ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 17

“ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້”

“ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້”

1-4. (ກ) ມີ​ຫຍັງ​ເກີດຂຶ້ນ​ເມື່ອ​ທ່ານ​ປົນເຊພີລາດ​ແນະນຳ​ພະ​ເຍຊູ​ຕໍ່​ໜ້າ​ຝູງ​ຄົນ​ທີ່​ຄຽດ​ຮ້າຍ​ເຊິ່ງ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ບ້ານ​ພັກ​ຜູ້​ວ່າ​ການ​ລັດ? (ຂ) ພະ​ເຍຊູ​ຕອບ​ສະໜອງ​ແນວໃດ​ຕໍ່​ຄວາມ​ອັບອາຍ​ແລະ​ຄວາມທຸກ​ທໍລະມານ ແລະ​ເກີດ​ມີ​ຄຳຖາມ​ອັນ​ໃດ​ທີ່​ສຳຄັນ?

 “ເບິ່ງ​ຄົນ​ນີ້​ເຖີ້ນ.” ນີ້​ເປັນ​ຖ້ອຍຄຳ​ທີ່​ທ່ານ​ປົນເຊພີລາດ​ຜູ້​ວ່າ​ການ​ລັດ​ຄົນ​ໂລມ​ໄດ້​ແນະນຳ​ພະ​ເຍຊູ​ຄລິດ​ຕໍ່​ໜ້າ​ຝູງ​ຄົນ​ທີ່​ຄຽດ​ຮ້າຍ​ເຊິ່ງ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ບ້ານ​ພັກ​ຜູ້​ວ່າ​ການ​ລັດ​ໃນ​ຕອນ​ເຊົ້າ​ມືດ​ຂອງ​ມື້​ປັດສະຄາ​ປີ 33 ສ.ສ. (ໂຢຮັນ 19:5) ບໍ່​ເທົ່າ​ໃດ​ມື້​ກ່ອນ​ໜ້າ​ນີ້ ຝູງ​ຄົນ​ໄດ້​ໂຫ່​ຮ້ອງ​ຕ້ອນຮັບ​ພະ​ເຍຊູ ເມື່ອ​ພະອົງ​ເຂົ້າ​ເມືອງ​ເຢຣຶຊາເລມ​ແບບ​ຜູ້​ມີ​ໄຊ​ຊະນະ​ໃນ​ຖານະ​ເປັນ​ກະສັດ​ທີ່​ພະເຈົ້າ​ແຕ່ງຕັ້ງ. ແຕ່​ໃນ​ຄືນ​ນີ້​ຝູງ​ຄົນ​ທີ່​ມີ​ເຈຕະນາ​ຮ້າຍ​ເບິ່ງ​ພະ​ເຍຊູ​ໃນ​ແບບ​ທີ່​ຕ່າງ​ອອກ​ໄປ.

2 ພະ​ເຍຊູ​ນຸ່ງ​ຜ້າ​ສີ​ມ່ວງ​ຄື​ກັບ​ຜູ້​ທີ່​ມີ​ຕຳແໜ່ງ​ເປັນ​ກະສັດ​ນຸ່ງ ແລະ​ມີ​ມຸງກຸດ​ຢູ່​ເທິງ​ຫົວ. ມີ​ຜ້າ​ພາດ​ບ່າ​ເຊິ່ງ​ຍັງ​ເຫັນ​ສັດ​ສ່ວນ​ຂອງ​ຫຼັງ​ທີ່​ຖືກ​ຂ້ຽນ​ເຊິ່ງ​ມີ​ເລືອດ​ໄຫຼ​ອອກ ແລະ​ມຸງກຸດ​ທີ່​ສານ​ດ້ວຍ​ໜາມ​ຖືກ​ເນັ້ນ​ລົງ​ປັກ​ໜັງ​ຫົວ​ຈົນ​ເລືອດ​ອອກ ນັ້ນ​ເປັນ​ການ​ເຍາະເຍີ້ຍ​ຖານະ​ກະສັດ​ຂອງ​ພະອົງ. ຝູງ​ຄົນ​ທີ່​ຖືກ​ພວກ​ຫົວໜ້າ​ສາສະໜາ​ຍຸຍົງ​ໃຫ້​ປະຕິເສດ​ຊາຍ​ທີ່​ຖືກ​ທຸບ​ຕີ​ເຊິ່ງ​ຢືນ​ຢູ່​ຕໍ່​ໜ້າ​ເຂົາເຈົ້າ. ພວກ​ຫົວໜ້າ​ສາສະໜາ​ຮ້ອງ​ວ່າ “ຈົ່ງ​ຄຶງ​ທ່ານ . . . ຈົ່ງ​ຄຶງ​ທ່ານ.” ດ້ວຍ​ໃຈ​ທີ່​ມຸ່ງ​ໝາຍ​ຈະ​ຂ້າ ຝູງ​ຄົນ​ໄດ້​ຮ້ອງ​ວ່າ “ທ່ານ​ຕ້ອງ​ຕາຍ.”—ໂຢຮັນ 19:1-7.

3 ພະ​ເຍຊູ​ອົດ​ທົນ​ຕໍ່​ຄວາມ​ອັບອາຍ​ແລະ​ຄວາມທຸກ​ທໍລະມານ​ດ້ວຍ​ທ່າທີ​ທີ່​ສະຫງ່າ​ຜ່າ​ເຜີຍ​ແລະ​ກ້າຫານ​ໂດຍ​ບໍ່​ຈົ່ມ​ຈັກ​ໜ້ອຍ. * ພະອົງ​ກຽມ​ພ້ອມ​ທີ່​ຈະ​ຕາຍ. ໃນ​ຕອນ​ທ້າຍຂອງ​ມື້​ປັດສະຄາ ພະອົງ​ເຕັມ​ໃຈ​ຍອມ​ຕາຍ​ຢ່າງ​ເຈັບ​ປວດ​ແສນ​ສາຫັດ​ເທິງ​ຫຼັກ​ທໍລະມານ.—ໂຢຮັນ 19:17, 18, 30.

4 ໂດຍ​ການ​ສະລະ​ຊີວິດ​ຂອງ​ຕົນ​ເອງ ພະ​ເຍຊູ​ໄດ້​ພິສູດ​ວ່າ​ເປັນ​ມິດ​ສະຫາຍ​ແທ້​ຂອງ​ພວກ​ລູກສິດ. ພະອົງ​ກ່າວ​ວ່າ “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້ ຄື​ວ່າ​ໄດ້​ປົງ​ຊີວິດ​ແຫ່ງ​ຕົນ​ຕາງ​ສ່ຽວ​ທັງ​ຫຼາຍ​ແຫ່ງ​ຕົນ.” (ໂຢຮັນ 15:13) ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຄຳຖາມ​ບາງ​ຂໍ້​ທີ່​ສຳຄັນ​ຂຶ້ນ​ມາ. ຈຳເປັນ​ແທ້ໆບໍ​ທີ່​ພະ​ເຍຊູ​ຈະ​ປະສົບ​ກັບ​ຄວາມທຸກ​ທໍລະມານ​ທັງໝົດ​ນີ້​ແລະ​ແລ້ວ​ກໍ​ສິ້ນ​ຊີວິດ? ເປັນ​ຫຍັງ​ພະອົງ​ຈຶ່ງ​ເຕັມ​ໃຈ​ເຮັດ​ເຊັ່ນ​ນັ້ນ? ໃນ​ຖານະ​ເປັນ “ສ່ຽວ” ແລະ​ເປັນ​ລູກສິດ​ຂອງ​ພະອົງ ເຮົາ​ຈະ​ຮຽນແບບ​ພະອົງ​ໄດ້​ແນວໃດ?

