ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 6

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສ້າງ​ເຮົາ?

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສ້າງ​ເຮົາ?

ກະສັດ​ຊາໂລໂມນ​ໄດ້​ກວດ​ສອບ​ຄຳຖາມ​ນັ້ນ​ເຊີ່ງກ່ຽງ​ພັນ​ເຖິງ​ຄວາມ​ໝາຍ​ຂອງ​ຊີວິດ

ສໍາລັບ​ເຮົາ ການ​ຮູ້​ຈັກ​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ? ປະການ​ໜຶ່ງ​ຄື ໝາຍ​ເຖິງ​ການ​ພົບ​ຄຳຕອບ​ສຳລັບ​ຄຳຖາມ​ເຊິ່ງ​ເຮັດ​ໃຫ້​ຫຼາຍ​ພັນ​ລ້ານ​ຄົນ​ຄຶດ​ບໍ່​ອອກ​ນັ້ນ​ແມ່ນ ‘ເປັນ​ຫຍັງ​ຂ້ອຍ​ຢູ່​ທີ່​ນີ້?’ ເຮົາ​ອາດ​ຄຶດ​ສົງໄສ​ກ່ຽວ​ກັບ​ເລື່ອງ​ນີ້​ບາງ​ຄັ້ງ​ຄາວ. ກະສັດ​ອົງ​ໜຶ່ງ​ທີ່​ສະຫຼາດ​ແລະ​ຮັ່ງມີ “ກວ່າ​ກະສັດ​ທັງ​ປວງ” ໃນ​ສະໄໝ​ນັ້ນ ໄດ້​ກວດ​ສອບ​ຄຳຖາມ​ນີ້​ເຊິ່ງ​ກ່ຽວ​ພັນ​ເຖິງ​ຄວາມ​ໝາຍ​ຂອງ​ຊີວິດ. (ຂ່າວຄາວ​ທີ​2 9:22; ຜູ້​ເທສະໜາ​ປ່າວ​ປະກາດ 2:1-13) ກະສັດ​ອົງ​ນີ້​ຄື​ຊາໂລໂມນ ຜູ້​ມີ​ອຳນາດ​ຍິ່ງ​ໃຫຍ່, ຮັ່ງມີ​ຫຼາຍ, ແລະ​ດ້ານ​ສະຕິ​ປັນຍາ​ບໍ່​ມີ​ໃຜ​ທຽບ​ເທົ່າ​ໄດ້. ຜົນ​ຈາກ​ການ​ກວດ​ສອບ​ຂອງ​ລາວ​ເປັນ​ແນວ​ໃດ? “ຈົ່ງ​ຢ້ານ​ຢຳ​ພະເຈົ້າ ແລະ​ຈົ່ງ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫຼາຍ​ຂອງ​ພະອົງ ເຫດ​ວ່າ​ການ​ນີ້​ເປັນ​ສັບພະ​ທຸກ​ສິ່ງ​ແກ່​ມະນຸດ.” (ຜູ້​ເທສະໜາ​ປ່າວ​ປະກາດ 12:13) ເນື່ອງ​ຈາກ​ປະສົບການ​ຂອງ​ຊາໂລໂມນ​ມີ​ຫຼາຍ​ກວ່າ​ປະສົບການ​ຂອງ​ຄົນ​ສ່ວນ​ຫຼາຍ ຂໍ້​ສະຫລຸບ​ຂອງ​ລາວ​ຈຶ່ງ​ມີ​ຄຸນຄ່າ​ຕໍ່​ການ​ພິຈາລະນາ.—ຜູ້​ເທສະໜາ​ປ່າວ​ປະກາດ 2:12.

