ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 8

ການ​ໄດ້​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ກັບ​ຄືນ​ມາ

ການ​ໄດ້​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ກັບ​ຄືນ​ມາ

ເຖິງ​ແມ່ນ​ວ່າ​ມະນຸດ​ຊາດ​ໄດ້​ຕົກ​ເຂົ້າ​ສູ່​ແນວ​ທາງ​ຊີວິດ​ທີ່​ບໍ່​ມີ​ປະໂຫຍດ​ເນື່ອງ​ຈາກ​ການ​ກະບົດ​ຕໍ່​ອຳນາດ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຕາມ ພະອົງ​ບໍ່​ໄດ້​ປ່ອຍ​ມະນຸດ​ຊາດ​ໃຫ້​ມີ​ຊີວິດ​ໂດຍ​ປາສະຈາກ​ຄວາມ​ຫວັງ. ຄຳພີ​ໄບເບິນ​ອະທິບາຍ​ວ່າ “ສັບພະ​ທຸກ​ສິ່ງ​ທີ່​ນິລະມິດ​ສ້າງ​ໄດ້​ຕ້ອງ​ເຂົ້າ​ມາ​ຢູ່​ໃຕ້​ອຳນາດ​ຂອງ​ການ​ເປົ່າໆບໍ່​ໃຊ່​ຕາມ​ນໍ້າໃຈ​ຂອງ​ຕົນ​ເອງ ແຕ່​ວ່າ​ດ້ວຍ​ເຫດ​ຜູ້​ທີ່​ໄດ້​ໃຫ້​ເຂົ້າ​ມາ​ຢູ່. ດ້ວຍ​ມີ​ຄວາມ​ໄວ້​ໃຈ​ວ່າ​ສັບພະ​ທຸກ​ສິ່ງ​ນັ້ນ​ຈະ​ໄດ້​ພົ້ນ​ຈາກ​ອຳນາດ​ແຫ່ງ​ຄວາມ​ເປື່ອຍ​ເນົ່າ​ເສຍ ຈະ​ເຂົ້າ​ໄປ​ໃນ​ສ່ວນ​ລັດສະໝີ​ແຫ່ງ​ລູກ​ທັງ​ຫຼາຍ​ຂອງ​ພະເຈົ້າ.” (ໂລມ 8:20, 21) ແມ່ນ​ແລ້ວ ພະເຈົ້າ​ໄດ້​ຈັດ​ຕຽມ​ໃຫ້​ມີ​ຄວາມ​ຫວັງ​ສຳລັບ​ລູກ​ຫຼານ​ຂອງ​ມະນຸດ​ຄູ່​ທຳອິດ. ນີ້​ເປັນ​ຄວາມ​ຫວັງ​ອັນ​ແນ່ນອນ​ວ່າ​ມະນຸດ​ຊາດ​ຈະ​ເປັນ​ອິດສະຫຼະ​ຈາກ​ຄວາມ​ບາບ​ແລະ​ຄວາມ​ຕາຍ​ເຊິ່ງ​ໄດ້​ຮັບ​ເປັນ​ມໍລະດົກ​ນັ້ນ. ເຂົາ​ເຈົ້າ​ຈະ​ສາມາດ​ກັບ​ຄືນ​ມາ​ມີ​ສຳພັນທະພາບ​ອັນ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ໄດ້. ໂດຍ​ວິທີ​ໃດ?