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕ້ອງ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ?

5. ພະ​ເຍຊູ​ຮູ້​ໄດ້​ແນວໃດ​ວ່າ​ມີການ​ທົດລອງ​ບາງ​ຢ່າງ​ລໍ​ຖ້າ​ພະອົງ​ຢູ່?

5 ໃນ​ຖານະ​ເປັນ​ເມຊີ​ຕາມ​ຄຳ​ສັນຍາ ພະ​ເຍຊູ​ຮູ້​ເຫດການ​ທີ່​ຈະ​ເກີດຂຶ້ນ​ກັບ​ຕົວ​ເອງ. ພະອົງ​ຮູ້​ຄຳ​ພະຍາກອນ​ຫຼາຍ​ຂໍ້​ໃນ​ພະຄຳພີ​ພາກ​ພາສາ​ເຫບເລີ​ເຊິ່ງ​ບອກ​ຂໍ້​ມູນ​ລ່ວງ​ໜ້າ​ຢ່າງ​ລະອຽດ​ເລື່ອງ​ຄວາມທຸກ​ທໍລະມານ​ແລະ​ການ​ສິ້ນ​ຊີວິດ​ຂອງ​ຜູ້​ເປັນ​ເມຊີ. (ເອຊາອີ 53:3-7, 12; ດານຽນ 9:26) ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ທີ່​ພະອົງ​ກຽມ​ພວກ​ລູກສິດ​ໄວ້​ສຳລັບ​ການ​ທົດລອງ​ຕ່າງໆເຊິ່ງ​ລໍ​ຖ້າ​ພະອົງ​ຢູ່. (ມາລະໂກ 8:31; 9:31) ລະຫວ່າງ​ທີ່​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ​ເພື່ອ​ເຂົ້າຮ່ວມ​ປັດສະຄາ​ຄັ້ງ​ສຸດທ້າຍ ພະອົງ​ບອກ​ພວກ​ອັກຄະສາວົກ​ຢ່າງ​ຈະ​ແຈ້ງ​ວ່າ “ບຸດ​ມະນຸດ​ຈະ​ເປັນ​ທີ່​ມອບ​ໄວ້​ແກ່​ພວກ​ປະໂລຫິດ​ຜູ້​ໃຫຍ່​ແລະ​ພວກ​ສະໝຽນ ແລະ​ເຂົາ​ຈະ​ລົງໂທດ​ພະອົງ​ເຖິງ​ຕາຍ ແລະ​ຈະ​ມອບ​ພະອົງ​ໄວ້​ແກ່​ຄົນ​ຕ່າງ​ປະເທດ ແລະ​ເຂົາ​ຈະ​ຫົວຂວັນ​ໃສ່​ພະອົງ ແລະ​ຈະ​ຂ້ຽນ​ແລະ​ຖົ່ມ​ນ້ຳ​ລາຍ​ໃສ່​ພະອົງ ແລະ​ຈະ​ໃຫ້​ພະອົງ​ຕາຍ.” (ມາລະໂກ 10:33, 34) ຖ້ອຍຄຳ​ນີ້​ບໍ່​ແມ່ນ​ເວົ້າ​ຂຶ້ນ​ມາ​ຊື່ໆ. ດັ່ງ​ທີ່​ໄດ້​ເຫັນ​ແລ້ວ ພະ​ເຍຊູ​ຖືກ​ເຍາະເຍີ້ຍ ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່ ຖືກ​ຂ້ຽນ ແລະ​ຖືກ​ຂ້າ​ແທ້ໆ.

6. ເປັນ​ຫຍັງ​ພະ​ເຍຊູ​ຈຳເປັນ​ຕ້ອງ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ?

6 ເປັນ​ຫຍັງ​ພະ​ເຍຊູ​ຕ້ອງ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ? ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ສຳຄັນ. ເຫດຜົນ​ທຳອິດ ໂດຍ​ການ​ຮັກສາ​ຄວາມ​ພັກດີ ພະ​ເຍຊູ​ຈະ​ພິສູດ​ເຖິງ​ຄວາມ​ສັດຊື່​ແລະ​ການ​ສະໜັບສະໜູນ​ສິດທິ​ໃນ​ການ​ປົກຄອງ​ຂອງ​ພະເຢໂຫວາ. ຢ່າ​ລືມ​ວ່າ​ຊາຕານ​ອ້າງ​ຢ່າງ​ຜິດໆວ່າ​ມະນຸດ​ຮັບໃຊ້​ພະເຈົ້າ​ຍ້ອນ​ຜົນ​ປະໂຫຍດ​ທີ່​ເຫັນ​ແກ່​ຕົວ. (ໂຢບ 2:1-5) ໂດຍ​ຮັກສາ​ຄວາມ​ສັດຊື່ “ຈົນ​ສິ້ນ​ຊີວິດ . . . ເທິງ​ຫຼັກ​ທໍລະມານ” ພະ​ເຍຊູ​ໃຫ້​ຄຳຕອບ​ທີ່​ຈະ​ແຈ້ງ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ຕໍ່​ການ​ກ່າວ​ຫາ​ຂອງ​ຊາຕານ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ. (ຟີລິບ 2:8, ລ.ມ.; ສຸພາສິດ 27:11) ເຫດຜົນ​ທີ​ສອງ ການ​ທີ່​ເມຊີ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ​ຈະ​ເປັນ​ການ​ໄຖ່​ບາບ​ຂອງ​ຄົນ​ອື່ນ. (ເອຊາອີ 53:5, 10; ດານຽນ 9:24) ພະ​ເຍຊູ​ປະທານ “ຊີວິດ​ຂອງ​ພະອົງ​ໃຫ້​ເປັນ​ລາຄາ​ໄຖ່​ໂທດ​ຄົນ​ຫຼາຍ​ຄົນ” ເພື່ອ​ເປີດ​ທາງ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ. (ມັດທາຍ 20:28) ເຫດຜົນ​ທີ​ສາມ ໂດຍ​ການ​ອົດ​ທົນ​ຕໍ່​ຄວາມ​ຍາກ​ລຳບາກ​ແລະ​ຄວາມທຸກ​ທໍລະມານ​ທຸກ​ຮູບ​ແບບ ພະ​ເຍຊູ​ຖືກ “ທົດລອງ​ແລ້ວ​ເໝືອນ​ຢ່າງ​ເຮົາ​ທັງ​ຫຼາຍ​ໃນ​ທຸກ​ສິ່ງ.” ດັ່ງນັ້ນ ພະອົງ​ຈຶ່ງ​ເປັນ​ປະໂລຫິດ​ໃຫຍ່​ຜູ້​ທີ່​ເມດຕາ​ສົງສານ​ຜູ້​ເຊິ່ງ​ສາມາດ “ເຫັນ​ອົກ​ເຫັນ​ໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ເຮົາ.”—ເຫບເລີ 2:17, 18; 4:15, ລ.ມ.

