ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 16

“ພະ​ເຍຊູ . . . ໄດ້​ຮັກ​ເຂົາ​ເຖິງ​ທີ່​ສຸດ”

“ພະ​ເຍຊູ . . . ໄດ້​ຮັກ​ເຂົາ​ເຖິງ​ທີ່​ສຸດ”

1, 2. ພະ​ເຍຊູ​ໃຊ້​ເວລາ​ແລງ​ມື້​ສຸດທ້າຍ​ແນວໃດ​ກັບ​ເຫຼົ່າ​ອັກຄະສາວົກ ແລະ​ເປັນ​ຫຍັງ​ໄລຍະ​ສຸດທ້າຍ​ນີ້​ຈຶ່ງ​ມີ​ຄ່າ​ຫຼາຍ?

 ໃນ​ຂະນະ​ທີ່​ຊຸມນຸມ​ກັບ​ເຫຼົ່າ​ອັກຄະສາວົກ​ຢູ່​ຫ້ອງ​ຊັ້ນ​ເທິງ​ໃນ​ເຮືອນ​ຫຼັງ​ໜຶ່ງ​ຢູ່​ເມືອງ​ເຢຣຶຊາເລມ ພະ​ເຍຊູ​ຮູ້​ວ່າ​ນີ້​ເປັນ​ແລງ​ມື້​ສຸດທ້າຍ​ທີ່​ຈະ​ຢູ່​ກັບ​ເຂົາເຈົ້າ. ເວລາ​ທີ່​ພະອົງ​ຈະ​ກັບ​ໄປ​ຫາ​ພໍ່​ໃກ້​ເຂົ້າ​ມາ​ແລ້ວ. ໃນ​ເວລາ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ພະ​ເຍຊູ​ກໍ​ຈະ​ຖືກ​ຈັບ​ແລະ​ຄວາມ​ເຊື່ອ​ຂອງ​ພະອົງ​ຈະ​ຖືກ​ທົດລອງ​ໃນ​ແບບ​ທີ່​ບໍ່​ເຄີຍ​ຖືກ​ມາ​ກ່ອນ. ເຖິງ​ຮູ້​ວ່າ​ອີກ​ບໍ່​ດົນ​ຈະ​ຕ້ອງ​ສິ້ນ​ຊີວິດ ພະອົງ​ກໍ​ຍັງ​ຄຳນຶງ​ເຖິງ​ຄວາມ​ຈຳເປັນ​ຂອງ​ເຫຼົ່າ​ອັກຄະສາວົກ.

2 ພະ​ເຍຊູ​ໄດ້​ກຽມ​ອັກຄະສາວົກ​ໄວ້​ແລ້ວ​ສຳລັບ​ການ​ຈາກ​ໄປ​ຂອງ​ພະອົງ ແຕ່​ພະອົງ​ຍັງ​ມີ​ອີກ​ຫຼາຍ​ສິ່ງ​ທີ່​ຈະ​ບອກ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂັ້ມແຂງ​ຕໍ່​ເຫດການ​ທີ່​ຈະ​ປະເຊີນ​ໃນ​ອະນາຄົດ. ດັ່ງນັ້ນ ພະອົງ​ຈຶ່ງ​ໃຊ້​ເວລາ​ອັນ​ມີ​ຄ່າ​ໃນ​ຕອນ​ທ້າຍໆນີ້​ເພື່ອ​ສອນ​ເຂົາເຈົ້າ​ເຖິງ​ບົດ​ຮຽນ​ທີ່​ສຳຄັນ​ເຊິ່ງ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັກສາ​ຄວາມ​ສັດຊື່. ຖ້ອຍຄຳ​ທີ່​ພະອົງ​ກ່າວ​ສະແດງ​ເຖິງ​ຄວາມ​ອົບອຸ່ນ​ແລະ​ຄວາມ​ສະໜິດ​ສະໜົມ​ທີ່​ສຸດ​ເທົ່າ​ທີ່​ພະອົງ​ເຄີຍ​ກ່າວ​ນຳ​ເຂົາເຈົ້າ. ແຕ່​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເປັນ​ຫ່ວງ​ເຫຼົ່າ​ອັກຄະສາວົກ​ຫຼາຍ​ກວ່າ​ເປັນ​ຫ່ວງ​ຕົວ​ເອງ? ເປັນ​ຫຍັງ​ໄລຍະ​ທ້າຍໆທີ່​ພະອົງ​ຢູ່​ກັບ​ເຂົາເຈົ້າ​ຈຶ່ງ​ມີ​ຄ່າ​ຫຼາຍ? ຄຳ​ຕອບ​ສະຫຼຸບ​ໄດ້​ຄຳ​ດຽວ​ຄື ຄວາມ​ຮັກ. ພະອົງ​ມີ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ຕໍ່​ເຂົາເຈົ້າ.

3. ເຮົາ​ຮູ້​ໄດ້​ແນວໃດ​ວ່າ​ພະ​ເຍຊູ​ບໍ່​ໄດ້​ລໍ​ຖ້າ​ຈົນຮອດ​ແລງ​ມື້​ສຸດທ້າຍ​ຈຶ່ງ​ສະແດງ​ຄວາມ​ຮັກ​ຕໍ່​ເຫຼົ່າ​ສາວົກ?

3 ຫຼາຍ​ສິບ​ປີ​ຕໍ່ມາ​ເມື່ອ​ເລີ່ມ​ນຳ​ສະເໜີ​ເລື່ອງ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ກ່ຽວ​ກັບ​ແລງ​ມື້​ນັ້ນ ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ “ກ່ອນ​ເທສະການ​ປັດສະຄາ​ພະ​ເຍຊູ​ທີ່​ຮູ້ຈັກ​ວ່າ​ຍາມ​ແຫ່ງ​ຕົນ​ໄດ້​ມາ​ແລ້ວ​ເພື່ອ​ຈະ​ກາຍ​ແຕ່​ໂລກ​ນີ້​ໄປ​ຫາ​ພະ​ບິດາ ເພາະ​ພະອົງ​ໄດ້​ຮັກ​ພວກ​ແຫ່ງ​ຕົນ​ທີ່​ຢູ່​ໃນ​ໂລກ​ແລ້ວ​ພະອົງ​ໄດ້​ຮັກ​ເຂົາ​ເຖິງ​ທີ່​ສຸດ.” (ໂຢຮັນ 13:1) ພະ​ເຍຊູ​ບໍ່​ໄດ້​ລໍ​ຖ້າ​ຈົນຮອດ​ຕອນ​ຄ່ຳ​ມື້​ນັ້ນ​ເພື່ອ​ສະແດງ​ຄວາມ​ຮັກ​ຕໍ່ “ພວກ​ແຫ່ງ​ຕົນ.” ຕະຫຼອດ​ໄລຍະ​ວຽກ​ຮັບໃຊ້ ພະອົງ​ໃຫ້​ຂໍ້​ພິສູດ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ມີ​ຕໍ່​ເຫຼົ່າ​ສາວົກ​ໃນຫຼາຍ​ວິທີ. ນັ້ນ​ເປັນ​ປະໂຫຍດ​ທີ່​ຈະ​ພິຈາລະນາ​ບາງ​ວິທີ​ທີ່​ພະອົງ​ໄດ້​ສະແດງ​ຄວາມ​ຮັກ ເນື່ອງ​ຈາກ​ການ​ຮຽນ​ແບບ​ພະອົງ​ໃນ​ເລື່ອງ​ນີ້​ຈະ​ພິສູດ​ວ່າ​ເຮົາ​ເປັນ​ສາວົກ​ແທ້​ຂອງ​ພະອົງ.

