“ຕາມ​ເຮົາ​ໄປ​ເຖີ້ນ”

ຈຸດ​ປະສົງ​ຂອງ​ປຶ້ມ​ນີ້​ບໍ່​ແມ່ນ​ເພື່ອ​ສະຫຼຸບ​ທຸກ​ເລື່ອງ​ກ່ຽວ​ກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ ແຕ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວິທີ​ຕິດ​ຕາມ​ເພິ່ນ.

ບົດ​ນຳ

ເຮົາ​ຢາກ​ໃຫ້​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢຊູ​ເພີ່ມ​ຂຶ້ນ​ເລື້ອຍໆແລະ​ພະຍາຍາມ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເພິ່ນ​ໃຫ້​ຫຼາຍ​ຂຶ້ນ ເພາະ​ຖ້າ​ເຮັດ​ແບບ​ນັ້ນ​ເຈົ້າ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ຍິນດີ​ທັງ​ໃນ​ເວລາ​ນີ້​ແລະ​ຕະຫຼອດ​ໄປ.

​ບົດ​ທີ 1

“ຕາມ​ເຮົາ​ໄປ​ເຖີ້ນ”—ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ການ​ເປັນ​ລູກສິດ​ແທ້​ຂອງ​ພະ​ເຢຊູ​ບໍ່​ແມ່ນ​ພຽງ​ແຕ່​ຄຳເວົ້າ​ຫຼື​ຄວາມ​ຮູ້ສຶກ.

ບົດ​ທີ 2

“ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ”

ການ​ເຂົ້າ​ຫາ​ພໍ່​ເປັນ​ໄປ​ໄດ້​ໂດຍ​ທາງ​ລູກ​ຊາຍ​ເທົ່າ​ນັ້ນ. ພະ​ເຢຊູ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳເລັດ.

ບົດ​ທີ 3

“ເຮົາ . . . ຖ່ອມ​ໃຈ​ລົງ”

ຕະຫຼອດ​ໄລຍະ​ການ​ຮັບໃຊ້​ຂອງ​ພະ​ເຢຊູ​ຢູ່​ແຜ່ນດິນ​ໂລກ ເພິ່ນ​ເປັນ​ທີ່​ຮູ້ຈັກ​ໃນ​ເລື່ອງ​ຄວາມ​ຖ່ອມ.

ບົດ​ທີ 4

“ຈົ່ງ​ເບິ່ງ ສິງ​ແຫ່ງ​ກະກູນ​ຢູດາ”

ພະ​ເຢຊູ​ໄດ້​ສະແດງ​ຄວາມ​ກ້າຫານ​ຄື​ກັບ​ໂຕ​ສິງ​ໃນ​ສາມ​ວິທີ ນັ້ນ​ຄື​ໃນ​ການ​ປົກປ້ອງ​ຄວາມ​ຈິງ ໃນ​ການ​ສະໜັບສະໜູນ​ຄວາມຍຸຕິທຳ ແລະ​ໃນ​ການ​ປະເຊີນ​ໜ້າ​ກັບ​ການ​ຕໍ່ຕ້ານ.

ບົດ​ທີ 5

“ຊັບ​ສົມບັດ​ແຫ່ງ​ຄວາມ​ປັນຍາ . . . ທຸກ​ຢ່າງ”

ພະ​ເຢຊູ​ສະແດງ​ສະຕິປັນຍາ​ທີ່​ດີ​ເລີດ​ບໍ່​ພຽງ​ແຕ່​ໃນ​ການ​ສອນ ແຕ່​ໃນ​ການ​ກະທຳ​ນຳ.

ບົດ​ທີ 6

“ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ”

ຖ້າ​ພະ​ເຢຊູ​ເຊື່ອ​ຟັງ​ພໍ່​ຢ່າງ​ສົມບູນແບບ ແຕ່​ເປັນ​ຫຍັງ​ຈຶ່ງ​ເວົ້າ​ວ່າ​ເພິ່ນ “ຮຽນ​ຮູ້​ທີ່​ຈະ​ເຊື່ອ​ຟັງ” ແລະ​ຖືກ​ເຮັດ​ໃຫ້ “ມີ​ຄຸນສົມບັດ​ຄົບ​ຖ້ວນ​ແລ້ວ”?

ບົດ​ທີ 7

“ຈົ່ງ​ພິຈາລະນາ​ຄຶດ​ເຖິງ​ພະອົງ​ຜູ້​ໄດ້​ທົນ​ເອົາ”

ພະ​ເຢຊູ​ສະແດງ​ຕົວຢ່າງ​ຂອງ​ຄວາມ​ອົດ​ທົນ​ໄດ້​ຢ່າງ​ສົມບູນແບບ. ອັນ​ໃດ​ຊ່ວຍ​ເພິ່ນ​ໃຫ້​ອົດ​ທົນ​ໄດ້? ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ເພິ່ນ​ໄດ້​ແນວ​ໃດ?

