ບົດທີ 18
“ຈົ່ງຕິດຕາມເຮົາຕໍ່ໆໄປ”
1-3. (ກ) ພະເຍຊູຈາກພວກອັກຄະສາວົກໃນລັກສະນະໃດ ແລະເປັນຫຍັງນັ້ນບໍ່ແມ່ນການອຳລາທີ່ໂສກເສົ້າ? (ຂ) ເປັນຫຍັງເຮົາຕ້ອງຮຽນຮູ້ເລື່ອງຊີວິດຂອງພະເຍຊູນັບຕັ້ງແຕ່ກັບໄປສະຫວັນ?
ຊາຍສິບເອັດຄົນຢືນຢູ່ນຳກັນເທິງພູເຂົາ. ເຂົາເຈົ້າເບິ່ງຜູ້ທີ 12 ດ້ວຍຄວາມຮັກແລະຄວາມຍົກຍ້ອງ. ບຸກຄົນນີ້ມີຮູບຮ່າງເປັນມະນຸດ ແຕ່ທີ່ຈິງແລ້ວແມ່ນພະເຍຊູຜູ້ຄືນມາຈາກຕາຍເຊິ່ງອີກຄັ້ງໜຶ່ງໄດ້ກັບມາເປັນຜູ້ມີລິດເດດຫຼາຍທີ່ສຸດໃນບັນດາລູກຊາຍກາຍວິນຍານຂອງພະເຢໂຫວາ. ພະເຍຊູໄດ້ເຕົ້າໂຮມເຫຼົ່າອັກຄະສາວົກໃຫ້ມາປະຊຸມກັບພະອົງເປັນເທື່ອສຸດທ້າຍຢູ່ພູເຂົາກົກໝາກກອກ.
2 ພູເຂົານີ້ເປັນສ່ວນຂອງສາຍພູຫີນປູນທີ່ພາດຜ່ານຮ່ອມພູເຊດໂຣນມາຈາກເມືອງເຢຣຶຊາເລມ ແນ່ນອນວ່າມັນຄົງເຮັດໃຫ້ພະເຍຊູຫວນຄິດເຖິງຫຼາຍເລື່ອງ. ເມືອງເບທະນີທີ່ພະເຍຊູປຸກລາຊະໂລໃຫ້ຄືນມາຈາກຕາຍກໍຕັ້ງຢູ່ເນີນພູນີ້. ບໍ່ເທົ່າໃດອາທິດກ່ອນໜ້ານີ້ ພະເຍຊູເລີ່ມເດີນທາງໂດຍນັ່ງເທິງຫຼັງລາແບບຜູ້ມີໄຊຈາກເມືອງເບດຟາເຄທີ່ຢູ່ໃກ້ໆນັ້ນເຂົ້າໄປເມືອງເຢຣຶຊາເລມ. ສວນເຄດເຊມາເນຄົງຈະຢູ່ໃນບໍລິເວນພູເຂົາກົກໝາກກອກ ເຊິ່ງພະເຍຊູຢູ່ຫັ້ນເປັນເວລາຫຼາຍຊົ່ວໂມງດ້ວຍຄວາມຮູ້ສຶກເປັນທຸກຫຼາຍກ່ອນທີ່ຈະຖືກຈັບ. ຕອນນີ້ຢູ່ເທິງພູເຂົາດຽວກັນນີ້ ພະເຍຊູກຽມພ້ອມທີ່ຈະຈາກມິດສະຫາຍແລະລູກສິດທີ່ໃກ້ຊິດທີ່ສຸດຂອງພະອົງ. ພະອົງກ່າວຄຳອຳລາດ້ວຍຄຳເວົ້າທີ່ກະລຸນາ. ຈາກນັ້ນພະອົງກໍເລີ່ມເຫາະຂຶ້ນຈາກພື້ນດິນ! ພວກອັກຄະສາວົກຢືນຕົກຕະລຶງຢູ່ທີ່ນັ້ນ ກຶ້ງຕາເບິ່ງນາຍຜູ້ເປັນທີ່ຮັກໃນຂະນະທີ່ພະອົງຂຶ້ນໄປເທິງຟ້າ. ໃນທີ່ສຸດເມກກໍບັງພະອົງໄວ້ຈາກສາຍຕາຂອງເຂົາເຈົ້າ ແລະເຂົາເຈົ້າກໍບໍ່ເຫັນພະອົງອີກເລີຍ.—ກິດຈະການ 1:6-12.
3 ເຫດການດັ່ງກ່າວເຮັດໃຫ້ເຈົ້າຮູ້ສຶກວ່າເປັນການຈົບລົງທີ່ທັງໜ້າຍິນດີແລະເສົ້າໃຈ ເປັນການອຳລາທີ່ໂສກເສົ້າບໍ? ບໍ່ແມ່ນ. ທີ່ຈິງ ຕາມທີ່ທູດສະຫວັນສອງອົງເຕືອນພວກອັກຄະສາວົກໃນໂອກາດນັ້ນ ເລື່ອງຂອງພະເຍຊູບໍ່ໄດ້ຈົບລົງເທົ່ານັ້ນ. (ກິດຈະການ 1:10, 11) ໃນຫຼາຍທາງ ການທີ່ພະອົງໄປສະຫວັນເປັນພຽງການ ເລີ່ມຕົ້ນ. ພະຄຳຂອງພະເຈົ້າບໍ່ແມ່ນວ່າປ່ອຍເຮົາໄວ້ບໍ່ໃຫ້ຮູ້ຫຍັງກ່ຽວກັບເຫດການທີ່ເກີດຂຶ້ນກັບພະເຍຊູຕໍ່ຈາກນັ້ນ. ການຮຽນຮູ້ເລື່ອງຊີວິດຂອງພະເຍຊູນັບຕັ້ງແຕ່ກັບສູ່ສະຫວັນເປັນເລື່ອງສຳຄັນ. ເພາະເຫດໃດ? ຂໍໃຫ້ນຶກເຖິງຖ້ອຍຄຳທີ່ພະເຍຊູເວົ້າກັບເປໂຕທີ່ວ່າ “ຈົ່ງຕິດຕາມເຮົາຕໍ່ໆໄປ.” (ໂຢຮັນ 21:19, 22, ລ.ມ.) ເຮົາທຸກຄົນຕ້ອງເຊື່ອຟັງຄຳສັ່ງນັ້ນ ບໍ່ແມ່ນເປັນພຽງການເລືອກຊົ່ວຄາວ ແຕ່ຖືເອົາເປັນແນວທາງຊີວິດ. ເພື່ອເຮັດເຊັ່ນນັ້ນໄດ້ ເຮົາຕ້ອງເຂົ້າໃຈສິ່ງທີ່ນາຍຂອງເຮົາພວມເຮັດໃນຕອນນີ້ແລະວຽກມອບໝາຍທີ່ພະອົງໄດ້ຮັບໃນສະຫວັນ.