2 ຄວາມ​ຢ້ານຢຳ​ພະເຈົ້າ​ທີ່​ຊາໂລໂມນ​ກ່າວ​ເຖິງ​ນັ້ນ ບໍ່​ແມ່ນ​ຄວາມ​ຢ້ານ​ແບບ​ຜິດ​ທຳມະຊາດ​ຕໍ່​ອຳນາດ​ວິນຍານ​ເຊິ່ງ​ບໍ່​ຮູ້​ຈັກ ແຕ່​ເປັນ​ຄວາມ​ຢ້ານ​ທີ່​ເໝາະ​ສົມ​ວ່າ​ຈະ​ເຮັດ​ໃຫ້​ຄົນ​ເຊິ່ງ​ເຮົາ​ຮັກ​ທີ່​ສຸດ​ບໍ່​ພໍ​ໃຈ. ຖ້າ​ເຮົາ​ຮັກ​ບຸກຄົນ​ໜຶ່ງ​ຢ່າງ​ເລິກ​ເຊິ່ງ ແນ່ນອນ​ເຮົາ​ຕ້ອງການ​ເຮັດ​ໃຫ້​ຜູ້​ນັ້ນ​ພໍ​ໃຈ​ຕະຫຼອດ​ເວລາ ແລະ​ພະຍາຍາມ​ຫຼີກ​ລ່ຽງ​ການ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ອາດ​ພາ​ໃຫ້​ເຂົາ​ເຈົ້າ​ຂັດ​ເຄືອງ​ໃຈ. ເຮົາ​ຈະ​ຮູ້ສຶກ​ແບບ​ດຽວ​ກັນ​ຕໍ່​ພະ​ເຢໂຫວາ ເມື່ອ​ເຮົາ​ຮັກ​ພະອົງ​ແລ້ວ.

3 ໂດຍ​ການ​ອ່ານ​ຄຳພີ​ໄບເບິນ ເຮົາ​ສາມາດ​ຮູ້​ວ່າ​ພະ​ຜູ້​ສ້າງ​ຂອງ​ເຮົາ​ມັກ​ແລະ​ກຽດ​ຊັງ​ສິ່ງ​ໃດ​ແດ່ ພ້ອມ​ທັງ​ໄດ້​ຮູ້​ເຖິງ​ຈຸດ​ປະສົງ​ຂອງ​ພະອົງ​ໃນ​ການ​ສ້າງ​ແຜ່ນດິນ​ໂລກ. ຄຳພີ​ໄບເບິນ​ພັນລະນາ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ໄດ້​ແຕ່ງ​ແຜ່ນດິນ​ແລະ​ໄດ້​ສ້າງ​ດິນ” ນອກ​ຈາກ​ນັ້ນ ຍັງ​ບອກ​ວ່າ​ພະອົງ​ເປັນ​ຜູ້​ທີ່ “ໄດ້​ນິລະມິດ​ສ້າງ​ແຜ່ນດິນ​ບໍ່​ໃຊ່​ໃຫ້​ຢູ່​ເປົ່າ ພະອົງ​ໄດ້​ສ້າງ​ແຜ່ນດິນ​ໃຫ້​ມີ​ຊາວ​ຊົນ.” (ເອຊາອີ 45:18) ພະ​ເຢໂຫວາ​ໄດ້​ກຽມ​ແຜ່ນດິນ​ໂລກ​ໄວ້​ໃຫ້​ເປັນ​ບ່ອນ​ຢູ່​ອາໄສ​ຂອງ​ມະນຸດ ຜູ້​ທີ່​ຕ້ອງ​ເບິ່ງ​ແຍງ​ຮັກສາ​ແຜ່ນດິນ​ໂລກ​ແລະ​ສິ່ງ​ມີ​ຊີວິດ​ທັງ​ປວງ​ເທິງ​ແຜ່ນດິນ​ໂລກ. (ຕົ້ນເດິມ 1:28) ເຖິງ​ແນວ​ນັ້ນ​ກໍ​ຕາມ ພະ​ເຢໂຫວາ​ໄດ້​ສ້າງ​ມະນຸດ​ດ້ວຍ​ຈຸດ​ປະສົງ​ເພື່ອ​ໃຫ້​ເບິ່ງ​ແຍງ​ແຜ່ນດິນ​ໂລກ​ຢ່າງ​ດຽວ​ເທົ່າ​ນັ້ນ​ບໍ?

