ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 14

“ຝູງ​ຄົນ​ຫຼາຍ​ຄົນ​ໄດ້​ມາ​ຫາ​ພະອົງ”

“ຝູງ​ຄົນ​ຫຼາຍ​ຄົນ​ໄດ້​ມາ​ຫາ​ພະອົງ”

“ຈົ່ງ​ໃຫ້​ໝູ່​ເດັກ​ນ້ອຍ​ມາ​ຫາ​ເຮົາ​ເຖີ້ນ”

1-3. ເກີດ​ຫຍັງ​ຂຶ້ນ​ເມື່ອ​ພໍ່​ແມ່​ພາ​ລູກ​ມາ​ຫາ​ພະ​ເຍຊູ ແລະ​ເຫດການ​ນີ້​ເຜີຍ​ໃຫ້​ເຫັນ​ອັນ​ໃດ​ກ່ຽວ​ກັບ​ພະ​ເຍຊູ?

 ພະ​ເຍຊູ​ຮູ້​ວ່າ​ຈຸດ​ຈົບ​ຂອງ​ຊີວິດ​ພະອົງ​ຢູ່​ແຜ່ນດິນ​ໂລກ​ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ໃນ​ໄວໆນີ້. ພະອົງ​ມີ​ເວລາ​ເຫຼືອ​ພຽງ​ບໍ່​ເທົ່າ​ໃດ​ອາທິດ ແລະ​ຍັງ​ມີ​ອີກ​ຫຼາຍ​ສິ່ງ​ທີ່​ຕ້ອງ​ເຮັດ! ພະອົງ​ກຳລັງ​ປະກາດ​ສັ່ງ​ສອນ​ກັບ​ເຫຼົ່າ​ອັກຄະສາວົກ​ຢູ່​ແຂວງ​ພີເຣຍ​ເຊິ່ງ​ເປັນ​ເຂດ​ຝັ່ງ​ຕາເວັນ​ອອກ​ຂອງ​ແມ່ນ້ຳ​ຢູລະເດນ. ເຂົາເຈົ້າ​ເຮັດ​ວຽກ​ປະກາດ​ລົງ​ໄປ​ທາງ​ໃຕ້​ໄປ​ຫາ​ເມືອງ​ເຢຣຶຊາເລມ ຢູ່​ທີ່​ນັ້ນ​ພະ​ເຍຊູ​ຈະ​ເຂົ້າຮ່ວມ​ປັດສະຄາ​ຄັ້ງ​ສຸດທ້າຍ​ເຊິ່ງ​ສົ່ງ​ຜົນ​ກະທົບ​ຄັ້ງ​ຍິ່ງໃຫຍ່​ຕໍ່​ຊີວິດ​ພະອົງ.

2 ຫຼັງຈາກ​ທີ່​ພະ​ເຍຊູ​ໄດ້​ຕອບ​ໂຕ້​ຢ່າງ​ໜັກ​ກັບ​ພວກ​ຫົວໜ້າ​ສາສະໜາ​ບາງ​ຄົນ ກໍ​ເກີດ​ຄວາມ​ວຸ່ນວາຍ​ຂຶ້ນ​ເລັກ​ນ້ອຍ. ປະຊາຊົນ​ໄດ້​ພາກັນ​ເອົາ​ລູກ​ມາ​ຫາ​ພະ​ເຍຊູ. ເບິ່ງ​ຄື​ວ່າ​ພວກ​ເດັກ​ນ້ອຍ​ຢູ່​ໃນ​ໄວ​ທີ່​ແຕກຕ່າງ​ກັນ ເພາະ​ມາລະໂກ​ພັນລະນາ​ເຖິງ​ເຂົາເຈົ້າ​ໂດຍ​ໃຊ້​ຄຳ​ດຽວ​ກັບ​ທີ່​ໃຊ້​ກ່ອນ​ໜ້າ​ນັ້ນ​ເມື່ອ​ພັນລະນາ​ເຖິງ​ເດັກ​ນ້ອຍ​ອາຍຸ 12 ປີ ສ່ວນ​ລືກາ​ໃຊ້​ຄຳ​ທີ່​ອາດ​ແປ​ໄດ້​ວ່າ “ແອ​ນ້ອຍ.” (ລືກາ 18:15, ທ.ປ.; ມາລະໂກ 5:41, 42; 10:13) ແນ່ນອນ​ວ່າ​ບ່ອນ​ໃດ​ມີ​ເດັກ​ນ້ອຍ​ກໍ​ມັກ​ຈະ​ມີ​ສຽງ​ຟົດ​ນັນ​ແລະ​ວຸ່ນວາຍ. ສາວົກ​ຂອງ​ພະ​ເຍຊູ​ຕຳໜິ​ພວກ​ພໍ່​ແມ່ ບາງ​ທີ​ອາດ​ຄິດ​ເອົາ​ເອງ​ວ່າ​ຜູ້​ເປັນ​ນາຍ​ມີ​ວຽກ​ຫຍຸ້ງ​ຫຼາຍ​ໂພດ​ຈົນ​ບໍ່​ມີ​ເວລາ​ທີ່​ຈະ​ເອົາໃຈໃສ່​ເດັກ​ນ້ອຍ. ພະ​ເຍຊູ​ເຮັດ​ແນວໃດ?

3 ເມື່ອ​ພະ​ເຍຊູ​ເຫັນ​ສິ່ງ​ທີ່​ພວມ​ເກີດຂຶ້ນ ພະອົງ​ຮູ້ສຶກ​ເຄືອງ​ໃຈ. ເຄືອງ​ໃຈ​ໃຜ? ພວກ​ເດັກ​ນ້ອຍ​ບໍ? ພວກ​ພໍ່​ແມ່​ບໍ? ບໍ່​ແມ່ນ ພະອົງ​ເຄືອງ​ໃຈ​ໃຫ້​ສາວົກ! ພະອົງ​ກ່າວ​ວ່າ “ຈົ່ງ​ໃຫ້​ໝູ່​ເດັກ​ນ້ອຍ​ມາ​ຫາ​ເຮົາ​ເຖີ້ນ ຢ່າຊູ່​ຫ້າມ​ເຂົາ ເພາະ​ວ່າ​ແຜ່ນດິນ​ແຫ່ງ​ພະເຈົ້າ​ກໍ​ເປັນ​ຂອງ​ຜູ້​ທີ່​ເປັນ​ຢ່າງ​ນັ້ນ. ຈິງ​ແທ້​ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຄົນ​ທຸກ​ຄົນ​ທີ່​ຈະ​ບໍ່​ຮັບ​ເອົາ​ແຜ່ນດິນ​ແຫ່ງ​ພະເຈົ້າ​ເໝືອນ​ດັ່ງ​ເດັກ​ນ້ອຍ​ກໍ​ຈະ​ບໍ່​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ​ແທ້.” ຈາກ​ນັ້ນ​ພະ​ເຍຊູ “ກອດ” ເອົາ​ເດັກ​ນ້ອຍ​ເຫຼົ່ານັ້ນ ແລະ​ໄດ້​ອວຍພອນ​ໃຫ້​ເຂົາເຈົ້າ. (ມາລະໂກ 10:13-16) ຄຳເວົ້າ​ທີ່​ມາລະໂກ​ໃຊ້​ໃນ​ທີ່​ນີ້​ບົ່ງ​ຊີ້​ວ່າ​ພະ​ເຍຊູ​ກອດ​ພວກ​ເດັກ​ນ້ອຍ​ດ້ວຍ​ຄວາມ​ຮູ້ສຶກ​ຮັກ​ໄຄ່ ບາງ​ທີ​ອາດ​ເຖິງ​ກັບ​ອູ້ມ​ແອ​ນ້ອຍ​ບາງ​ຄົນຊ້ຳ​ດັ່ງ​ທີ່​ຜູ້​ແປ​ຄົນ​ໜຶ່ງ​ໄດ້​ກ່າວ​ໄວ້. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຍຊູ​ມັກ​ເດັກ​ນ້ອຍ. ແນວໃດ​ກໍ​ຕາມ ໃນ​ທີ່​ນີ້​ເຮົາ​ຮຽນ​ຮູ້​ອີກ​ສິ່ງ​ໜຶ່ງ​ກ່ຽວ​ກັບ​ພະອົງ ນັ້ນ​ຄື​ພະອົງ​ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ.