ຊີວິດຂອງພະເຍຊູນັບຕັ້ງແຕ່ກັບໄປສະຫວັນ
4. ຄຳພີໄບເບິນເປີດເຜີຍລ່ວງໜ້າແນວໃດກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນສະຫວັນຫຼັງຈາກທີ່ພະເຍຊູກັບໄປທີ່ນັ້ນ?
4 ພະຄຳພີບໍ່ໄດ້ເປີດເຜີຍຫຍັງກ່ຽວກັບການໄປສູ່ສະຫວັນ ການຕ້ອນຮັບ ແລະຄວາມຍິນດີຂອງພະເຍຊູທີ່ໄດ້ກັບໄປຢູ່ນຳພໍ່. ແຕ່ຄຳພີໄບເບິນໄດ້ເປີດເຜີຍລ່ວງໜ້າກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນສະຫວັນບໍ່ດົນຫຼັງຈາກທີ່ພະເຍຊູກັບໄປທີ່ນັ້ນ. ເປັນເວລາຫຼາຍກວ່າ 1.500 ປີ ຊາວຢິວໄດ້ເຫັນພິທີສັກສິດຢ່າງໜຶ່ງເປັນປະຈຳ. ມື້ໜຶ່ງໃນແຕ່ລະປີ ໃນວັນໄຖ່ໂທດ ປະໂລຫິດໃຫຍ່ໄດ້ເຂົ້າໄປໃນຫ້ອງບໍລິສຸດທີ່ສຸດຂອງວິຫານເພື່ອຊິດເລືອດຂອງເຄື່ອງບູຊາຕໍ່ໜ້າຫີບສັນຍາໄມຕີ. ໃນມື້ນັ້ນ ປະໂລຫິດໃຫຍ່ເປັນພາບສະແດງເຖິງຜູ້ເປັນເມຊີ. ພະເຍຊູໄດ້ເຮັດໃຫ້ຄວາມໝາຍຂອງພິທີນັ້ນທີ່ເປັນລັກສະນະພະຍາກອນສຳເລັດຄັ້ງດຽວແຕ່ໃຊ້ໄດ້ຕະຫຼອດການຫຼັງຈາກທີ່ກັບໄປສະຫວັນ. ພະອົງໄດ້ເຂົ້າໄປໃນບ່ອນປະທັບອັນສະຫງ່າງາມຂອງພະເຢໂຫວາໃນສະຫວັນ ເຊິ່ງເປັນສະຖານທີ່ບໍລິສຸດທີ່ສຸດໃນເອກະພົບ ແລະຖວາຍຄຸນຄ່າຂອງເຄື່ອງບູຊາໄຖ່ແກ່ພໍ່. (ເຫບເລີ 9:11, 12, 24) ພະເຢໂຫວາໄດ້ຮັບເອົາຄ່າໄຖ່ບໍ?
5, 6. (ກ) ຫຼັກຖານອັນໃດທີ່ສະແດງໃຫ້ເຫັນວ່າພະເຢໂຫວາຍອມຮັບເຄື່ອງບູຊາໄຖ່ຂອງພະຄລິດ? (ຂ) ໃຜແດ່ໄດ້ຮັບປະໂຫຍດຈາກຄ່າໄຖ່ ແລະໂດຍວິທີໃດ?
5 ເຮົາໄດ້ຄຳຕອບໂດຍການພິຈາລະນາເຫດການທີ່ເກີດຂຶ້ນບໍ່ເທົ່າໃດມື້ພາຍຫຼັງທີ່ພະເຍຊູກັບໄປສະຫວັນ. ຄລິດສະຕຽນກຸ່ມນ້ອຍໆປະມານ 120 ຄົນ ປະຊຸມກັນຢູ່ຫ້ອງຊັ້ນເທິງໃນເມືອງເຢຣຶຊາເລມ ທັນໃດນັ້ນມີສຽງຄືລົມແຮງພັດມາເຕັມທົ່ວສະຖານທີ່ນັ້ນ. ສິ່ງທີ່ຄ້າຍແປວໄຟມີລັກສະນະຄືລີ້ນປາກົດຢູ່ເທິງຫົວຂອງເຂົາເຈົ້າ ເຂົາ ເຈົ້າເຕັມໄປດ້ວຍພະວິນຍານບໍລິສຸດແລະເລີ່ມຕົ້ນເວົ້າພາສາຕ່າງໆ. (ກິດຈະການ 2:1-4) ເຫດການນີ້ສະແດງເຖິງການກຳເນີດຊາດໃໝ່ ຊາດອິດສະລາແອນຝ່າຍວິນຍານເຊິ່ງເປັນຊາດໃໝ່ທີ່ພະເຈົ້າ “ເລືອກໄວ້” ແລະເປັນ “ພວກປະໂລຫິດຫຼວງ” ເພື່ອປະຕິບັດຕາມໃຈປະສົງຂອງພະເຈົ້າຢູ່ແຜ່ນດິນໂລກ. (1 ເປໂຕ 2:9) ເຫັນໄດ້ແຈ້ງວ່າພະເຢໂຫວາພະເຈົ້າຮັບເອົາແລະພໍໃຈກັບເຄື່ອງບູຊາໄຖ່ຂອງພະຄລິດ. ການເທພະວິນຍານບໍລິສຸດຄັ້ງນີ້ແມ່ນອັນໜຶ່ງໃນບັນດາພະພອນທຳອິດທີ່ເປັນໄປໄດ້ໂດຍທາງຄ່າໄຖ່.