ພະເຈົ້າ​ໄດ້​ຈັດ​ຕຽມ​ໃຫ້​ມີ​ຄວາມ​ຫວັງ​ສຳລັບ​ມະນຸດ​ຊາດ ເພື່ອ​ເຂົາ​ເຈົ້າ​ຈະ​ຫຼຸດ​ພົ້ນ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ

2 ເມື່ອ​ອາດາມ​ແລະ​ເອວາ​ເຮັດ​ບາບ ເຂົາ​ທັງ​ສອງ​ໄດ້​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ຕົນ​ເອງ​ສູນ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ. ເພື່ອ​ແລກ​ປ່ຽນ​ກັບ​ອິດສະຫຼະພາບ​ໃນ​ການ​ຕັດສິນ​ໃຈ​ເອງ​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ ເຂົາ​ທັງ​ສອງ​ໄດ້​ຂາຍ​ຄອບຄົວ​ທີ່​ເຂົາ​ເອງ​ຈະ​ໃຫ້​ກຳເນີດ​ໃນ​ເວລາ​ຕໍ່​ມາ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ. ເນື່ອງ​ຈາກ​ເກີດ​ມາ​ໃນ​ຄອບຄົວ​ນີ້ ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ປຽບ​ຄື​ກັບ​ທາດ​ທີ່​ຖືກ​ຂັງ​ໄວ້​ໃນ​ເກາະ​ອັນ​ຫ່າງ​ໄກ​ແລະ​ມີ​ຄົນ​ຜູ້​ໜຶ່ງ​ທີ່​ໂຫດ​ຮ້າຍ​ປົກຄອງ​ເປັນ​ກະສັດ. ຄວາມ​ຈິງ​ແລ້ວ ຄວາມ​ຕາຍ​ປົກຄອງ​ໃນ​ຖານະ​ກະສັດ​ເໜືອ​ມະນຸດ​ຊາດ ແຕ່​ກ່ອນ​ໜ້າ​ນັ້ນ​ມະນຸດ​ເອງ​ໄດ້​ຕົກ​ເປັນ​ທາດ​ຢູ່​ແລ້ວ​ໂດຍ​ກະສັດ​ອີກ​ອົງ​ໜຶ່ງ​ຄື​ຄວາມ​ບາບ. (ໂລມ 5:14, 21) ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ໃຜ​ຊ່ວຍ​ເຫຼົ່າ​ມະນຸດ​ຊາດ​ໃຫ້​ລອດ​ຊີວິດ​ໄດ້. ນັ້ນ​ກໍ​ຍ້ອນ​ວ່າ​ຜູ້​ທີ່​ຂາຍ​ເຂົາ​ເຈົ້າ​ໃຫ້​ເປັນ​ຂ້າ​ທາດ​ແມ່ນ​ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ​ເອງ! ແຕ່​ມີ​ບຸກຄົນ​ໜຶ່ງ​ເຊິ່ງ​ມີ​ຄວາມ​ເມດຕາ​ກະລຸນາ​ໄດ້​ໃຊ້​ບຸດ​ຂອງ​ຕົນ​ມາ ແລະ​ໄດ້​ເອົາ​ເງິນ​ຄົບ​ຕາມ​ຈຳນວນ​ຮຽກ​ຮ້ອງ​ເພື່ອ​ຊື້​ອິດສະຫຼະພາບ​ຂອງ​ທຸກ​ຄົນ​ທີ່​ຕົກ​ເປັນ​ຂ້າ​ທາດ​ນັ້ນ.—ຄຳເພງ 51:5; 146:4; ໂລມ 8:2.