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຕັມ​ໃຈ​ຍອມ​ສະລະ​ຊີວິດ​ຕົນ​ເອງ?

7. ພະ​ເຍຊູ​ຕ້ອງ​ເສຍ​ສະລະ​ຫຼາຍ​ຂະໜາດ​ໃດ​ເມື່ອ​ມາ​ແຜ່ນດິນ​ໂລກ?

7 ເພື່ອ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກຕ້ອງ​ໃນ​ສິ່ງ​ທີ່​ພະ​ເຍຊູ​ເຕັມ​ໃຈ​ເຮັດ ຂໍ​ໃຫ້​ຄຶດ​ແບບ​ນີ້ ມີ​ຜູ້ຊາຍ​ຄົນ​ໃດ​ບໍ​ຈະ​ປະຖິ້ມ​ຄອບຄົວ​ແລະ​ເຮືອນ​ຂອງ​ຕົນ​ແລ້ວ​ຍ້າຍ​ໄປ​ຕ່າງ​ປະເທດ​ຖ້າ​ລາວ​ຮູ້​ວ່າ​ຄົນ​ສ່ວນ​ຫຼາຍ​ທີ່​ຢູ່​ໃນ​ປະເທດ​ນັ້ນ​ຈະ​ປະຕິເສດ​ລາວ ແລະ​ຮູ້​ວ່າ​ຈະ​ຖືກ​ຄວາມ​ອັບອາຍ​ລວມ​ທັງ​ທຸກ​ທໍລະມານ ແລະ​ໃນ​ທີ່​ສຸດ​ກໍ​ຖືກ​ຂ້າ? ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ພະ​ເຍຊູ​ໄດ້​ເຮັດ. ກ່ອນ​ຈະ​ມາ​ແຜ່ນດິນ​ໂລກ ພະອົງ​ມີ​ຕຳແໜ່ງ​ທີ່​ບໍ່​ມີ​ໃຜ​ທຽບ​ເທົ່າ​ໄດ້​ຢູ່​ໃນ​ສະຫວັນ​ຄຽງ​ຂ້າງ​ຜູ້​ເປັນ​ພໍ່. ແຕ່​ພະ​ເຍຊູ​ເຕັມ​ໃຈ​ຈາກ​ບ້ານ​ທີ່​ຢູ່​ໃນ​ສະຫວັນ​ແລະ​ມາ​ແຜ່ນດິນ​ໂລກ​ໃນ​ຖານະ​ເປັນ​ມະນຸດ. ພະອົງ​ເຮັດ​ສິ່ງ​ນີ້​ທັງໆທີ່​ຮູ້​ວ່າ​ຄົນ​ສ່ວນ​ຫຼາຍ​ຈະ​ປະຕິເສດ​ພະອົງ ແລະ​ພະອົງ​ຈະ​ປະສົບ​ກັບ​ຄວາມ​ອັບອາຍ​ຢ່າງ​ໜັກ​ໜ່ວງ ຄວາມທຸກ​ທໍລະມານ​ຢ່າງ​ແສນ​ສາຫັດ ແລະ​ຕາຍ​ຢ່າງ​ເຈັບ​ປວດ. (ຟີລິບ 2:5-7) ສິ່ງ​ໃດ​ທີ່​ກະຕຸ້ນ​ພະ​ເຍຊູ​ໃຫ້​ເຮັດ​ການ​ເສຍ​ສະລະ​ເຊັ່ນ​ນັ້ນ?

8, 9. ສິ່ງ​ໃດ​ທີ່​ກະຕຸ້ນ​ພະ​ເຍຊູ​ໃຫ້​ສະລະ​ຊີວິດ​ຂອງ​ຕົນ​ເອງ?

8 ເໜືອ​ສິ່ງ​ອື່ນ​ໃດ ພະ​ເຍຊູ​ຖືກ​ກະຕຸ້ນ​ຈາກ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ທີ່​ມີ​ຕໍ່​ພໍ່. ຄວາມອົດ​ທົນ​ຂອງ​ພະ​ເຍຊູ​ເປັນ​ຫຼັກ​ຖານ​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຢໂຫວາ. ຄວາມ​ຮັກ​ແບບ​ນັ້ນ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ຫ່ວງ​ຕໍ່​ຊື່​ແລະ​ຊື່ສຽງ​ຂອງ​ພໍ່. (ມັດທາຍ 6:9; ໂຢຮັນ 17:1-6, 26) ສຳຄັນ​ທີ່​ສຸດ ພະ​ເຍຊູ​ຢາກ​ເຫັນ​ຊື່​ຂອງ​ພໍ່​ພົ້ນ​ຈາກ​ຄຳ​ຕຳໜິ​ທີ່​ທັບ​ຖົມ​ຊື່​ນັ້ນ. ດັ່ງນັ້ນ​ພະ​ເຍຊູ​ຈຶ່ງ​ຖື​ວ່າ​ເປັນ​ສິດທິ​ພິເສດ​ອັນ​ສູງ​ສົ່ງ​ທີ່​ສຸດ​ທີ່​ຈະ​ທົນ​ທຸກ​ເພື່ອ​ເຫັນ​ແກ່​ຄວາມ​ຊອບທຳ ເພາະ​ຮູ້​ວ່າ​ຄວາມ​ສັດຊື່​ຂອງ​ຕົນ​ຈະ​ມີ​ບົດບາດ​ໃນ​ການ​ເຮັດ​ໃຫ້​ຊື່​ອັນ​ມີ​ກຽດ​ຂອງ​ພໍ່​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.—1 ຂ່າວຄາວ 29:13.

