ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ 3

ໜັງສື​ແຫ່ງ​ການ​ຊີ້​ນຳ​ທີ່​ເຊື່ອ​ຖື​ໄດ້

ໜັງສື​ແຫ່ງ​ການ​ຊີ້​ນຳ​ທີ່​ເຊື່ອ​ຖື​ໄດ້

“ຄຳພີ​ໄບເບິນ​ແມ່ນ​ການ​ສັງຮອມ​ອາລະຍະທຳ​ແລະ​ປະສົບການ​ຊີວິດ​ຂອງ​ມະນຸດ​ຊາດ​ແລະ​ຕ່າງ​ຈາກ​ໜັງສື​ອື່ນໆ” ນີ້​ແມ່ນ​ຄຳ​ກ່າວ​ໃນ​ວາລະສານ​ທີ່​ຈັດ​ພິມ​ໂດຍ​ມະຫາ​ວິທະຍາໄລ ຈົງຊາງ​ຢູ່​ເມືອງ​ກວາງໂຈ ປະເທດ​ຈີນ. ມີ​ການ​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ເອມານູເອນ ຄານ ນັກ​ປັດຊະຍາ​ທີ່​ມີ​ອິດທິພົນ​ສູງ​ໃນ​ສະຕະວັດ​ທີ 18 ມາ​ກ່າວ​ວ່າ “ຄວາມ​ເປັນ​ຢູ່​ຂອງ​ຄຳພີ​ໄບເບິນ​ໃນ​ຖານະ​ເປັນ​ປຶ້ມ​ເພື່ອ​ປະຊາຊົນ ເປັນ​ປະໂຫຍດ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຜົ່າ​ພັນ​ມະນຸດ​ເຄີຍ​ປະສົບ​ມາ. ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ຈະ​ຖື​ເບົາ​ຕໍ່​ຄຳພີ​ໄບເບິນ . . . ເປັນ​ອາດຊະຍາກຳ​ແກ່​ມະນຸດ.” ສາລານຸກົມ​ອາເມລິການາ ກ່າວ​ວ່າ “ອິດທິພົນ​ຂອງ​ຄຳພີ​ໄບເບິນ​ບໍ່​ໄດ້​ມີ​ຄວາມ​ໝາຍ​ຈຳກັດ​ຕໍ່​ຊາວ​ຢິວ​ແລະ​ຊາວ​ຄລິດສະຕຽນ​ເທົ່າ​ນັ້ນ. . . . ໃນ​ປັດຈຸບັນ​ຖື​ກັນ​ວ່າ​ເປັນ​ສົມບັດ​ອັນ​ລໍ້າ​ຄ່າ​ທາງ​ຈະລິຍະທຳ​ແລະ​ທາງ​ສາສະໜາ ຂະນະ​ທີ່​ຄວາມ​ຫວັງ​ເລື່ອງ​ຄວາມ​ສິວິໄລ​ຂອງ​ໂລກ​ເພີ່ມ​ຂຶ້ນ ຄຳ​ສອນ​ທີ່​ບໍ່​ມີ​ສິ້ນ​ສຸດ​ຂອງ​ຄຳພີ​ໄບເບິນ​ແຮ່ງ​ຈະ​ມີ​ຄຸນຄ່າ​ຫຼາຍ​ຂຶ້ນ.”

