ຊື້​ໂທລະພາບ 36 ນິ້ວ ເຖິງ​ແມ່ນ​ວ່າ​ໂທລະພາບ 27 ນິ້ວ​ຂອງ​ລາວ​ຍັງ​ໃຊ້​ໄດ້​ດີ. ການ​ຊິງ​ດີ​ຊິງ​ເດັ່ນ​ກັນ​ແບບ​ນີ້​ແມ່ນ​ບໍ່​ມີ​ປະໂຫຍດ​ແທ້ໆ ມັນ​ຄື​ກັບ​ການ​ໄລ່​ຕິດ​ຕາມ​ລົມ ຄື​ກັບ​ການ​ແລ່ນ​ໄປ​ແລ່ນ​ມາ​ໂດຍ​ບໍ່​ໄດ້​ຫຍັງ​ໝົດ. ເຈົ້າ​ບໍ່​ເຫັນ​ດີ​ນຳ​ບໍ?

ເຮົາ​ຈະ​ຮັບ​ມື​ກັບ​ອາລົມ​ຄຽດ​ອັນ​ຮຸນແຮງ​ໄດ້​ແນວ​ໃດ?

11 ເຮົາ​ອາດ​ເຄືອງ​ໃຈ​ໃນ​ສິ່ງ​ເຊິ່ງ​ຄົນ​ອື່ນ​ເວົ້າ​ໃຫ້​ເຮົາ. ເຖິງ​ແນວ​ນັ້ນ ຂໍ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ນີ້: “ຢ່າ​ຊູ​ຟ້າວ​ເຄືອງ​ໃຈ ເຫດ​ວ່າ​ຄວາມ​ເຄືອງ​ໃຈ​ຢູ່​ໃນ​ອົກ​ຂອງ​ພວກ​ຄົນ​ໂງ່.” 25 ແມ່ນ​ຢູ່​ວ່າ ມີ​ກໍລະນີ​ຕ່າງໆເຊິ່ງ​ການ​ຄຽດ​ອາດ​ສົມ​ເຫດ​ສົມ​ຜົນ. ນັກ​ຂຽນ​ໃນ​ຍຸກ​ບູຮານ​ຍອມ​ຮັບ​ວ່າ “ເມື່ອ​ຮ້າຍ ຢ່າ​ກະທຳ​ຜິດ ຢ່າ​ໃຫ້​ຕາເວັນ​ຕົກ​ເວລາ​ຍັງ​ຮ້າຍ​ຢູ່.” 26 ເຮົາ​ຈະ​ຮັບ​ມື​ກັບ​ອາລົມ​ຄຽດ​ອັນ​ຮຸນແຮງ​ໄດ້​ແນວ​ໃດ? “ຄວາມ​ປັນຍາ​ຂອງ​ຄົນ​ໃຫ້​ຕົນ​ຊ້າ​ນານ​ຈະ​ຮ້າຍ ແລະ​ເປັນ​ຍົດ​ສັກ​ຂອງ​ຕົນ​ຈະ​ກາຍ​ໄປ​ເທິງ​ການ​ຜິດ​ລ່ວງ.” 27 ຈຳເປັນ​ຕ້ອງ​ມີ​ຄວາມ​ຢັ່ງ​ເຫັນ​ເຂົ້າ​ໃຈ. ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ ‘ເປັນ​ຫຍັງ​ລາວ​ເຮັດ​ແບບ​ນັ້ນ? ມີ​ຫຍັງ​ບໍ​ເຊິ່ງ​ອາດ​ໃຫ້​ອະໄພ​ໄດ້?’ ນອກ​ຈາກ​ຄວາມ​ຢັ່ງ​ເຫັນ​ເຂົ້າ​ໃຈ​ແລ້ວ ຍັງ​ມີ​ຄຸນ​ລັກສະນະ​ເຊິ່ງ​ສາມາດ​ຝຶກ​ຝົນ​ຫຼໍ່​ຫຼອມ​ໄດ້​ເພື່ອ​ຮັບ​ມື​ກັບ​ອາລົມ​ຮ້າຍ. “ຈົ່ງ​ສວມ​ຕົວ​ທ່ານ​ດ້ວຍ​ຄວາມ​ຮັກ​ແພງ​ອັນ​ອ່ອນ​ລະມຸນ​ແຫ່ງ​ຄວາມ​ເມດຕາ ຄວາມ​ກະລຸນາ ໃຈ​ຖ່ອມ ຄວາມ​ອ່ອນ​ໂຍນ ແລະ​ຄວາມ​ອົດ​ກັ້ນ​ໄວ້​ນານ. ຈົ່ງ​ທົນ​ຕໍ່​ກັນ​ແລະ​ກັນ​ຢູ່​ເລື້ອຍ​ໄປ​ແລະ​ຈົ່ງ​ອະໄພ​ໃຫ້​ກັນ​ແລະ​ກັນ​ຢ່າງ​ໃຈ​ກວ້າງ ຖ້າ​ແມ່ນ​ຜູ້​ໃດ​ມີ​ສາເຫດ​ຈົ່ມ​ວ່າ​ຄົນ​ອື່ນ. . . . ຈົ່ງ​ສວມ​ຕົວ​ເຈົ້າ​ດ້ວຍ​ຄວາມ​ຮັກ ເພາະ​ຄວາມ​ຮັກ​ເປັນ​ເຄື່ອງ​ເຊື່ອມ​ສາມັກຄີ​ທີ່​ດີ​ພ້ອມ.” 28 ແມ່ນ​ແລ້ວ ຄວາມ​ຮັກ​ຊ່ວຍ​ແກ້ໄຂ​ບັນຫາ​ຫຼາຍ​ຢ່າງ​ໃນ​ສາຍ​ສຳພັນ​ລະຫວ່າງ​ມະນຸດ.

12 ເຖິງ​ແນວ​ນັ້ນ​ກໍ​ຕາມ ຍັງ​ມີ ‘ອະໄວຍະວະ​ນ້ອຍໆ’ ເຊິ່ງ​ເປັນ​ອຸປະສັກ​ໃນ​ການ​ຮັກສາ​ສາຍ​ສຳພັນ​ລະຫວ່າງ​ມະນຸດ ນັ້ນ​ຄື​ລີ້ນ. ຖ້ອຍ​ຄຳ​ນີ້​ຖື​ວ່າ​ເປັນ​ຈິງ: “ລີ້ນ​ນັ້ນ​ບໍ່​ມີ​ຄົນ​ຜູ້​ໃດ​ອາດ​ແພ້ [“ຊະນະ,” ລ.ມ.] ເຝິກ​ໄດ້ ມັນ​ເປັນ​ສິ່ງ​ອັນ​ຊົ່ວ​ທີ່​ຈະ​ຫ້າມ​ໄວ້​ບໍ່​ໄດ້ ແລະ​ເຕັມ​ໄປ​ດ້ວຍ​ພິດ​ງູ​ຮ້າຍ​ທີ່​ໃຫ້​ຕາຍ.” 29 ຄຳ​ແນະນຳ​ນີ້​ເໝາະ​ແກ່​ການ​ເອົາໃຈໃສ່​ແທ້ໆ: “ໃຫ້​ຄົນ​ທຸກ​ຄົນ​ວ່ອງ​ໄວໆຈະ​ຟັງ ໃຫ້​ຊ້າໆຈະ​ເວົ້າ ໃຫ້​ຊ້າໆຈະ​ຮ້າຍ.” 30 ຢ່າງ​ໃດ​ກໍ​ຕາມ ໃນ​ການ​ໃຊ້​ລີ້ນ​ເຮົາ​ຈຳເປັນ​ຕ້ອງ​ລະວັງ​ທີ່​ຈະ​ເວົ້າ​ແບບ​ແມ່ນ​ແດ່​ບໍ່​ແມ່ນ​ແດ່ ເພື່ອ​ຮັກສາ​ສັນຕິສຸກ​ໄວ້​ແບບ​ຜິວເຜີນ. “ຈົ່ງ​ໃຫ້​ຖ້ອຍ​ຄຳ​ທັງ​ຫຼາຍ​ຂອງ​ທ່ານ​ເປັນ​ຢ່າງ​ນີ້ ແມ່ນ​ກໍ​ວ່າ​ແມ່ນ ບໍ່​ແມ່ນ​ກໍ​ວ່າ ບໍ່​ແມ່ນ; ເພາະ​ວ່າ​ອັນ​ທີ່​ເຫຼືອ​ນີ້​ໄປ​ກໍ​ມາ​ແຕ່​ຜູ້​ຊົ່ວ​ຮ້າຍ.” 31

13 ເຮົາ​ຈະ​ຮັກສາ​ສາຍ​ສຳພັນ​ອັນ​ດີ​ງາມ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ສັງເກດ​ຫຼັກ​ການ​ຂໍ້​ນີ້: ‘ຢ່າ​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ເບິ່ງ​ແຕ່​ສິ່ງ​ທັງ​ຫຼາຍ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ ແຕ່​ວ່າ​ໃຫ້​ເບິ່ງ​ສິ່ງ​ທັງ​ຫຼາຍ​ຂອງ​ຜູ້​ອື່ນ​ດ້ວຍ.’ 32 ດ້ວຍ​ເຫດ​ນີ້ ເຮົາ​ອາດ​ປະຕິບັດ​ຕາມ​ສິ່ງ​ທີ່​ຫຼາຍ​ຄົນ​ເອີ້ນ​ວ່າ​ກົດ​ຄຳ “ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຢາກ​ໃຫ້​ຄົນ​ກະທຳ​ສິ່ງ​ໃດ​ສຳລັບ​ທ່ານ ທ່ານ​ຈົ່ງ​ກະ​ສິ່ງ​ນັ້ນ​ສຳລັບ​ເຂົາ​ທຸກ​ປະການ​ເໝືອນ​ກັນ​ດ້ວຍ.” 33

14 ຄວາມ​ເຄັ່ງ​ຕຶງ: ເຮົາ​ຈະ​ຮັກສາ​ຄວາມ​ດຸນ​ດ່ຽງ​ທາງ​ດ້ານ​ອາລົມ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຄັ່ງ​ຕຶງ​ໄດ້​ແນວ​ໃດ? “ໃຈ​ຍິນດີ​ໃຫ້​ໜ້າ​ຊື່ນ​ບານ ແຕ່​ວ່າ​ໃຈ​ທຸກ​ໂສກ​ໃຫ້​ຈິດວິນຍານ​ຖ່ອມ​ລົງ.” 34 ເຮົາ​ອາດ​ສູນ​ເສຍ “ໃຈ​ຍິນດີ” ໄດ້​ງ່າຍ​ເມື່ອ​ເຮົາ​ພົບ​ວ່າ​ຄົນ​ອື່ນ​ບໍ່​ໃສ່​ໃຈ​ໃນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຖືກ​ຕ້ອງ​ໃນ​ສາຍ​ຕາ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ດີ ເຮົາ​ຄວນ​ຈື່​ຈຳ​ຖ້ອຍ​ຄຳ​ເຫຼົ່າ​ນີ້: “ຢ່າ​ເປັນ​ຄົນ​ຊອບທຳ​ເຫຼືອ​ເກີນ​ແລະ​ຢ່າ​ເຮັດ​ດ້ວຍ​ຄວາມ​ປັນຍາ​ເຫຼືອ​ເກີນ ເຫດ​ສັນ​ໃດ​ເຈົ້າ​ຈະ​ທຳລາຍ​ຕົວ​ໄປ.” 35 ໃນ​ອີກ​ດ້ານ​ໜຶ່ງ ຄວາມ​ກັງວົນ​ໃນ​ຊີວິດ​ອາດ​ເຮັດ​ໃຫ້​ເຮົາ​ທຸກ​ໃຈ. ຖ້າ​ເປັນ​ເຊັ່ນ​ນັ້ນ​ຈະ​ເຮັດ​ແນວ​ໃດ? ຂໍ​ໃຫ້​ເຮົາ​ຈື່​ຈຳ​ໄວ້​ວ່າ “ຄວາມ​ອຸກ​ໃຈ​ກໍ​ໃຫ້​ຄົນ​ຖ່ອມ​ລົງ ແຕ່​ວ່າ​ຖ້ອຍ​ຄຳ​ດີ​ຂໍ້​ໜຶ່ງ​ໃຫ້​ເພິ່ນ​ຊົມຊື່ນ​ຍິນດີ.” 