ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 7

ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ—ເປັນ​ຫຍັງ​ຄື​ຫາ​ຍາກ​ແທ້?

ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ—ເປັນ​ຫຍັງ​ຄື​ຫາ​ຍາກ​ແທ້?

ເປັນ​ຫຍັງ​ຫຼາຍ​ຄົນ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ພົບ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ຊີວິດ ແຕ່​ກໍ​ຫາ​ບໍ່​ພົບ? “ຄົນ​ທີ່​ເກີດ​ແຕ່​ຜູ້​ຍິງ​ກໍ​ຢູ່​ບໍ່​ຫຼາຍ​ວັນ​ແລະ​ມີ​ຄວາມ​ວຸ່ນວາຍ​ເຕັມທີ. ເພິ່ນ​ງອກ​ຄື​ດອກ​ໄມ້​ແລະ​ຖືກ​ກ່ຽວ ແລ້ວ​ເພິ່ນ​ໜີ​ຄື​ເງົາ​ແລະ​ບໍ່​ຕັ້ງ​ໝັ້ນຄົງ​ຢູ່.” (ໂຢບ 14:1, 2) ມີ​ບາງ​ສິ່ງ​ບາງ​ຢ່າງ​ໄດ້​ເກີດ​ຂຶ້ນ​ກັບ​ມະນຸດ​ຄູ່​ທຳອິດ​ໃນ​ສວນ​ອຸທິຍານ​ເຊິ່ງ​ໄດ້​ທຳລາຍ​ຄວາມ​ຫວັງ​ອັນ​ສົດ​ໃສ​ຂອງ​ມະນຸດ​ຊາດ.

2 ເພື່ອ​ຄອບຄົວ​ມະນຸດ​ຈະ​ມີ​ຄວາມ​ສຸກ​ອັນ​ແທ້​ຈິງ ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ສຳພັນທະພາບ​ທີ່​ດີ​ກັບ​ພະເຈົ້າ​ໂດຍ​ສະໝັກ​ໃຈ​ບໍ່​ແມ່ນ​ໂດຍ​ຝືນ​ໃຈ. (ພະບັນຍັດຕິທີ2 30:15-20; ໂຢຊວຽ 24:15) ພະ​ເຢໂຫວາ​ຢາກ​ໄດ້​ການ​ເຊື່ອ​ຟັງ​ແລະ​ການ​ນະມັດສະການ​ທີ່​ມາ​ຈາກ​ຫົວໃຈ​ອັນ​ເນື່ອງ​ມາ​ຈາກ​ຄວາມ​ຮັກ. (ພະບັນຍັດຕິທີ2 6:5) ດັ່ງ​ນັ້ນ ໃນ​ສວນ​ເອເດນ​ພະ​ເຢໂຫວາ​ໄດ້​ຕັ້ງ​ຂໍ້​ຫ້າມ​ຂໍ້​ໜຶ່ງ​ຂຶ້ນ​ເພື່ອ​ໃຫ້​ໂອກາດ​ມະນຸດ​ຄູ່​ທຳອິດ​ໄດ້​ພິສູດ​ຄວາມ​ສັດ​ຊື່​ຈິງ​ໃຈ​ຂອງ​ເຂົາ​ເຈົ້າ. ພະເຈົ້າ​ບອກ​ອາດາມ​ວ່າ “ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້ ແຕ່​ວ່າ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າ​ຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ເຈົ້າ​ຫາກ​ກິນ​ແຕ່​ໝາກ​ນັ້ນ ເຈົ້າ​ຈະ​ຕາຍ​ເປັນ​ແທ້.” (ຕົ້ນເດິມ 2:16, 17) ນີ້​ແມ່ນ​ການ​ທົດ​ສອບ​ແບບ​ງ່າຍໆ. ພະ​ເຢໂຫວາ​ສັ່ງ​ຫ້າມ​ອາດາມ​ບໍ່​ໃຫ້​ກິນ​ໝາກ​ໄມ້​ພຽງ​ຕົ້ນ​ດຽວ​ໃນ​ຈຳນວນ​ຕົ້ນ​ໝາກ​ໄມ້​ທັງ​ໝົດ​ທີ່​ມີ​ຢູ່​ໃນ​ສວນ​ເອເດນ. ຕົ້ນ​ໝາກ​ໄມ້​ນັ້ນ​ເປັນ​ສັນຍະລັກ​ທີ່​ສະແດງ​ເຖິງ​ສິດ​ຂອງ​ພະ​ຜູ້​ສ້າງ​ອົງ​ຮອບ​ຮູ້​ໃນ​ການ​ຕັດສິນ​ວ່າ​ສິ່ງ​ໃດ​ດີ​ແລະ​ສິ່ງ​ໃດ​ບໍ່​ດີ. ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ບອກ​ຄຳ​ສັ່ງ​ຂອງ​ພະເຈົ້າ​ນັ້ນ​ຕໍ່​ເມຍ​ຂອງ​ຕົນ ຜູ້​ທີ່​ພະ​ເຢໂຫວາ​ຈັດ​ໃຫ້ “ເປັນ​ຜູ້​ຊົດ​ຊ່ວຍ​ເພິ່ນ.” (ຕົ້ນເດິມ 2:18) ເຂົາ​ເຈົ້າ​ທັງ​ສອງ​ພໍ​ໃຈ​ກັບ​ການ​ຈັດ​ຕຽມ​ນີ້​ຄື​ມີ​ຊີວິດ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ​ດ້ວຍ​ຄວາມ​ຮູ້​ຄຸນຄ່າ ແລະ​ໂດຍ​ວິທີ​ນີ້​ເປັນ​ການ​ສະແດງ​ອອກ​ເຖິງ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພະ​ຜູ້​ສ້າງ​ແລະ​ຜູ້​ປະທານ​ຊີວິດ.