6 ຕັ້ງແຕ່ນັ້ນເປັນຕົ້ນມາ ຄ່າໄຖ່ຂອງພະຄລິດໄດ້ໃຫ້ປະໂຫຍດແກ່ເຫຼົ່າສາວົກຂອງພະອົງຕະຫຼອດທົ່ວໂລກ. ບໍ່ວ່າເຮົາຢູ່ໃນບັນດາຄົນທີ່ເປັນແກະ “ຝູງນ້ອຍ” ທີ່ຖືກເຈີມເຊິ່ງຈະປົກຄອງຮ່ວມກັບພະຄລິດໃນສະຫວັນ ຫຼືຢູ່ໃນບັນດາຄົນທີ່ເປັນ “ແກະອື່ນ” ເຊິ່ງຈະມີຊີວິດຢູ່ແຜ່ນດິນໂລກພາຍໃຕ້ການປົກຄອງຂອງພະອົງ ເຮົາໄດ້ປະໂຫຍດຈາກເຄື່ອງບູຊາຂອງພະອົງ. (ລືກາ 12:32; ໂຢຮັນ 10:16) ຄ່າໄຖ່ເປັນພື້ນຖານສຳລັບຄວາມຫວັງແລະການໃຫ້ອະໄພບາບຂອງເຮົາ. ຕາບເທົ່າທີ່ເຮົາສະແດງຄວາມ “ເຊື່ອ” ໃນຄ່າໄຖ່ຕໍ່ໆໄປ ຕິດຕາມພະເຍຊູວັນແລ້ວວັນເລົ່າ ເຮົາສາມາດມີໃຈຮູ້ຜິດແລະຊອບທີ່ສະອາດແລະມີຄວາມຫວັງອັນຮຸ່ງເຮືອງສຳລັບອະນາຄົດ.—ໂຢຮັນ 3:16.
7. ພະເຍຊູໄດ້ຮັບສິດອຳນາດຫຍັງຫຼັງຈາກທີ່ກັບໄປສະຫວັນ ແລະເຈົ້າຈະສະໜັບສະໜູນພະອົງໂດຍວິທີໃດ?
7 ພະເຍຊູເຮັດຫຍັງໃນສະຫວັນນັບຕັ້ງແຕ່ພະອົງກັບໄປທີ່ນັ້ນ? ພະອົງມີສິດອຳນາດຫຼາຍ. (ມັດທາຍ 28:18) ທີ່ຈິງ ພະເຢໂຫວາແຕ່ງຕັ້ງພະອົງໃຫ້ປົກຄອງປະຊາຄົມຄລິດສະຕຽນ ເຊິ່ງເປັນວຽກມອບໝາຍທີ່ພະອົງປະຕິບັດໃນວິທີທີ່ສະແດງຄວາມຮັກແລະຄວາມຍຸຕິທຳ. (ໂກໂລດ 1:13) ດັ່ງທີ່ບອກໄວ້ລ່ວງໜ້າ ພະເຍຊູໄດ້ມອບໝາຍຜູ້ຊາຍທີ່ມີຄວາມຮັບຜິດຊອບໃຫ້ເອົາໃຈໃສ່ຄວາມຈຳເປັນຂອງຝູງແກະພະອົງ. (ເອເຟດ 4:8) ຕົວຢ່າງ ພະອົງເລືອກໂປໂລໃຫ້ເປັນ “ລາຊະທູດມາຍັງພວກຕ່າງປະເທດ” ສົ່ງລາວໄປເຜີຍແຜ່ຂ່າວດີໃນດິນແດນທີ່ຫ່າງໄກ. (ໂລມ 11:13; 1 ຕີໂມເຕ 2:7) ເມື່ອສະຕະວັດທີໜຶ່ງໃກ້ຈະສິ້ນສຸດລົງ ພະເຍຊູໄດ້ໃຫ້ຂ່າວສານທີ່ເປັນຄຳຊົມເຊີຍ ຄຳແນະນຳ ແລະການຕັກເຕືອນແກ່ເຈັດປະຊາຄົມຢູ່ເຂດອາຊີທີ່ໂລມປົກຄອງ. (ຄຳປາກົດບົດ 2-3) ເຈົ້າຍອມຮັບພະເຍຊູໃນຖານະເປັນປະມຸກຂອງ ປະຊາຄົມຄລິດສະຕຽນບໍ? (ເອເຟດ 5:23) ເພື່ອຈະຕິດຕາມພະອົງຕໍ່ໆໄປ ເຈົ້າຄວນສົ່ງເສີມນ້ຳໃຈເຊື່ອຟັງແລະຮ່ວມມືກັນໃນປະຊາຄົມຂອງເຈົ້າ.
8, 9. ພະເຍຊູໄດ້ຮັບສິດອຳນາດອັນໃດໃນປີ 1914 ແລະເລື່ອງນີ້ຄວນມີຄວາມໝາຍແນວໃດຕໍ່ການຕັດສິນໃຈຂອງເຮົາ?
8 ພະເຍຊູໄດ້ຮັບມອບສິດອຳນາດຫຼາຍກວ່ານັ້ນອີກໃນປີ 1914. ໃນປີນັ້ນພະອົງໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດໃນລາຊະອານາຈັກເມຊີຂອງພະເຢໂຫວາ. ເມື່ອການປົກຄອງຂອງພະເຍຊູເລີ່ມຕົ້ນກໍ “ມີການທຳເສິກໃນຟ້າສະຫວັນ.” ຜົນເປັນແນວໃດ? ຊາຕານແລະພວກຜີປີສາດຂອງມັນທີ່ຖືກຖິ້ມລົງມາແຜ່ນດິນໂລກ ກໍ່ໃຫ້ເກີດຍຸກວິບາກ. ສົງຄາມທີ່ແຜ່ລາມອອກໄປ ອາດຊະຍາກຳ ເຫດການທີ່ໜ້າຢ້ານກົວ ໂລກລະບາດ ແຜ່ນດິນໄຫວ ແລະຄວາມອຶດຢາກທີ່ເຮັດໃຫ້ມະນຸດໃນສະໄໝປັດຈຸບັນເດືອດຮ້ອນ ເຕືອນເຮົາວ່າໃນຂະນະນີ້ພະເຍຊູກຳລັງປົກຄອງໃນສະຫວັນ. ຊາຕານຍັງເປັນ “ເຈົ້ານາຍແຫ່ງໂລກນີ້” ພຽງ “ເວລາ . . . ແຕ່ໜ້ອຍດຽວ.” (ຄຳປາກົດ 12:7-12; ໂຢຮັນ 12:31; ມັດທາຍ 24:3-7; ລືກາ 21:11) ແນວໃດກໍຕາມ ພະເຍຊູກຳລັງໃຫ້ໂອກາດແກ່ຜູ້ຄົນທົ່ວໂລກທີ່ຈະຍອມຮັບການປົກຄອງຂອງພະອົງ.