9 ໃນ​ການ​ສະລະ​ຊີວິດ ພະ​ເຍຊູ​ມີ​ແຮງ​ກະຕຸ້ນ​ອີກ​ຢ່າງ​ໜຶ່ງ ນັ້ນ​ຄື​ຄວາມ​ຮັກ​ຕໍ່​ມະນຸດ​ຊາດ. ນີ້​ເປັນ​ຄວາມ​ຮັກ​ທີ່​ເກີດຂຶ້ນ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ປະຫວັດສາດ​ມະນຸດ. ເປັນ​ເວລາ​ດົນ​ນານ​ກ່ອນ​ຈະ​ມາ​ແຜ່ນດິນ​ໂລກ ຄຳພີໄບເບິນ​ເປີດ​ເຜີຍ​ວ່າ​ພະ​ເຍຊູ​ຮູ້ສຶກ​ດັ່ງ​ນີ້ “ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຍິນດີ​ນັ້ນ​ກ່ຽວຂ້ອງ​ກັບ​ລູກ​ມະນຸດ​ທັງ​ຫຼາຍ.” (ສຸພາສິດ 8:30, 31, ລ.ມ.) ຄວາມ​ຮັກ​ຂອງ​ພະອົງ​ປາກົດ​ແຈ້ງ​ຕອນ​ຢູ່​ແຜ່ນດິນ​ໂລກ. ດັ່ງ​ທີ່​ໄດ້​ເຫັນ​ໃນ​ສາມ​ບົດ​ກ່ອນ​ຂອງ​ປຶ້ມ​ນີ້ ພະ​ເຍຊູ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ມະນຸດ​ໂດຍ​ທົ່ວໄປ​ໃນ​ຫຼາຍ​ທາງ ແລະ​ໂດຍ​ສະເພາະ​ແມ່ນ​ຕໍ່​ພວກ​ລູກສິດ​ຂອງ​ພະອົງ. ແຕ່​ໃນ​ວັນ​ທີ 14 ເດືອນ​ນີຊານ ປີ 33 ສ.ສ. ພະອົງ​ເຕັມ​ໃຈ​ສະລະ​ຊີວິດ​ເພື່ອ​ປະໂຫຍດ​ຂອງ​ພວກເຮົາ. (ໂຢຮັນ 10:11) ຄວາມ​ຈິງ​ແລ້ວ ບໍ່​ມີ​ວິທີ​ໃດ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ທີ່​ພະອົງ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ. ເຮົາ​ຄວນ​ຮຽນແບບ​ພະອົງ​ໃນ​ເລື່ອງ​ນີ້​ບໍ? ຄວນ. ທີ່​ຈິງ ເຮົາ​ໄດ້​ຮັບ​ຄຳສັ່ງ​ໃຫ້​ເຮັດ​ເຊັ່ນ​ນັ້ນ.

“ຮັກ​ກັນ​ແລະ​ກັນ​ເໝືອນ​ດັ່ງ​ເຮົາ​ໄດ້​ຮັກ​ທ່ານ​ທັງ​ຫຼາຍ”

10, 11. ອັນ​ໃດ​ຄື​ຄຳສັ່ງ​ໃໝ່​ທີ່​ພະ​ເຍຊູ​ໃຫ້​ແກ່​ພວກ​ລູກສິດ ຄຳສັ່ງ​ນີ້​ກ່ຽວຂ້ອງ​ກັບ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ເຊື່ອຟັງ​ຄຳສັ່ງ​ນີ້?

10 ໃນ​ຄືນ​ກ່ອນ​ຈະ​ເສຍ​ຊີວິດ ພະ​ເຍຊູ​ບອກ​ສາວົກ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ພະອົງ​ວ່າ “ເຮົາ​ປະທານ​ຄຳສັ່ງ​ໃໝ່​ຂໍ້​ໜຶ່ງ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຈົ່ງ​ຮັກ​ກັນ​ແລະ​ກັນ ເຮົາ​ໄດ້​ຮັກ​ທ່ານ​ທັງ​ຫຼາຍ​ສັນ​ໃດ ທ່ານ​ຈົ່ງ​ຮັກ​ກັນ​ແລະ​ກັນ​ສັນ​ນັ້ນ. ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.” (ໂຢຮັນ 13:34, 35) “ຈົ່ງ​ຮັກ​ກັນ​ແລະ​ກັນ” ເປັນ​ຫຍັງ​ນີ້​ຈຶ່ງ​ເປັນ “ຄຳສັ່ງ​ໃໝ່”? ພະບັນຍັດ​ຂອງ​ໂມເຊ​ສັ່ງ​ແລ້ວ​ວ່າ “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົວ​ເອງ.” (ພວກເລວີ 19:18) ແຕ່​ຄຳສັ່ງ​ໃໝ່​ຮຽກ​ຮ້ອງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ ເປັນ​ຄວາມ​ຮັກ​ທີ່​ຈະ​ກະຕຸ້ນ​ເຮົາ​ໃຫ້​ມອບ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ຄົນ​ອື່ນ. ພະ​ເຍຊູ​ເຮັດ​ໃຫ້​ຄຳສັ່ງ​ນີ້​ຈະ​ແຈ້ງ​ເມື່ອ​ພະອົງ​ກ່າວ​ວ່າ “ອັນ​ນີ້​ເປັນ​ຄຳສັ່ງ​ຂອງ​ເຮົາ ໃຫ້​ພວກ​ທ່ານ​ຮັກ​ກັນ​ແລະ​ກັນ​ເໝືອນ​ດັ່ງ​ເຮົາ​ໄດ້​ຮັກ​ທ່ານ​ທັງ​ຫຼາຍ. ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້ ຄື​ວ່າ​ໄດ້​ປົງ​ຊີວິດ​ແຫ່ງ​ຕົນ​ຕາງ​ສ່ຽວ​ທັງ​ຫຼາຍ​ແຫ່ງ​ຕົນ.” (ໂຢຮັນ 15:12, 13) ທີ່​ແທ້​ແລ້ວ​ພະບັນຍັດ​ໃໝ່​ບອກ​ວ່າ “ຮັກ​ຄົນ​ອື່ນ ບໍ່​ແມ່ນ​ຄື ຮັກ​ຕົວເອງ ແຕ່​ຫຼາຍ​ກວ່າ ຕົວ​ເອງ.” ໂດຍ​ວິທີ​ດຳເນີນ​ຊີວິດ​ແລະ​ສິ້ນ​ຊິ​ວິດ ພະອົງ​ເປັນ​ຕົວຢ່າງ​ຂອງ​ຄວາມ​ຮັກ​ແບບ​ນັ້ນ.