4, 5. (ກ) ເຮົາ​ໝັ້ນໃຈ​ໄດ້​ແນວໃດ​ວ່າ​ພະ​ເຍຊູ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ອັນ​ໃດ​ໃນ​ບົດ​ນີ້?

4 ຖ້າ​ພະ​ເຍຊູ​ເປັນ​ຄົນ​ເຄັ່ງຂຶມ ເຢັນ​ຊາ ຫຼື​ຍິ່ງ​ຈອງຫອງ ເດັກ​ນ້ອຍ​ເຫຼົ່ານັ້ນ​ຄົງ​ບໍ່​ຢາກ​ມາ​ຫາ​ພະອົງ ທັງ​ພໍ່​ແມ່​ກໍ​ຄົງ​ບໍ່​ສະດວກ​ໃຈ​ທີ່​ຈະ​ພາ​ລູກ​ມາ​ຫາ. ໃນ​ຂະນະ​ທີ່​ນຶກ​ພາບ​ເຫດການ​ນີ້ ເຈົ້າ​ຄົງ​ຈະ​ເຫັນ​ແມ່ນ​ບໍ​ວ່າ​ພໍ່​ແມ່​ຍິ້ມ​ດ້ວຍ​ຄວາມ​ຍິນດີ​ເມື່ອ​ຊາຍ​ທີ່​ໃຈ​ດີ​ຄົນ​ນີ້​ສະແດງ​ຄວາມ​ຮັກ​ໄຄ່​ຕໍ່​ລູກ​ຂອງ​ຕົນ ຍອມ​ຮັບ​ວ່າ​ເດັກ​ນ້ອຍ​ມີ​ຄຸນຄ່າ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ແລະ​ອວຍພອນ​ໃຫ້​ເດັກ​ນ້ອຍ​ນັ້ນ? ທີ່​ຈິງ ເຖິງ​ແມ່ນ​ວ່າ​ພະ​ເຍຊູ​ແບກ​ພາລະ​ຄວາມ​ຮັບຜິດຊອບ​ໜັກ​ທີ່​ສຸດ ແຕ່​ໃນ​ບັນດາ​ມະນຸດ​ພະອົງ​ກໍ​ຍັງ​ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ທີ່​ສຸດ.

5 ມີ​ໃຜ​ອີກ​ທີ່​ເຫັນ​ວ່າ​ພະ​ເຍຊູ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ? ອັນ​ໃດ​ທີ່​ເຮັດ​ໃຫ້​ພະອົງ​ເປັນ​ບຸກຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ? ແລະ​ໃນ​ເລື່ອງ​ນີ້​ເຮົາ​ຈະ​ຮຽນ​ຮູ້​ເພື່ອ​ເປັນ​ຄື​ກັບ​ພະ​ເຍຊູ​ໄດ້​ແນວໃດ? ຂໍ​ໃຫ້​ມາ​ເບິ່ງ​ນຳ​ກັນ.

ໃຜ​ທີ່​ເຫັນ​ວ່າ ພະ​ເຍຊູ​ເປັນ​ຄົນ​ເຂົ້າ​ຫາ​ໄດ້​ງ່າຍ?

6-8. ຫຼາຍ​ຄັ້ງ​ພະ​ເຍຊູ​ຕິດ​ຕໍ່​ພົວ​ພັນ​ກັບ​ໃຜ ແລະ​ທັດສະນະ​ຂອງ​ພະອົງ​ແຕກຕ່າງ​ແນວໃດ​ຈາກ​ທັດສະນະ​ຂອງ​ພວກ​ຫົວໜ້າ​ສາສະໜາ?

6 ໃນ​ຂະນະ​ທີ່​ອ່ານ​ໜັງສື​ກິດຕິຄຸນ ເຈົ້າ​ອາດ​ຮູ້ສຶກ​ງຶດງໍ້​ເນື່ອງ​ຈາກ​ຜູ້​ຄົນ​ມາກ​ມາຍ​ບໍ່​ໄດ້​ລັງເລ​ໃຈ​ທີ່​ຈະ​ເຂົ້າ​ຫາ​ພະ​ເຍຊູ. ຕົວຢ່າງ ຫຼາຍ​ຄັ້ງ​ເຮົາ​ອ່ານ​ເຫດການ​ທີ່​ກ່ຽວຂ້ອງ​ກັບ​ພະອົງ​ວ່າ​ມີ “ຝູງ​ຄົນ​ເປັນ​ອັນ​ມາກ.” “ຝູງ​ຄົນ​ເປັນ​ອັນ​ມາກ​ມາ​ແຕ່​ແຂວງ​ຄາລິເລ . . . ພາກັນ​ຕາມ​ພະອົງ​ໄປ.” “ຝູງ​ຄົນ​ເປັນ​ອັນ​ມາກ​ຫຼາຍ​ໄດ້​ໂຮມ​ກັນ​ມາ​ຫາ​ພະອົງ.” “ຝູງ​ຄົນ​ຫຼາຍ​ຄົນ​ໄດ້​ມາ​ຫາ​ພະອົງ.” “ຝູງ​ຄົນ​ເປັນ​ອັນ​ມາກ​ໄດ້​ໄປ​ນຳ​ພະ​ເຍຊູ.” (ມັດທາຍ 4:25; 13:2; 15:30; ລືກາ 14:25) ແມ່ນ​ແລ້ວ ຜູ້​ຄົນ​ມາກ​ມາຍ​ຢູ່​ອ້ອມ​ຮອບ​ພະ​ເຍຊູ​ເລື້ອຍໆ.

7 ໂດຍ​ທົ່ວໄປ​ແລ້ວ ຄົນ​ເຫຼົ່ານີ້​ເປັນ​ສາມັນຊົນ​ທີ່​ພວກ​ຫົວໜ້າ​ສາສະໜາ​ເວົ້າ​ເຖິງ​ດ້ວຍ​ຄວາມ​ດູຖູກ​ວ່າ​ເປັນ “ຄົນ​ບ້ານ​ນອກ.” ພວກ​ຟາລິຊຽນ​ແລະ​ປະໂລຫິດ​ເວົ້າ​ຢ່າງເປີດ​ເຜີຍ​ວ່າ “ຝູງ​ຄົນ​ນີ້​ທີ່​ບໍ່​ເຂົ້າ​ໃຈ​ພະບັນຍັດ​ກໍ​ຖືກ​ຄວາມ​ດ່າ​ແລ້ວ.” (ໂຢຮັນ 7:49) ບົດ​ຂຽນ​ຂອງ​ພວກ​ລັບບີ​ໃນ​ພາຍ​ຫຼັງ​ຢືນຢັນ​ເຖິງ​ທັດສະນະ​ດັ່ງ​ກ່າວ. ພວກ​ຫົວໜ້າ​ສາສະໜາ​ຫຼາຍ​ຄົນ​ຖື​ວ່າ​ຄົນ​ເຊັ່ນ​ນັ້ນ​ເປັນ​ຄົນ​ຊັ້ນ​ຕ່ຳ ບໍ່​ຍອມ​ກິນ​ອາຫານ ບໍ່​ຊື້​ເຄື່ອງ ຫຼື​ບໍ່​ຄົບຫາ​ນຳ. ທີ່​ຈິງ ບາງ​ຄົນ​ໃນ​ພວກ​ນີ້​ກໍ​ຢືນຢັນ​ວ່າ​ບໍ່​ມີ​ຄວາມຫວັງ​ໃນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ສຳລັບ​ຄົນ​ເຊັ່ນ​ນັ້ນ​ທີ່​ບໍ່​ຮູ້ຈັກ​ກົດໝາຍ​ສືບ​ປາ​ກ! ຄົນ​ຕ່ຳ​ຕ້ອຍ​ຈຳນວນ​ຫຼາຍ​ຄົງ​ຈະ​ຫຼົບ​ຫຼີກ​ຜູ້​ນຳ​ດັ່ງ​ກ່າວ ແທນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຫຼື​ການ​ຊີ້​ນຳ​ຈາກ​ເຂົາເຈົ້າ. ແຕ່​ພະ​ເຍຊູ​ພັດ​ແຕກຕ່າງ.