3 ໃນ​ຄຳ​ປຽບ​ທຽບ​ທີ່​ໄດ້​ກ່າວ​ຂ້າງ​ເທິງ​ນີ້ ບຸກຄົນ​ທີ່​ປົດ​ປ່ອຍ​ຂ້າ​ທາດ​ໝາຍ​ເຖິງ​ພະ​ເຢໂຫວາ​ພະເຈົ້າ. ບຸດ​ທີ່​ເອົາ​ເງິນ​ມາ​ຈ່າຍ​ສຳລັບ​ອິດສະຫຼະພາບ​ແມ່ນ​ພະ​ເຍຊູ​ຄລິດ. ກ່ອນ​ມາ​ເປັນ​ມະນຸດ ພະອົງ​ເຄີຍ​ມີ​ຊີວິດ​ໃນ​ຖານະ​ພະ​ບຸດ​ທີ່​ໄດ້​ຮັບ​ກຳເນີດ​ອົງ​ດຽວ​ຂອງ​ພະເຈົ້າ. (ໂຍຮັນ 3:16) ພະອົງ​ເປັນ​ສິ່ງ​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ ແລະ​ສິ່ງ​ມີ​ຊີວິດ​ອື່ນໆໃນ​ເອກະພົບ​ຈຶ່ງ​ເກີດ​ຂຶ້ນ​ໂດຍ​ທາງ​ພະອົງ​ນີ້. (ໂກໂລດ 1:15, 16) ພະ​ເຢໂຫວາ​ໄດ້​ຍົກ​ຍ້າຍ​ຊີວິດ​ພະ​ບຸດ​ອົງ​ນີ້​ທີ່​ເປັນ​ກາຍ​ວິນຍານ​ມາ​ຢູ່​ໃນ​ທ້ອງ​ຂອງ​ຍິງ​ສາວ​ພົມມະຈາລີ​ຢ່າງ​ອັດສະຈັນ ເຊິ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ທາລົກ​ຈະ​ເກີດ​ມາ​ເປັນ​ມະນຸດ​ສົມບູນ​ເຊິ່ງ​ມີ​ລາຄາ​ຕາມ​ຂໍ້​ຮຽກ​ຮ້ອງ​ໃນ​ເລື່ອງ​ຄວາມ​ຍຸດຕິທຳ​ຂອງ​ພະເຈົ້າ.—ລຶກາ 1:26-31, 34, 35.

4 ເມື່ອ​ພະ​ເຍຊູ​ອາຍຸ​ໄດ້​ປະມານ 30 ປີ ພະອົງ​ໄດ້​ຮັບ​ບັບເຕມາ​ໃນ​ແມ່ນໍ້າ​ຢູລະເດນ. ຕອນ​ທີ່​ພະອົງ​ຮັບ​ບັບເຕມາ​ນັ້ນ ພະອົງ​ຖືກ​ເຈີມ​ດ້ວຍ​ພະ​ວິນຍານ​ບໍລິສຸດ ຫຼື​ພະລັງ​ປະຕິບັດ​ການ​ຂອງ​ພະເຈົ້າ. ດ້ວຍ​ເຫດ​ນີ້ ພະອົງ​ຈຶ່ງ​ກາຍ​ເປັນ​ພະ​ຄລິດ ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ຜູ້​ຖືກ​ເຈີມ.” (ລຶກາ 3:21, 22) ພະ​ເຍຊູ​ດຳເນີນ​ວຽກ​ງານ​ຮັບໃຊ້​ຢູ່​ເທິງ​ແຜ່ນດິນ​ໂລກ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ໃນ​ລະຫວ່າງ​ວຽກ​ງານ​ຮັບໃຊ້​ນັ້ນ ພະອົງ​ໄດ້​ສອນ​ເຫຼົ່າ​ສາວົກ​ຂອງ​ພະອົງ​ກ່ຽວ​ກັບ “ລາຊະອານາຈັກ​ຂອງ​ພະເຈົ້າ” ລັດຖະບານ​ທາງ​ພາກ​ສະຫວັນ​ທີ່​ຈະ​ຊ່ວຍ​ໃຫ້​ມະນຸດ​ຊາດ​ຄືນ​ມາ​ມີ​ສຳພັນທະພາບ​ອັນ​ສະຫງົບ​ສຸກ​ກັບ​ພະເຈົ້າ. (ລຶກາ 4:43, ລ.ມ.; ມັດທາຍ 4:17) ພະ​ເຍຊູ​ຮູ້​ຈັກ​ແນວ​ທາງ​ຊີວິດ​ທີ່​ມະນຸດ​ຄວນ​ດຳເນີນ​ເພື່ອ​ຈະ​ມີ​ຄວາມ​ສຸກ ແລະ​ພະອົງ​ຍັງ​ໄດ້​ໃຫ້​ແນວ​ທາງ​ສະເພາະ​ກ່ຽວ​ກັບ​ຄວາມ​ສຸກ​ນັ້ນ​ແກ່​ລູກ​ສິດ​ຂອງ​ພະອົງ. ເຊີນ​ເປີດ​ຄຳພີ​ໄບເບິນ​ໄປ​ມັດທາຍ​ບົດ 5 ເຖິງ 7 ແລະ​ອ່ານ​ບາງ​ຄຳ​ສອນ​ຂອງ​ພະອົງ​ໃນ​ຄຳ​ເທດ​ເທິງ​ພູເຂົາ.