2 ບໍ່​ວ່າ​ເຮົາ​ນັບຖື​ສາສະໜາ​ໃດ ເຮົາ​ອາດ​ສົນ​ໃຈ​ຢາກ​ຮູ້​ກ່ຽວ​ກັບ​ໜັງສື​ເຫຼັ້ມ​ນີ້​ບໍ່​ແມ່ນ​ບໍ? ໃນ​ຕອນ​ທ້າຍ​ຂອງ​ສະຕະວັດ​ທີ 20 ຄຳພີ​ໄບເບິນ​ຖືກ​ແປ​ໝົດ​ເຫຼັ້ມ​ຫຼື​ບາງ​ສ່ວນ​ເປັນ​ຫຼາຍ​ກວ່າ 2.200 ພາສາ. ຄົນ​ສ່ວນ​ຫຼາຍ​ສາມາດ​ຊອກ​ຄຳພີ​ໄບເບິນ​ໃນ​ພາສາ​ເຊິ່ງ​ຕົນ​ເອງ​ອ່ານ​ແລະ​ເຂົ້າ​ໃຈ​ໄດ້. ນັບ​ແຕ່​ມີ​ການ​ປະດິດ​ເຄື່ອງ​ພິມ​ຕົວ​ລຽງ ໄດ້​ກະ​ປະມານ​ວ່າ​ຄຳພີ​ໄບເບິນ​ມີ​ການ​ຈຳໜ່າຍ​ໄປ​ແລ້ວ​ເຖິງ​ສີ່​ພັນ​ລ້ານ​ເຫຼັ້ມ​ທັງ​ໝົດ​ທົ່ວ​ໂລກ.

3 ຕອນ​ນີ້ ຖ້າ​ເຈົ້າ​ມີ​ຄຳພີ​ໄບເບິນ​ສະບັບ​ໜຶ່ງ ຂໍ​ໃຫ້​ເປີດ​ແລະ​ກວດ​ເບິ່ງ​ສາລະບານ. ເຈົ້າ​ຈະ​ສັງເກດ​ເຫັນ​ຊື່​ຂອງ​ພະທຳ (ໜັງສື) ຕ່າງໆເຊິ່ງ​ເລີ່ມ​ຕົ້ນ​ດ້ວຍ​ພະທໍາ​ຕົ້ນເດິມ​ແລະ​ລົງ​ທ້າຍ​ດ້ວຍ​ພະທຳ​ຄຳປາກົດ. ແທ້​ຈິງ​ແລ້ວ ຄຳພີ​ໄບເບິນ​ປຽບ​ເໝືອນ​ຫ້ອງ​ສະຫມຸດ​ທີ່​ມີ​ໜັງສື 66 ເຫຼັ້ມ​ເຊິ່ງ​ຂຽນ​ຂຶ້ນ​ໂດຍ​ມະນຸດ​ປະມານ 40 ຄົນ. ພາກ​ທຳອິດ​ປະກອບ​ດ້ວຍ​ພະທຳ 39 ເຫຼັ້ມ​ທີ່​ຫຼາຍ​ຄົນ​ເອີ້ນ​ວ່າ​ພະ​ຄຳພີ​ພາກ​ພັນທະສັນຍາ​ເດີມ​ນັ້ນ ເອີ້ນ​ຢ່າງ​ຖືກ​ຕ້ອງ​ວ່າ​ພະ​ຄຳພີ​ພາກ​ພາສາ​ເຫບເລີ ເພາະ​ສ່ວນ​ຫຼາຍ​ຖືກ​ຂຽນ​ເປັນ​ພາສາ​ເຫບເລີ. ພາກ​ທີ​ສອງ​ປະກອບ​ດ້ວຍ​ພະທໍາ 27 ເຫຼັ້ມ​ທີ່​ຫຼາຍ​ຄົນ​ເອີ້ນ​ວ່າ​ພະ​ຄຳພີ​ພາກ​ພັນທະສັນຍາ​ໃໝ່​ນັ້ນ ເອີ້ນ​ຢ່າງ​ຖືກ​ຕ້ອງ​ວ່າ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ ເພາະ​ພາກ​ນີ້​ຖືກ​ຂຽນ​ເປັນ​ພາສາ​ເກຣັກ​ໂດຍ​ຄົນ​ຂຽນ​ທີ່​ເປັນ​ຄລິດສະຕຽນ. ການ​ຂຽນ​ຄຳພີ​ໄບເບິນ​ໃຊ້​ເວລາ​ຫຼາຍ​ກວ່າ 1.600 ປີ ຈາກ​ປີ 1513 ກ່ອນ​ສາກົນ​ສັກກະຫຼາດ​ເຖິງ​ປີ​ສາກົນ​ສັກກະຫຼາດ 98 ຈຶ່ງ​ແລ້ວ​ສົມບູນ. ຄົນ​ຂຽນ​ບໍ່​ເຄີຍ​ປະຊຸມ​ປຶກສາ​ກັນ​ກ່ຽວ​ກັບ​ບົດ​ຂຽນ ແລະ​ພະທຳ​ບາງ​ເຫຼັ້ມ​ຖືກ​ຂຽນ​ເວລາ​ດຽວ​ກັນ​ໃນ​ສະຖານ​ທີ່​ຕ່າງໆເຊິ່ງ​ຫ່າງ​ໄກ​ກັນ​ຫຼາຍ​ພັນ​ກິໂລແມັດ. ເຖິງ​ແນວ​ນັ້ນ​ກໍ​ຕາມ ເນື້ອ​ໃນ​ຂອງ​ຄຳພີ​ໄບເບິນ​ມີ​ໃຈ​ຄວາມ​ສຳຄັນ​ອັນ​ດຽວ; ບໍ່​ໄດ້​ຂັດ​ແຍ່ງ​ໃນ​ຕົວ​ເອງ. ເຮົາ​ຄົງ​ຈະ​ສົງໄສ​ວ່າ ‘ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ມະນຸດ​ຫຼາຍ​ກວ່າ 40 ຄົນ​ເຊິ່ງ​ມີ​ຊີວິດ​ຢູ່​ໃນ​ໄລຍະ 16 ສະຕະວັດ​ຮິບ​ໂຮມ​ໜັງສື​ທີ່​ສອດຄ່ອງ​ກັນ​ແບບ​ນີ້?’