8 ພະ​ເຍຊູ​ຕິດ​ຕໍ່​ພົວ​ພັນ​ກັບ​ຄົນ​ທຳມະດາ​ຢ່າງ​ບໍ່​ຖື​ໂຕ. ພະອົງ​ກິນ​ອາຫານ ປິ່ນປົວ ສັ່ງ​ສອນ ແລະ​ໃຫ້​ຄວາມຫວັງ​ແກ່​ເຂົາເຈົ້າ. ແນ່ນອນ ພະ​ເຍຊູ​ເບິ່ງ​ຕາມ​ສະພາບ​ຄວາມ​ເປັນ​ຈິງ ໂດຍ​ຍອມ​ຮັບ​ວ່າ​ຄົນ​ສ່ວນ​ຫຼາຍ​ຈະ​ປະຕິເສດ​ໂອກາດ​ທີ່​ຈະ​ຮັບໃຊ້​ພະເຢໂຫວາ. (ມັດທາຍ 7:13, 14) ແຕ່​ພະອົງ​ຫວັງ​ວ່າ​ແຕ່​ລະ​ຄົນ​ຈະ​ຕອບ​ຮັບ ແລະ​ຮູ້​ວ່າ​ຫຼາຍ​ຄົນ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ນັ້ນ​ກົງ​ກັນ​ຂ້າມ​ກັບ​ພວກ​ປະໂລຫິດ​ແລະ​ຟາລິຊຽນ​ທີ່​ມີ​ໃຈ​ແຂງ​ກະດ້າງ! ແຕ່​ໜ້າ​ແປກ​ໃຈ ແມ່ນ​ແຕ່​ພວກ​ປະໂລຫິດ​ແລະ​ຟາລິຊຽນ​ກໍ​ຍັງ​ເຂົ້າ​ຫາ​ພະ​ເຍຊູ ແລະ​ເຂົາເຈົ້າ​ຈຳນວນ​ໜຶ່ງ​ກໍ​ໄດ້​ປ່ຽນ​ແປງ​ແນວ​ທາງ​ຂອງ​ຕົນ​ແລະ​ຕິດ​ຕາມ​ພະອົງ. (ກິດຈະການ 6:7; 15:5) ຄົນ​ຮັ່ງມີ​ແລະ​ຜູ້​ທີ່​ມີ​ອິດທິພົນ​ບາງ​ຄົນ​ເຫັນ​ວ່າ​ພະ​ເຍຊູ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ເຊັ່ນ​ກັນ.—ມາລະໂກ 10:17, 22.

9. ເປັນ​ຫຍັງ​ພວກ​ຜູ້​ຍິງ​ເຫັນ​ວ່າ​ພະ​ເຍຊູ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

9 ພວກ​ຜູ້​ຍິງ​ກໍ​ບໍ່​ໄດ້​ລັງເລ​ໃຈ​ທີ່​ຈະ​ເຂົ້າ​ຫາ​ພະ​ເຍຊູ. ຫຼາຍ​ຄັ້ງ​ເຂົາເຈົ້າ​ຄົງ​ຕ້ອງ​ຮູ້ສຶກ​ວ່າ​ຖືກ​ພວກ​ຫົວໜ້າ​ສາສະໜາ​ດູຖູກ​ຢ່າງ​ໜ້າ​ອັບອາຍ. ໂດຍ​ທົ່ວໄປ​ແລ້ວ​ພວກ​ລັບບີ​ດູຖູກ​ຜູ້​ທີ່​ສອນ​ຜູ້​ຍິງ. ທີ່​ຈິງ ຜູ້​ຍິງ​ຖືກ​ຫ້າມ​ບໍ່​ໃຫ້​ເປັນ​ພະຍານ​ໃນ​ຄະດີ​ທາງ​ກົດໝາຍ ຖື​ກັນ​ວ່າ​ຜູ້​ຍິງ​ເປັນ​ພະຍານ​ທີ່​ເຊື່ອ​ຖື​ບໍ່​ໄດ້. ພວກ​ລັບບີ​ແມ່ນ​ແຕ່​ກ່າວ​ໃນ​ຄຳ​ອະທິດຖານ​ບົດ​ໜຶ່ງ​ວ່າ​ເຂົາ​ຂອບໃຈ​ພະເຈົ້າ​ທີ່​ບໍ່​ໄດ້​ເກີດ​ມາ​ເປັນ​ຜູ້​ຍິງ! ແຕ່​ພວກ​ຜູ້​ຍິງ​ເຫັນ​ວ່າ​ພະ​ເຍຊູ​ບໍ່​ໄດ້​ສະແດງ​ການ​ດູຖູກ​ແບບ​ນັ້ນ. ຜູ້​ຍິງ​ຫຼາຍ​ຄົນ​ເຂົ້າ​ຫາ​ພະອົງ ກະຕືລືລົ້ນ​ທີ່​ຈະ​ຮຽນ​ຮູ້. ຕົວຢ່າງ ເຮົາ​ໄດ້​ອ່ານ​ເລື່ອງ​ທີ່​ນາງ​ມາລີ​ເອື້ອຍ​ຂອງ​ລາຊະໂລ​ນັ່ງ​ຢູ່​ທີ່​ຕີນ​ຂອງ​ພະ​ເຍຊູ ຕັ້ງ​ໃຈ​ຟັງ​ຄຳ​ກ່າວ​ຂອງ​ພະ​ເຍຊູ​ໃນ​ຂະນະ​ທີ່​ນາງ​ມາທາ​ເອື້ອຍ​ຂອງ​ລາວ​ຫຍຸ້ງ​ຢູ່​ກັບ​ການ​ກຽມ​ອາຫານ​ດ້ວຍ​ຄວາມ​ກັງວົນ​ເກີນ​ຄວນ. ພະ​ເຍຊູ​ຊົມເຊີຍ​ນາງ​ມາລີ​ທີ່​ຈັດ​ລຳດັບ​ຄວາມ​ສຳຄັນ​ໄດ້​ຢ່າງ​ຖືກຕ້ອງ.—ລືກາ 10:39-42.

10. ໃນ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ຄົນ​ເຈັບ​ປ່ວຍ ພະອົງ​ແຕກຕ່າງ​ແນວໃດ​ຈາກ​ຫົວໜ້າ​ສາສະໜາ?