ການ​ສະແດງ​ຄວາມ​ອົດ​ທົນ

4, 5. (ກ) ໃນ​ການ​ປະຕິບັດ​ກັບ​ເຫຼົ່າ​ສາວົກ ເປັນ​ຫຍັງ​ພະ​ເຍຊູ​ຕ້ອງ​ມີ​ຄວາມ​ອົດ​ທົນ? (ຂ) ພະ​ເຍຊູ​ຕອບ​ສະໜອງ​ແນວໃດ​ເມື່ອ​ອັກຄະສາວົກ​ສາມ​ຄົນ​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ໄດ້​ເຝົ້າ​ລະວັງ​ຢູ່​ສວນ​ເຄດເຊມາເນ?

4 ຄວາມ​ຮັກ​ແລະ​ຄວາມ​ອົດ​ທົນ​ກ່ຽວຂ້ອງ​ກັນ. 1 ໂກລິນໂທ 13:4 ກ່າວ​ວ່າ “ຄວາມ​ຮັກ​ກໍ​ອົດ​ທົນ​ດົນ​ນານ” ຄວາມ​ອົດ​ທົນ​ນີ້​ກ່ຽວຂ້ອງ​ກັບ​ການ​ອົດ​ທົນ​ກັບ​ຄົນ​ອື່ນ. ພະ​ເຍຊູ​ຕ້ອງ​ອົດ​ທົນ​ບໍ​ເມື່ອ​ປະຕິບັດ​ກັບ​ເຫຼົ່າ​ສາວົກ? ອົດ​ທົນ​ແທ້! ດັ່ງ​ທີ່​ເຫັນ​ໃນບົດ​ທີ 3 ເຫຼົ່າ​ອັກຄະສາວົກ​ຊັກຊ້າ​ໃນ​ການ​ພັດທະນາ​ຄວາມ​ຖ່ອມ. ເຂົາເຈົ້າ​ໂຕ້​ຖຽງ​ກັນ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ວ່າ​ໃຜ​ເປັນ​ໃຫຍ່​ທີ່​ສຸດ​ໃນ​ທ່າມກາງ​ພວກ​ເຂົາ. ພະ​ເຍຊູ​ຕອບ​ສະໜອງ​ແນວໃດ? ພະອົງ​ໃຈ​ຮ້າຍ​ແລະ​ເຮັດ​ແບບ​ບໍ່​ພໍ​ໃຈ​ບໍ? ບໍ່ ພະອົງ​ຫາ​ເຫດຜົນ​ກັບ​ເຂົາເຈົ້າ​ດ້ວຍ​ຄວາມ​ອົດ​ທົນ ແມ່ນ​ແຕ່​ຕອນ​ທີ່​ມີ​ການ “ຖຽງ​ກັນ” ເລື່ອງ​ປະເດັນ​ນີ້​ເຊິ່ງ​ເກີດຂຶ້ນ​ໃນ​ແລງ​ມື້​ສຸດທ້າຍ​ທີ່​ພະອົງ​ຢູ່​ກັບ​ເຂົາເຈົ້າ!—ລືກາ 22:24-30; ມັດທາຍ 20:20-28; ມາລະໂກ 9:33-37.

5 ຕໍ່ມາ​ໃນ​ຄືນ​ສຸດທ້າຍ​ນັ້ນ ເມື່ອ​ພະ​ເຍຊູ​ໄປ​ສວນ​ເຄດເຊມາເນ​ກັບ​ອັກຄະສາວົກ​ທີ່​ສັດຊື່ 11 ຄົນ ມີ​ການ​ທົດ​ສອບ​ຄວາມ​ອົດ​ທົນ​ຂອງ​ພະອົງ​ອີກ​ຄັ້ງ​ໜຶ່ງ. ໂດຍ​ປະ​ອັກຄະສາວົກ​ອີກ​ແປດ​ຄົນ​ໄວ້ ພະ​ເຍຊູ​ພາ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ເຂົ້າ​ໄປ​ເລິກໆໃນ​ສວນ. ພະ​ເຍຊູ​ບອກ​ເຂົາເຈົ້າ​ວ່າ “ຈິດ​ໃຈ​ເຮົາ​ເປັນ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າ​ຢູ່​ທີ່​ນີ້​ກັບ​ເຮົາ.” ພະອົງ​ຍ່າງ​ອອກ​ໄປ​ໜ້ອຍ​ໜຶ່ງ​ແລະ​ເລີ່ມ​ຕົ້ນ​ອະທິດຖານ​ຢ່າງ​ຈິງ​ຈັງ. ພາຍ​ຫຼັງ​ທີ່​ອະທິດຖານ​ເປັນ​ເວລາ​ດົນ ພະອົງ​ກັບ​ມາ​ຫາ​ອັກຄະສາວົກ​ສາມ​ຄົນ​ນັ້ນ. ພະອົງ​ພົບ​ເຫັນ​ອັນ​ໃດ? ໃນ​ໄລຍະ​ການ​ທົດລອງ​ອັນ​ສຳຄັນ​ທີ່​ສຸດ​ນີ້ ພວກ​ເຂົາ​ພັດ​ນອນ​ຫຼັບ! ພະອົງ​ຮ້າຍ​ເຂົາເຈົ້າ​ອີກ​ຍ້ອນ​ບໍ່​ໄດ້​ເຝົ້າ​ລະວັງ​ບໍ? ບໍ່ ພະອົງ​ຕັກ​ເຕືອນ​ເຂົາເຈົ້າ​ດ້ວຍ​ຄວາມ​ອົດ​ທົນ. ຖ້ອຍຄຳ​ທີ່​ກະລຸນາ​ນັ້ນ​ສະແດງ​ວ່າ​ພະອົງ​ເຂົ້າ​ໃຈ​ໃນ​ຄວາມ​ເຄັ່ງ​ຕຶງ​ທີ່​ເຂົາເຈົ້າ​ພວມ​ປະເຊີນ​ຢູ່​ພ້ອມ​ທັງ​ຄວາມ​ອ່ອນ​ເພຍ​ຂອງ​ເຂົາເຈົ້າ. * ພະອົງກ່າວ​ວ່າ “ໃຈ​ກະຕືລືລົ້ນ​ກໍ​ຈິງ ແຕ່​ກາຍ​ນັ້ນ​ອ່ອນແອ.” ພະ​ເຍຊູ​ຍັງ​ຄົງ​ອົດ​ທົນ​ຕໍ່ໆໄປ​ໃນ​ແລງ​ມື້​ນັ້ນ ເຖິງ​ວ່າ​ເມື່ອ​ກັບ​ມາ​ແລະ​ຍັງ​ເຫັນ​ເຂົາເຈົ້າ​ນອນ​ຫຼັບ​ຢູ່​ບໍ່​ແມ່ນ​ເທື່ອ​ດຽວ​ແຕ່​ອີກ​ຕັ້ງ​ສອງ​ເທື່ອ!—ມັດທາຍ 26:36-46, ລ.ມ.

6. ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ແນວໃດ​ໃນ​ການ​ປະຕິບັດ​ກັບ​ຜູ້​ອື່ນ?