3 ໃນ​ມື້​ໜຶ່ງ​ຕໍ່​ມາ ງູ​ໄດ້​ເວົ້າ​ກັບ​ເອວາ​ແລະ​ຖາມ​ວ່າ “ຈິງ​ຫຼື ພະເຈົ້າ​ໄດ້​ບອກ​ຫ້າມ​ວ່າ ພວກ​ເຈົ້າ​ຢ່າ​ຊູ່​ກິນ​ໝາກ​ໄມ້​ໃນ​ສວນ​ນີ້.” ເອວາ​ຕອບ​ວ່າ ເຂົາ​ເຈົ້າ​ທັງ​ສອງ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ກິນ “ໝາກ​ຜົນລະໄມ້​ນັ້ນ​ທີ່​ຢູ່​ກາງ​ສວນ” ເທົ່າ​ນັ້ນ ເຊິ່ງ​ເປັນ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ “ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ຕາຍ​ໄປ.”—ຕົ້ນເດິມ 3:1-3.

4 ງູ​ນີ້​ແມ່ນ​ໃຜ? ພະທຳ​ຄຳປາກົດ​ຊີ້​ຕົວ “ງູ​ບູຮານ” ນີ້​ເປັນ​ຜູ້​ນັ້ນ “ທີ່​ເຂົາ​ເອີ້ນ​ຊື່​ວ່າ​ເດຍໂບໂລ [ພະຍາມານ] ແລະ​ຊາຕານ​ທີ່​ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ.” (ຄຳປາກົດ 12:9) ພະເຈົ້າ​ໄດ້​ສ້າງ​ຊາຕານ​ພະຍາມານ​ບໍ? ບໍ່​ແມ່ນ ຜົນ​ງານ​ຂອງ​ພະ​ເຢໂຫວາ​ແມ່ນ​ສົມບູນ​ແລະ​ດີ​ພ້ອມ. (ພະບັນຍັດຕິທີ2 32:4) ກາຍ​ວິນຍານ​ຕົນ​ນີ້​ໄດ້​ເຮັດ​ໃຫ້​ຕົວ​ມັນ​ເອງ​ກາຍ​ເປັນ​ທັງ​ພະຍາມານ​ເຊິ່ງ​ໝາຍ​ຄວາມ​ວ່າ “ຜູ້​ກ່າວ​ຮ້າຍ” ແລະ​ທັງ​ເປັນ​ຊາຕານ​ເຊິ່ງ​ໝາຍ​ຄວາມ​ວ່າ “ຜູ້​ຕໍ່​ຕ້ານ.” ມັນ​ຖືກ “ຄວາມ​ຄຶດ​ຢາກ​ໄດ້​ຂອງ​ຕົນ​ຊັກຊວນ​ແລະ​ຍຸ​ຍົວະ​ຕົນ​ເອງ” ຍ້ອນ​ຄວາມ​ຄຶດ​ປາຖະໜາ​ຢາກ​ຢູ່​ໃນ​ຕຳແໜ່ງ​ຂອງ​ພະເຈົ້າ ມັນ​ຕັ້ງ​ໃຈ​ທໍລະຍົດ​ຕໍ່​ພະ​ຜູ້​ສ້າງ.—ຍາໂກໂບ 1:14.