11 ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳສັ່ງ​ໃໝ່? ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະ​ເຍຊູ​ບອກ​ທີ່​ວ່າ “ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ [ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ].” ແມ່ນ​ແລ້ວ ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ​ເປັນ​ສິ່ງ​ລະບຸ​ຕົວ​ເຮົາ​ວ່າ​ເປັນ​ຄລິດສະຕຽນ​ແທ້. ເຮົາ​ອາດ​ສົມ​ທຽບ​ຄວາມ​ຮັກ​ນີ້​ຄື​ກັບ​ບັດ​ປະຈຳ​ຕົວ. ຜູ້​ທີ່​ເຂົ້າຮ່ວມ​ການ​ປະຊຸມ​ໃຫຍ່​ປະຈຳ​ປີ​ຂອງ​ພະຍານ​ພະເຢໂຫວາ​ມີ​ບັດ​ຕິດ. ບັດ​ນີ້​ລະບຸ​ໂຕ​ຜູ້​ຕິດ​ບັດ ໂດຍ​ບອກ​ຊື່​ແລະ​ປະຊາຄົມ​ຂອງ​ຜູ້​ນັ້ນ. ຄວາມ​ຮັກ​ແບບ​ເສຍ​ສະລະ​ທີ່​ມີ​ຕໍ່​ກັນ​ແລະ​ກັນ​ເປັນ​ຄື “ບັດ” ທີ່​ລະບຸ​ໂຕ​ຄລິດສະຕຽນ​ແທ້. ກ່າວ​ອີກ​ຢ່າງ​ໜຶ່ງ ຄວາມ​ຮັກ​ທີ່​ເຮົາ​ສະແດງ​ຕໍ່​ກັນ​ຄວນ​ເປັນ​ທີ່​ສັງເກດ​ເຫັນ​ໄດ້​ແຈ້ງ​ຄື​ກັບ​ປ້າຍ​ຫຼື​ບັດ​ຕິດ​ທີ່​ບອກ​ຜູ້​ເຝົ້າ​ສັງເກດ​ການ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ລູກສິດ​ແທ້​ຂອງ​ພະຄລິດ. ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ ‘“ບັດ” ຂອງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົວ​ເອງ​ປາກົດ​ແຈ້ງ​ໃນ​ຊີວິດ​ຂອງ​ຂ້ອຍ​ບໍ?’

ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ—ກ່ຽວຂ້ອງ​ກັບ​ຫຍັງ?

12, 13. (ກ) ເຮົາ​ຕ້ອງ​ເຕັມ​ໃຈ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ​ເຖິງ​ຂັ້ນ​ໃດ? (ຂ) ການ​ເສຍ​ສະລະ​ຕົນ​ເອງ​ໝາຍ​ຄວາມ​ວ່າ​ແນວໃດ?

12 ໃນ​ຖານະ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ເຮົາ​ຕ້ອງ​ຮັກ​ຄົນ​ອື່ນ​ຄື​ກັບ​ທີ່​ພະອົງ​ຮັກ​ເຮົາ. ນີ້​ໝາຍ​ເຖິງ​ການ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ​ເພື່ອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ເຮົາ​ຕ້ອງ​ເຕັມ​ໃຈ​ເສຍ​ສະລະ​ເຖິງ​ຂັ້ນ​ໃດ? ຄຳພີໄບເບິນ​ບອກ​ວ່າ “ດ້ວຍ​ຂໍ້​ນີ້​ພວກເຮົາ​ຮູ້ຈັກ​ຄວາມ​ຮັກ ຄື​ວ່າ​ເພາະ​ພະອົງ​ໄດ້​ຍອມ​ປົງ​ຊີວິດ​ແຫ່ງ​ພະອົງ​ລົງ​ແທນ​ເຮົາ​ທັງ​ຫຼາຍ ແລະ​ເຮົາ​ທັງຫຼາຍ​ຕ້ອງ​ປົງ​ຊີວິດ​ຂອງ​ເຮົາ​ລົງ​ແທນ​ພວກ​ພີ່ນ້ອງ.” (1 ໂຢຮັນ 3:16) ຄື​ກັບ​ພະ​ເຍຊູ ເຮົາ​ຕ້ອງ​ເຕັມ​ໃຈ​ຕາຍ​ແທນ​ພີ່ນ້ອງ​ຖ້າ​ຈຳເປັນ. ໃນ​ຍາມ​ທີ່​ມີການ​ຂົ່ມເຫງ ເຮົາ​ຈະ​ສະລະ​ຊີວິດ​ຂອງ​ເຮົາ​ເອງ​ແທນ​ທີ່​ຈະ​ທໍລະຍົດ​ພີ່ນ້ອງ​ຄລິດສະຕຽນ​ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາເຈົ້າ​ຕົກ​ຢູ່​ໃນ​ອັນຕະລາຍ. ໃນ​ດິນແດນ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ເນື່ອງ​ຈາກ​ເຊື້ອ​ຊາດ​ຫຼື​ເຜົ່າ​ພັນ ເຮົາ​ຈະ​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ປົກປ້ອງ​ພີ່ນ້ອງ​ຂອງ​ເຮົາ​ໂດຍ​ບໍ່​ຄຳນຶງ​ເຖິງ​ພູມ​ຫຼັງ​ທາງ​ເຊື້ອ​ຊາດ​ຫຼື​ເຜົ່າ​ພັນ. ເມື່ອ​ຊາດ​ຕ່າງໆເຮັດ​ສົງຄາມ​ກັນ ເຮົາ​ສະໝັກ​ໃຈ​ຍອມ​ຕິດ​ຄຸກ​ຫຼື​ແມ່ນ​ກະທັ່ງ​ຍອມ​ຕາຍ ແທນ​ທີ່​ຈະ​ຈັບ​ອາວຸດ​ຕໍ່ສູ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຫຼື​ຜູ້​ໃດ​ກໍ​ຕາມ.—ໂຢຮັນ 17:14, 16; 1 ໂຢຮັນ 3:10-12.

13 ການ​ເຕັມ​ໃຈ​ສະລະ​ຊີວິດ​ເພື່ອ​ພີ່ນ້ອງ​ບໍ່​ແມ່ນ​ວິທີ​ດຽວ​ທີ່​ຈະ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ. ທີ່​ຈິງ ມີ​ບໍ່​ເທົ່າ​ໃດ​ຄົນ​ໃນ​ພວກເຮົາ​ທີ່​ຕ້ອງ​ເສຍ​ສະລະ​ຫຼາຍ​ຂະໜາດ​ນັ້ນ. ຢ່າງ​ໃດ​ກໍ​ດີ ຖ້າ​ເຮົາ​ຮັກ​ພີ່ນ້ອງ​ຂອງ​ເຮົາ​ຫຼາຍ​ຈົນ​ເຖິງ​ຂັ້ນ​ຕາຍ​ແທນ​ໄດ້ ເຮົາ​ກໍ​ຄວນ​ເຕັມ​ໃຈ​ຈະ​ເຮັດ​ການ​ເສຍ​ສະລະ​ທີ່​ໜ້ອຍ​ກວ່າ​ນັ້ນ ໂດຍ​ທຸ່ມເທ​ຕົວ​ເອງ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃນ​ຕອນ​ນີ້​ບໍ່​ແມ່ນ​ບໍ? ການ​ເສຍ​ສະລະ​ຕົນ​ເອງ​ໝາຍ​ເຖິງ​ການ​ສະລະ​ຜົນ​ປະໂຫຍດ​ຫຼື​ຄວາມ​ສະບາຍ​ສ່ວນ​ຕົວ​ເພື່ອ​ປະໂຫຍດ​ຂອງ​ຄົນ​ອື່ນ. ເຮົາ​ໃຫ້​ຄວາມ​ຈຳເປັນ​ແລະ​ສະຫວັດດີພາບ​ຂອງ​ເຂົາເຈົ້າ​ມາ​ກ່ອນ​ຂອງ​ເຮົາ​ເຖິງ​ວ່າ​ການ​ເຮັດ​ແນວ​ນັ້ນ​ຈະ​ບໍ່​ສະດວກ​ກໍ​ຕາມ. (1 ໂກລິນໂທ 10:24) ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ​ໃນ​ທາງ​ໃດ​ແດ່​ທີ່​ໃຊ້​ໄດ້​ຈິງ?