9 ນັບວ່າສຳຄັນທີ່ເຮົາຈະຢືນຢັດຢູ່ຝ່າຍກະສັດເມຊີ. ໃນການຕັດສິນໃຈທຸກຢ່າງຂອງເຮົາໃນແຕ່ລະວັນ ເຮົາຕ້ອງສະແຫວງຫາຄວາມພໍໃຈຈາກພະອົງ ບໍ່ແມ່ນຄວາມພໍໃຈຈາກໂລກທີ່ເສື່ອມຊາມນີ້. ໃນຂະນະທີ່ “ພະມະຫາກະສັດເທິງກະສັດທັງຫຼາຍ ແລະພະອົງເຈົ້າເທິງອົງເຈົ້າທັງຫຼາຍ” ກວດກາເບິ່ງມະນຸດຊາດ ຫົວໃຈທີ່ຊອບທຳຂອງພະອົງພຸ່ງຂຶ້ນດ້ວຍຄວາມຄຽດຮ້າຍແລະທັງປ່ຽມລົ້ນດ້ວຍຄວາມຍິນດີ. (ຄຳປາກົດ 19:16) ເພາະເຫດໃດ?
ຄວາມຄຽດຮ້າຍແລະຄວາມຍິນດີຂອງກະສັດເມຊີ
10. ໂດຍພື້ນຖານແລ້ວພະເຍຊູມີນິດໄສໃຈຄໍແນວໃດ ແຕ່ສິ່ງໃດທີ່ເຮັດໃຫ້ນາຍຂອງເຮົາມີຄວາມຄຽດຮ້າຍອັນຊອບທຳ?
10 ເຊັ່ນດຽວກັບພໍ່ພະອົງ ໂດຍພື້ນຖານແລ້ວຜູ້ເປັນນາຍຂອງເຮົາມີຄວາມສຸກ. (1 ຕີໂມເຕ 1:11) ຕອນທີ່ເປັນມະນຸດ ພະເຍຊູບໍ່ແມ່ນຄົນທີ່ມັກວິພາກວິຈານຫຼືມັກຮຽກຮ້ອງ. ເຖິງປານນັ້ນກໍມີຫຼາຍສິ່ງທີ່ເກີດຂຶ້ນໃນໂລກທຸກມື້ນີ້ເຊິ່ງເຮັດໃຫ້ພະອົງມີ ຄວາມຄຽດຮ້າຍອັນຊອບທຳ. ແນ່ນອນວ່າພະອົງໃຈຮ້າຍໃຫ້ກັບອົງການສາສະໜາຕ່າງໆທີ່ອ້າງຢ່າງຜິດໆວ່າເປັນຕົວແທນພະອົງ. ດັ່ງທີ່ພະອົງໄດ້ບອກລ່ວງໜ້າວ່າ “ຄົນທັງຫຼາຍທີ່ຈະເຂົ້າໄປໃນແຜ່ນດິນສະຫວັນບໍ່ແມ່ນໝົດຊູ່ຄົນທີ່ກ່າວແກ່ເຮົາວ່າ ‘ພະອົງເຈົ້າຂ້າ ພະອົງເຈົ້າຂ້າ’ ແຕ່ວ່າຜູ້ນັ້ນທີ່ກະທຳຕາມນ້ຳໃຈແຫ່ງພະບິດາຂອງເຮົາຜູ້ຢູ່ໃນສະຫວັນ. ໃນວັນນັ້ນຄົນຫຼາຍຄົນຈະກ່າວແກ່ເຮົາວ່າ ‘ພະອົງເຈົ້າຂ້າ ພະອົງເຈົ້າຂ້າ ຂ້າພະເຈົ້າທັງຫຼາຍໄດ້ . . . ກະທຳການອັດສະຈັນໃຈຫຼາຍປະການດ້ວຍນາມຊື່ຂອງພະອົງບໍ່ໃຊ່ຫຼື?’ ເມື່ອນັ້ນເຮົາຈະແຈ້ງຄວາມແກ່ເຂົາວ່າ ເຮົາບໍ່ໄດ້ຮູ້ຈັກທ່ານທັງຫຼາຍສັກເທື່ອ ຈົ່ງໜີຈາກເຮົາເສຍເຖີ້ນ ໝູ່ເຈົ້າທີ່ກະທຳການຊົ່ວຮ້າຍ.”—ມັດທາຍ 7:21-23.
11-13. ເປັນຫຍັງຫຼາຍຄົນອາດຮູ້ສຶກງົງທີ່ພະເຍຊູໃຊ້ຖ້ອຍຄຳທີ່ຮຸນແຮງກັບຜູ້ທີ່ “ກະທຳການອັດສະຈັນໃຈຫຼາຍປະການ” ໃນນາມຂອງພະອົງ ແລ້ວເປັນຫຍັງພະອົງຈຶ່ງໃຈຮ້າຍ? ຂໍໃຫ້ຍົກຕົວຢ່າງ.
11 ຫຼາຍຄົນໃນທຸກມື້ນີ້ທີ່ເອີ້ນຕົນເອງວ່າເປັນຄລິດສະຕຽນອາດຮູ້ສຶກວ່າຖ້ອຍຄຳດັ່ງກ່າວເຮັດໃຫ້ງົງ. ເປັນຫຍັງພະເຍຊູຈຶ່ງໃຊ້ຖ້ອຍຄຳທີ່ຮຸນແຮງເຊັ່ນນັ້ນເວົ້າກັບຜູ້ທີ່ໄດ້ “ກະທຳການອັດສະຈັນໃຈຫຼາຍປະການ” ໃນນາມຂອງພະອົງ? ຄລິດຕະຈັກຕ່າງໆຂອງຄລິດສາສະໜາຈັກໄດ້ອຸປະຖຳອົງການການກຸສົນຕ່າງໆ ຊ່ວຍເຫຼືອຄົນທຸກ ສ້າງໂຮງໝໍແລະໂຮງຮຽນ ແລະເຮັດອີກຫຼາຍສິ່ງ. ເພື່ອຈະເຂົ້າໃຈເຫດຜົນທີ່ເຂົາເຈົ້າສົມຄວນໄດ້ຮັບຄວາມຄຽດຮ້າຍຈາກພະເຍຊູ ຂໍໃຫ້ພິຈາລະນາການສົມທຽບເລື່ອງໜຶ່ງ.