5 ຊາຕານ​ພະຍາຍາມ​ເວົ້າ​ກັບ​ເອວາ​ຕໍ່​ໄປ​ວ່າ “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ ເພາະ​ວ່າ​ພະເຈົ້າ​ຮູ້​ຢູ່​ວ່າ​ພວກ​ເຈົ້າ​ຫາກ​ກິນ​ໝາກ​ໄມ້​ນັ້ນ​ໃນ​ວັນ​ໃດ ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ​ໃນ​ວັນ​ນັ້ນ ແລະ​ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້​ຈັກ​ການ​ດີ​ແລະ​ຊົ່ວ.” (ຕົ້ນເດິມ 3:4, 5) ຊາຕານ​ເຮັດ​ໃຫ້​ການ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ​ເປັນ​ເລື່ອງ​ຕາ​ໜ້າ​ດຶງ​ດູດ​ໃຈ. ສິ່ງ​ສຳຄັນ​ຄື​ມັນ​ຫາ​ເຫດຜົນ​ວ່າ ‘ພະເຈົ້າ​ກີດ​ກັ້ນ​ສິ່ງ​ດີ​ຈາກ​ເຈົ້າ. ກິນ​ໝາກ​ໄມ້​ຕົ້ນ​ນີ້ ແລ້ວ​ເຈົ້າ​ຈະ​ເປັນ​ຄື​ພະເຈົ້າ​ແລະ​ຈະ​ສາມາດ​ຕັດສິນ​ດ້ວຍ​ຕົນ​ເອງ​ວ່າ​ອັນ​ໃດ​ດີ​ແລະ​ອັນ​ໃດ​ບໍ່​ດີ.’ ໃນ​ທຸກ​ມື້​ນີ້ ຊາຕານ​ຍັງ​ໃຊ້​ແນວ​ທາງ​ການ​ຫາ​ເຫດຜົນ​ແບບ​ນີ້​ເພື່ອ​ຂັດ​ຂວາງ​ຫຼາຍ​ຄົນ​ໄວ້​ຈາກ​ການ​ຮັບໃຊ້​ພະເຈົ້າ. ມັນ​ບອກ​ວ່າ ‘ເຮັດ​ຕາມ​ໃຈ​ໂລດ ບໍ່​ຕ້ອງ​ສົນ​ໃຈ​ວ່າ​ເປັນ​ໜີ້​ບຸນ​ຄຸນ​ຫຍັງ​ຕໍ່​ຜູ້​ທີ່​ໃຫ້​ຊີວິດ.’—ຄຳປາກົດ 4:11.