ອາດາມ​ແລະ​ເອວາ​ເຄີຍ​ມີ​ສາຍ​ສຳພັນ​ອັນ​ດີ​ກັບ​ພະເຈົ້າ

4 ບໍ່​ແມ່ນ ພະອົງ​ມີ​ຈຸດ​ປະສົງ​ທີ່​ສູງ​ກວ່າ​ນັ້ນ. ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ມີ​ສາຍ​ສຳພັນ​ອັນ​ດີ​ກັບ​ພະ​ເຢໂຫວາ. ອາດາມ​ສາມາດ​ຕິດ​ຕໍ່​ກັບ​ພະ​ຜູ້​ສ້າງ​ໄດ້​ໂດຍ​ກົງ ສາມາດ​ຟັງ​ສິ່ງ​ທີ່​ພະເຈົ້າ​ກ່າວ​ຕໍ່​ລາວ ແລະ​ສາມາດ​ບອກ​ພະ​ເຢໂຫວາ​ເຖິງ​ຄວາມ​ຄິດ​ເຫັນ​ຂອງ​ລາວ. (ຕົ້ນເດິມ 1:28-30; 3:8-13, 16-19; ກິດຈະການ 17:26-28) ເພາະ​ສະນັ້ນ ອາດາມ​ແລະ​ເອວາ​ເມຍ​ຂອງ​ລາວ ໄດ້​ມີ​ໂອກາດ​ອັນ​ດີ​ເພື່ອ​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ພ້ອມ​ທັງ​ພັດທະນາ​ສາຍ​ສຳພັນ​ອັນ​ເລິກ​ເຊິ່ງ​ກັບ​ພະອົງ. ໂດຍ​ການ​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ພະອົງ ການ​ດຳເນີນ​ຊີວິດ​ຂອງ​ທັງ​ສອງ​ຈະ​ເປັນ​ເລື່ອງ​ທີ່​ອີ່ມ​ໃຈ​ພໍ​ໃຈ ເພາະ​ພະອົງ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕີໂມເຕ 1:11) ໃນ​ຖານະ​ພະເຈົ້າ “ຜູ້​ໄດ້​ປະທານ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ​ທັງ​ຫຼາຍ​ເປັນ​ອັນ​ບໍລິບູນ​ສຳລັບ​ຄວາມ​ຍິນດີ​ຂອງ​ເຮົາ​ທັງ​ຫຼາຍ” ພະ​ເຢໂຫວາ​ໃຫ້​ມະນຸດ​ຄູ່​ທຳອິດ​ຢູ່​ໃນ​ອຸທິຍານ​ເຊິ່ງ​ເອີ້ນ​ວ່າ​ສວນ​ເອເດນ ພ້ອມ​ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.—1 ຕີໂມເຕ 6:17; ຕົ້ນເດິມ 2:8, 9, 16, 17.

ການ​ຄົ້ນ​ພົບ​ເມື່ອ​ບໍ່​ດົນ​ມາ​ນີ້​ກ່ຽວ​ກັບ​ຈຸລັງ​ຂອບ​ມະນຸດ​ຊີ້​ບອກ​ເຖິງ​ເລື່ອງ​ໃດ?