12 ພໍ່ແມ່ຄູ່ໜຶ່ງຕ້ອງເດີນທາງໄກ. ເຂົາເຈົ້າບໍ່ສາມາດເອົາລູກໄປນຳ ດັ່ງນັ້ນຈຶ່ງຈ້າງຄົນລ້ຽງລູກ. ເຂົາເຈົ້າໃຫ້ຄຳສັ່ງງ່າຍໆແກ່ລາວວ່າ “ເບິ່ງແຍງລູກຂອງເຮົາໃຫ້ດີ. ຈັດຫາອາຫານໃຫ້ເຂົາກິນ ເບິ່ງແຍງເຂົາໃຫ້ສະອາດ ແລະລະວັງບໍ່ໃຫ້ອັນຕະລາຍເກີດຂຶ້ນກັບເຂົາເຈົ້າ.” ແຕ່ເມື່ອພໍ່ແມ່ກັບມາ ເຂົາເຈົ້າຕົກໃຈທີ່ເຫັນລູກຫິວໂຫຍ ເປື້ອນ ບໍ່ສະບາຍ ແລະເປັນຕາສັງເວດ. ພວກເດັກນ້ອຍຮ້ອງຫາຄົນລ້ຽງລູກ ແຕ່ລາວບໍ່ສົນໃຈ. ເປັນຫຍັງ? ລາວຢູ່ເທິງຂັ້ນໄດພວມເຊັດປ່ອງຢ້ຽມ. ດ້ວຍຄວາມໃຈຮ້າຍຜູ້ເປັນພໍ່ແມ່ຕ້ອງການຄຳອະທິບາຍໃນເລື່ອງນີ້. ຄົນລ້ຽງລູກຕອບວ່າ “ເບິ່ງໃນສິ່ງທີ່ຂ້ອຍໄດ້ເຮັດແມ! ປ່ອງຢ້ຽມສະອາດແມ່ນບໍ? ຂ້ອຍຍັງແປງເຮືອນໃຫ້ອີກ ທັງໝົດນີ້ກໍເພື່ອຄອບຄົວເຈົ້າໄດ໋!” ພໍ່ແມ່ຮູ້ສຶກໃຈດີຂຶ້ນບໍ? ເຂົາເຈົ້າບໍ່ເຄີຍຂໍໃຫ້ລາວເຮັດສິ່ງເຫຼົ່ານີ້ ເຂົາເຈົ້າ ພຽງແຕ່ຕ້ອງການໃຫ້ເອົາໃຈໃສ່ລູກ. ການທີ່ລາວປະຕິເສດບໍ່ເຮັດຕາມຄຳສັ່ງນັ້ນຍ່ອມເຮັດໃຫ້ເຂົາເຈົ້າໃຈຮ້າຍຫຼາຍ.
13 ຄລິດສາສະໜາຈັກປະພຶດຄືກັບຄົນລ້ຽງລູກຜູ້ນັ້ນ. ພະເຍຊູໄດ້ໃຫ້ຄຳສັ່ງແກ່ຕົວແທນຂອງພະອົງໃຫ້ລ້ຽງຜູ້ຄົນດ້ານຝ່າຍວິນຍານໂດຍການສອນຄວາມຈິງໃນພະຄຳຂອງພະເຈົ້າແລະຊ່ວຍເຂົາເຈົ້າໃຫ້ສະອາດດ້ານຝ່າຍວິນຍານ. (ໂຢຮັນ 21:15-17) ໜ້າເສົ້າໃຈທີ່ຄລິດສາສະໜາຈັກລົ້ມເຫຼວໃນການເຊື່ອຟັງຄຳສັ່ງຂອງພະອົງ. ເຂົາໄດ້ປ່ອຍໃຫ້ຜູ້ຄົນອຶດຢາກດ້ານຝ່າຍວິນຍານ ເຮັດໃຫ້ຜູ້ຄົນສັບສົນດ້ວຍຄຳສອນຕົວະແລະບໍ່ຮູ້ຄວາມຈິງພື້ນຖານຂອງຄຳພີໄບເບິນ. (ເອຊາອີ 65:13; ອາໂມດ 8:11) ແມ່ນແຕ່ການພະຍາຍາມຈະປັບປຸງໃຫ້ໂລກນີ້ດີຂຶ້ນກໍບໍ່ສາມາດເອົາມາເປັນຂໍ້ແກ້ໂຕໃນການທີ່ຄລິດສາສະໜາຈັກຈົງໃຈບໍ່ເຊື່ອຟັງ. ທີ່ຈິງລະບົບຂອງໂລກນີ້ກໍຄືກັບເຮືອນທີ່ຖືກກຳນົດໄວ້ສຳລັບການມ້າງທຳລາຍ! ພະຄຳຂອງພະເຈົ້າບົ່ງຊີ້ຈະແຈ້ງວ່າອີກບໍ່ດົນລະບົບຂອງຊາຕານຈະຖືກທຳລາຍ.—1 ໂຢຮັນ 2:15-17.
14. ວຽກອັນໃດທີ່ເຮັດໃຫ້ພະເຍຊູມີຄວາມຍິນດີໃນທຸກມື້ນີ້ ແລະຍ້ອນຫຍັງ?
14 ໃນທາງກົງກັນຂ້າມ ພະເຍຊູຕ້ອງຍິນດີເມື່ອແນມລົງມາຈາກສະຫວັນແລະເຫັນຫຼາຍລ້ານຄົນພວມເຮັດວຽກໃນການເຮັດໃຫ້ຄົນເປັນລູກສິດ ເຊິ່ງເປັນວຽກທີ່ພະອົງມອບໝາຍໃຫ້ເຫຼົ່າສາວົກເຮັດກ່ອນຈະຈາກໂລກນີ້ໄປ. (ມັດທາຍ 28:19, 20) ຖືວ່າເປັນສິດທິພິເສດແທ້ໆທີ່ໄດ້ເຮັດໃຫ້ກະສັດເມຊີມີຄວາມຍິນດີ! ຂໍໃຫ້ເຮົາຕັ້ງໃຈທີ່ຈະສືບຕໍ່ໃນການຊ່ວຍ “ຂ້າໃຊ້ຜູ້ສັດຊື່ແລະສະຫຼາດ.” (ມັດທາຍ 24:45) ບໍ່ຄືກັບພວກຄຸນພໍ່ຂອງຄລິດສາສະໜາຈັກ ຜູ້ຊາຍກຸ່ມນ້ອຍໆນີ້ທີ່ຖືກເຈີມໄດ້ຊີ້ນຳວຽກການປະກາດຢ່າງເຊື່ອຟັງແລະລ້ຽງຝູງແກະຂອງພະຄລິດຢ່າງສັດຊື່.