10 ຄົນ​ເຈັບ​ປ່ວຍ​ກໍ​ພາກັນ​ແຫ່​ໄປ​ຫາ​ພະ​ເຍຊູ ເຖິງ​ວ່າ​ຫຼາຍ​ຄັ້ງ​ທີ່​ພວກ​ຫົວໜ້າ​ສາສະໜາ​ປະຕິບັດ​ຕໍ່​ເຂົາເຈົ້າ​ຄື​ກັບ​ວ່າ​ເປັນ​ຄົນ​ທີ່​ສັງຄົມ​ລັງກຽດ. ພະບັນຍັດ​ຂອງ​ໂມເຊ​ໄດ້​ກຳນົດ​ໄວ້​ວ່າ​ຄວນ​ກັກ​ບໍລິເວນ​ຄົນ​ທີ່​ເປັນ​ຂີ້ທູດ​ດ້ວຍ​ເຫດຜົນ​ດ້ານ​ສຸຂະພາບ ແຕ່​ນັ້ນ​ບໍ່​ແມ່ນ​ສາເຫດ​ທີ່​ຈະ​ປະຕິບັດ​ກັບ​ຄົນ​ເຫຼົ່ານັ້ນ​ຢ່າງ​ຂາດ​ຄວາມ​ເມດຕາ. (ພວກເລວີບົດ​ທີ 13) ແນວໃດ​ກໍ​ຕາມ ຕໍ່ມາ​ກົດໝາຍ​ຂອງ​ພວກ​ລັບບີ​ກຳນົດ​ວ່າ​ຄົນ​ຂີ້ທູດ​ເປັນ​ຕາ​ລັງກຽດ​ຄື​ກັບ​ອາຈົມ. ຫົວໜ້າ​ສາສະໜາ​ບາງ​ຄົນ​ເຮັດ​ເຖິງ​ຂັ້ນ​ວ່າ​ດຶກ​ກ້ອນ​ຫີນ​ໃສ່​ຄົນ​ຂີ້ທູດ​ເພື່ອ​ໃຫ້​ເຂົາເຈົ້າ​ໄປ​ໄກໆ! ເປັນ​ເລື່ອງ​ຍາກ​ທີ່​ຈະ​ນຶກ​ພາບ​ອອກ​ວ່າ​ຄົນ​ທີ່​ຖືກ​ປະຕິບັດ​ແບບ​ນັ້ນ​ຈະ​ລວບລວມ​ຄວາມ​ກ້າ​ເພື່ອ​ທີ່​ຈະ​ເຂົ້າ​ຫາ​ຜູ້​ສອນ​ຄົນ​ໃດ​ກໍ​ຕາມ ແຕ່​ຄົນ​ຂີ້ທູດ​ໄດ້​ເຂົ້າ​ຫາ​ພະ​ເຍຊູ. ຜູ້​ທີ່​ເປັນ​ຂີ້ທູດ​ຄົນ​ໜຶ່ງ​ກ່າວ​ຖ້ອຍຄຳ​ທີ່​ສະແດງ​ເຖິງ​ຄວາມ​ເຊື່ອ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທີ່​ວ່າ “ພະອົງ​ເຈົ້າ​ຂ້າ ຖ້າ​ພະອົງ​ມີ​ນ້ຳໃຈ ພະອົງ​ອາດ​ກະທຳ​ໃຫ້​ຂ້າພະເຈົ້າ​ດີ​ສະອາດ​ໄດ້.” (ລືກາ 5:12) ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ເຖິງ​ການ​ຕອບ​ສະໜອງ​ຂອງ​ພະ​ເຍຊູ. ເຖິງ​ຕອນ​ນີ້​ກໍ​ພຽງ​ພໍ​ແລ້ວ​ທີ່​ຈະ​ບອກ​ວ່າ​ນີ້​ເປັນ​ຂໍ້​ພິສູດ​ທີ່​ຊັດເຈນ​ທີ່​ສຸດ​ວ່າ​ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ.

11. ຕົວຢ່າງ​ອັນ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ທຸກ​ໃຈ​ດ້ວຍ​ຄວາມ​ຮູ້ສຶກ​ຜິດ​ກ້າ​ເຂົ້າ​ຫາ​ພະ​ເຍຊູ ແລະ​ເປັນ​ຫຍັງ​ຄວາມ​ກ້າ​ແບບ​ນີ້​ຈຶ່ງ​ສຳຄັນ?

11 ຄົນ​ທີ່​ທຸກ​ໃຈ​ຍ້ອນ​ຄວາມ​ຮູ້ສຶກ​ຜິດ​ກ້າ​ເຂົ້າ​ຫາ​ພະ​ເຍຊູ. ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ນຶກ​ເຖິງ​ຕອນ​ທີ່​ພະ​ເຍຊູ​ກິນ​ເຂົ້າ​ແລງ​ຢູ່​ເຮືອນ​ຂອງ​ຟາລິຊຽນ​ຄົນ​ໜຶ່ງ. ຜູ້​ຍິງ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ວ່າ​ເປັນ​ຄົນ​ບາບ​ໄດ້​ເຂົ້າ​ມາ​ທີ່​ນັ້ນ​ແລະ​ຄູ້​ເຂົາ​ລົງ​ທີ່​ຕີນ​ຂອງ​ພະ​ເຍຊູ ຮ້ອງໄຫ້​ຍ້ອນ​ສຳນຶກ​ເຖິງ​ຄວາມ​ຜິດ​ຂອງ​ຕົນ. ນ້ຳ​ຕາ​ຂອງ​ລາວ​ເຮັດ​ໃຫ້​ຕີນ​ຂອງ​ພະ​ເຍຊູ​ປຽກ ແລະ​ລາວ​ໃຊ້​ຜົມ​ຂອງ​ຕົນ​ເພື່ອ​ເຊັດ​ຕີນ​ຂອງ​ພະອົງ​ໃຫ້​ແຫ້ງ. ໃນ​ຂະນະ​ທີ່​ເຈົ້າ​ພາບ​ຂອງ​ພະ​ເຍຊູ​ຖອຍ​ໜີ​ດ້ວຍ​ຄວາມ​ລັງກຽດ​ແລະ​ຕຳໜິ​ພະ​ເຍຊູ​ຢ່າງ​ແຮງ​ທີ່​ຍອມ​ໃຫ້​ຜູ້​ຍິງ​ຄົນ​ນີ້​ເຂົ້າ​ມາ​ໃກ້​ພະອົງ ພະ​ເຍຊູ​ຊົມເຊີຍ​ຜູ້​ຍິງ​ຄົນ​ນີ້​ຢ່າງ​ກະລຸນາ​ສຳລັບ​ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຢ່າງ​ຈິງ​ໃຈ​ຂອງ​ລາວ ແລະ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ໃນ​ການ​ໃຫ້​ອະໄພ​ຂອງ​ພະເຢໂຫວາ. (ລືກາ 7:36-50) ໃນ​ທຸກ​ມື້​ນີ້​ຍິ່ງ​ກວ່າ​ທີ່​ເຄີຍ​ເປັນ​ມາ​ກ່ອນ ຄົນ​ທີ່​ໜັກອຶ້ງ​ດ້ວຍ​ຄວາມ​ຮູ້ສຶກ​ຜິດ​ຕ້ອງ​ກ້າ​ທີ່​ຈະ​ເຂົ້າ​ໄປ​ຫາ​ຜູ້​ທີ່​ສາມາດ​ຊ່ວຍເຂົາເຈົ້າ​ໃຫ້​ຟື້ນຟູ​ສາຍ​ສຳພັນ​ກັບ​ພະເຈົ້າ! ອັນ​ໃດ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ຂະໜາດ​ນັ້ນ?

ອັນ​ໃດ​ເຮັດ​ໃຫ້​ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

12. ເປັນ​ຫຍັງ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ພະ​ເຍຊູ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

12 ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຍຊູ​ຮຽນ​ແບບ​ພໍ່​ທີ່​ຮັກ​ຂອງ​ພະອົງ​ເຊິ່ງ​ຢູ່​ໃນ​ສະຫວັນ​ໄດ້​ຢ່າງ​ຄົບ​ຖ້ວນ. (ໂຢຮັນ 14:9) ຄຳພີໄບເບິນ​ເຕືອນ​ໃຈ​ເຮົາ​ວ່າ ພະເຢໂຫວາ “ບໍ່​ຢູ່​ໄກ​ຈາກ​ເຮົາ​ທັງ​ຫຼາຍ​ທຸກ​ຄົນ.” (ກິດຈະການ 17:27) ພະເຢໂຫວາ​ເປັນ “ຜູ້​ຟັງ​ຄວາມ​ອ້ອນວອນ” ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ສະເໝີ​ສຳລັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ແລະ​ສຳລັບ​ຄົນ​ອື່ນໆທີ່​ປາຖະໜາ​ຢ່າງ​ຈິງ​ໃຈ​ທີ່​ຈະ​ສະແຫວງ​ຫາ​ແລະ​ຮັບໃຊ້​ພະອົງ. (ຄຳເພງ 65:2) ຄິດ​ເບິ່ງ​ດູ ບຸກຄົນ​ທີ່​ສຳຄັນ​ແລະ​ມີ​ສິດ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ​ຍັງ​ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ທີ່​ສຸດ! ພະ​ເຍຊູ​ຮັກ​ຜູ້​ຄົນ​ຄື​ກັບ​ທີ່​ພໍ່​ຮັກ. ໃນ​ບົດ​ຕ່າງໆຕໍ່​ໄປ​ນີ້ ເຮົາ​ຈະ​ພິຈາລະນາ​ກ່ຽວ​ກັບ​ຄວາມ​ຮັກ​ອັນ​ແຮງ​ກ້າ​ທີ່​ຢູ່​ໃນ​ໃຈ​ຂອງ​ພະ​ເຍຊູ. ແນວໃດ​ກໍ​ຕາມ ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ ສິ່ງ​ທີ່​ປາກົດ​ເຫັນ​ໄດ້​ເລີຍ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຍ້ອນ​ຄວາມ​ຮັກ​ທີ່​ພະອົງ​ມີ​ຕໍ່​ຜູ້​ຄົນ. ຂໍ​ໃຫ້​ພິຈາລະນາ​ລັກສະນະ​ນິດໄສ​ບາງ​ຢ່າງ​ຂອງ​ພະ​ເຍຊູ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ເຊັ່ນ​ນັ້ນ.