36 ເຮົາ​ອາດ​ຕຶກຕອງ​ເຖິງ “ຖ້ອຍ​ຄຳ​ທີ່​ດີ” ຖ້ອຍ​ຄຳ​ທີ່​ກະລຸນາ​ເຊິ່ງ​ໃຫ້​ກຳລັງ​ໃຈ​ແກ່​ເຮົາ. ເຖິງ​ແມ່ນ​ວ່າ​ຢູ່​ໃນ​ສະພາບ​ອັນ​ໂສກ​ເສົ້າ ການ​ມີ​ທັດສະນະ​ໃນ​ແງ່​ດີ​ອາດ​ສົ່ງ​ຜົນ​ກະທົບ​ທີ່​ເປັນ​ປະໂຫຍດ​ທາງ​ກາຍ​ອີກ​ດ້ວຍ: “ໃຈ​ຍິນດີ​ໃຫ້​ຄວາມ​ສະບາຍ​ຈຳເລີນ​ຂຶ້ນ.” 37 ເມື່ອ​ເຮົາ​ຮູ້ສຶກ​ໂສກ​ເສົ້າ​ຍ້ອນ​ຄົນ​ອື່ນ​ບໍ່​ສົນ​ໃຈ​ເຮົາ ເຮົາ​ອາດ​ພະຍາຍາມ​ປະຕິບັດ​ຕາມ​ກົດ​ຂໍ້​ນີ້: “ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.” 38 ໂດຍ​ການ​ມີ​ທັດສະນະ​ໃນ​ແງ່​ດີ ເຮົາ​ສາມາດ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ທີ່​ເຮົາ​ປະເຊີນ​ໃນ​ແຕ່​ລະ​ມື້.

15 ເຈົ້າ​ຄິດ​ວ່າ​ຖ້ອຍ​ຄຳ​ອັນ​ສຸຂຸມ​ເຊິ່ງ​ກ່າວ​ໄວ້​ຂ້າງ​ເທິງ​ນີ້ ສາມາດ​ໃຊ້​ໄດ້​ໃນ​ການ​ດຳເນີນ​ຊີວິດ​ຂອງ​ເຮົາ​ໃນ​ສະຕະວັດ​ທີ 21 ໄດ້​ບໍ? ທີ່​ຈິງ ຖ້ອຍ​ຄຳ​ເຫຼົ່າ​ນັ້ນ​ພົບ​ໄດ້​ໃນ​ໜັງສື​ເກົ່າ​ແກ່ ນັ້ນ​ຄື​ຄຳພີ​ໄບເບິນ. ເປັນ​ຫຍັງ​ບໍ່​ເພິ່ງ​ຄຳພີ​ໄບເບິນ​ແທນ​ທີ່​ຈະ​ເພິ່ງ​ສະຕິ​ປັນຍາ​ຈາກ​ບ່ອນ​ອື່ນໆ? ນອກ​ຈາກ​ເຫດຜົນ​ອື່ນ​ແລ້ວ ຫຼັກ​ການ​ຕ່າງໆທີ່​ພົບ​ໃນ​ຄຳພີ​ໄບເບິນ​ມີ​ຄ່າ​ເຊິ່ງ​ໄດ້​ຜ່ານ​ການ​ພິສູດ​ມາ​ດົນ​ແລ້ວ. ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ເບິ່ງ​ຢະຊູຮິໂລ​ແລະ​ຄະໂຍະໂກະ​ເຊິ່ງ​ເຄີຍ​ເຂົ້າ​ຮ່ວມ​ໃນ​ຂະບວນ​ການ​ຮຽກ​ຮ້ອງ​ສິດທິ​ຂອງ​ແມ່​ຍິງ. ທັງ​ສອງ​ແຕ່ງ​ດອງ​ກັນ​ຍ້ອນ​ສາເຫດ​ດຽວ​ວ່າ​ຄະໂຍະໂກະ​ມີ​ລູກ​ກັບ​ຢະຊູຮິໂລ. ເນື່ອງ​ຈາກ​ບັນຫາ​ດ້ານ​ການ​ເງິນ​ແລະ​ຄວາມ​ຮູ້ສຶກ​ທີ່​ເຂົ້າ​ກັນ​ບໍ່​ໄດ້ ໃນ​ບໍ່​ຊ້າ​ທັງ​ສອງ​ກໍ​ປະກັນ. ໃນ​ເວລາ​ຕໍ່​ມາ ທັງ​ສອງ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ໂດຍ​ຕ່າງ​ຝ່າຍ​ຕ່າງ​ບໍ່​ຮູ້​ຈັກ​ວ່າ​ອີກ​ຝ່າຍ​ໜຶ່ງ​ສຶກສາ. ທັງ​ສອງ​ໄດ້​ສັງເກດ​ເຫັນ​ການ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ອີກ​ຝ່າຍ​ໜຶ່ງ. ຢະຊູຮິໂລ​ແລະ​ຄະໂຍະໂກະ​ຕັດສິນ​ໃຈ​ແຕ່ງ​ດອງ​ກັນ​ອີກ​ເທື່ອ​ໜຶ່ງ. ເຖິງ​ແມ່ນ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ຍັງ​ບໍ່​ພົ້ນ​ຈາກ​ບັນຫາ ດຽວ​ນີ້​ທັງ​ສອງ​ມີ​ຫຼັກ​ການ​ຂອງ​ຄຳພີ​ໄບເບິນ​ເປັນ​ສິ່ງ​ຊີ້​ນຳ​ໃນ​ການ​ດຳເນີນ​ຊີວິດ ແລະ​ທັງ​ສອງ​ພວມ​ປັບ​ຕົວ​ເພື່ອ​ແກ້ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ​ນຳ​ກັນ. ໃນ​ທ່າມກາງ​ພະຍານ​ພະ​ເຢໂຫວາ​ເຮົາ​ຈະ​ເຫັນ​ຜົນ​ດີ​ຕ່າງໆຈາກ​ການ​ນຳ​ເອົາ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ການ​ດຳເນີນ​ຊີວິດ. ເປັນ​ຫຍັງ​ບໍ່​ລອງ​ເຂົ້າ​ຮ່ວມ​ການ​ປະຊຸມ​ຈັກ​ລາຍການ​ໜຶ່ງ​ເພື່ອ​ລຶ້ງ​ເຄີຍ​ກັບ​ຄົນ​ເຫຼົ່າ​ນັ້ນ​ເຊິ່ງ​ພວມ​ພະຍາຍາມ​ດຳເນີນ​ຊີວິດ​ຕາມ​ຄຳພີ​ໄບເບິນ?

16 ຄຳ​ແນະນຳ​ເຊິ່ງ​ຍົກ​ມາ​ກ່າວ​ຂ້າງ​ເທິງ​ນີ້​ເປັນ​ພຽງ​ຕົວຢ່າງ​ທີ່​ສະແດງ​ເຖິງ​ສະຕິ​ປັນຍາ​ອັນ​ລໍ້າ​ເລີດ​ເຊິ່ງ​ບໍ່​ມີ​ສິ້ນ​ສຸດ​ທີ່​ຄົນ​ເຮົາ​ສາມາດ​ພົບ​ໃນ​ຄຳພີ​ໄບເບິນ ແຫຼ່ງ​ຂອງ​ຄວາມ​ຢັ່ງ​ເຫັນ​ເຂົ້າ​ໃຈ. ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ພະຍານ​ພະ​ເຢໂຫວາ​ເຕັມ​ໃຈ​ໃຊ້​ຫຼັກ​ການ​ຂອງ​ຄຳພີ​ໄບເບິນ​ໃນ​ການ​ດຳເນີນ​ຊີວິດ​ຂອງ​ເຂົາ​ເຈົ້າ. ເປັນ​ຫຍັງ​ເຈົ້າ​ບໍ່​ຄົ້ນ​ເບິ່ງ​ເຫດຜົນ​ທີ່​ຢູ່​ເບື້ອງ​ຫຼັງ​ຄວາມ​ເຕັມ​ໃຈ​ນັ້ນ ແລະ​ຮຽນ​ຮູ້​ຄວາມ​ຈິງ​ພື້ນ​ຖານ​ບາງ​ຢ່າງ​ກ່ຽວ​ກັບ​ຄຳພີ​ໄບເບິນ?