“ພະອົງ​ເອົາ​ທິດ​ອຸດອນ​ປູ​ໄວ້​ເທິງ​ຫວ່າງ​ເປົ່າ ພະອົງ​ຫ້ອຍ​ແຜ່ນດິນ​ໂລກ​ໄວ້​ບ່ອນ​ເປົ່າ”

4 ເຖິງ​ແມ່ນ​ວ່າ​ການ​ຂຽນ​ຄຳພີ​ໄບເບິນ​ໄດ້​ແລ້ວ​ສົມບູນ 1.900 ປີ​ມາ​ແລ້ວ ແຕ່​ເນື້ອ​ໃນ​ຂອງ​ຄຳພີ​ໄບເບິນ​ກໍ​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ຊາຍ​ຍິງ​ຫຼາຍ​ຄົນ​ໃນ​ສະໄໝ​ປັດຈຸບັນ. ຕົວຢ່າງ ຂໍ​ໃຫ້​ເປີດ​ຄຳພີ​ໄບເບິນ​ແລະ​ເບິ່ງ​ໂຢບ 26:6 (ສະບັບ​ແປ​ເກົ່າ). ຈົ່ງ​ຈື່​ໄວ້​ວ່າ​ຂໍ້​ຄວາມ​ນີ້​ຖືກ​ຂຽນ​ຂຶ້ນ​ໃນ​ສະຕະວັດ​ທີ 15 ກ່ອນ​ສາກົນ​ສັກກະຫຼາດ. ຂໍ້​ນີ້​ອ່ານ​ວ່າ “ພະອົງ​ເອົາ​ທິດ​ອຸດອນ​ປູ​ໄວ້​ເທິງ​ວ່າງ​ເປົ່າ ພະອົງ​ຫ້ອຍ​ແຜ່ນດິນ​ໂລກ​ໄວ້​ບ່ອນ​ເປົ່າ.” ຈາກ​ນັ້ນ​ໃຫ້​ເປີດ​ເອຊາອີ 40:22 ສັງເກດ​ວ່າ​ພະທຳ​ເອຊາອີ​ຖືກ​ຂຽນ​ຂຶ້ນ​ໃນ​ສະຕະວັດ​ທີ​ແປດ​ກ່ອນ​ສາກົນ​ສັກກະຫຼາດ. ຂໍ້​ນີ້​ອ່ານ​ວ່າ “ພະອົງ​ນັ່ງ​ທັງ​ເທິງ​ວົງ​ຮອບ​ແຜ່ນດິນ​ໂລກ ແລະ​ຊາວ​ຊົນ​ເປັນ​ຄື​ຕັກແຕນ ພະອົງ​ໄດ້​ເອົາ​ທ້ອງຟ້າ​ທັງ​ຫຼາຍ​ປູ​ໄວ້​ຄື​ແພ​ບາງໆ ແລະ​ພະອົງ​ແພນ​ຟ້າ​ນັ້ນ​ຄື​ທັບ​ອາໄສ​ຈຶ່ງ​ຢູ່​ພາຍ​ໃນ.” ເຈົ້າ​ຄິດ​ເຖິງ​ຫຍັງ​ເມື່ອ​ອ່ານ​ຄຳ​ພັນລະນາ​ສອງ​ຂໍ້​ນີ້? ກໍ​ຄື​ຮູບ​ວັດຖຸ​ທີ່​ເປັນ​ວົງ​ມົນ “ຫ້ອຍ” ຢູ່​ໃນ​ອະວະກາດ. ເຮົາ​ອາດ​ເຄີຍ​ເຫັນ​ຮູບ​ພາບ​ແບບ​ນີ້​ໃນ​ຮູບ​ຖ່າຍ​ທີ່​ສົ່ງ​ມາ​ຈາກ​ຍານ​ອະວະກາດ​ສະໄໝ​ປັດຈຸບັນ. ເຮົາ​ອາດ​ສົງໄສ​ວ່າ ‘ຄົນ​ທີ່​ເຄີຍ​ມີ​ຊີວິດ​ແຕ່​ດົນ​ນານ​ນັ້ນ​ຈະ​ສາມາດ​ເວົ້າ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ກັບ​ວິທະຍາສາດ​ໄດ້​ແນວ​ໃດ?’