6 ເປັນ​ເລື່ອງ​ໜູນ​ໃຈ​ທີ່​ຈະ​ສັງເກດ​ວ່າ​ພະ​ເຍຊູ​ບໍ່​ໄດ້​ໝົດ​ຫວັງ​ໃນ​ໂຕ​ເຫຼົ່າ​ອັກຄະສາວົກ. ໃນ​ທີ່​ສຸດ​ຄວາມ​ອົດ​ທົນ​ຂອງ​ພະອົງ​ກໍ​ເກີດ​ຜົນ ເນື່ອງ​ຈາກ​ຊາຍ​ທີ່​ສັດຊື່​ເຫຼົ່ານີ້​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເປັນ​ທັງ​ຄົນ​ຖ່ອມ​ແລະ​ຄົນ​ລະ​ມັດ​ລະວັງ. (1 ເປໂຕ 3:8; 4:7) ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ແນວໃດ​ໃນ​ການ​ປະຕິບັດ​ກັບ​ຜູ້​ອື່ນ? ໂດຍ​ສະເພາະ​ແລ້ວ​ຜູ້​ເຖົ້າ​ແກ່​ຕ້ອງ​ເປັນ​ຄົນ​ອົດ​ທົນ. ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ອາດ​ເຂົ້າ​ຫາ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ພ້ອມ​ກັບ​ບັນຫາ​ຕ່າງໆຂອງ​ເຂົາເຈົ້າ​ໃນ​ຂະນະ​ທີ່​ຜູ້​ເຖົ້າ​ແກ່​ເອງ​ກໍ​ອິດ​ເມື່ອຍ​ຫຼື​ອຸກ​ໃຈ​ເນື່ອງ​ຈາກ​ຄວາມ​ກັງວົນ​ຂອງ​ຕົນ. ໃນ​ບາງ​ຄັ້ງ ຜູ້​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ອາດ​ຊັກຊ້າ​ໃນ​ການ​ຮັບ​ເອົາ​ຄຳ​ແນະນຳ. ຢ່າງ​ໃດ​ກໍ​ຕາມ ຜູ້​ເຖົ້າ​ແກ່​ທີ່​ມີ​ຄວາມ​ອົດ​ທົນ​ຈະ​ແນະນຳ​ສັ່ງ​ສອນ “ດ້ວຍ​ຄວາມ​ອ່ອນ​ໂຍນ” ແລະ​ຈະ “ປະຕິບັດ​ຕໍ່​ຝູງ​ແກະ​ດ້ວຍ​ຄວາມ​ອ່ອນ​ໂຍນ.” (2 ຕີໂມເຕ 2:24, 25, ລ.ມ.; ກິດຈະການ 20:28, 29, ລ.ມ.) ພໍ່​ແມ່​ຄວນ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ສະແດງ​ຄວາມ​ອົດ​ທົນ ເພາະ​ບາງ​ຄັ້ງ​ລູກ​ອາດ​ຊ້າ​ໃນ​ການ​ຮັບ​ເອົາ​ຄຳ​ແນະນຳ​ສັ່ງ​ສອນ​ຫຼື​ການ​ແກ້ໄຂ. ຄວາມ​ຮັກ​ແລະ​ຄວາມ​ອົດ​ທົນ​ຈະ​ຊ່ວຍ​ພໍ່​ແມ່​ບໍ່​ໃຫ້​ຍຸດຕິ​ຄວາມ​ພະຍາຍາມ​ທີ່​ຈະ​ຝຶກ​ອົບຮົມ​ລູກ​ຂອງ​ຕົນ. ຄວາມ​ອົດ​ທົນ​ເຊັ່ນ​ນັ້ນ​ອາດ​ຈະ​ໃຫ້​ຜົນ​ຕອບ​ແທນ​ຫຼາຍ​ແທ້ໆ.—ຄຳເພງ 127:3.

ໃສ່​ໃຈ​ຕໍ່​ຄວາມ​ຈຳເປັນ​ຂອງ​ຜູ້​ອື່ນ

7. ໃນ​ວິທີ​ໃດ​ແດ່​ທີ່​ພະ​ເຍຊູ​ໃສ່​ໃຈ​ຕໍ່​ຄວາມ​ຈຳເປັນ​ດ້ານ​ຮ່າງກາຍ​ແລະ​ດ້ານ​ວັດຖຸ​ຂອງ​ພວກ​ສາວົກ?

7 ຄວາມ​ຮັກ​ສະແດງ​ອອກ​ໂດຍ​ການ​ກະທຳ​ທີ່​ບໍ່​ເຫັນ​ແກ່​ຕົວ. (1 ໂຢຮັນ 3:17, 18) ຄວາມ​ຮັກ “ບໍ່​ເຫັນ​ແກ່​ປະໂຫຍດ​ສ່ວນ​ຕົວ.” (1 ໂກລິນໂທ 13:5, ລ.ມ.) ຄວາມ​ຮັກ​ກະຕຸ້ນ​ພະ​ເຍຊູ​ໃຫ້​ໃສ່​ໃຈ​ຕໍ່​ຄວາມ​ຈຳເປັນ​ດ້ານ​ຮ່າງກາຍ​ແລະ​ດ້ານ​ວັດຖຸ​ຂອງ​ພວກ​ສາວົກ. ຫຼາຍ​ຄັ້ງ ພະອົງ​ເຮັດ​ເພື່ອ​ຜົນ​ປະໂຫຍດ​ຂອງ​ເຂົາເຈົ້າ​ແມ່ນ​ແຕ່​ກ່ອນ​ທີ່​ເຂົາເຈົ້າ​ຈະ​ເວົ້າ​ເຖິງ​ຄວາມ​ຈຳເປັນ​ຂອງ​ຕົນ​ເອງ​ຊ້ຳ. ເມື່ອ​ເຫັນ​ວ່າ​ເຂົາເຈົ້າ​ອິດ​ເມື່ອຍ ພະອົງ​ແນະນຳ​ໃຫ້​ເຂົາເຈົ້າ​ໄປ​ກັບ​ພະອົງ “ໃນ​ປ່າ​ສະຫງັດ​ຢູ່​ແລະ​ເຊົາ​ການ​ຢູ່​ສັກ​ໜ້ອຍ​ໜຶ່ງ.” (ມາລະໂກ 6:31) ເມື່ອ​ສັງເກດ​ວ່າ​ເຂົາເຈົ້າ​ຫິວ​ເຂົ້າ ພະອົງ​ເປັນ​ຝ່າຍ​ລິເລີ່ມທີ່​ຈະ​ລ້ຽງ​ອາຫານ​ເຂົາເຈົ້າ​ພ້ອມ​ກັບ​ອີກ​ຫຼາຍ​ພັນ​ຄົນ​ທີ່​ມາ​ຟັງ​ພະອົງ​ສອນ.—ມັດທາຍ 14:19, 20; 15:35-37.

8, 9. (ກ) ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທາງ​ຝ່າຍ​ວິນຍານ​ຂອງ​ພວກ​ສາວົກ​ແລະ​ສະໜອງ​ຄວາມ​ຈຳເປັນ​ນັ້ນ? (ຂ) ເມື່ອ​ຢູ່​ເທິງ​ເສົາ​ທໍລະມານ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ຫ່ວງໃຍ​ຕໍ່​ສະຫວັດດີພາບ​ຂອງ​ແມ່?