ໃນ​ປະຊາຄົມ​ແລະ​ໃນ​ຄອບຄົວ

14. (ກ) ຜູ້​ເຖົ້າ​ແກ່​ຕ້ອງ​ເສຍ​ສະລະ​ຫຍັງ​ແດ່? (ຂ) ເຈົ້າ​ຮູ້ສຶກ​ແນວໃດ​ຕໍ່​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ວຽກ​ໜັກ​ໃນ​ປະຊາຄົມ​ຂອງ​ເຈົ້າ?

14 ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ “ລ້ຽງ​ຝູງ​ແກະ.” (1 ເປໂຕ 5:2, 3, ລ.ມ.) ນອກ​ຈາກ​ເອົາໃຈໃສ່​ເບິ່ງແຍງ​ຄອບຄົວ​ຂອງ​ຕົນ​ເອງ​ແລ້ວ ເຂົາເຈົ້າ​ອາດ​ຕ້ອງ​ໃຊ້​ເວລາ​ຕອນ​ແລງ​ຫຼື​ຕອນ​ທ້າຍ​ອາທິດ​ເພື່ອ​ເອົາໃຈໃສ່​ເລື່ອງ​ຕ່າງໆຂອງ​ປະຊາຄົມ ລວມ​ທັງ​ກຽມ​ສ່ວນ​ຕ່າງໆສຳລັບ​ການ​ປະຊຸມ ຢາມ​ເພື່ອ​ບຳລຸງ​ລ້ຽງ ແລະ​ຕັດສິນ​ຄວາມ. ຜູ້​ເຖົ້າ​ແກ່​ຫຼາຍ​ຄົນ​ເສຍ​ສະລະ​ເພີ່ມ​ຂຶ້ນ ໂດຍ​ເຮັດ​ວຽກ​ໜັກ​ຢູ່​ການ​ປະຊຸມ​ໝວດ​ແລະ​ປະຊຸມ​ພາກ​ແລະ​ຮັບໃຊ້​ໃນ​ຖານະ​ສະມາຊິກ​ຂອງ​ຄະນະ​ກຳມະການປະສານ​ງານ​ກັບ​ໂຮງໝໍ ກຸ່ມ​ທີ່​ຈັດ​ຂຶ້ນ​ເພື່ອ​ຢາມ​ຄົນ​ເຈັບ​ທີ່​ຮັບ​ການ​ປິ່ນປົວ​ໃນ​ໂຮງໝໍ ແລະ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ. ຜູ້​ເຖົ້າ​ແກ່​ທັງ​ຫຼາຍ ຂໍ​ໃຫ້​ຈື່​ໄວ້​ວ່າ​ໂດຍ​ການ​ຮັບໃຊ້​ດ້ວຍ​ຄວາມ​ເຕັມ​ໃຈ ນັ້ນ​ຄື​ການ​ໃຊ້​ເວລາ ເຫື່ອ​ແຮງ ແລະ​ຊັບພະຍາກອນ​ຂອງ​ເຈົ້າ​ເພື່ອ​ບຳລຸງ​ລ້ຽງ​ຝູງ​ແກະ ເຈົ້າ​ກຳລັງ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ. (2 ໂກລິນໂທ 12:15) ຄວາມ​ພະຍາຍາມ​ຂອງ​ເຈົ້າ​ແບບ​ທີ່​ບໍ່​ເຫັນ​ແກ່​ຕົວ​ເປັນ​ທີ່​ຮູ້​ຄຸນຄ່າ​ບໍ່​ແມ່ນ​ພຽງ​ແຕ່​ຈາກ​ພະເຢໂຫວາ​ເທົ່ານັ້ນ ແຕ່​ຈາກ​ປະຊາຄົມ​ທີ່​ເຈົ້າ​ບຳລຸງ​ລ້ຽງ​ດ້ວຍ.—ຟີລິບ 2:29; ເຫບເລີ 6:10.

15. (ກ) ເມຍ​ຂອງ​ຜູ້​ເຖົ້າ​ແກ່​ເຮັດ​ການ​ເສຍ​ສະລະ​ຫຍັງ​ແດ່? (ຂ) ເຈົ້າ​ຮູ້ສຶກ​ແນວໃດ​ຕໍ່​ເມຍ​ທີ່​ໃຫ້​ການ​ສະໜັບສະໜູນ​ເຊິ່ງ​ສະລະ​ເວລາ​ທີ່​ຄວນ​ໃຊ້​ກັບ​ຜົວ​ເພື່ອ​ທີ່​ເຂົາເຈົ້າ​ສາມາດ​ເຮັດ​ວຽກ​ກັບ​ປະຊາຄົມ​ຂອງ​ເຈົ້າ?

15 ຈະ​ວ່າ​ແນວໃດ​ສຳລັບ​ເມຍ​ຜູ້​ເຖົ້າ​ແກ່ ຜູ້​ຍິງ​ເຫຼົ່ານີ້​ທີ່​ໃຫ້​ການ​ສະໜັບສະໜູນ​ກໍ​ເສຍ​ສະລະ​ນຳ​ບໍ່​ແມ່ນ​ບໍ​ເພື່ອ​ຜູ້​ເປັນ​ຜົວ​ສາມາດ​ເອົາໃຈໃສ່​ເບິ່ງແຍງ​ຝູງ​ແກະ? ຜູ້​ເປັນ​ເມຍ​ເສຍ​ສະລະ​ແທ້ໆເມື່ອ​ຜົວ​ຕ້ອງ​ໃຊ້​ເວລາ​ກັບ​ເລື່ອງ​ຕ່າງໆຂອງ​ປະຊາຄົມ ຖ້າ​ບໍ່​ດັ່ງນັ້ນ​ລາວ​ອາດ​ໃຊ້​ເວລາ​ນັ້ນ​ກັບ​ຄອບຄົວ. ຂໍ​ໃຫ້​ຄິດ​ເຖິງ​ເມຍ​ຂອງ​ຜູ້​ດູ​ແລ​ເດີນ​ທາງ​ດ້ວຍ​ເຊັ່ນ​ກັນ ເຂົາເຈົ້າ​ເສຍ​ສະລະ​ເພື່ອ​ເດີນ​ທາງ​ຮ່ວມ​ກັບ​ຜົວ​ຈາກ​ປະຊາຄົມ​ໜຶ່ງ​ໄປ​ອີກ​ປະຊາຄົມ​ໜຶ່ງ​ແລະ​ຈາກ​ໝວດ​ໜຶ່ງ​ໄປ​ອີກ​ໝວດ​ໜຶ່ງ. ເຂົາເຈົ້າ​ປະ​ເຮືອນ​ຂອງ​ຕົນ​ເອງ​ແລະ​ບາງ​ທີ​ຕ້ອງ​ນອນ​ຕ່າງ​ບ່ອນ​ໃນ​ແຕ່​ລະ​ອາທິດ. ເມຍ​ທີ່​ເຕັມ​ໃຈ​ຈັດ​ໃຫ້​ຜົນ​ປະໂຫຍດ​ຂອງ​ປະຊາຄົມ​ມາ​ກ່ອນ​ຂອງ​ຕົນ​ເອງ​ຄວນ​ໄດ້​ຮັບ​ການ​ຊົມເຊີຍ​ເນື່ອງ​ຈາກ​ການ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ດ້ວຍ​ໃຈ​ກວ້າງ.—ຟີລິບ 2:3, 4.

16. ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ເສຍ​ສະລະ​ຫຍັງ​ແດ່​ໃຫ້​ລູກ?

16 ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ​ແນວໃດ​ໃນ​ຄອບຄົວ? ພໍ່​ແມ່​ທັງ​ຫຼາຍ ເຈົ້າ​ເຮັດ​ການ​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ​ເອົາໃຈໃສ່​ແລະ​ລ້ຽງ​ລູກ “ດ້ວຍ​ການ​ຕີ​ສອນ​ແລະ​ຄຳ​ເຕືອນ​ສະຕິ​ຂອງ [ພະເຢໂຫວາ].” (ເອເຟດ 6:4) ເຈົ້າ​ອາດ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຊົ່ວໂມງ​ທີ່​ເຮັດ​ໃຫ້​ໝົດ​ເຫື່ອ​ແຮງ​ພຽງ​ເພື່ອ​ຈັດ​ຫາ​ອາຫານ​ໃຫ້​ຄອບຄົວ​ແລະ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພວກ​ລູກ​ມີ​ເຄື່ອງ​ນຸ່ງ​ທີ່​ພຽງ​ພໍ​ລວມ​ທັງ​ບ່ອນ​ຢູ່​ອາໄສ. ເຈົ້າ​ອາດ​ຢາກ​ເສຍ​ສະລະ​ຕົນ​ເອງ​ຫຼາຍ​ກວ່າ​ທີ່​ຈະ​ເຫັນ​ລູກ​ຂາດ​ສິ່ງ​ຈຳເປັນ​ໃນ​ຊີວິດ. ເຈົ້າ​ຍັງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ສຶກສາ​ກັບ​ລູກ ພາ​ລູກ​ໄປ​ການ​ປະຊຸມ​ຕ່າງໆຂອງ​ຄລິດສະຕຽນ ແລະ​ເຮັດ​ວຽກ​ກັບ​ລູກ​ໃນ​ການ​ປະກາດ. (ພະບັນຍັດ 6:6, 7) ຄວາມຮັກ​ແບບ​ເສຍ​ສະລະ​ຂອງ​ເຈົ້າ​ເຮັດ​ໃຫ້​ຜູ້​ລິເລີ່ມ​ຊີວິດ​ຄອບຄົວ​ພໍ​ໃຈ​ແລະ​ນີ້​ອາດ​ໝາຍ​ເຖິງ​ຊີວິດ​ຕະຫຼອດ​ໄປ​ຂອງ​ລູກ​ເຈົ້າ.—ສຸພາສິດ 22:6; ເອເຟດ 3:14, 15.

17. ຜົວ​ທີ່​ເປັນ​ຄລິດສະຕຽນ​ຈະ​ຮຽນແບບ​ທັດສະນະ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ພະ​ເຍຊູ​ໄດ້​ແນວໃດ?

17 ທ່ານ​ຜູ້​ເປັນ​ຜົວ​ຈະ​ຮຽນແບບ​ພະ​ເຍຊູ​ແນວໃດ​ໃນ​ການ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ? ຄຳພີໄບເບິນ​ຕອບ​ວ່າ “ຜູ້​ເປັນ​ຜົວ ຈົ່ງ​ຮັກ​ເມຍ​ຂອງ​ຕົນ​ເອງ​ເໝືອນ​ດັ່ງ​ພະຄລິດ​ໄດ້​ຮັກ​ພວກ​ຊຸມນຸມ​ແລະ​ໄດ້​ມອບ​ພະອົງ​ເອງ​ໄວ້​ແທນ​ພວກ​ຊຸມນຸມ​ນັ້ນ.” (ເອເຟດ 5:25) ດັ່ງ​ທີ່​ໄດ້​ເຫັນ​ແລ້ວ ພະ​ເຍຊູ​ຮັກ​ສາວົກ​ຫຼາຍ​ຈົນ​ຕາຍ​ແທນ​ເຂົາເຈົ້າ. ຜົວ​ທີ່​ເປັນ​ຄລິດສະຕຽນ​ຮຽນແບບ​ທັດສະນະ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ພະ​ເຍຊູ ຜູ້​ທີ່ “ບໍ່​ໄດ້​ກະທຳ​ຕາມ​ຊອບ​ໃຈ​ຂອງ​ພະອົງ​ເອງ.” (ໂລມ 15:3) ຜົວ​ແບບ​ນັ້ນ​ເຕັມ​ໃຈ​ຈັດ​ໃຫ້​ຄວາມ​ຈຳເປັນ​ແລະ​ຄວາມ​ສົນ​ໃຈ​ຂອງ​ເມຍ​ມາ​ກ່ອນ​ຂອງ​ຕົນ​ເອງ. ລາວ​ຈະ​ບໍ່​ຮຽກ​ຮ້ອງ​ວ່າ​ຕ້ອງ​ເຮັດ​ທຸກຢ່າງ​ຕາມ​ແບບ​ທີ່​ລາວ​ມັກ ແຕ່​ລາວ​ສະແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ເຮັດ​ຕາມ​ເມຍ​ເມື່ອ​ບໍ່​ລະເມີດ​ຫຼັກການ​ໃນ​ພະຄຳພີ. ຜົວ​ທີ່​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຕົນ​ເອງ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຢໂຫວາ​ທັງ​ຍັງ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຈາກ​ເມຍ​ແລະ​ລູກ.

ເຈົ້າ​ຈະ​ເຮັດ​ແນວໃດ?

18. ສິ່ງ​ໃດ​ກະຕຸ້ນ​ເຮົາ​ໃຫ້​ປະຕິບັດ​ຕາມ​ຄຳສັ່ງ​ໃໝ່​ທີ່​ໃຫ້​ຮັກ​ກັນ​ແລະ​ກັນ?