ເຮົາ​ຈະ​ສຳນຶກ​ເຖິງ​ບຸນ​ຄຸນ​ຕໍ່​ບຸກຄົນ​ທີ່​ປົດ​ປ່ອຍ​ເຮົາ​ຈາກ​ການ​ເປັນ​ຂ້າ​ທາດ​ບໍ່​ແມ່ນ​ບໍ?

5 ບໍ່​ຄື​ກັບ​ອາດາມ ພະ​ເຍຊູ​ດຳເນີນ​ຊີວິດ​ໂດຍ​ເຊື່ອ​ຟັງ​ພະເຈົ້າ​ໃນ​ທຸກໆທາງ. “ພະອົງ​ບໍ່​ໄດ້​ກະທຳ​ບາບ​ຈັກ​ເທື່ອ.” (1 ເປໂຕ 2:22; ເຫບເລິ 7:26) ຄວາມ​ຈິງ​ແລ້ວ ພະອົງ​ມີ​ສິດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ ແຕ່​ພະອົງ ‘ປົງ​ຊີວິດ​ພະອົງ’ ເພື່ອ​ໃຊ້​ຄືນ​ໃຫ້​ພະເຈົ້າ​ໃນ​ສິ່ງ​ທີ່​ອາດາມ​ເຮັດ​ສູນ​ເສຍ​ໄປ. ເທິງ​ເສົາ​ທໍລະມານ ພະ​ເຍຊູ​ໄດ້​ມອບ​ຊີວິດ​ອັນ​ສົມບູນ​ຂອງ​ພະອົງ. (ໂຍຮັນ 10:17; 19:17, 18, 28-30; ໂລມ 5:19, 21; ຟີລິບ 2:8) ໂດຍ​ການ​ເຮັດ​ແນວ​ນີ້ ພະ​ເຍຊູ​ໄດ້​ຊຳລະ​ຫຼື​ຈ່າຍ​ຄ່າໄຖ່​ຕາມ​ລາຄາ​ເຊິ່ງ​ຈຳເປັນ ເພື່ອ​ຊື້​ມະນຸດ​ຊາດ​ຄືນ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ. (ມັດທາຍ 20:28) ລອງ​ວາດ​ມະໂນພາບ​ວ່າ​ຕົວ​ເຮົາ​ເອງ​ເຮັດ​ວຽກ​ໜັກ​ຢູ່​ໃນ​ບ່ອນ​ທີ່​ມີ​ຄ່າ​ແຮງ​ງານ​ຕໍ່າ ມີ​ສະພາບ​ແວດ​ລ້ອມ​ທີ່​ໂຫດ​ຮ້າຍ​ແລະ​ໃຊ້​ຊີວິດ​ຄື​ເປັນ​ຂ້າ​ທາດ. ເມື່ອ​ເປັນ​ແນວ​ນັ້ນ ເຮົາ​ຄົງ​ຈະ​ສຳນຶກ​ເຖິງ​ບຸນ​ຄຸນ​ຕໍ່​ບຸກຄົນ​ທີ່​ຈັດ​ຕຽມ​ການ​ເພື່ອ​ປົດ​ປ່ອຍ​ເຮົາ​ຈາກ​ການ​ເປັນ​ຂ້າ​ທາດ ແລະ​ຕໍ່​ບຸກຄົນ​ທີ່​ສະໝັກ​ໃຈ​ສະລະ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ​ບໍ່​ແມ່ນ​ບໍ? ໂດຍ​ການ​ຈັດ​ຕຽມ​ເລື່ອງ​ຄ່າໄຖ່ ເຮົາ​ມີ​ຫົນ​ທາງ​ກັບ​ຄືນ​ສູ່​ສາກົນ​ຄອບຄົວ​ຂອງ​ພະເຈົ້າ​ແລະ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ອັນ​ແທ້​ຈິງ ທັງ​ເປັນ​ອິດສະຫຼະ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.—2 ໂກລິນໂທ 5:14, 15.