13. ພໍ່​ແມ່​ສາມາດ​ຮຽນ​ແບບ​ພະ​ເຍຊູ​ແນວໃດ?

13 ຜູ້​ຄົນ​ຮູ້ສຶກ​ໄດ້​ໂລດ​ວ່າ​ພະ​ເຍຊູ​ສົນ​ໃຈ​ໃນ​ເຂົາເຈົ້າ​ເປັນ​ສ່ວນ​ຕົວ. ຄວາມ​ສົນ​ໃຈ​ເປັນ​ສ່ວນ​ຕົວ​ແບບ​ນີ້​ບໍ່​ໄດ້​ໝົດ​ໄປ​ເມື່ອ​ພະ​ເຍຊູ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ. ດັ່ງ​ທີ່​ໄດ້​ພິຈາລະນາ​ແລ້ວ ເມື່ອ​ພໍ່​ແມ່​ພາ​ລູກ​ມາ​ຫາ​ພະ​ເຍຊູ ພະອົງ​ຍັງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ເຖິງ​ວ່າ​ມີ​ວຽກ​ຫຍຸ້ງ​ແລະ​ກຳລັງ​ແບກ​ຄວາມ​ຮັບຜິດຊອບ​ທີ່​ໜັກ. ນັ້ນ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພໍ່​ແມ່! ໃນ​ໂລກ​ທຸກ​ມື້​ນີ້ ການ​ລ້ຽງ​ລູກ​ເປັນ​ເລື່ອງ​ຍາກ. ແຕ່​ເປັນ​ເລື່ອງ​ສຳຄັນ​ທີ່​ລູກ​ເຫັນ​ວ່າ​ພໍ່​ແມ່​ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ຖ້າ​ເຈົ້າ​ເປັນ​ພໍ່​ຫຼື​ແມ່​ຄົງ​ຮູ້​ດີ​ວ່າ​ບາງ​ຄັ້ງ​ເຈົ້າ​ມີ​ວຽກ​ຫຍຸ້ງ​ໂພດ​ຈົນ​ບໍ່​ມີ​ເວລາ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ລູກ. ແນວໃດ​ກໍ​ຕາມ ເຈົ້າ​ສາມາດ​ເຮັດ​ໃຫ້​ລູກ​ໝັ້ນໃຈ​ໄດ້​ບໍ​ວ່າ​ເຈົ້າ​ຈະ​ຫາ​ເວລາ​ໃຫ້​ລູກ​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້? ຖ້າ​ເຈົ້າ​ຮັກສາ​ຄຳເວົ້າ ລູກ​ກໍ​ຈະ​ຮຽນ​ຮູ້​ວ່າ​ຄວາມ​ອົດ​ທົນ​ຍ່ອມ​ໃຫ້​ຜົນ​ຕອບ​ແທນ. ລູກ​ຍັງ​ຈະ​ຮຽນ​ຮູ້​ດ້ວຍ​ວ່າ​ເຈົ້າ​ຍິນດີ​ໃຫ້​ລູກ​ເຂົ້າ​ຫາ​ໄດ້​ທຸກ​ເວລາ ບໍ່​ວ່າ​ລູກ​ມີ​ບັນຫາ​ຫຼື​ມີ​ຄວາມ​ກັງວົນ​ໃດໆກໍ​ຕາມ.

14-16. (ກ) ສະພາບການ​ແບບ​ໃດ​ທີ່​ເປັນ​ສາເຫດ​ໃຫ້​ພະ​ເຍຊູ​ເຮັດ​ການອັດສະຈັນ​ຄັ້ງ​ທຳອິດ ແລະ​ເປັນ​ຫຍັງ​ນັ້ນ​ຈຶ່ງ​ເປັນ​ການ​ກະທຳ​ທີ່​ດີ​ເລີດ? (ຂ) ການອັດສະຈັນ​ຂອງ​ພະ​ເຍຊູ​ຢູ່​ເມືອງ​ການາ​ເປີດ​ເຜີຍ​ອັນ​ໃດ​ກ່ຽວ​ກັບ​ພະອົງ ແລະ​ໃຫ້​ບົດ​ຮຽນ​ອັນ​ໃດ​ຕໍ່​ພໍ່​ແມ່?

14 ພະ​ເຍຊູ​ເຮັດ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເປັນ​ຫ່ວງ​ກັງວົນ​ເປັນ​ເລື່ອງ​ສຳຄັນ​ຕໍ່​ພະອົງ. ຕົວຢ່າງ ຂໍ​ໃຫ້​ນຶກ​ເຖິງ​ການອັດສະຈັນ​ທຳອິດ​ທີ່​ພະອົງ​ເຮັດ. ພະອົງ​ເຂົ້າຮ່ວມ​ໃນ​ງານ​ແຕ່ງ​ດອງ​ຢູ່​ເມືອງ​ການາ​ເຊິ່ງ​ເປັນ​ເມືອງ​ໜຶ່ງ​ໃນ​ແຂວງ​ຄາລິເລ. ໄດ້​ເກີດ​ບັນຫາ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ລຳບາກ​ໃຈ ນັ້ນ​ຄື​ເຫຼົ້າ​ອະງຸ່ນ​ໝົດ! ມາລີ​ແມ່​ຂອງ​ພະ​ເຍຊູ​ໄດ້​ບອກ​ພະອົງ​ກ່ຽວ​ກັບ​ສິ່ງ​ທີ່​ເກີດຂຶ້ນ. ແລະ​ພະ​ເຍຊູ​ເຮັດ​ແນວໃດ? ພະອົງ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ຕັກ​ນ້ຳ​ໃຫ້​ເຕັມ​ໄຫ​ຫີນ​ໃຫຍ່​ຫົກ​ໜ່ວຍ. ເມື່ອ​ເອົາ​ນ້ຳ​ໃນ​ໄຫ​ໄປ​ໃຫ້​ຜູ້​ດູ​ແລ​ງານ​ລ້ຽງ​ຊີມ ປາກົດ​ວ່າ​ມັນ​ເປັນ​ເຫຼົ້າ​ອະງຸ່ນ​ແນວ​ດີ! ນີ້​ເປັນ​ການ​ຫຼິ້ນ​ກົນ​ບໍ? ບໍ່​ແມ່ນ ນ້ຳ​ໄດ້ “ກາຍ​ເປັນ​ເຫຼົ້າ​ອະງຸ່ນ.” (ໂຢຮັນ 2:1-11, ທ.ປ.) ການ​ປ່ຽນ​ຈາກ​ສິ່ງ​ໜຶ່ງ​ໄປ​ເປັນ​ອີກ​ສິ່ງ​ໜຶ່ງ​ເປັນ​ຄວາມ​ໃຝ່​ຝັນ​ຂອງ​ມະນຸດ​ດົນ​ນານ​ມາ​ແລ້ວ. ເປັນ​ເວລາ​ຫຼາຍ​ສະຕະວັດ ຄົນ​ທີ່​ເອີ້ນ​ກັນ​ວ່າ​ນັກ​ຫຼິ້ນ​ແຮ່​ແປ​ທາດ​ໄດ້​ພະຍາຍາມ​ເຮັດ​ໃຫ້​ທາດ​ຊືນ​ກາຍ​ເປັນ​ຄຳ. ເຂົາເຈົ້າ​ບໍ່​ໄດ້​ປະສົບ​ຜົນ​ສຳເລັດ ເຖິງ​ແມ່ນ​ວ່າ​ທີ່​ຈິງ​ແລ້ວ​ຊືນ​ແລະ​ຄຳ​ເປັນ​ທາດ​ທີ່​ຄ້າຍ​ກັນ​ຢ່າງ​ໜ້າ​ງຶດງໍ້. * ຈະ​ວ່າ​ແນວໃດ​ກ່ຽວ​ກັບ​ນ້ຳ​ແລະ​ເຫຼົ້າ​ອະງຸ່ນ? ນ້ຳ​ມີ​ສ່ວນ​ປະກອບ​ທາງ​ເຄມີ​ທີ່​ບໍ່​ສັບ​ຊ້ອນ​ເຊິ່ງ​ປະກອບ​ດ້ວຍ​ທາດ​ພື້ນຖານ​ສອງ​ຢ່າງ. ກົງ​ກັນ​ຂ້າມ ເຫຼົ້າ​ອະງຸ່ນ​ມີ​ສານ​ເກືອບ​ໜຶ່ງ​ພັນ​ຢ່າງ​ທີ່​ປະກອບ​ເປັນ​ທາດ​ພື້ນຖານ​ຫຼາຍ​ຢ່າງ ແລະ​ທາດ​ເຫຼົ່ານັ້ນ​ມີ​ອົງ​ປະກອບ​ທີ່​ສັບ​ຊ້ອນ! ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການອັດສະຈັນ​ເຊັ່ນ​ນັ້ນ​ພຽງ​ເພື່ອ​ແກ້​ບັນຫາ​ເລັກ​ນ້ອຍ​ເຊັ່ນ ການ​ທີ່​ເຫຼົ້າ​ອະງຸ່ນ​ໝົດ​ໃນ​ງານ​ລ້ຽງ?