6 ໝາກ​ໄມ້​ນັ້ນ​ຈຶ່ງ​ກາຍ​ເປັນ​ສິ່ງ​ໜ້າ​ປາຖະໜາ​ຂຶ້ນ​ມາ​ທັນທີ​ໂລດ ເປັນ​ສິ່ງ​ດຶງ​ດູດ​ໃຈ​ຈົນ​ອົດ​ບໍ່​ໄດ້! ເອວາ​ບິດ​ເອົາ​ໝາກ​ໄມ້​ນັ້ນ​ມາ​ກິນ ຈາກ​ນັ້ນ​ໄດ້​ຍື່ນ​ໃຫ້​ຜົວ​ຂອງ​ຕົນ. ເຖິງ​ແມ່ນ​ຮູ້​ດີ​ວ່າ​ຈະ​ເກີດ​ອັນ​ໃດ​ຂຶ້ນ ອາດາມ​ກໍ​ຟັງ​ເມຍ​ແລະ​ກິນ​ໝາກ​ໄມ້​ນັ້ນ. ຜົນ​ເປັນ​ແນວ​ໃດ? ສຳລັບ​ຜູ້​ຍິງ​ພະ​ເຢໂຫວາ​ໄດ້​ກຳນົດ​ໂທດ​ດັ່ງ​ນີ້: “ເຮົາ​ຈະ​ກະທຳ​ໃຫ້​ຄວາມ​ເຈັບ​ແລະ​ທົງ​ຄັບ​ຂອງ​ເຈົ້າ​ຂຶ້ນ​ມາກ​ຫຼາຍ ເມື່ອ​ປະສູດ​ລູກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ​ຫຼາຍ ແລະ​ຄວາມ​ຢາກ​ໄດ້​ຂອງ​ເຈົ້າ​ຈະ​ຫາ​ສູ່​ຜົວ​ຂອງ​ເຈົ້າ ແລະ​ຜົວ​ຈະ​ຄຸ້ມຄອງ​ຕົວ​ເຈົ້າ.” ສຳລັບ​ຜູ້​ຊາຍ​ເດ? “ດິນ​ເປັນ​ທີ່​ດ່າ​ຍ້ອນ​ຕົວ​ເຈົ້າ ເຈົ້າ​ຈະ​ຫາ​ກິນ​ທີ່​ດິນ​ນັ້ນ​ດ້ວຍ​ຄວາມ​ທຸກ​ຍາກ ທຸກ​ວັນ​ຈົນ​ສິ້ນ​ຊີວິດ. ດິນ​ນັ້ນ​ຈະ​ງອກ​ຕົ້ນ​ໄມ້​ທີ່​ມີ​ໜາມ ແລະ​ຫຍ້າ​ມີ​ໜາມ​ຮົກ​ຕໍ່​ເຈົ້າ ແລະ​ເຈົ້າ​ຈະ​ກິນ​ຜັກ​ຫຍ້າ​ທີ່​ຢູ່​ປ່າ. ເຈົ້າ​ຈະ​ຫາ​ກິນ​ດ້ວຍ​ເຫື່ອ​ໄຫຼ​ຊຸ່ມ​ໜ້າ ຈົນ​ເຖິງ​ເຈົ້າ​ຈະ​ຫຼົບ​ໄປ​ໃນ​ດິນ​ອີກ ເພາະ​ວ່າ​ເຈົ້າ​ໄດ້​ອອກ​ມາ​ຈາກ​ດິນ ເພາະ​ວ່າ​ເຈົ້າ​ເປັນ​ຂີ້ຝຸ່ນ​ດິນ ແລະ​ເຈົ້າ​ຈະ​ຫຼົບ​ໄປ​ໃນ​ຂີ້ຝຸ່ນ​ອີກ.” ຕອນ​ນີ້​ອາດາມ​ແລະ​ເອວາ​ຖືກ​ປ່ອຍ​ໃຫ້​ຊອກ​ຫາ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ຕາມ​ແນວ​ທາງ​ຂອງ​ຕົນ​ເອງ. ການ​ທີ່​ມະນຸດ​ບໍ່​ໄດ້​ດຳເນີນ​ຊີວິດ​ຕາມ​ແນວ​ທາງ​ທີ່​ພະເຈົ້າ​ປະສົງ​ນັ້ນ ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ປະສົບ​ຜົນ​ສຳເລັດ​ບໍ? ວຽກ​ງານ​ທີ່​ເພີດເພີນ​ໃນ​ການ​ເບິ່ງ​ແຍງ​ຮັກສາ​ສວນ​ອຸທິຍານ​ແລະ​ການ​ຂະຫຍາຍ​ສວນ​ອຸທິຍານ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ ໄດ້​ຖືກ​ປ່ຽນ​ແທນ​ດ້ວຍ​ວຽກ​ໜັກ​ທີ່​ໜ້າ​ເບື່ອ​ໜ່າຍ​ເຊິ່ງ​ເຮັດ​ພຽງ​ເພື່ອ​ດຳລົງ​ຊີວິດ​ຢູ່ ແຕ່​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ເລີຍ​ເພື່ອ​ໃຫ້​ກຽດ​ແກ່​ພະ​ຜູ້​ສ້າງ​ຂອງ​ເຂົາ​ເຈົ້າ.—ຕົ້ນເດິມ 3:16-19.