ບົດ​ທີ 8

“ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້”

ຂໍ​ໃຫ້​ພິຈາລະນາ​ເຫດຜົນ​ທີ່​ພະ​ເຢຊູ​ປະກາດ ເລື່ອງ​ທີ່​ເພິ່ນ​ປະກາດ ແລະ​ທັດສະນະ​ຂອງ​ເພິ່ນ​ຕໍ່​ວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ​ເທິງ​ໂລກ.

ບົດ​ທີ 9

“ຈົ່ງ​ໄປ​ແລະ​ກະທຳ​ໃຫ້ . . . ເປັນ​ລູກສິດ”

ຄຳ​ສັ່ງ​ນີ້​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ຫົວໃຈ​ສຳຄັນ​ຂອງ​ການ​ເປັນ​ລູກສິດ​ແທ້​ຂອງ​ພະຄລິດ​ແມ່ນ​ຫຍັງ.

ບົດ​ທີ 10

“ມີ​ຄຳ​ຂຽນ​ໄວ້​ວ່າ”

ການ​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ການ​ປົກປ້ອງ​ແລະ​ການ​ອະທິບາຍ​ພະ​ຄຳ​ນັ້ນ ແມ່ນ​ວິທີ​ການ​ຕົ້ນ​ຕໍ​ທີ່​ຈະ​ຮຽນ​ແບບ​ພະ​ເຢຊູ​ໃນ​ການ​ແບ່ງ​ປັນ​ຄວາມ​ຈິງ.

ບົດ​ທີ 11

“ບໍ່​ຫ່ອນ​ມີ​ຜູ້​ໃດ​ປາ​ກ​ເໝືອນ​ຢ່າງ​ທ່ານ​ຜູ້​ນີ້”

ຂໍ​ໃຫ້​ພິຈາລະນາ​ສາມ​ວິທີ​ທີ່​ພະ​ເຢຊູ​ໃຊ້​ໃນ​ການ​ສອນ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ວິທີ​ເຫຼົ່ານີ້​ແນວໃດ.

ບົດ​ທີ 12

“ປັດສະຈາກ​ຄຳ​ອຸປະມາ​ພະອົງ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແກ່​ເຂົາ”

ຄຳພີໄບເບິນ​ໃຫ້​ເຫດຜົນ​ທີ່​ສຳຄັນ​ສອງ​ຢ່າງ​ທີ່​ພະ​ເຢຊູ​ສອນ​ໂດຍ​ໃຊ້​ຕົວຢ່າງ​ປຽບ​ທຽບ.

ບົດ​ທີ 13

“ເຮົາ​ຮັກ​ພະ​ບິດາ”

ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ແນວໃດ​ໃນ​ການ​ພັດທະນາ​ຄວາມ​ຮັກ​ອັນ​ແຮງ​ກ້າ​ທີ່​ມີ​ຕໍ່​ພະເຢໂຫວາ?

ບົດ​ທີ 14

“ຝູງ​ຄົນ​ຫຼາຍ​ຄົນ​ໄດ້​ມາ​ຫາ​ພະອົງ”

ຄົນ​ຈຳນວນ​ຫຼາຍ​ລວມ​ທັງ​ເດັກ​ນ້ອຍ​ບໍ່​ໄດ້​ລັງເລ​ໃຈ​ທີ່​ຈະ​ເຂົ້າ​ຫາ​ພະ​ເຢຊູ. ອັນ​ໃດ​ເຮັດ​ໃຫ້​ພະ​ເຢຊູ​ເປັນ​ບຸກຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ຂະໜາດ​ນັ້ນ?

ບົດ​ທີ 15

“ມີ​ໃຈ​ຄິດ​ສັງເວດ”

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໃນ​ການ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ອື່ນ?

ບົດ​ທີ 16

“ພະ​ເຍຊູ . . . ໄດ້​ຮັກ​ເຂົາ​ເຖິງ​ທີ່​ສຸດ”

ຕະຫຼອດ​ໄລຍະ​ວຽກ​ຮັບໃຊ້ ພະ​ເຢຊູ​ໃຫ້​ຂໍ້​ພິສູດ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ມີ​ຕໍ່​ພວກ​ລູກສິດ. ເຮົາ​ຈະ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ເພິ່ນ​ແນວໃດ​ໃນ​ການ​ປະຕິບັດ​ຕໍ່​ຜູ້​ອື່ນ?

ບົດ​ທີ 17

“ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້”

ເຮົາ​ຈະ​ຮຽນແບບ​ຕົວຢ່າງ​ຂອງ​ພະ​ເຢຊູ​ໃນ​ເລື່ອງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົວ​ເອງ​ໄດ້​ແນວໃດ?

ບົດ​ທີ 18

“ຈົ່ງ​ຕິດ​ຕາມ​ເຮົາ​ຕໍ່ໆໄປ”

ຖ້າ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ຢູ່​ສະເໝີ ເຮົາ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ແລະ​ມີ​ຄວາມຫວັງ​ທີ່​ສົດ​ໃສ​ສຳລັບ​ອະນາຄົດ.