8 ພະ​ເຍຊູ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທາງ​ຝ່າຍ​ວິນຍານ​ຂອງ​ເຫຼົ່າ​ສາວົກ​ແລະ​ໄດ້​ສະໜອງ​ຄວາມ​ຈຳເປັນ​ນັ້ນ. (ມັດທາຍ 4:4; 5:3) ໃນ​ການ​ສອນ ຫຼາຍ​ຄັ້ງ​ພະອົງ​ໃຫ້​ຄວາມ​ສົນ​ໃຈ​ແກ່​ເຂົາເຈົ້າ​ເປັນ​ພິເສດ. ພະອົງ​ກ່າວ​ຄຳ​ເທດ​ຢູ່​ເທິງ​ພູເຂົາ​ເພື່ອ​ຜົນ​ປະໂຫຍດ​ຂອງ​ພວກ​ສາວົກ​ໂດຍ​ສະເພາະ. (ມັດທາຍ 5:1, 2, 13-16) ຕອນ​ທີ່​ສອນ​ໂດຍ​ໃຊ້​ອຸທາຫອນ “ເມື່ອ​ຢູ່​ຜູ້​ດຽວ​ກັບ​ພວກ​ລູກສິດ​ແຫ່ງ​ຕົນ​ພະອົງ​ໄດ້​ແກ້​ສັບພະ​ທຸກ​ສິ່ງ​ແກ່​ເຂົາ​ໃຫ້​ແຈ້ງ.” (ມາລະໂກ 4:34) ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ​ພະອົງ​ຈະ​ແຕ່ງ​ຕັ້ງ “ຂ້າ​ໃຊ້​ຜູ້​ສັດຊື່​ແລະ​ສະຫຼາດ” ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພວກ​ລູກສິດ​ຂອງ​ພະອົງ​ຈະ​ໄດ້​ຮັບ​ການ​ລ້ຽງ​ທາງ​ດ້ານ​ຝ່າຍ​ວິນຍານ​ເປັນ​ຢ່າງ​ດີ​ໃນ​ສະໄໝ​ສຸດທ້າຍ​ນີ້. ຂ້າ​ໃຊ້​ທີ່​ສັດຊື່​ນີ້​ປະກອບ​ດ້ວຍ​ພີ່ນ້ອງ​ຜູ້​ຖືກ​ເຈີມ​ຂອງ​ພະ​ເຍຊູ​ກຸ່ມ​ນ້ອຍໆ​ກຸ່ມ​ໜຶ່ງ​ທີ່​ຖືກ​ເຈີມ​ຢູ່ແຜ່ນດິນ​ໂລກ ເຊິ່ງ​ຈັດ​ຕຽມ “ອາຫານ” ຝ່າຍ​ວິນຍານ “ໃນ​ເວລາ​ກຳນົດ” ນັບ​ຕັ້ງ​ແຕ່ປີ 1919 ເປັນ​ຕົ້ນ​ມາ.—ມັດທາຍ 24:45

9 ໃນ​ມື້​ທີ່​ພະອົງ​ສິ້ນ​ຊີວິດ ດ້ວຍ​ວິທີ​ອັນ​ຊາບ​ຊຶ້ງ​ໃຈ​ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຫ່ວງໃຍ​ຕໍ່​ສະຫວັດດີພາບ​ທາງ​ຝ່າຍ​ວິນຍານ​ຂອງ​ຜູ້​ທີ່​ພະອົງ​ຮັກ. ຂໍ​ໃຫ້​ນຶກ​ພາບ​ສາກ​ເຫດການ​ຕໍ່​ໄປ​ນີ້. ພະ​ເຍຊູ​ຢູ່​ເທິງ​ຫຼັກ​ທໍລະມານ ກຳລັງ​ປະສົບ​ຄວາມ​ເຈັບ​ປວດ​ແສນ​ສາຫັດ. ເພື່ອ​ທີ່​ຈະ​ຫັນ​ໃຈ​ໄດ້ ປາກົດ​ວ່າ​ພະອົງ​ຕ້ອງ​ໄດ້​ຍົກ​ໂຕ​ຂຶ້ນ​ໂດຍ​ໃຊ້​ຕີນ​ຢັນ. ແນ່ນອນ​ວ່າ​ການ​ເຮັດ​ແນວ​ນີ້​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ​ເມື່ອ​ຕະປູ​ທີ່​ຕອກ​ຢູ່​ຕີນ​ເຮັດ​ໃຫ້​ບາດ​ແຜ​ຈີກ​ຂາດ ແລະ​ຫຼັງ​ທີ່​ຖືກ​ຂ້ຽນ​ດ້ວຍ​ແສ້​ກໍ​ຖູ​ກັບ​ເສົາ. ການ​ເວົ້າ​ເຊິ່ງ​ກ່ຽວຂ້ອງ​ກັບ​ການ​ຄວບຄຸມ​ລົມຫັນໃຈ​ຄົງ​ຕ້ອງ​ເປັນ​ໄປ​ດ້ວຍ​ຄວາມ​ລຳບາກ​ແລະ​ເຈັບ​ປວດ. ເຖິງ​ແມ່ນ​ວ່າ​ກຳລັງ​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ກ່າວ​ຖ້ອຍຄຳ​ທີ່​ສະແດງ​ໃຫ້​ເຫັນ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ທີ່​ມີ​ຕໍ່​ມາລີ ແມ່​ຂອງ​ພະອົງ. ເມື່ອ​ເຫັນ​ມາລີ​ແລະ​ອັກຄະສາວົກ​ໂຢຮັນ​ຢືນ​ຢູ່​ໃກ້ໆ ພະ​ເຍຊູ​ເວົ້າ​ກັບ​ແມ່​ດ້ວຍ​ສຽງ​ດັງ​ພໍ​ທີ່​ຄົນ​ຢືນ​ເບິ່ງ​ຢູ່​ຈະ​ໄດ້​ຍິນ​ທີ່​ວ່າ “ນາງ​ເອີຍ ຜູ້​ນັ້ນ​ເປັນລູກຊາຍ​ຂອງ​ນາງ.” ຈາກ​ນັ້ນ​ກໍ​ເວົ້າ​ກັບ​ໂຢຮັນ​ວ່າ “ຜູ້​ນັ້ນ​ເປັນ​ແມ່​ຂອງ​ທ່ານ.” (ໂຢຮັນ 19:26, 27) ພະ​ເຍຊູ​ຮູ້​ດີ​ວ່າ​ອັກຄະສາວົກ​ຜູ້​ສັດຊື່​ຈະ​ເອົາໃຈໃສ່​ບໍ່​ພຽງ​ແຕ່​ຄວາມ​ຈຳເປັນ​ດ້ານ​ຮ່າງກາຍ​ແລະ​ດ້ານ​ວັດຖຸ​ຂອງ​ມາລີ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ເອົາໃຈໃສ່​ສະຫວັດດີພາບ​ດ້ານ​ຝ່າຍ​ວິນຍານ​ນຳ​ອີກ. *

ພໍ່​ແມ່​ທີ່​ຫ່ວງໃຍ​ສະແດງ​ຄວາມ​ອົດ​ທົນ​ແລະ​ສະໜອງ​ຄວາມ​ຈຳເປັນ​ໃນ​ດ້ານ​ຕ່າງໆຂອງ​ລູກ

10. ພໍ່​ແມ່​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວໃດ​ໃນ​ຂະນະ​ທີ່​ເອົາໃຈໃສ່​ຕໍ່​ຄວາມ​ຈຳເປັນ​ຂອງ​ລູກ?

10 ພໍ່​ແມ່​ທີ່​ຫ່ວງໃຍ​ເຫັນ​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ຕຶກຕອງ​ແບບ​ຢ່າງ​ຂອງ​ພະ​ເຍຊູ. ພໍ່​ຜູ້​ທີ່​ຮັກ​ຄອບຄົວ​ແທ້ໆຈະ​ຈັດ​ຫາ​ສິ່ງ​ຝ່າຍ​ວັດຖຸ​ໃຫ້​ຄອບຄົວ. (1 ຕີໂມເຕ 5:8) ຫົວໜ້າ​ຄອບຄົວ​ທີ່​ສົມດຸນ​ແລະ​ປ່ຽມ​ດ້ວຍ​ຄວາມ​ຮັກ​ຈະ​ຈັດ​ເວລາ​ໄວ້​ໃນ​ບາງ​ຄັ້ງ​ຄາວ​ເພື່ອ​ການ​ພັກຜ່ອນ​ຢ່ອນ​ໃຈ. ສຳຄັນ​ກວ່າ​ນັ້ນ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຈັດ​ຕຽມ​ສິ່ງ​ຈຳເປັນ​ດ້ານ​ຝ່າຍ​ວິນຍານ​ໃຫ້​ລູກ​ຂອງ​ຕົນ. ໂດຍ​ວິທີ​ໃດ? ພໍ່​ແມ່​ທີ່​ເປັນ​ແບບ​ນັ້ນ​ຈັດ​ໃຫ້​ມີ​ການ​ສຶກສາ​ຄຳພີໄບເບິນ​ໃນ​ຄອບຄົວ​ເປັນ​ປະຈຳ ແລະ​ພະຍາຍາມ​ເຮັດ​ໃຫ້​ຕອນ​ທີ່​ສຶກສາ​ເປັນ​ແບບ​ເສີມ​ສ້າງ​ແລະ​ມ່ວນ​ຊື່ນ​ສຳລັບ​ລູກ. (ພະບັນຍັດ 6:6, 7) ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ ພໍ່​ແມ່​ສອນ​ລູກ​ວ່າ​ວຽກ​ຮັບໃຊ້​ເປັນ​ກິດຈະກຳ​ທີ່​ສຳຄັນ​ແລະ​ການ​ກຽມ​ແລະ​ການ​ເຂົ້າຮ່ວມ​ການ​ປະຊຸມ​ຕ່າງໆຂອງ​ຄລິດສະຕຽນ​ເປັນ​ສ່ວນ​ທີ່​ສຳຄັນ​ຂອງ​ກິດຈະວັດ​ໃນ​ການ​ນະມັດສະການ​ຂອງ​ເຂົາເຈົ້າ.—ເຫບເລີ 10:24, 25.