6 ໂດຍ​ການ​ຮູ້​ຈັກ​ແລະ​ຮູ້​ຄຸນຄ່າ​ເຖິງ​ຄວາມ​ເມດຕາ​ອັນ​ບໍ່​ຄວນ​ໄດ້​ຮັບ​ຂອງ​ພະ​ເຢໂຫວາ ເຮົາ​ຄົງ​ຈະ​ມີ​ເຫດຜົນ​ຫຼາຍ​ຂຶ້ນ​ໃນ​ການ​ເອົາ​ຖ້ອຍ​ຄຳ​ອັນ​ຫຼັກ​ແຫຼມ​ເຊິ່ງ​ພົບ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ຊີວິດ​ຂອງ​ເຮົາ. ຍົກ​ຕົວຢ່າງ ຈົ່ງ​ຄິດ​ເຖິງ​ການ​ປະຕິບັດ​ຢ່າງ​ໜຶ່ງ​ຕາມ​ຫຼັກ​ການ​ທີ່​ຍາກ​ທີ່​ສຸດ ນັ້ນ​ຄື​ການ​ໃຫ້​ອະໄພ​ຄົນ​ອື່ນ​ເມື່ອ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ຄຽດ​ໃນ​ໃຈ. ເຮົາ​ຍັງ​ຈື່​ຖ້ອຍ​ຄຳ​ທີ່​ພົບ​ໃນ​ໂກໂລດ​ບົດ 3 ຂໍ້ 12 ເຖິງ 14 (ລ.ມ.) ເຊິ່ງ​ເຮົາ​ໄດ້​ພິຈາລະນາ​ໃນ​ບົດ 2 ໄດ້​ບໍ? ຂໍ້​ເຫຼົ່າ​ນັ້ນ​ແນະນໍາ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ​ເຖິງ​ແມ່ນ​ວ່າ​ເຮົາ​ອາດ​ມີ​ສາເຫດ​ທີ່​ຕ້ອງ​ຈົ່ມ​ວ່າ​ຕໍ່​ບຸກຄົນ​ນັ້ນ. ເນື້ອ​ໃນ​ຂອງ​ຂໍ້​ເຫຼົ່າ​ນັ້ນ​ອະທິບາຍ​ເຫດຜົນ​ໂດຍ​ກ່າວ​ວ່າ “ພະ​ເຢໂຫວາ​ໃຫ້​ອະໄພ​ທ່ານ​ຢ່າງ​ໃຈ​ກວ້າງ​ສັນ​ໃດ ທ່ານ​ທັງ​ຫຼາຍ​ຈົ່ງ​ເຮັດ​ຢ່າງ​ນັ້ນ​ດ້ວຍ.” ເມື່ອ​ເຮົາ​ຮູ້​ຄຸນຄ່າ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ເພື່ອ​ມະນຸດ​ຊາດ​ແລ້ວ ເຮົາ​ຄົງ​ຈະ​ຖືກ​ກະຕຸ້ນ​ໃຫ້​ອະໄພ​ຄົນ​ອື່ນ​ສຳລັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ອາດ​ເຮັດ​ໃຫ້​ເຮົາ​ຄຽດ​ໃນ​ໃຈ ໂດຍ​ສະເພາະ​ຖ້າ​ເຂົາ​ເຈົ້າ​ປ່ຽນ​ໃຈ​ໃໝ່​ແລະ​ຂໍ​ອະໄພ.