15 ນີ້​ບໍ່​ແມ່ນ​ບັນຫາ​ເລັກ​ນ້ອຍ​ຕໍ່​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ. ໃນ​ຕາເວັນ​ອອກ​ກາງ​ສະໄໝ​ບູຮານ ການ​ຕ້ອນຮັບ​ຢ່າງ​ດີ​ເປັນ​ເລື່ອງ​ສຳຄັນ​ແທ້ໆ. ການ​ທີ່​ເຫຼົ້າ​ອະງຸ່ນ​ໝົດ​ຢູ່​ງານ​ແຕ່ງ​ດອງ​ຄົງ​ຈະ​ເຮັດ​ໃຫ້​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ຂາຍ​ໜ້າ ເຮັດ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ໃນ​ວັນ​ແຕ່ງ​ດອງ​ຂອງ​ຕົນ ແລະ​ເລື່ອງ​ນີ້​ຈະ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ເຂົາເຈົ້າ​ໄປ​ອີກ​ຫຼາຍ​ປີ​ນັບ​ຈາກ​ນັ້ນ. ບັນຫາ​ນີ້​ເປັນ​ເລື່ອງ​ສຳຄັນ​ຕໍ່​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ແລະ​ຕໍ່​ພະເຍຊູ​ນຳ. ດັ່ງນັ້ນ ພະອົງ​ຈຶ່ງ​ລົງ​ມື​ເຮັດ​ບາງ​ຢ່າງ. ເຈົ້າ​ເຫັນ​ແລ້ວ​ແມ່ນ​ບໍ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ເຂົ້າ​ຫາ​ພະອົງ​ດ້ວຍ​ເລື່ອງ​ທີ່​ເຂົາເຈົ້າ​ເປັນ​ຫ່ວງ​ກັງວົນ?

ສະແດງ​ໃຫ້​ລູກ​ເຫັນ​ວ່າ ເຈົ້າ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ແລະ​ໃສ່​ໃຈ​ແທ້ໆ

16 ອີກ​ຄັ້ງ​ໜຶ່ງ​ທີ່​ພໍ່​ແມ່​ສາມາດ​ໄດ້​ບົດ​ຮຽນ​ທີ່​ເປັນ​ປະໂຫຍດ​ຈາກ​ເລື່ອງ​ນີ້. ຈະ​ວ່າ​ແນວໃດ​ຖ້າ​ລູກ​ເຂົ້າ​ຫາ​ເຈົ້າ​ເພາະ​ໜັກ​ໃຈ​ດ້ວຍ​ບັນຫາ​ບາງ​ຢ່າງ? ເຈົ້າ​ອາດ​ຢາກ​ຈະ​ບອກ​ວ່າ​ບັນຫາ​ທີ່​ລູກ​ເປັນ​ຫ່ວງ​ກັງວົນ​ນັ້ນ​ເປັນ​ເລື່ອງ​ເລັກ​ນ້ອຍ. ເຈົ້າ​ອາດ​ເຫັນ​ວ່າ​ເປັນ​ເລື່ອງ​ຕາ​ຫົວຂວັນ​ຊ້ຳ. ເມື່ອ​ທຽບ​ກັບ​ພາລະ​ໜັກ​ຂອງ​ເຈົ້າ​ເອງ​ແລ້ວ ບັນຫາ​ຂອງ​ລູກ​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ບໍ່​ສຳຄັນ​ແທ້ໆ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ມັນ​ບໍ່​ແມ່ນ​ເລື່ອງ​ເລັກ​ນ້ອຍ​ສຳລັບ​ລູກ! ຖ້າ​ບັນຫາ​ນັ້ນ​ສຳຄັນ​ຕໍ່​ຄົນ​ທີ່​ເຈົ້າ​ຮັກ ບັນຫາ​ນັ້ນ​ຈະ​ບໍ່​ສຳຄັນ​ຕໍ່​ເຈົ້າ​ນຳ​ບໍ? ການ​ບອກ​ໃຫ້​ລູກ​ຮູ້​ວ່າ​ເຈົ້າ​ສົນ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເປັນ​ຫ່ວງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ.

17. ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ແບບ​ໃດ​ໃນ​ເລື່ອງ​ຄວາມ​ອ່ອນ​ໂຍນ ແລະ​ເປັນ​ຫຍັງ​ຄຸນ​ລັກສະນະ​ນີ້​ຈຶ່ງ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ເຖິງ​ຄວາມ​ເຂັ້ມແຂງ?