15, 16. (ກ) ພະເຍຊູຮູ້ສຶກແນວໃດຕໍ່ການຂາດຄວາມຮັກທີ່ມີແພ່ຫຼາຍໃນໂລກທຸກມື້ນີ້ ແລະເຮົາຮູ້ໄດ້ແນວໃດວ່າພະເຍຊູຮູ້ສຶກແນວນັ້ນ? (ຂ) ເພາະເຫດໃດພະເຍຊູຈຶ່ງຄຽດຮ້າຍໃຫ້ກັບຄລິດສາສະໜາຈັກ?
15 ເຮົາໝັ້ນໃຈໄດ້ວ່າ ກະສັດຄຽດຮ້າຍເມື່ອແນມເຫັນການຂາດຄວາມຮັກທີ່ແພ່ຫຼາຍຢູ່ໃນໂລກທຸກມື້ນີ້. ເຮົາອາດຈື່ໄດ້ທີ່ພວກຟາລິຊຽນຕິພະເຍຊູເລື່ອງການປິ່ນປົວຄົນໃນວັນຊະບາໂຕ. ເຂົາເຈົ້າມີໃຈແຂງກະດ້າງແລະດື້ດ້ານໂດຍອາໄສແຕ່ການຕີຄວາມໝາຍທີ່ຄັບແຄບຂອງຕົນເອງຕໍ່ພະບັນຍັດຂອງໂມເຊແລະກົດໝາຍສືບປາກ. ການອັດສະຈັນທີ່ພະເຍຊູເຮັດກໍ່ຜົນປະໂຫຍດມາກມາຍແທ້! ແຕ່ຄວາມຍິນດີ ການ ເຮັດໃຫ້ຄວາມທຸກໝົດສິ້ນໄປ ການເຮັດໃຫ້ຄວາມເຊື່ອເຂັ້ມແຂງເຊິ່ງເກີດຈາກການອັດສະຈັນດັ່ງກ່າວບໍ່ມີຄວາມໝາຍຫຍັງເລີຍຕໍ່ຄົນເຫຼົ່ານີ້. ພະເຍຊູຮູ້ສຶກແນວໃດຕໍ່ເຂົາເຈົ້າ? ຄັ້ງໜຶ່ງພະອົງ “ຫຼຽວເບິ່ງຮອບເຂົາດ້ວຍຄວາມຄຽດເປັນທຸກເພາະໃຈເຂົາແຂງກະດ້າງນັກແລ້ວ.”—ມາລະໂກ 3:5.
16 ທຸກມື້ນີ້ ພະເຍຊູເຫັນສິ່ງທີ່ເຮັດໃຫ້ພະອົງ “ເປັນທຸກ” ຫຼາຍກວ່າສະໄໝນັ້ນ. ພວກຜູ້ນຳໃນຄລິດສາສະໜາຈັກຖືກເຮັດໃຫ້ຕາບອດຍ້ອນຄວາມເຫຼື້ອມໃສທີ່ມີຕໍ່ປະເພນີແລະຫຼັກຄຳສອນທີ່ບໍ່ສອດຄ່ອງກັບພະຄຳພີ. ນອກຈາກນັ້ນ ເຂົາເຈົ້າຄຽດຮ້າຍຍ້ອນມີການປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ. ໃນຫຼາຍສ່ວນຂອງໂລກ ພວກຫົວໜ້າສາສະໜາໄດ້ປຸກລະດົມໃຫ້ເກີດການຂົ່ມເຫງທີ່ໂຫດຮ້າຍຕໍ່ບັນດາຄລິດສະຕຽນເຊິ່ງພະຍາຍາມຢ່າງຈິງໃຈທີ່ຈະປະກາດຂ່າວສານທີ່ພະເຍຊູໄດ້ປະກາດ. (ໂຢຮັນ 16:2; ຄຳປາກົດ 18:4, 24) ໃນເວລາດຽວກັນ ພວກຫົວໜ້າສາສະໜາເຫຼົ່ານັ້ນມັກກະຕຸ້ນໃຫ້ລູກສິດຂອງຕົນເຮັດສົງຄາມແລະຂ້າຄົນອື່ນ ຄືກັບວ່າການເຮັດແນວນັ້ນຈະເຮັດໃຫ້ພະເຍຊູຄລິດພໍໃຈ!
17. ໂດຍວິທີໃດທີ່ລູກສິດແທ້ຂອງພະເຍຊູເຮັດໃຫ້ພະອົງມີໃຈຍິນດີ?
17 ກົງກັນຂ້າມ ລູກສິດແທ້ຂອງພະເຍຊູພະຍາຍາມຈະສະແດງຄວາມຮັກຕໍ່ເພື່ອນມະນຸດ. ເຂົາເຈົ້າປະກາດຂ່າວດີແກ່ “ຄົນທຸກຊະນິດ” ຄືກັບພະເຍຊູໄດ້ເຮັດ ທັງໆທີ່ມີການຕໍ່ຕ້ານ. (1 ຕີໂມເຕ 2:4, ລ.ມ.) ຄວາມຮັກທີ່ເຂົາເຈົ້າສະແດງຕໍ່ກັນເປັນສິ່ງທີ່ໂດດເດັ່ນ; ນີ້ເປັນເຄື່ອງໝາຍສຳຄັນໃນການລະບຸໂຕເຂົາເຈົ້າ. (ໂຢຮັນ 13:34, 35) ຂະນະທີ່ເຂົາເຈົ້າປະຕິບັດຕໍ່ເພື່ອນຄລິດສະຕຽນດ້ວຍຄວາມຮັກ ຄວາມນັບຖື ແລະໃຫ້ກຽດ ເຂົາເຈົ້າກຳລັງຕິດຕາມພະເຍຊູຢ່າງແທ້ຈິງ ແລະເຮັດໃຫ້ກະສັດເມຊີມີໃຈຍິນດີ!
18. ສິ່ງໃດທີ່ເຮັດໃຫ້ນາຍຂອງເຮົາເສຍໃຈ ແຕ່ເຮົາອາດເຮັດໃຫ້ພະອົງພໍໃຈໂດຍວິທີໃດ?