18 ການ​ເຊື່ອຟັງ​ພະບັນຍັດ​ໃໝ່​ທີ່​ໃຫ້​ຮັກ​ກັນ​ແລະ​ກັນ​ບໍ່​ແມ່ນ​ແນວ​ທາງ​ທີ່​ປະຕິບັດ​ໄດ້​ງ່າຍໆ ແຕ່​ເຮົາ​ມີ​ແຮງ​ກະຕຸ້ນ​ທີ່​ມີ​ພະລັງ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ. ໂປໂລ​ໄດ້​ຂຽນ​ວ່າ “ຄວາມ​ຮັກ​ຂອງ​ພະຄລິດ​ໄດ້​ຊັກ​ນຳ​ເຮົາ​ທັງ​ຫຼາຍ​ເປັນ​ແຮງ ເພາະ​ພວກເຮົາ​ໄດ້​ຄຶດ​ເຫັນ​ຢ່າງ​ນີ້​ວ່າ ຖ້າ​ຜູ້​ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງ​ປວງ . . . ຄົນ​ທັງ​ຫຼາຍ​ທີ່​ມີ​ຊີວິດ​ຢູ່​ຈະ​ມີ​ຊີວິດ​ຕໍ່​ໄປ​ບໍ່​ໃຊ່​ສຳລັບ​ຕົວເອງ ແຕ່​ວ່າ​ສຳລັບ​ພະອົງ​ຜູ້​ໄດ້​ຕາຍ​ແລະ​ໄດ້​ເປັນ​ຄືນ​ມາ​ຕາງ​ເຂົາ.” (2 ໂກລິນໂທ 5:14, 15) ເພາະ​ພະ​ເຍຊູ​ຕາຍ​ເພື່ອ​ເຮົາ ເຮົາ​ຄວນ​ຖືກ​ກະຕຸ້ນ​ໃຫ້​ມີ​ຊີວິດ​ຢູ່​ເພື່ອ​ພະອົງ​ບໍ່​ແມ່ນ​ບໍ? ເຮົາ​ສາມາດ​ເຮັດ​ເຊັ່ນ​ນັ້ນ​ໂດຍ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະອົງ​ໃນ​ເລື່ອງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ.

19, 20. ຂອງ​ປະທານ​ລ້ຳ​ຄ່າ​ອັນ​ໃດ​ທີ່​ພະເຢໂຫວາ​ມອບ​ໃຫ້​ເຮົາ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ຍອມ​ຮັບ​ຂອງ​ປະທານ​ນັ້ນ?

19 ພະ​ເຍຊູ​ບໍ່​ໄດ້​ເວົ້າ​ເກີນ​ຈິງ​ເມື່ອ​ກ່າວ​ວ່າ “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້ ຄືວ່າ​ໄດ້​ປົງ​ຊີວິດ​ແຫ່ງ​ຕົນ​ຕາງ​ສ່ຽວ​ທັງ​ຫຼາຍ​ແຫ່ງ​ຕົນ.” (ໂຢຮັນ 15:13) ຄວາມ​ເຕັມ​ໃຈ​ຂອງ​ພະອົງ​ທີ່​ຍອມ​ສະລະ​ຊີວິດ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ເປັນ​ການ​ສະແດງ​ເຖິງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພະອົງ ທີ່​ມີ​ຕໍ່​ເຮົາ. ຢ່າງ​ໃດ​ກໍ​ຕາມ ມີ​ອີກ​ຜູ້​ໜຶ່ງ​ທີ່​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ຫຼາຍ​ກວ່າ​ນັ້ນ​ອີກ. ພະ​ເຍຊູ​ອະທິບາຍ​ວ່າ “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ​ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” (ໂຢຮັນ 3:16) ພະເຈົ້າ​ຮັກ​ເຮົາ​ຫຼາຍ​ຈົນ​ໄດ້​ມອບ​ລູກຊາຍ​ຜູ້​ດຽວ​ໃຫ້​ເປັນ​ຄ່າໄຖ່ ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ເອເຟດ 1:7) ຄ່າໄຖ່​ເປັນ​ຂອງ​ປະທານ​ອັນ​ລ້ຳ​ຄ່າ​ຈາກ​ພະເຢໂຫວາ ແຕ່​ພະອົງ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ຍອມ​ຮັບ​ຄ່າໄຖ່​ນັ້ນ.

20 ເຮົາ​ເອງ​ຕ້ອງ​ເປັນ​ຝ່າຍ​ຍອມ​ຮັບ​ເອົາ​ຂອງ​ປະທານ​ຈາກ​ພະເຢໂຫວາ. ໂດຍ​ວິທີ​ໃດ? ໂດຍ “ເຊື່ອ” ໃນ​ລູກຊາຍ​ຂອງ​ພະອົງ. ແນວໃດ​ກໍ​ຕາມ ຄວາມ​ເຊື່ອ​ບໍ່​ແມ່ນ​ເປັນ​ພຽງ​ແຕ່​ຄຳເວົ້າ. ເຮົາ​ພິສູດ​ຄວາມ​ເຊື່ອ​ໂດຍ​ການ​ກະທຳ ໂດຍ​ວິທີ​ທີ່​ເຮົາ​ດຳເນີນ​ຊີວິດ. (ຢາໂກໂບ 2:26) ເຮົາ​ພິສູດ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ຄລິດ​ໂດຍ​ການ​ຕິດ​ຕາມ​ພະອົງ​ທຸກໆວັນ. ການ​ເຮັດ​ແນວ​ນີ້​ຈະ​ນຳ​ເອົາ​ພະ​ພອນ​ມາກ​ມາຍ​ມາ​ໃຫ້​ເຮົາ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ ດັ່ງ​ທີ່​ບົດ​ສຸດທ້າຍ​ຂອງ​ປຶ້ມ​ນີ້​ຈະ​ອະທິບາຍ.

^ ມື້​ນັ້ນ​ພະ​ເຍຊູ​ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່​ສອງ​ເທື່ອ ເທື່ອ​ທຳອິດ​ແມ່ນ​ພວກ​ຫົວໜ້າ​ສາສະໜາ ແລະ​ຕໍ່ມາ​ແມ່ນ​ພວກ​ທະຫານ​ໂລມ. (ມັດທາຍ 26:59-68; 27:27-30) ເຖິງ​ແມ່ນ​ຖືກ​ປະຕິບັດ​ແບບ​ດູຖູກ ພະອົງ​ອົດ​ທົນ​ໂດຍ​ບໍ່​ໄດ້​ຈົ່ມ​ຈັກ​ຄຳ ເຊິ່ງ​ເຮັດ​ໃຫ້​ຄຳ​ພະຍາກອນ​ສຳເລັດ​ເປັນ​ຈິງ​ທີ່​ວ່າ “ເຮົາ​ບໍ່​ໄດ້​ບັງ​ໜ້າ​ເອງ​ຈາກ​ການ​ປະຈານ​ຂາຍ​ໜ້າ​ແລະ​ຈາກ​ນ້ຳ​ລາຍ​ຖົ່ມ.”—ເອຊາອີ 50:6.