5 ຂໍ​ໃຫ້​ພິຈາລະນາ​ອີກ​ຄຳຖາມ​ໜຶ່ງ​ເຊິ່ງ​ກ່ຽວ​ພັນ​ກັບ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ຖືກ​ຕ້ອງ​ຕາມ​ປະຫວັດສາດ​ບໍ? ບາງ​ຄົນ​ຄິດ​ວ່າ​ຄຳພີ​ໄບເບິນ​ເປັນ​ພຽງ​ການ​ໂຮມ​ເອົາ​ຕຳນານ​ເຊິ່ງ​ບໍ່​ມີ​ຫຼັກຖານ​ທາງ​ປະຫວັດສາດ. ເພື່ອ​ເປັນ​ຕົວຢ່າງ ໃຫ້​ເບິ່ງ​ເລື່ອງ​ກະສັດ​ດາວິດ​ຊາວ​ອິດສະລາເອນ​ຜູ້​ມີ​ຊື່ສຽງ. ເມື່ອ​ບໍ່​ດົນ​ມາ​ນີ້ ຫຼັກຖານ​ພຽງ​ອັນ​ດຽວ​ເທົ່າ​ນັ້ນ​ທີ່​ໃຫ້​ຮູ້​ວ່າ​ທ່ານ​ເຄີຍ​ມີ​ຊີວິດ​ຢູ່​ແທ້ ນັ້ນ​ຄື​ຄຳພີ​ໄບເບິນ. ເຖິງ​ແມ່ນ​ວ່າ ນັກ​ປະຫວັດສາດ​ຄົນ​ທີ່​ສຳຄັນ​ຫຼາຍ​ຄົນ​ຍອມ​ຮັບ​ວ່າ​ທ່ານ​ເປັນ​ບຸກຄົນ​ແທ້ໆ ແຕ່​ຄົນ​ມັກ​ສົງໄສ​ບາງ​ຄົນ​ພະຍາຍາມ​ຕັດ​ທ່ານ​ອອກ​ໄປ​ໂດຍ​ຖື​ວ່າ​ທ່ານ​ເປັນ​ຕຳນານ​ແຕ່ງ​ຂຶ້ນ​ໂດຍ​ນັກ​ໂຄສະນາ​ຊວນ​ເຊື່ອ​ຊາວ​ຢິວ. ຄວາມ​ຈິງ​ເປີດ​ເຜີຍ​ໃຫ້​ເຫັນ​ອັນ​ໃດ?

ຄຳ​ຈາລຶກ​ທີ່​ກ່າວ​ເຖິງ “ລາຊະວົງ​ຂອງ​ດາວິດ”

6 ໃນ​ປີ 1993 ຄຳ​ຈາລຶກ​ເຊິ່ງ​ກ່າວ​ເຖິງ “ລາຊະວົງ​ຂອງ​ດາວິດ” ແມ່ນ​ຖືກ​ຄົ້ນ​ພົບ​ໃນ​ຊາກ​ເມືອງ​ດານ​ຂອງ​ຊາວ​ອິດສະລາເອນ​ບູຮານ. ຄຳ​ຈາລຶກ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ອະນຸສາວະລີ​ທີ່​ແຕກ​ທະລາຍ​ຈາກ​ສະຕະວັດ​ທີ​ເກົ້າ​ກ່ອນ​ສາກົນ​ສັກກະຫຼາດ ເຊິ່ງ​ເປັນ​ອະນຸສອນ​ເຖິງ​ໄຊ​ຊະນະ​ຂອງ​ພວກ​ສັດຕູ​ທີ່​ມີ​ເໜືອ​ຊາວ​ອິດສະລາເອນ. ໂດຍ​ບໍ່​ຄາດ​ຫວັງ ຈຶ່ງ​ມີ​ຂໍ້​ອ້າງ​ອີງ​ສະໄໝ​ບູຮານ​ຈາກ​ນອກ​ຄຳພີ​ໄບເບິນ​ທີ່​ກ່າວ​ເຖິງ​ດາວິດ ເລື່ອງ​ນີ້​ສຳຄັນ​ບໍ? ກ່ຽວ​ກັບ​ສິ່ງ​ທີ່​ຄົ້ນ​ພົບ ທ່ານ​ອິດສະລາເອນ ຟິນເກີສະໄຕນ ແຫ່ງ​ມະຫາ​ວິທະຍາໄລ​ແຕນອາວິວ ໃຫ້​ຂໍ້​ສັງເກດ​ວ່າ “ການ​ປະຕິເສດ​ຄວາມ​ຈິງ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ໄດ້​ພັງ​ທະລາຍ​ລົງ​ໃນ​ເວລາ​ຂ້າມ​ຄືນ​ເນື່ອງ​ດ້ວຍ​ການ​ຄົ້ນ​ພົບ​ຄຳ​ຈາລຶກ​ກ່ຽວ​ກັບ​ດາວິດ.” ເປັນ​ຕາ​ໜ້າ​ສົນ​ໃຈ ສາດສະດາຈານ​ວິນລຽມ ເອັຟ. ອັນໄບທ ນັກ​ບູຮານ​ຄະດີ​ເຊິ່ງ​ໃຊ້​ເວລາ​ຫຼາຍ​ສິບ​ປີ​ຂຸດ​ຄົ້ນ​ຢູ່​ປາແລັດສະຕິນ ຄັ້ງ​ໜຶ່ງ​ກ່າວ​ວ່າ “ການ​ຄົ້ນ​ພົບ​ເທື່ອ​ແລ້ວ​ເທື່ອ​ອີກ​ໄດ້​ຢືນຢັນ​ຄວາມ​ຖືກ​ຕ້ອງ​ຂອງ​ລາຍ​ລະອຽດ​ເຊິ່ງ​ນັບ​ບໍ່​ຖ້ວນ ແລະ​ເຮັດ​ໃຫ້​ມີ​ການ​ຍອມ​ຮັບ​ຄຸນຄ່າ​ຂອງ​ຄຳພີ​ໄບເບິນ​ເພີ່ມ​ຂຶ້ນ​ວ່າ​ເປັນ​ແຫຼ່ງ​ຂໍ້​ມູນ​ທາງ​ປະຫວັດສາດ.” ໃນ​ອີກ​ທາງ​ໜຶ່ງ​ເຮົາ​ອາດ​ຖາມ​ວ່າ ‘ບໍ່​ຄື​ກັນ​ກັບ​ບົດ​ເລື່ອງ​ວີລະກຳ​ຫຼື​ຕຳນານ ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ໜັງສື​ເກົ່າ​ແກ່​ເຫຼັ້ມ​ນີ້​ມີ​ຄວາມ​ຖືກ​ຕ້ອງ​ທາງ​ປະຫວັດສາດ?’ ບໍ່​ໝົດ​ເທົ່າ​ນີ້ ແຕ່​ຍັງ​ມີ​ຕື່ມ​ອີກ.