18 ຂໍໃຫ້ເຮົາຈື່ໄວ້ສະເໝີວ່ານາຍຂອງເຮົາເສຍໃຈເມື່ອພວກລູກສິດຂອງພະອົງບໍ່ອົດທົນ ປ່ອຍໃຫ້ຄວາມຮັກທີ່ມີຕໍ່ພະເຢໂຫວາເຢັນລົງ ແລະບໍ່ຮັບໃຊ້ພະອົງຕໍ່ໄປ. (ຄຳປາກົດ 2:4, 5) ຢ່າງໃດກໍຕາມ ພະເຍຊູພໍໃຈກັບຜູ້ທີ່ອົດທົນຈົນເຖິງທີ່ສຸດ. (ມັດທາຍ 24:13) ດັ່ງນັ້ນໃນທຸກວິຖີທາງ ຂໍໃຫ້ເຮົາຈື່ຄຳສັ່ງຂອງພະຄລິດໄວ້ສະເໝີທີ່ວ່າ “ຈົ່ງຕິດຕາມເຮົາຕໍ່ໆໄປ.” (ໂຢຮັນ 21:19, ລ.ມ.) ຂໍໃຫ້ພິຈາລະນາພະພອນບາງຢ່າງທີ່ກະສັດເມຊີຈະມອບໃຫ້ແກ່ຜູ້ທີ່ອົດທົນຈົນເຖິງທີ່ສຸດ.
ພະພອນຫຼັ່ງໄຫຼມາສູ່ຜູ້ຮັບໃຊ້ທີ່ສັດຊື່ຂອງກະສັດ
19, 20. (ກ) ການຕິດຕາມພະເຍຊູນຳໄປສູ່ພະພອນອັນໃດໃນຕອນນີ້? (ຂ) ການດຳເນີນຕາມພະຄລິດຈະຊ່ວຍເຮົາແນວໃດໃນການສະໜອງຄວາມຈຳເປັນທີ່ເຮົາຕ້ອງມີພໍ່?
19 ການຕິດຕາມພະເຍຊູເປັນແນວທາງສູ່ຊີວິດທີ່ໃຫ້ຜົນຕອບແທນຢ່າງແທ້ຈິງໃນຕອນນີ້. ຖ້າເຮົາຍອມຮັບພະຄລິດໃນຖານະເປັນນາຍຂອງເຮົາ ຕິດຕາມການຊີ້ນຳຂອງພະອົງແລະໃຊ້ຕົວຢ່າງຂອງພະອົງເປັນເຄື່ອງນຳທາງຂອງເຮົາ ເຮົາຈະພົບຊັບອັນລ້ຳຄ່າທີ່ຜູ້ຄົນຕະຫຼອດທົ່ວໂລກສະແຫວງຫາແຕ່ກໍບໍ່ປະສົບຜົນສຳເລັດ. ເຮົາຈະມີວຽກທີ່ເຮັດໃຫ້ຊີວິດເຕັມໄປດ້ວຍຈຸດມຸ່ງໝາຍ ມີຄອບຄົວທີ່ປະກອບດ້ວຍເພື່ອນຮ່ວມຄວາມເຊື່ອທີ່ເປັນນ້ຳໜຶ່ງໃຈດຽວກັນໂດຍຄວາມຜູກພັນອັນແທ້ຈິງຂອງຄວາມຮັກ ມີໃຈຮູ້ຜິດແລະຊອບທີ່ສະອາດ ແລະມີຄວາມສະຫງົບໃຈ. ເວົ້າງ່າຍໆ ເຮົາຈະມີຊີວິດທີ່ອີ່ມໃຈແລະມີຄວາມສຸກ. ແລະເຮົາຈະໄດ້ຮັບປະໂຫຍດຫຼາຍກວ່ານັ້ນອີກ.
20 ພະເຢໂຫວາໄດ້ຈັດໃຫ້ພະເຍຊູເປັນ “ບິດາອົງຕະຫຼອດໄປເປັນນິດ” ສຳລັບຜູ້ທີ່ມີຄວາມຫວັງຈະຢູ່ຕະຫຼອດໄປທີ່ແຜ່ນດິນໂລກ. ພະເຍຊູເຂົ້າມາແທນທີ່ອາດາມ ພໍ່ຜູ້ທຳອິດຂອງມະນຸດຊາດທີ່ໄດ້ທໍລະຍົດຕໍ່ລູກຫຼານທັງໝົດຂອງລາວຢ່າງໜ້າເວທະນາແທ້ໆ. (ເອຊາອີ 9:6, 7) ໂດຍການຍອມຮັບພະເຍຊູໃນຖານະເປັນ “ບິດາອົງຕະຫຼອດໄປເປັນນິດ” ສະແດງຄວາມເຊື່ອໃນພະອົງ ເຮົາມີຄວາມຫວັງທີ່ແນ່ນອນສຳລັບຊີວິດຕະຫຼອດໄປ. ນອກຈາກນັ້ນ ດ້ວຍວິທີນີ້ເຮົາຈຶ່ງຫຍັບເຂົ້າໃກ້ພະເຢໂຫວາພະເຈົ້າຫຼາຍຂຶ້ນ. ດັ່ງທີ່ໄດ້ຮຽນ ການພະຍາຍາມຕິດຕາມຕົວຢ່າງຂອງພະເຍຊູວັນແລ້ວວັນເລົ່າເປັນວິທີທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ເພື່ອຕິດຕາມຄຳສັ່ງທີ່ມີຂຶ້ນໂດຍການດົນໃຈຈາກພະເຈົ້າທີ່ວ່າ “ຈົ່ງເປັນຜູ້ກະທຳຕາມແບບຢ່າງພະເຈົ້າເໝືອນເປັນລູກທີ່ຮັກ.”—ເອເຟດ 5:1.
21. ຜູ້ຕິດຕາມພະຄລິດສະທ້ອນແສງສະຫວ່າງໃນໂລກທີ່ມືດນີ້ແນວໃດ?