ເຕັມ​ໃຈ​ທີ່​ຈະ​ໃຫ້​ອະໄພ

11. ພະ​ເຍຊູ​ສອນ​ຫຍັງ​ໃຫ້​ພວກ​ລູກສິດ​ໃນ​ເລື່ອງ​ການ​ໃຫ້​ອະໄພ?

11 ການ​ໃຫ້​ອະໄພ​ເປັນ​ແງ່​ໜຶ່ງ​ຂອງ​ຄວາມ​ຮັກ. (ໂກໂລດ 3:13, 14) ໃນ 1 ໂກລິນໂທ 13:5 (ທ.ປ.) ກ່າວ​ເຖິງ​ຄວາມ​ຮັກ​ວ່າ “ບໍ່​ມັກ​ຈົດ​ຈຳ​ຄວາມ​ຜິດ.” ໃນ​ຫຼາຍ​ໂອກາດ ພະ​ເຍຊູ​ໄດ້​ສອນ​ພວກ​ລູກສິດ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ໃຫ້​ອະໄພ. ພະອົງ​ກະຕຸ້ນ​ເຕືອນ​ເຂົາເຈົ້າ​ໃຫ້​ອະໄພ​ຄົນ​ອື່ນ “ບໍ່​ແມ່ນ​ເຖິງ​ເຈັດ​ຄັ້ງ ແຕ່​ເຖິງ​ເຈັດ​ສິບ​ເຈັດ​ຄັ້ງ” ນັ້ນ​ຄື​ບໍ່​ຈຳກັດ​ຈຳນວນ​ຄັ້ງ. (ມັດທາຍ 18:21, 22, ລ.ມ.) ພະອົງ​ສອນ​ເຂົາເຈົ້າ​ວ່າ​ຄວນ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ ຖ້າ​ຄົນ​ນັ້ນ​ສະແດງ​ການ​ກັບ​ໃຈ​ພາຍ​ຫຼັງ​ທີ່​ໄດ້​ຮັບ​ການ​ຕັກ​ເຕືອນ. (ລືກາ 17:3, 4) ແນວໃດ​ກໍ​ຕາມ ພະ​ເຍຊູ​ບໍ່​ຄື​ກັບ​ພວກ​ຟາລິຊຽນ​ທີ່​ໜ້າ​ໄຫວ້​ຫຼັງ​ຫຼອກ ຜູ້​ທີ່​ສອນ​ໂດຍ​ທາງ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ພະອົງ​ສອນ​ໂດຍ​ທາງ​ການ​ກະທຳ. (ມັດທາຍ 23:2-4) ຂໍ​ໃຫ້​ມາ​ເບິ່ງ​ວ່າ​ພະ​ເຍຊູ​ສະແດງ​ຄວາມເຕັມ​ໃຈ​ແນວໃດ​ທີ່​ຈະ​ໃຫ້​ອະໄພ​ເຖິງ​ວ່າ​ເພື່ອນ​ທີ່​ໄວ້​ໃຈ​ໄດ້​ຄົນ​ໜຶ່ງ​ໄດ້​ເຮັດ​ໃຫ້​ພະອົງ​ຜິດ​ຫວັງ.

12, 13. (ກ) ໃນ​ຄືນ​ທີ່​ພະ​ເຍຊູ​ຖືກ​ຈັບ ໃນ​ທາງ​ໃດ​ແດ່​ທີ່​ເປໂຕ​ໄດ້​ເຮັດ​ໃຫ້​ພະອົງ​ຜິດ​ຫວັງ? (ຂ) ການ​ກະທຳ​ຂອງ​ພະ​ເຍຊູ​ພາຍ​ຫຼັງ​ທີ່​ຄືນ​ມາ​ຈາກ​ຕາຍ​ເຮັດ​ໃຫ້​ເຫັນ​ແຈ້ງ​ແນວໃດ​ວ່າ​ພະອົງ​ບໍ່​ພຽງ​ແຕ່​ສອນ​ເລື່ອງ​ການ​ໃຫ້​ອະໄພ​ເທົ່າ​ນັ້ນ?

12 ພະ​ເຍຊູ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ອັກຄະສາວົກ​ເປໂຕ​ເຊິ່ງ​ເປັນ​ຄົນ​ທີ່​ຈິງ​ໃຈ​ແຕ່​ກໍ​ໃຈ​ຮ້ອນ​ໃນ​ບາງ​ຄັ້ງ. ພະ​ເຍຊູ​ສຳນຶກ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ເປໂຕ​ແລະ​ມອບ​ສິດທິ​ພິເສດ​ຕ່າງໆໃຫ້​ລາວ. ເປໂຕ ພ້ອມ​ກັບ​ຢາໂກໂບ​ແລະ​ໂຢຮັນ​ໄດ້​ຮູ້​ເຫັນ​ດ້ວຍ​ຕົວ​ເອງ​ເຖິງ​ການອັດສະຈັນ​ຕ່າງໆທີ່​ອັກຄະສາວົກ​ຄົນ​ອື່ນໆບໍ່​ໄດ້​ເຫັນ. (ມັດທາຍ 17:1, 2; ລືກາ 8:49-55) ດັ່ງ​ທີ່​ສັງເກດ​ເຫັນ​ກ່ອນ​ໜ້າ​ນີ້ ເປໂຕ​ເປັນ​ຄົນ​ໜຶ່ງ​ໃນ​ອັກຄະສາວົກ​ສາມ​ຄົນ​ທີ່​ຍ່າງ​ເລິກ​ເຂົ້າ​ໄປ​ໃນ​ສວນ​ເຄດເຊມາເນ​ພ້ອມ​ກັບ​ພະ​ເຍຊູ​ໃນ​ຄືນ​ທີ່​ພະອົງ​ຖືກ​ຈັບ. ແຕ່​ໃນ​ຄືນ​ດຽວ​ກັນ​ນັ້ນ​ເມື່ອ​ພະ​ເຍຊູ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ ເປໂຕ​ແລະ​ອັກຄະສາວົກ​ຄົນ​ອື່ນໆໄດ້​ປະ​ຖິ້ມ​ພະ​ເຍຊູ​ແລ້ວ​ພາກັນ​ໜີ​ໄປ. ຕໍ່ມາ ເປໂຕ​ກ້າ​ພໍ​ທີ່​ຈະ​ຢືນ​ຢູ່​ທາງ​ນອກ​ໃນ​ຕອນ​ທີ່​ມີ​ການ​ພິຈາລະນາ​ຄະດີ​ຂອງ​ພະອົງ​ຢ່າງ​ຜິດ​ກົດໝາຍ. ແຕ່​ຕໍ່ມາ​ເປໂຕ​ຮູ້ສຶກ​ຢ້ານ​ແລະ​ໄດ້​ເຮັດ​ຄວາມ​ຜິດ​ທີ່​ຮ້າຍແຮງ ລາວ​ຕົວະ​ເຖິງ​ສາມ​ຄັ້ງ​ວ່າ​ບໍ່​ຮູ້ຈັກ​ພະ​ເຍຊູ! (ມັດທາຍ 26:69-75) ພະ​ເຍຊູ​ມີ​ປະຕິກິລິຍາ​ແນວໃດ? ເຈົ້າ​ຈະ​ຕອບ​ສະໜອງ​ແນວໃດ​ຖ້າ​ເພື່ອນ​ສະໜິດ​ຄົນ​ໜຶ່ງ​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ​ແບບ​ນັ້ນ?