ເງິນ​ຫຼຽນ​ຮູບ​ອາເລັກຊານເດີ​ມະຫາລາດ

7 ຄຳພີ​ໄບເບິນ​ຍັງ​ແມ່ນ​ໜັງສື​ແຫ່ງ​ຄຳ​ພະຍາກອນ​ອີກ​ດ້ວຍ. (2 ເປໂຕ 1:20, 21) ຄຳ​ວ່າ “ຄຳ​ພະຍາກອນ” ອາດ​ເຮັດ​ໃຫ້​ເຮົາ​ຄິດ​ໄດ້​ທັນທີ​ເຖິງ​ຖ້ອຍ​ຄຳ​ຕ່າງໆທີ່​ບໍ່​ສຳເລັດ​ເປັນ​ຈິງ​ຂອງ​ຄົນ​ທີ່​ປະກາດ​ຕົນ​ເອງ​ວ່າ​ເປັນ​ຜູ້​ພະຍາກອນ. ຕອນ​ນີ້ ຂໍ​ໃຫ້​ປະ​ຄວາມ​ຄິດ​ນັ້ນ​ໄວ້​ກ່ອນ ເປີດ​ຄຳພີ​ໄບເບິນ​ແລະ​ເບິ່ງ​ດານຽນ​ບົດ 8. ໃນ​ບົດ​ນີ້​ດານຽນ​ພັນລະນາ​ເຖິງ​ນິມິດ​ການ​ຕໍ່​ສູ້​ລະຫວ່າງ​ແພະ (ແກະ) ເຖິກ​ທີ່​ມີ​ເຂົາ​ສອງ​ເຫຼັ້ມ​ກັບ​ແບ້​ເຖິກ​ຂົນ​ຫຼາຍ​ທີ່​ມີ ‘ເຂົາ​ໃຫຍ່​ເຫຼັ້ມ​ໜຶ່ງ.’ ແບ້​ເຖິກ​ນັ້ນ​ຊະນະ​ແຕ່​ວ່າ​ເຂົາ​ໃຫຍ່​ນັ້ນ​ໄດ້​ຫັກ. ມີ​ເຂົາ​ສີ່​ເຫຼັ້ມ​ໄດ້​ຂຶ້ນ​ມາ​ແທນ. ນິມິດ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ບັນທຶກ​ຂອງ​ດານຽນ​ບອກ​ຕໍ່​ໄປ​ວ່າ “ແພະ (ແກະ) ເຖິກ​ທີ່​ເຈົ້າ​ໄດ້​ເຫັນ​ທີ່​ມີ​ເຂົາ​ສອງ​ເຫຼັ້ມ​ແມ່ນ​ພວກ​ກະສັດ​ປະເທດ​ແມດ​ກັບ​ເປເຣເຊ. ແບ້​ເຖິກ​ທີ່​ມີ​ຂົນ​ຫຼາຍ​ແມ່ນ​ກະສັດ​ປະເທດ​ຢາວານ (ເກັຣກ) ແລະ​ເຂົາ​ເຫຼັ້ມ​ໃຫຍ່​ທີ່​ຢູ່​ຫວ່າງ​ກາງ​ຕາ​ມັນ​ແມ່ນ​ກະສັດ​ທີ​ຕົ້ນ. ເຂົາ​ນັ້ນ​ຫັກ​ເສຍ​ແລະ​ມີ​ສີ່​ເຫຼັ້ມ​ອື່ນ​ຂຶ້ນ​ຕາງ​ມັນ​ແມ່ນ​ນະຄອນ​ສີ່​ຕອນ​ທີ່​ຈະ​ຂຶ້ນ​ມາ​ຈາກ​ຊາວ​ປະເທດ​ນັ້ນ ແຕ່​ວ່າ​ບໍ່​ໃຊ່​ດ້ວຍ​ອຳນາດ​ມັນ.”—ດານຽນ 8:3-22.