7 ໃນ​ມື້​ທີ່​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ມະນຸດ​ຄູ່​ທຳອິດ​ໄດ້​ຕາຍ​ໄປ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ແລະ​ເລີ່ມ​ເສື່ອມ​ໂຊມ​ສູ່​ຄວາມ​ຕາຍ​ທາງ​ດ້ານ​ຮ່າງ​ກາຍ. ໃນ​ທີ່​ສຸດ​ເມື່ອ​ເຂົາ​ເຈົ້າ​ຕາຍ​ໄປ ມີ​ຫຍັງ​ເກີດ​ຂຶ້ນ? ຄຳພີ​ໄບເບິນ​ໃຫ້​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ເລື່ອງ​ສະພາບ​ຂອງ​ຄົນ​ຕາຍ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຍັງ​ເປັນ​ກໍ​ຮູ້​ຈັກ​ວ່າ​ເຂົາ​ຈະ​ຕາຍ​ໄປ ແຕ່​ວ່າ​ພວກ​ຄົນ​ຕາຍ​ແລ້ວ​ບໍ່​ຮູ້​ຈັກ​ສິ່ງ​ໃດ ບໍ່​ມີ​ເບ້ຍ​ມື​ສຳລັບ​ເຂົາ​ເຫດ​ວ່າ​ຄວາມ​ລະນຶກ​ເຂົາ​ກໍ​ລືມ​ແລ້ວ.” (ຜູ້​ເທສະໜາ​ປ່າວ​ປະກາດ 9:5; ຄຳເພງ 146:4) ບໍ່​ມີ “ຈິດວິນຍານ” ລອດ​ຜ່ານ​ຄວາມ​ຕາຍ. ການ​ລົງໂທດ​ສຳລັບ​ບາບ​ຄື​ຄວາມ​ຕາຍ ບໍ່​ແມ່ນ​ການ​ທໍລະມານ​ໃນ​ນາລົກ​ທີ່​ມີ​ໄຟ​ລຸກ​ໄໝ້. ນອກ​ຈາກ​ນັ້ນ ຄວາມ​ຕາຍ​ບໍ່​ໄດ້​ພາ​ໄປ​ສູ່​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ສະຫວັນ. *

8 ຄື​ກັນ​ກັບ​ແບບ​ເຂົ້າໜົມ​ເຄັກ​ທີ່​ມີ​ຮອຍ​ບຸ້ມ​ສາມາດ​ເຮັດ​ໄດ້​ແຕ່​ເຂົ້າໜົມ​ເຄັກ​ທີ່​ເປັນ​ຮອຍ ໃນ​ທຸກ​ມື້​ນີ້ ຊາຍ​ຍິງ​ທີ່​ບໍ່​ສົມບູນ​ສາມາດ​ກຳເນີດ​ແຕ່​ລູກ​ຫຼານ​ທີ່​ບໍ່​ສົມບູນ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ອະທິບາຍ​ຂະບວນ​ການ​ນີ້​ວ່າ “ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພາະ​ຄົນ​ຜູ້​ດຽວ​ສັນ​ໃດ ແລະ​ຄວາມ​ຕາຍ​ເຂົ້າ​ມາ​ດ້ວຍ​ຄວາມ​ບາບ​ນັ້ນ ແລະ​ສັນ​ນັ້ນ​ຄວາມ​ຕາຍ​ໄດ້​ມາ​ຖືກ​ຄົນ​ທັງ​ປວງ ເພາະ​ເຂົາ​ທຸກ​ຄົນ​ໄດ້​ກະທຳ​ການ​ບາບ​ແລ້ວ.” (ໂລມ 5:12) ດ້ວຍ​ເຫດ​ນີ້ ເຮົາ​ທັງ​ຫຼາຍ​ໄດ້​ເກີດ​ມາ​ໃນ​ຄວາມ​ບາບ​ແລະ​ມັກ​ປະສົບ​ຄວາມ​ຜິດ​ຫວັງ. ຊີວິດ​ສຳລັບ​ລູກ​ຫຼານ​ຂອງ​ອາດາມ​ຈຶ່ງ​ເປັນ​ຕາ​ເບື່ອ​ໜ່າຍ​ເຊິ່ງ​ເຮັດ​ໃຫ້​ຂັດ​ຂ້ອງ​ໃຈ. ເຖິງ​ແນວ​ນັ້ນ​ກໍ​ຕາມ ບັນຫາ​ນີ້​ມີ​ທາງ​ແກ້ໄຂ​ບໍ?

^ ຂໍ້ 7 ເຈົ້າ​ຈະ​ພົບ​ລາຍ​ລະອຽດ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ​ໃນ​ຈຸນລະສານ ເກີດ​ອັນ​ໃດ​ຂຶ້ນ​ກັບ​ເຮົາ​ເມື່ອ​ເຮົາ​ຕາຍ? (ພາສາ​ໄທ) ຈັດ​ພິມ​ໂດຍ​ພະຍານ​ພະເຢໂຫວາ.