13 ພະ​ເຍຊູ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເປໂຕ. ພະອົງ​ຮູ້​ວ່າ​ເປໂຕ​ເສຍໃຈ​ຫຼາຍ​ຍ້ອນ​ຄວາມ​ຜິດ​ຂອງ​ຕົນ​ເອງ. ທີ່​ຈິງ​ແລ້ວ​ອັກຄະສາວົກ​ຜູ້​ທີ່​ກັບ​ໃຈ “ເສຍໃຈ​ຫຼາຍ​ຈົນ​ຮ້ອງໄຫ້​ອອກ​ມາ.” (ມາລະໂກ 14:72, ລ.ມ.) ໃນ​ມື້​ທີ່​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ພະອົງ​ໄດ້​ປາກົດ​ຕົວ​ຕໍ່​ເປໂຕ ເບິ່ງ​ຄື​ວ່າ​ເພື່ອ​ປອບ​ໂຍນ​ແລະ​ເຮັດ​ໃຫ້​ອັກຄະສາວົກ​ຜູ້​ນີ້​ໝັ້ນໃຈ. (ລືກາ 24:34; 1 ໂກລິນໂທ 15:5) ຕໍ່ມາ​ບໍ່​ຮອດ​ສອງ​ເດືອນ ພະ​ເຍຊູ​ໃຫ້​ກຽດ​ເປໂຕ​ໂດຍ​ໃຫ້​ລາວ​ນຳ​ໜ້າ​ໃນ​ການ​ໃຫ້​ຄຳ​ພະຍານ​ຕໍ່​ຝູງ​ຄົນ​ໃນ​ເມືອງ​ເຢຣຶຊາເລມ​ໃນ​ວັນ​ເພນເຕກອດ. (ກິດຈະການ 2:14-40) ຂໍ​ໃຫ້​ຈື່​ໄວ້​ດ້ວຍ​ວ່າ​ພະ​ເຍຊູ​ບໍ່​ໄດ້​ຮູ້ສຶກ​ແຄ້ນ​ໃຈ​ຕໍ່​ພວກ​ອັກຄະສາວົກ​ທີ່​ປະ​ຖິ້ມ​ພະອົງ. ໃນ​ທາງ​ກົງ​ກັນ​ຂ້າມ ພາຍ​ຫຼັງ​ການ​ຄືນ​ມາ​ຈາກ​ຕາຍ ພະອົງ​ຍັງ​ເອີ້ນ​ເຂົາເຈົ້າ​ວ່າ “ພວກ​ພີ່ນ້ອງ​ຂອງ​ເຮົາ.” (ມັດທາຍ 28:10) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຍຊູ​ບໍ່​ພຽງ​ແຕ່​ສອນ​ເລື່ອງ​ການ​ໃຫ້​ອະໄພ​ເທົ່າ​ນັ້ນ ແຕ່​ພະອົງ​ໃຫ້​ອະໄພ​ຢ່າງ​ແທ້​ຈິງ​ແມ່ນ​ບໍ?

14. ເປັນ​ຫຍັງ​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໃຫ້​ອະໄພ​ຜູ້​ອື່ນ ແລະ​ໂດຍ​ວິທີ​ໃດ​ທີ່​ເຮົາ​ຈະ​ສະແດງ​ເຖິງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ໃຫ້​ອະໄພ?

14 ໃນ​ຖານະ​ເປັນ​ລູກສິດ​ຂອງ​ພະຄລິດ ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໃຫ້​ອະໄພ​ຜູ້​ອື່ນ. ຍ້ອນ​ຫຍັງ? ບໍ່​ຄື​ກັບ​ພະ​ເຍຊູ ເຮົາ​ເປັນ​ມະນຸດ​ບໍ່​ສົມບູນແບບ​ຄື​ກັບ​ຜູ້​ທີ່​ອາດ​ເຮັດ​ຜິດ​ຕໍ່​ເຮົາ. ໃນ​ບາງ​ຄັ້ງ ເຮົາ​ອາດ​ສະດຸດ​ໃນ​ຄຳເວົ້າ​ຫຼື​ການ​ກະທຳ. (ໂລມ 3:23; ຢາໂກໂບ 3:2) ໂດຍ​ການ​ໃຫ້​ອະໄພ​ຄົນ​ອື່ນ​ເມື່ອ​ມີ​ເຫດຜົນ​ສົມຄວນ​ທີ່​ຈະ​ສະແດງ​ຄວາມ​ເມດຕາ ເຮົາ​ເຮັດ​ໃຫ້​ມີ​ທາງ​ເປັນ​ໄປ​ໄດ້​ທີ່​ພະເຈົ້າ​ຈະ​ໃຫ້​ອະໄພ​ໃນ​ຄວາມ​ຜິດ​ຂອງ​ເຮົາ. (ມາລະໂກ 11:25) ຄັນ​ຊັ້ນ ໂດຍ​ວິທີ​ໃດ​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ໃຫ້​ອະໄພ​ຜູ້​ທີ່​ອາດ​ເຮັດ​ຜິດ​ຕໍ່​ເຮົາ? ໃນ​ຫຼາຍ​ກໍລະນີ ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຂ້າມ​ຄວາມ​ຜິດ​ແລະ​ຂໍ້​ບົກ​ພ່ອງ​ເລັກໆນ້ອຍໆຂອງ​ຜູ້​ອື່ນ. (1 ເປໂຕ 4:8) ເມື່ອ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ເຮົາ​ກັບ​ໃຈ​ຢ່າງ​ແທ້​ຈິງ​ຄື​ກັບ​ທີ່​ເປໂຕ​ເຮັດ ແນ່ນອນ​ວ່າ​ເຮົາ​ຢາກ​ຮຽນ​ແບບ​ຄວາມ​ເຕັມ​ໃຈ​ຂອງ​ພະ​ເຍຊູ​ທີ່​ຈະ​ໃຫ້​ອະໄພ. ແທນ​ທີ່​ຈະ​ເກັບ​ຄວາມ​ຂັດ​ເຄືອງ​ໃຈ​ໄວ້ ເປັນ​ການ​ສຸຂຸມ​ຖ້າ​ເຮົາ​ເລືອກ​ທີ່​ຈະ​ຖິ້ມ​ຄວາມ​ຂັດ​ເຄືອງ​ໃຈ​ອອກ​ໄປ. (ເອເຟດ 4:32) ໂດຍ​ການ​ເຮັດ​ແນວ​ນັ້ນ ເຮົາ​ສົ່ງເສີມ​ສັນຕິສຸກ​ໃນ​ປະຊາຄົມ​ພ້ອມ​ທັງ​ຄວາມ​ສະຫງົບ​ສຸກ​ໃນ​ຫົວໃຈ​ແລະ​ໃນ​ຄວາມຄິດ​ຂອງ​ເຮົາ​ນຳ.—1 ເປໂຕ 3:11.

ສະແດງ​ຄວາມ​ໄວ້​ວາງໃຈ

15. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ໄວ້​ວາງໃຈ​ພວກ​ລູກສິດ​ທັງໆທີ່​ເຂົາເຈົ້າ​ມີ​ຂໍ້​ບົກ​ພ່ອງ?