“ການ​ຄົ້ນ​ພົບ​ເທື່ອ​ແລ້ວ​ເທື່ອ​ອີກ​ໄດ້​ຢືນຢັນ​ຄວາມ​ຖືກຕ້ອງ​ຂອງ​ລາຍ​ລະອຽດ​ທີ່​ນັບ​ບໍ່​ຖ້ວນ ແລະ​ເຮັດ​ໃຫ້​ມີ​ການ​ຍອມ​ຮັບ​ຄຸນຄ່າ​ຂອງ​ຄຳພີ​ໄບເບິນ​ເພີ່ມ​ຂຶ້ນ​ວ່າ​ເປັນ​ແຫຼ່ງ​ຂໍ້​ມູນ​ທາງ​ປະຫວັດສາດ”—ສາດສະດາຈານ​ວິນລຽມ ເອັຟ. ອັນໄບທ

8 ຄຳ​ພະຍາກອນ​ນີ້​ໄດ້​ສຳເລັດ​ບໍ? ການ​ຂຽນ​ພະທຳ​ດານຽນ​ໄດ້​ແລ້ວ​ສົມບູນ​ປະມານ​ປີ 536 ກ່ອນ​ສາກົນ​ສັກກະຫຼາດ. ອາເລັກຊານເດີ​ມະຫາລາດ​ກະສັດ​ມາເຊໂດນຽຍ​ທີ່​ກຳເນີດ 180 ປີ​ຕໍ່​ມາ ໃນ​ປີ 356 ກ່ອນ​ສາກົນ​ສັກກະຫຼາດ ເອົາ​ຊະນະ​ຈັກກະພັດ​ເປີເຊຍ. ລາວ​ຄື “ເຂົາ​ເຫຼັ້ມ​ໃຫຍ່” ຢູ່​ຫວ່າງ​ກາງ​ຕາ​ຂອງ “ແບ້​ເຖິກ​ທີ່​ມີ​ຂົນ​ຫຼາຍ.” ຕາມ​ທີ່​ໂຢເຊຟຸດສ ນັກ​ປະຫວັດສາດ​ຊາວ​ຢິວ​ກ່າວ ໃນ​ຕອນ​ເຂົ້າ​ສູ່​ເມືອງ​ເຢຣຶຊາເລມ​ກ່ອນ​ໄດ້​ໄຊ​ຊະນະ​ເໜືອ​ປະເທດ​ເປີເຊຍ ມີ​ການ​ນຳ​ເອົາ​ພະທຳ​ດານຽນ​ມາ​ໃຫ້​ອາເລັກຊານເດີ​ເບິ່ງ. ລາວ​ໄດ້​ສະຫລຸບ​ວ່າ ຖ້ອຍ​ຄຳ​ທີ່​ກ່າວ​ໃນ​ຄຳ​ພະຍາກອນ​ຂອງ​ດານຽນ​ແມ່ນ​ໝາຍ​ເຖິງ​ການ​ປະຕິບັດ​ການ​ທາງ​ທະຫານ​ຂອງ​ກອງທັບ​ຕົນ​ກັບ​ປະເທດ​ເປີເຊຍ. ຍິ່ງ​ກວ່າ​ນັ້ນ ໃນ​ຕຳລາ​ປະຫວັດສາດ​ໂລກ ເຮົາ​ສາມາດ​ອ່ານ​ກ່ຽວ​ກັບ​ແນວ​ທາງ​ທີ່​ຈັກກະພັດ​ຂອງ​ອາເລັກຊານເດີ​ດຳເນີນ​ຕໍ່​ໄປ​ພາຍ​ຫຼັງ​ການ​ເສຍ​ຊີວິດ​ຂອງ​ລາວ​ໃນ​ປີ 323 ກ່ອນ​ສາກົນ​ສັກກະຫຼາດ. ໃນ​ທີ່​ສຸດ​ນາຍ​ພົນ​ສີ່​ຄົນ​ໄດ້​ສືບ​ຕໍ່​ການ​ປົກຄອງ​ຂອງ​ຈັກກະພັດ​ນີ້ ແລະ​ເມື່ອ​ຮອດ​ປີ 301 ກ່ອນ​ສາກົນ​ສັກກະຫຼາດ “ເຂົາ​ສີ່​ເຫຼັ້ມ” ເຊິ່ງ​ຂຶ້ນ​ມາ​ແທນ “ເຂົາ​ເຫຼັ້ມ​ໃຫຍ່” ໄດ້​ແບ່ງ​ແຍກ​ເຂດ​ປົກຄອງ​ອອກ​ເປັນ​ສີ່​ສ່ວນ. ອີກ​ຄັ້ງ​ໜຶ່ງ ເຮົາ​ມີ​ເຫດຜົນ​ທີ່​ຈະ​ຖາມ​ກ່ຽວ​ກັບ​ບັນຫາ​ທີ່​ວ່າ ‘ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ປຶ້ມ​ເຫຼັ້ມ​ໜຶ່ງ​ຈະ​ບອກ​ລ່ວງ​ໜ້າ​ຢ່າງ​ຊັດເຈນ ແລະ​ຖືກ​ຕ້ອງ​ວ່າ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ໃນ​ອີກ 200 ປີ​ຕໍ່​ຈາກ​ນັ້ນ?’