17 ດັ່ງ​ທີ່​ໄດ້​ພິຈາລະນາ​ໃນບົດ​ທີ 3 ພະ​ເຍຊູ​ອ່ອນ​ໂຍນ​ແລະ​ຖ່ອມ​ໃຈ. (ມັດທາຍ 11:29) ຄວາມ​ອ່ອນ​ໂຍນ​ເປັນ​ຄຸນ​ລັກສະນະ​ທີ່​ດີ​ເລີດ ເປັນ​ຂໍ້​ພິສູດ​ທີ່​ມີ​ພະລັງ​ຂອງ​ຄວາມ​ຖ່ອມ​ໃນ​ຫົວໃຈ​ຂອງ​ຄົນ​ເຮົາ. ຄວາມ​ອ່ອນ​ໂຍນ​ເປັນ​ໜຶ່ງ​ໃນ​ໝາກ​ຜົນ​ແຫ່ງ​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ​ແລະ​ກ່ຽວຂ້ອງ​ກັບ​ສະຕິປັນຍາ​ຈາກ​ພະເຈົ້າ. (ຄາລາຊີ 5:22, 23; ຢາໂກໂບ 3:13) ເຖິງ​ວ່າ​ຖືກ​ຍົວະ​ຍຸ​ຢ່າງ​ຮຸນແຮງ ພະ​ເຍຊູ​ກໍ​ຍັງ​ຄວບຄຸມ​ຕົນ​ເອງ​ໄດ້. ແນ່ນອນ​ວ່າ​ຄວາມ​ອ່ອນ​ໂຍນ​ຂອງ​ພະອົງ​ບໍ່​ແມ່ນ​ຄວາມ​ອ່ອນແອ. ນັກ​ປາດ​ຄົນ​ໜຶ່ງ​ເວົ້າ​ເຖິງ​ຄຸນ​ລັກສະນະ​ນີ້​ວ່າ “ເບື້ອງ​ຫຼັງ​ຄວາມ​ອ່ອນ​ໂຍນ​ຄື​ຄວາມ​ແຂງ​ຄື​ເຫຼັກ​ກ້າ.” ທີ່​ຈິງ ຫຼາຍ​ຄັ້ງ​ເຮົາ​ຕ້ອງ​ເຂັ້ມແຂງ​ເພື່ອ​ຈະ​ຄວບຄຸມ​ອາລົມ​ແລະ​ປະຕິບັດ​ກັບ​ຄົນ​ອື່ນ​ດ້ວຍ​ຄວາມ​ອ່ອນ​ໂຍນ. ແຕ່​ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະເຢໂຫວາ ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ສະແດງ​ຄວາມ​ອ່ອນ​ໂຍນ ແລະ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ຂຶ້ນ.

18. ຕົວຢ່າງ​ອັນ​ໃດ​ທີ່​ສະແດງ​ເຖິງ​ຄວາມ​ມີ​ເຫດຜົນ​ຂອງ​ພະ​ເຍຊູ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ວ່າ​ຄຸນ​ລັກສະນະ​ນີ້​ເຮັດ​ໃຫ້​ຄົນ​ເຮົາ​ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

18 ພະ​ເຍຊູ​ເປັນ​ຄົນ​ມີ​ເຫດຜົນ. ເມື່ອ​ພະ​ເຍຊູ​ຢູ່​ເມືອງ​ຕີໂລ ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ພະອົງ​ເພາະ​ວ່າ​ລູກສາວ​ຂອງ​ລາວ “ທຸກ​ລຳບາກ​ຫຼາຍ​ດ້ວຍ​ຜີ​ຮ້າຍ​ເຂົ້າ​ສິງ.” ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ໃນ​ສາມ​ວິທີ​ວ່າ​ບໍ່​ຢາກ​ເຮັດ​ໃນ​ສິ່ງ​ທີ່​ລາວ​ຕ້ອງການ. ວິທີ​ທຳອິດ ພະອົງ​ບໍ່​ຕອບ; ວິທີ​ທີ​ສອງ ພະອົງ​ບອກ​ເຫດຜົນ​ທີ່​ພະອົງ​ບໍ່​ຄວນ​ເຮັດ​ຕາມ​ທີ່​ລາວ​ຂໍ; ວິທີ​ທີ​ສາມ ພະອົງ​ຍົກ​ຄຳ​ອຸປະມາ​ທີ່​ເຮັດ​ໃຫ້​ເຫດຜົນ​ຂອງ​ພະອົງ​ຊັດເຈນ​ຍິ່ງ​ຂຶ້ນ. ແຕ່​ພະອົງ​ມີ​ທ່າທີ​ທີ່​ເຢັນ​ຊາ​ແລະ​ແຂງ​ກະດ້າງ​ບໍ? ພະອົງ​ເວົ້າ​ເປັນ​ໄນໆບໍ​ວ່າ​ຜູ້​ຍິງ​ຄົນ​ນີ້​ກຳລັງ​ຢູ່​ໃນ​ອັນຕະລາຍ​ທີ່​ກ້າ​ມາ​ໂຕ້​ແຍ່ງ​ຄຳເວົ້າ​ຂອງ​ບຸລຸດ​ທີ່​ຍິ່ງໃຫຍ່​ເຊັ່ນ​ນັ້ນ? ບໍ່​ແມ່ນ ຜູ້​ຍິງ​ຄົນ​ນີ້​ຮູ້ສຶກ​ໝັ້ນໃຈ​ຈົນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ລາວ​ບໍ່​ພຽງ​ແຕ່​ຂໍ​ຄວາມ​ຊ່ວຍ​ເຫຼືອ​ແຕ່​ຍັງ​ບາກບັ່ນ​ຕໍ່ໆໄປ​ທັງໆທີ່​ເບິ່ງ​ຄື​ວ່າ​ພະອົງ​ບໍ່​ເຕັມ​ໃຈ​ທີ່​ຈະ​ຊ່ວຍ​ເຫຼືອ. ພະ​ເຍຊູ​ເຫັນ​ຄວາມ​ເຊື່ອ​ອັນ​ໂດດ​ເດັ່ນ​ທີ່​ກະຕຸ້ນ​ຍິງ​ຄົນ​ນີ້​ໃຫ້​ບາກບັ່ນ​ຕໍ່ໆໄປ ພະອົງ​ຈຶ່ງ​ປິ່ນປົວ​ລູກສາວ​ຂອງ​ລາວ. (ມັດທາຍ 15:22-28) ແນ່ນອນ​ວ່າ​ຄວາມ​ມີ​ເຫດຜົນ​ຂອງ​ພະ​ເຍຊູ ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ຟັງ​ແລະ​ຍອມ​ເຮັດ​ຕາມ​ເມື່ອ​ເໝາະສົມ ເຮັດ​ໃຫ້​ຜູ້​ຄົນ​ຮ້ອນຮົນ​ທີ່​ຈະ​ເຂົ້າ​ໃກ້​ພະອົງ!

ເຈົ້າ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ບໍ?

19. ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ?

19 ຜູ້​ຄົນ​ມັກ​ຄິດ​ວ່າ​ຕົນ​ເອງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ຕົວຢ່າງ ບາງ​ຄົນ​ທີ່​ຢູ່​ໃນ​ຕຳແໜ່ງທີ່​ມີ​ສິດ​ອຳນາດ​ມັກ​ເວົ້າ​ວ່າ​ເຂົາເຈົ້າ​ວ່າງ​ສະເໝີ​ສຳລັບ​ການ​ຕິດ​ຕໍ່​ພົວ​ພັນ ຜູ້​ທີ່​ຢູ່​ໃຕ້​ບັງຄັບ​ບັນຊາ​ສາມາດ​ເຂົ້າ​ຫາ​ໄດ້​ຕະຫຼອດ​ເວລາ. ແຕ່​ຄຳພີໄບເບິນ​ມີ​ຄຳ​ເຕືອນ​ທີ່​ມີ​ພະລັງ​ດັ່ງ​ນີ້ “ຄົນ​ຫຼາຍ​ຄົນ​ປະກາດ​ຕົວ​ມີ​ຄວາມ​ດີ ແຕ່​ວ່າ​ຄົນ​ສັດ​ຊື່​ຜູ້​ໜຶ່ງ​ໃຜ​ຈະ​ພົບ​ເພິ່ນ?” (ສຸພາສິດ 20:6) ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເວົ້າ​ວ່າ​ເຮົາ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ ແຕ່​ເຮົາ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຍຊູ​ໃນ​ແງ່​ນີ້​ໄດ້​ຄື​ກັບ​ພະອົງ​ແທ້ໆບໍ? ຄຳ​ຕອບ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ເຮົາ​ເບິ່ງ​ເຮົາ​ເອງ​ວ່າ​ເປັນ​ແນວໃດ ແຕ່​ຂຶ້ນ​ກັບ​ວ່າ​ຄົນ​ອື່ນ​ເບິ່ງ​ເຮົາ​ແນວໃດ. ໂປໂລ​ກ່າວ​ວ່າ “ຄວາມ​ອ່ອນ​ຫວານ [“ຄວາມ​ມີ​ເຫດຜົນ,” ລ.ມ.] ຂອງ​ທ່ານ​ທັງ​ຫຼາຍ​ຈົ່ງ​ໃຫ້​ປາກົດ​ແກ່​ຄົນ​ທັງ​ປວງ.” (ຟີລິບ 4:5) ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ຄົນ​ອື່ນ​ເບິ່ງ​ຂ້ອຍ​ວ່າ​ເປັນ​ຄົນ​ແນວໃດ? ຂ້ອຍ​ມີ​ຊື່ສຽງ​ແນວໃດ?’