15 ຄວາມ​ຮັກ​ແລະ​ຄວາມ​ໄວ້​ວາງໃຈ​ກ່ຽວຂ້ອງ​ກັນ​ຢ່າງ​ໃກ້​ຊິດ. ຄວາມ​ຮັກ “ເຊື່ອ​ສັບພະ​ທຸກ​ສິ່ງ.” * (1 ໂກລິນໂທ 13:7) ຍ້ອນ​ຖືກ​ກະຕຸ້ນ​ດ້ວຍ​ຄວາມ​ຮັກ ພະ​ເຍຊູ​ສະແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ໄວ້​ວາງໃຈ​ພວກ​ລູກສິດ​ທັງໆທີ່​ເຂົາເຈົ້າ​ບໍ່​ສົມບູນແບບ. ພະອົງ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ເຂົາເຈົ້າ​ແລະ​ເຊື່ອ​ວ່າ​ໃນ​ໃຈ​ແລ້ວ​ເຂົາເຈົ້າ​ຮັກ​ພະເຢໂຫວາ​ແທ້ໆແລະ​ຢາກ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ. ແມ່ນ​ແຕ່​ເມື່ອ​ເຂົາເຈົ້າ​ເຮັດ​ຜິດ​ພາດ ພະ​ເຍຊູ​ກໍ​ບໍ່​ໄດ້​ສົງໄສ​ເຈຕະນາ​ຂອງ​ເຂົາເຈົ້າ. ຕົວຢ່າງ ເມື່ອ​ອັກຄະສາວົກ​ຢາໂກໂບ​ແລະ​ໂຢຮັນ​ເບິ່ງ​ຄື​ວ່າ​ຂໍ​ໃຫ້​ແມ່​ຂອງ​ຕົນ​ມາ​ຂໍ​ກັບ​ພະ​ເຍຊູ​ເພື່ອ​ໃຫ້​ເຂົາເຈົ້າ​ນັ່ງ​ຢູ່​ຂ້າງ​ພະອົງ​ໃນ​ລາຊະອານາຈັກ ພະ​ເຍຊູ​ບໍ່​ໄດ້​ສົງໄສ​ໃນ​ເລື່ອງ​ຄວາມ​ສັດຊື່​ຂອງ​ເຂົາເຈົ້າ​ຫຼື​ປົດ​ເຂົາເຈົ້າ​ອອກ​ຈາກ​ຕຳແໜ່ງ​ອັກຄະສາວົກ.—ມັດທາຍ 20:20-28.

16, 17. ພະ​ເຍຊູ​ມອບ​ໜ້າ​ທີ່​ຮັບຜິດຊອບ​ອັນ​ໃດ​ໃຫ້​ພວກ​ລູກສິດ?

16 ພະ​ເຍຊູ​ສະແດງ​ຄວາມ​ໄວ້​ວາງໃຈ​ໂດຍ​ມອບ​ໝາຍ​ໜ້າ​ທີ່​ຮັບຜິດຊອບ​ຫຼາຍ​ຢ່າງ​ໃຫ້​ພວກ​ລູກສິດ. ໃນ​ສອງ​ໂອກາດ​ທີ່​ພະອົງ​ເຮັດ​ໃຫ້​ອາຫານ​ເພີ່ມ​ຂຶ້ນ​ຢ່າງ​ອັດສະຈັນ​ເພື່ອ​ລ້ຽງ​ຝູງ​ຄົນ ພະອົງ​ມອບ​ໜ້າ​ທີ່​ຮັບຜິດຊອບ​ໃຫ້​ພວກ​ລູກສິດ​ເປັນ​ຜູ້​ແຈກ​ຢາຍ​ອາຫານ. (ມັດທາຍ 14:19; 15:36) ໃນ​ການ​ກຽມ​ປັດສະຄາ​ຄັ້ງ​ສຸດທ້າຍ ພະອົງ​ມອບ​ໝາຍ​ໃຫ້​ເປໂຕ​ແລະ​ໂຢຮັນ​ໄປ​ເມືອງ​ເຢຣຶຊາເລມ​ແລະ​ຈັດ​ຕຽມ​ສິ່ງ​ຕ່າງ​ໄວ້​ໃຫ້​ຮຽບຮ້ອຍ. ເຂົາເຈົ້າ​ເອົາໃຈໃສ່​ໃນ​ການ​ຊອກ​ລູກ​ແກະ ເຫຼົ້າ​ອະງຸ່ນ ເຂົ້າຈີ່​ບໍ່​ມີ​ເຊື້ອ ຜັກ​ຂົມ ແລະ​ເຄື່ອງ​ອື່ນໆທີ່​ຈຳເປັນ. ນີ້​ບໍ່​ແມ່ນ​ການ​ມອບ​ໝາຍ​ທີ່​ຕ່ຳ​ຕ້ອຍ ເນື່ອງ​ຈາກ​ການ​ສະຫຼອງ​ປັດສະຄາ​ໃນ​ລັກສະນະ​ທີ່​ເໝາະສົມ​ເປັນ​ຂໍ້​ຮຽກ​ຮ້ອງ​ຕາມ​ພະບັນຍັດ​ຂອງ​ໂມເຊ ແລະ​ພະ​ເຍຊູ​ຕ້ອງ​ປະຕິບັດ​ຕາມ​ພະບັນຍັດ​ນັ້ນ. ນອກຈາກນັ້ນ ຕໍ່ມາ​ໃນ​ຕອນ​ແລງ​ຂອງ​ມື້​ນັ້ນ​ພະ​ເຍຊູ​ໃຊ້​ເຫຼົ້າ​ອະງຸ່ນ​ແລະ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ເປັນ​ສັນຍະລັກ​ທີ່​ສຳຄັນ​ເມື່ອ​ຕັ້ງ​ການ​ລະນຶກ​ເຖິງ​ການ​ສິ້ນ​ຊີວິດ​ຂອງ​ພະອົງ.—ມັດທາຍ 26:17-19; ລືກາ 22:8, 13.

17 ພະ​ເຍຊູ​ເຫັນ​ວ່າ​ເໝາະສົມ​ທີ່​ຈະ​ມອບ​ໝາຍ​ໜ້າ​ທີ່​ຮັບຜິດຊອບ​ທີ່​ສຳຄັນ​ຫຼາຍ​ກວ່າ​ໃຫ້​ພວກ​ລູກສິດ. ດັ່ງ​ທີ່​ໄດ້​ສັງເກດ​ໃນ​ຕອນ​ຕົ້ນ ພະອົງ​ມອບໝາຍ​ໜ້າ​ທີ່​ຮັບຜິດຊອບ​ໃຫ້​ກັບ​ພວກ​ລູກສິດ​ກຸ່ມ​ນ້ອຍໆກຸ່ມ​ໜຶ່ງ​ທີ່​ຖືກ​ເຈີມ​ເຊິ່ງ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃຫ້​ຈັດ​ຕຽມ​ແລະ​ແຈກ​ຢາຍ​ອາຫານ​ຝ່າຍ​ວິນຍານ. (ລືກາ 12:42-44) ຂໍ​ໃຫ້​ຈື່​ໄວ້​ເຊັ່ນ​ກັນ​ວ່າ​ພະອົງ​ໄດ້​ມອບ​ໝາຍ​ໜ້າ​ທີ່​ອັນ​ສຳຄັນ​ໃຫ້​ສາວົກ​ທີ່​ຈະ​ປະກາດ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ສາວົກ. (ມັດທາຍ 28:18-20) ແມ່ນ​ແຕ່​ໃນ​ທຸກ​ມື້​ນີ້ ເຖິງ​ແມ່ນ​ບໍ່​ເຫັນ​ພະ​ເຍຊູ​ໄດ້​ດ້ວຍ​ຕາ​ແລະ​ປົກຄອງ​ຈາກ​ສະຫວັນ ພະອົງ​ມອບ​ປະຊາຄົມ​ທີ່​ຢູ່​ແຜ່ນດິນ​ໂລກ​ໃຫ້​ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ຜູ້​ຊາຍ​ທີ່​ພະອົງ​ຖື​ວ່າ​ມີ​ຄຸນວຸທິ​ແລະ​ໃຫ້​ເຂົາເຈົ້າ​ເປັນ “ເຄື່ອງ​ປະທານ” ແກ່​ປະຊາຄົມ.—ເອເຟດ 4:8, 11, 12.