9 ຄຳພີ​ໄບເບິນ​ເອງ​ໃຫ້​ຄຳຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້: “ພະ​ຄຳພີ​ໝົດ​ສິ້ນ​ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ​ແລະ​ເປັນ​ປະໂຫຍດ.” (2 ຕີໂມເຕ 3:16) ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ “ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ” ມີ​ຄວາມ​ໝາຍ​ຕາມ​ຕົວ​ອັກສອນ​ວ່າ “ພະເຈົ້າ​ເປົ່າ.” ພະເຈົ້າ “ເປົ່າ” ຂໍ້​ມູນ​ເຊິ່ງ​ປັດຈຸບັນ​ເຮົາ​ພົບ​ໃນ​ພະທຳ​ເຫຼັ້ມ​ຕ່າງໆຂອງ​ຄຳພີ​ໄບເບິນ​ເຂົ້າ​ໄປ​ໃນ​ຈິດໃຈ​ຂອງ​ຜູ້​ຂຽນ​ປະມານ 40 ຄົນ. ບາງ​ຕົວຢ່າງ​ທີ່​ເຮົາ​ໄດ້​ພິຈາລະນາ​ແລ້ວ​ດ້ານ​ວິທະຍາສາດ, ດ້ານ​ປະຫວັດສາດ, ແລະ​ກ່ຽວ​ກັບ​ຄຳ​ພະຍາກອນ​ຊີ້​ໃຫ້​ເຫັນ​ເຖິງ​ຂໍ້​ສະຫລຸບ​ພຽງ​ຂໍ້​ດຽວ. ຄຳພີ​ໄບເບິນ​ໜັງສື​ອັນ​ລໍ້າ​ຄ່າ ບໍ່​ແມ່ນ​ໝາກ​ຜົນ​ຈາກ​ສະຕິ​ປັນຍາ​ຂອງ​ມະນຸດ ແຕ່​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ພະເຈົ້າ. ເຖິງ​ຢ່າງ​ນັ້ນ​ກໍ​ດີ ໃນ​ປັດຈຸບັນ ມີ​ຫຼາຍ​ຄົນ​ສົງໄສ​ກ່ຽວ​ກັບ​ເລື່ອງ​ການ​ມີ​ຊີວິດ​ຢູ່​ຂອງ​ພະເຈົ້າ ຜູ້​ປະພັນ​ຄຳພີ​ໄບເບິນ. ເຈົ້າ​ເດ ຄິດ​ວ່າ​ແນວ​ໃດ?