21 ໃນຂະນະທີ່ເຮົາຮຽນແບບພະເຍຊູແລະພະເຢໂຫວາພໍ່ຂອງພະອົງ ເຮົາມີສິດທິພິເສດອັນດີເລີດ. ເຮົາສະທ້ອນຄວາມສະຫວ່າງອັນເຈີດຈ້າ. ໃນໂລກທີ່ປົກຄຸມດ້ວຍຄວາມມືດ ຫຼາຍພັນລ້ານຄົນຖືກຊາຕານພາໄປຜິດທາງແລະຮຽນແບບນິດໄສຂອງມັນ ເຮົາເຊິ່ງເປັນຜູ້ດຳເນີນຕາມພະຄລິດໄດ້ເຮັດໃຫ້ພາບສະທ້ອນອັນເຈີດຈ້າທີ່ສຸດແພ່ອອກໄປ ນັ້ນຄືຄວາມສະຫວ່າງຂອງຄວາມຈິງໃນພະຄຳພີ ຄວາມສະຫວ່າງຂອງຄຸນ ລັກສະນະທີ່ດີຂອງຄລິດສະຕຽນ ຄວາມສະຫວ່າງຂອງຄວາມຍິນດີແທ້ ສັນຕິສຸກແທ້ ແລະຄວາມຮັກທີ່ແທ້ຈິງ. ໃນເວລາດຽວກັນ ເຮົາກໍຫຍັບເຂົ້າໃກ້ພະເຢໂຫວາຫຼາຍຂຶ້ນ ແລະນັ້ນເປັນເປົ້າໝາຍສູງສຸດເທົ່າທີ່ເປັນໄປໄດ້ສຳລັບບຸກຄົນທີ່ມີຄວາມຮູ້ສຶກນຶກຄິດຄົນໃດໆກໍຕາມ.
22, 23. (ກ) ພະພອນອັນໃດແດ່ໃນອະນາຄົດຈະມາສູ່ຜູ້ທີ່ຕິດຕາມພະເຍຊູຕໍ່ໆໄປຢ່າງພັກດີ? (ຂ) ອັນໃດຄວນເປັນຄວາມຕັ້ງໃຈຂອງເຮົາ?
22 ນອກຈາກນີ້ ຂໍໃຫ້ຄິດເຖິງສິ່ງທີ່ພະເຢໂຫວາຢາກເຮັດເພື່ອເຮົາໃນອະນາຄົດໂດຍທາງກະສັດເມຊີ. ອີກບໍ່ດົນກະສັດອົງນີ້ຈະເຮັດສົງຄາມອັນຊອບທຳກັບລະບົບຊົ່ວຂອງຊາຕານ. ໄຊຊະນະຂອງພະເຍຊູເປັນເລື່ອງທີ່ແນ່ນອນ! (ຄຳປາກົດ 19:11-15) ຫຼັງຈາກນັ້ນ ພະຄລິດຈະເລີ່ມການປົກຄອງພັນປີເໜືອແຜ່ນດິນໂລກ. ລັດຖະບານທາງພາກສະຫວັນຂອງພະອົງຈະກະຈາຍຜົນປະໂຫຍດຂອງຄ່າໄຖ່ໄປສູ່ມະນຸດຊາດທີ່ ສັດຊື່ທຸກຄົນ ແລະຈະຍົກລະດັບຄົນເຊັ່ນນັ້ນສູ່ຄວາມສົມບູນແບບ. ຂໍໃຫ້ນຶກພາບໂຕເຈົ້າເອງມີສຸຂະພາບແຂງແຮງ ໜຸ່ມແໜ້ນແລະແຂງແຮງຕະຫຼອດເວລາ ເຮັດວຽກຢ່າງມີຄວາມສຸກກັບຄອບຄົວມະນຸດທີ່ເປັນນ້ຳໜຶ່ງໃຈດຽວກັນເພື່ອປ່ຽນແຜ່ນດິນໂລກໃຫ້ເປັນອຸທິຍານ! ໃນຕອນສິ້ນສຸດພັນປີ ພະເຍຊູຈະມອບການປົກຄອງຄືນໃຫ້ພໍ່. (1 ໂກລິນໂທ 15:24) ຖ້າເຈົ້າຕິດຕາມພະຄລິດຢ່າງພັກດີຕໍ່ໆໄປ ເຈົ້າຈະໄດ້ຮັບພະພອນອັນດີເລີດເຊິ່ງຍາກທີ່ຈະນຶກພາບອອກໄດ້ ນັ້ນຄື “ອິດສະຫຼະພາບອັນຮຸ່ງເຮືອງແຫ່ງບັນດາລູກຂອງພະເຈົ້າ”! (ໂລມ 8:21, ທ.ປ.) ແມ່ນແລ້ວ ເຮົາຈະໄດ້ຮັບພະພອນຕ່າງໆທີ່ອາດາມແລະເອວາເຄີຍມີແລະໄດ້ເຮັດສູນເສຍໄປ. ໃນຖານະເປັນລູກຊາຍຍິງຂອງພະເຢໂຫວາເທິງແຜ່ນດິນໂລກ ເຮົາຈະປາສະຈາກຮອຍເປື້ອນບາບຂອງອາດາມຕະຫຼອດໄປ. ແມ່ນແລ້ວ “ຄວາມຕາຍຈະບໍ່ມີຕໍ່ໄປ.”—ຄຳປາກົດ 21:4.
23 ຂໍໃຫ້ຄິດເຖິງຜູ້ປົກຄອງໜຸ່ມທີ່ຮັ່ງມີເຊິ່ງເຮົາພິຈາລະນາໃນບົດທີ 1. ລາວປະຕິເສດຄຳເຊີນຂອງພະເຍຊູທີ່ວ່າ “ຕາມເຮົາໄປເຖີ້ນ.” (ມາລະໂກ 10:17-22) ຢ່າເຮັດຜິດພາດແບບດຽວກັບລາວ! ຂໍໃຫ້ເຈົ້າຍຶດໝັ້ນກັບຄຳເຊີນຂອງພະເຍຊູດ້ວຍຄວາມຍິນດີແລະຄວາມກະຕືລືລົ້ນ. ຂໍໃຫ້ເຈົ້າຕັ້ງໃຈທີ່ຈະອົດທົນ ຕິດຕາມຜູ້ລ້ຽງອັນດີຕໍ່ໆໄປວັນແລ້ວວັນເລົ່າ ປີແລ້ວປີເລົ່າ ແລະມີຊີວິດຢູ່ເພື່ອຈະເຫັນພະອົງເຮັດໃຫ້ຈຸດປະສົງຕ່າງໆຂອງພະເຢໂຫວາສຳເລັດເປັນຈິງຢ່າງຮຸ່ງເຮືອງໃນທີ່ສຸດ!