18-20. (ກ) ເຮົາ​ຈະ​ສະແດງ​ຄວາມ​ໄວ້​ວາງໃຈ​ແລະ​ຄວາມ​ເຊື່ອ​ໝັ້ນ​ໃນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໄດ້​ໂດຍ​ວິທີ​ໃດ? (ຂ) ເຮົາ​ຈະ​ຮຽນ​ແບບ​ຄວາມ​ເຕັມ​ໃຈ​ຂອງ​ພະ​ເຍຊູ​ໄດ້​ແນວໃດ​ໃນ​ການ​ມອບ​ວຽກ​ໃຫ້​ຜູ້​ອື່ນ? (ຄ) ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

18 ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ແນວໃດ​ໃນ​ການ​ປະຕິບັດ​ຕໍ່​ຜູ້​ອື່ນ? ການ​ທີ່​ເຮົາ​ໄວ້​ວາງໃຈ​ແລະ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເປັນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮັກ​ມອງ​ໃນ​ແງ່​ບວກ ບໍ່​ແມ່ນ​ແງ່​ລົບ. ເມື່ອຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ເຊິ່ງ​ຄົງ​ຈະ​ເກີດຂຶ້ນ​ໄດ້​ໃນ​ບາງ​ຄັ້ງ​ຄາວ ຄວາມ​ຮັກ​ຈະ​ປ້ອງກັນ​ເຮົາ​ໄວ້​ບໍ່​ໃຫ້​ຟ້າວ​ຄິດ​ວ່າ​ເຂົາເຈົ້າ​ມີ​ເຈຕະນາ​ບໍ່​ດີ. (ມັດທາຍ 7:1, 2) ຖ້າ​ເຮົາ​ຮັກສາ​ທັດສະນະ​ໃນ​ແງ່​ບວກ​ຕໍ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ເຮົາ​ຈະ​ປະຕິບັດ​ຕໍ່​ເຂົາເຈົ້າ​ໃນ​ແບບ​ທີ່​ເສີມ​ສ້າງ​ບໍ່​ແມ່ນ​ໃນ​ແບບ​ທີ່​ເຮັດ​ໃຫ້​ທໍ້​ໃຈ.—1 ເທຊະໂລນີກ 5:11.

19 ເຮົາ​ຈະ​ຮຽນ​ແບບ​ຄວາມ​ເຕັມ​ໃຈ​ຂອງ​ພະ​ເຍຊູ​ໄດ້​ບໍ​ໃນ​ການ​ມອບ​ວຽກ​ໃຫ້​ຜູ້​ອື່ນ​ເຮັດ? ນັບ​ວ່າ​ເປັນ​ປະໂຫຍດ​ຕໍ່​ຜູ້​ທີ່​ມີ​ຕຳແໜ່ງ​ຮັບຜິດຊອບ​ໃນ​ປະຊາຄົມ​ທີ່​ຈະ​ມອບ​ວຽກ​ທີ່​ເໝາະສົມ​ແລະ​ມີ​ຄວາມ​ໝາຍ​ໃຫ້​ຜູ້​ອື່ນ​ເຮັດ ໂດຍ​ເຊື່ອ​ໝັ້ນ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ. ດ້ວຍ​ວິທີ​ນີ້​ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ສາມາດ​ຈັດ​ໃຫ້​ມີ​ການ​ຝຶກ​ອົບຮົມ​ທີ່​ຈຳເປັນ​ແລະ​ມີ​ຄຸນຄ່າ​ສຳລັບ​ຊາຍ​ໜຸ່ມ​ທີ່​ມີ​ຄຸນວຸທິ​ເຊິ່ງ “ພະຍາຍາມ” ຊ່ວຍ​ເຫຼືອ​ໃນ​ປະຊາຄົມ. (1 ຕີໂມເຕ 3:1, ລ.ມ.; 2 ຕີໂມເຕ 2:2) ການ​ຝຶກ​ອົບຮົມ​ແບບ​ນີ້​ຖື​ວ່າ​ສຳຄັນ. ໃນ​ຂະນະ​ທີ່​ພະເຢໂຫວາ​ເລັ່ງ​ວຽກ​ລາຊະອານາຈັກ​ໃຫ້​ເຕີບ​ໃຫຍ່​ຕໍ່ໆໄປ​ຈຶ່ງ​ມີ​ຄວາມ​ຈຳເປັນ​ທີ່​ຕ້ອງ​ຝຶກ​ອົບຮົມ​ຜູ້​ຊາຍ​ທີ່​ມີ​ຄຸນວຸທິ​ເພື່ອ​ໃຫ້​ເບິ່ງແຍງ​ການ​ເພີ່ມ​ທະວີ​ຂຶ້ນ​ນີ້.—ເອຊາອີ 60:22.

20 ພະ​ເຍຊູ​ໃຫ້​ຕົວຢ່າງ​ອັນ​ດີ​ເລີດ​ແກ່​ເຮົາ​ໃນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ອື່ນ. ໃນ​ທຸກ​ແນວ​ທາງ​ທີ່​ເຮົາ​ສາມາດ​ຕິດ​ຕາມ​ພະອົງ ການ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະອົງ​ເປັນ​ແນວ​ທາງ​ສຳຄັນ​ທີ່​ສຸດ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ການ​ສະແດງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ທີ່​ສຸດ​ທີ່​ພະອົງ​ມີ​ຕໍ່​ເຮົາ ນັ້ນ​ຄື​ຄວາມ​ເຕັມ​ໃຈ​ທີ່​ຈະ​ສະລະ​ຊີວິດ​ເພື່ອ​ເຮົາ.

^ ການ​ທີ່​ເຫຼົ່າ​ອັກຄະສາວົກ​ນອນ​ຫຼັບ​ບໍ່​ແມ່ນ​ຍ້ອນ​ຄວາມ​ອິດ​ເມື່ອຍ​ທາງ​ຮ່າງກາຍ. ບັນທຶກ​ປຽບ​ທຽບ​ຢູ່​ລືກາ 22:45 ກ່າວ​ວ່າ​ພະ​ເຍຊູ “ເຫັນ​ເຂົາ​ນອນ​ຫຼັບ​ເພາະ​ດ້ວຍ​ຄວາມທຸກ.”

^ ໃນ​ຕອນ​ນັ້ນ​ປາກົດ​ວ່າ​ມາລີ​ເປັນ​ແມ່​ໝ້າຍ ແລະ​ລູກ​ຜູ້​ອື່ນ​ຂອງ​ລາວ​ຍັງ​ບໍ່​ທັນ​ເປັນ​ສາວົກ​ຂອງ​ພະ​ເຍຊູ.—ໂຢຮັນ 7:5.

^ ແນ່ນອນ ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ຮັກ​ເປັນ​ການ​ຫຼອກ​ໄດ້​ງ່າຍ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ມັນ​ໝາຍ​ຄວາມ​ວ່າ​ຄວາມ​ຮັກ​ບໍ່​ວິພາກ​ວິຈານ​ຫຼື​ລະ​ແວງ​ສົງໄສ​ເກີນ​ຄວນ. ຄວາມ​ຮັກ​ບໍ່​ຟ້າວຟັ່ງ​ຕັດສິນ​ເຈຕະນາ​ຂອງ​ຜູ້​ອື່ນ​ຫຼື​ສະຫຼຸບ​ວ່າ​ເຂົາເຈົ້າ​ບໍ່​ເປັນ​ຕາ​ເອົາ.