5 ຊີວິດ​ຕະຫຼອດ​ໄປ​ບໍ? ເຮົາ​ອາດ​ຖື​ວ່າ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ເປັນ​ເລື່ອງ​ເຫຼືອ​ເຊື່ອ ບໍ່​ມີ​ເຫດຜົນ​ແຕ່​ຢ່າງ​ໃດ​ເລີຍ ແຕ່​ວ່າ​ມັນ​ເປັນ​ແນວ​ນັ້ນ​ແທ້ໆບໍ? ນັກ​ວິທະຍາສາດ​ເຊື່ອ​ວ່າ​ໃນ​ເວລາ​ນີ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ຈຸລັງ​ເຖົ້າ​ແກ່​ລົງ. ສານ​ພັນທຸກຳ​ນ້ອຍໆເອີ້ນ​ວ່າ​ເທໂລເມຍ ເຊິ່ງ​ຕິດ​ຢູ່​ທາງ​ປາຍ​ຂອງ​ໂຄຣໂມໂຊມ ນັ້ນ​ຈະ​ສັ້ນ​ເຂົ້າ​ເມື່ອ​ຈຸລັງ​ແບ່ງ​ຕົວ. ຫຼັງ​ຈາກ​ຈຸລັງ​ແບ່ງ​ຕົວ 50 ເຖິງ 100 ເທື່ອ ເທໂລເມຍ​ໝົດ​ພະລັງ​ແລະ​ຈຸລັງ​ສ່ວນ​ຫຼາຍ​ຈະ​ຢຸດ​ການ​ແບ່ງ​ຕົວ. ເຖິງ​ແນວ​ນັ້ນ​ກໍ​ຕາມ ການ​ຄົ້ນ​ພົບ​ທາງ​ວິທະຍາສາດ​ເມື່ອ​ບໍ່​ດົນ​ມາ​ນີ້​ຊີ້​ບອກ​ວ່າ ດ້ວຍ​ຄວາມ​ຊ່ວຍເຫຼືອ​ຂອງ​ເອນໄຊມ​ເຊິ່ງ​ເອີ້ນ​ວ່າ​ເທໂລມີເຣສ ຈຸລັງ​ມະນຸດ​ສາມາດ​ແບ່ງ​ຕົວ​ຕໍ່ໆໄປ​ໂດຍ​ບໍ່​ມີ​ສິ້ນ​ສຸດ. ເຖິງ​ແມ່ນ​ວ່າ​ການ​ຄົ້ນ​ພົບ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຕະຫຼອດ​ໄປ​ເປັນ​ໄປ​ໄດ້​ໂດຍ​ທາງ​ເອນໄຊມ ແຕ່​ມັນ​ຊີ້​ບອກ​ເຖິງ​ສິ່ງ​ໜຶ່ງ​ຄື ຄວາມ​ຄິດ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ບໍ່​ແມ່ນ​ເລື່ອງ​ທີ່​ບໍ່​ມີ​ເຫດຜົນ!

6 ແນ່ນອນ ສິ່ງ​ທີ່​ຄຳພີ​ໄບເບິນ​ບັນທຶກ​ໄວ້​ສະແດງ​ໃຫ້​ເຫັນ​ວ່າ​ມະນຸດ​ຄູ່​ທຳອິດ​ຖືກ​ສ້າງ​ຂຶ້ນ​ເພື່ອ​ມີ​ຊີວິດ​ຕະຫຼອດ​ໄປ​ນັ້ນ​ເປັນ​ເລື່ອງ​ເຊື່ອ​ຖື​ໄດ້. ມະນຸດ​ຈະ​ມີ​ສຳພັນທະພາບ​ທີ່​ດີ​ຂຶ້ນ​ເລື້ອຍໆກັບ​ພະ​ເຢໂຫວາ​ໂດຍ​ບໍ່​ມີ​ເວລາ​ກຳນົດ. ເຂົາ​ເຈົ້າ​ຈະ​ສ້າງ​ຄວາມ​ຜູກ​ພັນ​ອັນ​ແໜ້ນແຟ້ນ​ກັບ​ພະ​ບິດາ​ຝ່າຍ​ສະຫວັນ ໂດຍ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຄົບ​ຖ້ວນ​ເຖິງ​ຈຸດ​ປະສົງ​ຂອງ​ພະອົງ​ສຳລັບ​ມະນຸດ​ຊາດ​ເທິງ​ແຜ່ນດິນ​ໂລກ ແລະ​ເຮັດ​ໃຫ້​ຈຸດ​ປະສົງ​ນັ້ນ​ສຳເລັດ. ຊີວິດ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ເປັນ​ເລື່ອງ​ເບື່ອ​ໜ່າຍ. ອາດາມ​ແລະ​ເອວາ​ເຄີຍ​ມີ​ໂອກາດ​ດີ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ລູກ​ຫຼານ​ທີ່​ສົມບູນ​ແລະ​ມີ​ຄວາມ​ສຸກ. ເຂົາ​ເຈົ້າ​ຈະ​ມີ​ວຽກ​ທີ່​ໜ້າ​ພໍ​ໃຈ​ແລະ​ມີ​ຄວາມ​ໝາຍ​ໃຫ້​ເຮັດ​ຕະຫຼອດ​ໄປ. ນັ້ນ​ຄົງ​ຈະ​ເປັນ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ຢ່າງ​ແທ້​ຈິງ!—ຕົ້ນເດິມ 1:28.