ຜູ້​ເຖົ້າ​ແກ່​ຄວນ​ພະຍາຍາມ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ

20. (ກ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຄລິດສະຕຽນ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ຈະ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ເປັນ​ຄົນ​ມີ​ເຫດຜົນ​ໃນ​ສິ່ງ​ທີ່​ເຮົາ​ຄາດ​ໝາຍ​ຈາກ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ?

20 ຄລິດສະຕຽນ​ທີ່​ເປັນ​ຜູ້​ເຖົ້າ​ແກ່​ຄວນ​ພະຍາຍາມ​ເປັນ​ພິເສດ​ທີ່​ຈະ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ເຂົາເຈົ້າ​ປາຖະໜາ​ຢ່າງ​ຍິ່ງ​ທີ່​ຈະ​ປະຕິບັດ​ຕາມ​ຄຳ​ພັນລະນາ​ທີ່​ບັນທຶກ​ໄວ້​ໃນ​ເອຊາອີ 32:1, 2 ທີ່​ວ່າ ເຂົາເຈົ້າ​ຈະ “ປົກປ້ອງ​ກັ້ນ​ຈາກ​ລົມ​ພັດ ແລະ [ເປັນ] ທີ່​ເພິ່ງ​ອາໄສ​ຈາກ​ຟ້າ​ແຕກ​ຟ້າ​ຜ້ຽງ . . . ຈະ​ເປັນ​ຄື​ຫ້ວຍ​ນ້ຳ​ໃນ​ດິນ​ແຫ້ງ ຄື​ຮົ່ມ​ເງົາ​ແຕ່​ຫີນ​ດານ​ອັນ​ສູງ​ໃນ​ປະເທດ​ດິນ​ບໍ່​ເກີດ​ຜົນ.” ຜູ້​ເຖົ້າ​ແກ່​ສາມາດ​ໃຫ້​ການ​ປົກປ້ອງ ໃຫ້​ຄວາມ​ສົດ​ຊື່ນ ແລະ​ໃຫ້​ການ​ບັນເທົາ​ທຸກ​ດັ່ງ​ກ່າວ​ໄດ້​ກໍ​ຕໍ່​ເມື່ອ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ແມ່ນ​ຢູ່ ການ​ເຮັດ​ເຊັ່ນ​ນັ້ນ​ບໍ່​ແມ່ນ​ວ່າ​ຈະ​ງ່າຍ​ສະເໝີ​ໄປ ເພາະ​ຜູ້​ເຖົ້າ​ແກ່​ແບກ​ພາລະ​ຄວາມ​ຮັບຜິດຊອບ​ທີ່​ໜັກ​ໜ່ວງ​ໃນ​ສະໄໝ​ທີ່​ຫຍຸ້ງຍາກ​ນີ້. ແນວໃດ​ກໍ​ຕາມ ຜູ້​ເຖົ້າ​ແກ່​ບໍ່​ຄວນ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ເຂົາເຈົ້າ​ຫຍຸ້ງ​ຫຼາຍ​ໂພດ​ທີ່​ຈະ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ແກະ​ຂອງພະເຢໂຫວາ. (1 ເປໂຕ 5:2) ສະມາຊິກ​ຄົນ​ອື່ນໆໃນ​ປະຊາຄົມ​ຄວນ​ມີ​ເຫດຜົນ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ຄາດ​ໝາຍ​ຈາກ​ຄົນ​ທີ່​ສັດ​ຊື່​ເຊັ່ນ​ນັ້ນ ໂດຍ​ສະແດງ​ຄວາມ​ຖ່ອມ​ແລະ​ໃຫ້​ຄວາມ​ຮ່ວມ​ມື.—ເຫບເລີ 13:17.

21. ພໍ່​ແມ່​ຈະ​ເປັນ​ຄົນ​ທີ່​ລູກ​ເຂົ້າ​ຫາ​ໄດ້​ງ່າຍ​ຢູ່​ສະເໝີ​ໄດ້​ແນວໃດ ແລະ​ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

21 ພໍ່​ແມ່​ຄວນ​ພະຍາຍາມ​ເປັນ​ຄົນ​ທີ່​ລູກ​ຈະ​ເຂົ້າ​ຫາ​ໄດ້​ສະເໝີ. ການ​ເຮັດ​ເຊັ່ນ​ນີ້​ເປັນ​ເລື່ອງ​ສຳຄັນ​ແທ້ໆ! ພໍ່​ແມ່​ຕ້ອງການ​ໃຫ້​ລູກ​ຮູ້​ວ່າ​ການ​ໄວ້​ວາງໃຈ​ພໍ່​ຫຼື​ແມ່​ນັ້ນ​ເປັນ​ເລື່ອງ​ທີ່​ປອດໄພ. ດັ່ງນັ້ນ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ມີ​ເຫດຜົນ ລະວັງ​ທີ່​ຈະ​ບໍ່​ສະແດງ​ປະຕິກິລິຍາ​ຫຼາຍ​ເກີນ​ໄປ​ເມື່ອ​ລູກ​ສາລະພາບ​ຄວາມ​ຜິດ​ຫຼື​ສະແດງ​ຄວາມຄິດ​ທີ່​ຜິດ​ບາງ​ຢ່າງ​ອອກ​ມາ. ໃນ​ຂະນະ​ທີ່​ແອບ​ສອນ​ລູກ​ຢ່າງ​ອົດ​ທົນ ພໍ່​ແມ່​ພະຍາຍາມ​ທີ່​ຈະ​ເປີດ​ໂອກາດ​ໃຫ້​ມີ​ການ​ສື່​ຄວາມ​ກັນ​ຢູ່​ສະເໝີ. ທີ່​ຈິງ​ເຮົາ​ທຸກ​ຄົນ​ຢາກ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ຄື​ກັບ​ທີ່​ພະ​ເຍຊູ​ເປັນ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ເລື່ອງ​ຄວາມ​ເມດຕາ​ສົງສານ​ຢ່າງ​ຈິງ​ໃຈ​ຂອງ​ພະ​ເຍຊູ ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ພະອົງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ.

^ ນັກ​ຮຽນ​ວິຊາ​ເຄມີ​ຮູ້​ວ່າ​ທາດ​ຊືນ​ແລະ​ທາດ​ຄຳ​ຢູ່​ໃນ​ຕຳແໜ່ງ​ທີ່​ໃກ້​ຄຽງ​ກັນ​ໃນ​ຕາ​ຕະລາງ​ທາດ​ເຄມີ. ອາໂຕມ​ຂອງ​ທາດ​ຊືນ​ມີ​ໂປ​ລ​ຕົງ​ໃນ​ນິວເຄຍ​ຂອງ​ມັນ​ຫຼາຍ​ກວ່າ​ໃນ​ທາດ​ຄຳ​ພຽງ​ແຕ່​ສາມ​ໂປ​ລ​ຕົງ. ນັກ​ຟິຊິກສາດ​ສະໄໝ​ປັດຈຸບັນ​ແມ່ນ​ວ່າ​ເຄີຍ​ໄດ້​ເຮັດ​ໃຫ້​ທາດ​ຊືນ​ໃນ​ປະລິມານ​ເລັກ​ນ້ອຍ​ກາຍ​ເປັນ​ຄຳ ແຕ່​ຂະບວນການ​ດັ່ງ​ກ່າວ​ຕ້ອງ​ໃຊ້​ພະລັງ​ງານ​ຫຼາຍ​ຈົນ​ບໍ່​ຄຸ້ມ​ກັບ​ຄ່າ​ໃຊ້​ຈ່າຍ.